ໂຄງການດັ່ງກ່າວຕັ້ງຢູ່ເມືອງວານາມ ແລະ ນຳໃຊ້ເນື້ອທີ່ດິນອ່າງແມ່ນ້ຳທີ່ສາມາດປ່ຽນເປັນດິນປູກຝັງໄດ້ ປະມານ 1 ລ້ານເຮັກຕາ. ຄາດວ່າຈະຜະລິດບໍ່ພຽງແຕ່ເປັນສິນຄ້າສະບຽງອາຫານຫຼັກເຊັ່ນເຂົ້າເທົ່ານັ້ນ, ແຕ່ຍັງຈະຜະລິດເອທານອລຈາກອ້ອຍ ແລະ ມັນຕົ້ນ, ລວມເຖິງນ້ຳມັນຊີວະພາບທີ່ປະສົມຈາກນ້ຳມັນປາມ.
ທ່ານ ຮາຊານ ກ່າວວ່າ: ສິ່ງດັ່ງກ່າວຈະເສີມຂະຫຍາຍຄວາມໝັ້ນຄົງທາງດ້ານສະບຽງອາຫານຂອງອິນໂດເນເຊຍ ແລະ ສະໜັບສະໜູນເປົ້າໝາຍການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ແລະ ການປັບຕົວຕາມສະພາບຂອງດິນຟ້າອາກາດ. ໂດຍການພັດທະນາຂອງໂຄງການນີ້ຈະເປັນເສົາຄໍ້າຄວາມພະຍາຍາມຂອງອິນໂດເນເຊຍໃນການມີຄວາມສາມາດເພິ່ງພາຕົນເອງໃນດ້ານສະບຽງອາຫານ, ພະລັງງານ ແລະ ນໍ້າ.
ລັດຖະບານອິນໂດເນເຊຍໃຫ້ບຸລິມະສິດດ້ານຄວາມປອດໄພ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການວາງແຜນຍຸດທະສາດໃນການປະຕິບັດໂຄງການນີ້, ພ້ອມທັງເລັ່ງລັດການອອກສິດນຳໃຊ້ທີ່ດິນ ແລະ ໃບອະນຸຍາດອື່ນໆເພື່ອຮັບປະກັນປະສິດທິພາບ ແລະ ຄວາມຄ່ອງຕົວຂອງການປະຕິບັດໂຄງການໃນໄລຍະຍາວ.
ຄໍາເຫັນ