ໃນການກ່າວຄຳປາໄສໃນເວທີປາໄສ, ທ່ານປະທານາທິບໍດີມຽນມາ ກ່າວວ່າ: ມຽນມາ ຊົມເຊີຍ ແລະ ຮຽກຮ້ອງໃຫ້ມີການຮ່ວມມືຂອງ ຫວຽດນາມ ໃນການພັດທະນາພື້ນຖານໂຄງລ່າງດີຈີຕອນ, ຄວາມປອດໄພທາງໄຊເບີ, ການຫັນເປັນດີຈີຕອນ, ເຕັກໂນໂລຊີຂໍ້ມູນຂ່າວສານ... ພ້ອມກັນນັ້ນ, ມຽນມາ ກໍເຊື້ອເຊີນບັນດານັກລົງທຶນ ຫວຽດນາມ ເຂົ້າຮ່ວມໃນການຜະລິດອຸປະກອນເຕັກໂນໂລຊີຢູ່ເຂດເຕັກໂນໂລຊີສູງ.
ໃນເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ກ່າວວ່າ: ຫວຽດນາມ ແລະ ມຽນມາ ຕ້ອງເພີ່ມທະວີລັກສະນະການເຊື່ອມຕໍ່, ເພີ່ມເຕີມໃຫ້ແກ່ກັນລະຫວ່າງ 2 ພື້ນຖານເສດຖະກິດ; ເສີມຂະຫຍາຍບັນດາກົນໄກການຮ່ວມມືຢ່າງມີປະສິດທິຜົນ. ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ກໍໄດ້ສົ່ງສານເຖິງປະຊາຄົມວິສາຫະກິດ ວ່າ: "ຈົ່ງພ້ອມກັນຮ່ວມມື, ເພື່ອນຳ 2 ພື້ນຖານເສດຖະກິດເຕີບໃຫຍ່ເຂັ້ມແຂງ ແລະ ປະຊາຊົນຂອງ 2 ປະເທດໄດ້ຊົມໃຊ້ບັນດາໝາກຜົນການຮ່ວມມື ແລະ ການພັດທະນາ".
ໃນຂອບເຂດຂອງເວທີປາໄສ, ປະຊາຄົມວິສາຫະກິດຂອງ 2 ປະເທດໄດ້ລົງນາມ, ແລກປ່ຽນບົດບັນທຶກການຮ່ວມມືຫຼາຍສະບັບໃນຂົງເຂດຕ່າງໆ.
ຄໍາເຫັນ