ໃນທ້າຍອາທິດຜ່ານມາ ທີ່ສໍານັກງານໃຫຍ່ທະນາຄານຮ່ວມພັດທະນາ ຫຼື JDB ໄດ້ເປີດກອງປະຊຸມທາງໄກດ້ວຍລະບົບ Video Conference ກັບໜ່ວຍບໍລິການທົ່ວປະເທດ ເພື່ອສະຫຼຸບຜົນງານໄຕມາດ 3, ການດໍາເນີນທຸລະກິດ 9 ເດືອນຜ່ານມາ ແລະ ວາງແຜນການ 3 ເດືອນທ້າຍປີ 2023. ເປັນກຽດເຂົ້າຮ່ວມໂດຍ ທ່ານ ເອກະພັນ ພະພິທັກ ປະທານຜູ້ຖືຮຸ້ນ ທະນາຄານຮ່ວມພັດທະນາ, ທ່ານ ວິໄລ ສີພະພອນ ປະທານສະພາບໍລິຫານ ທະນາຄານຮ່ວມພັດທະນາ, ທ່ານ ສາຄອນ ຍໍພັນໄຊ ຜູ້ອໍານວຍການໃຫຍ່ ທະນາຄານຮ່ວມພັດທະນາ, ມີຄະນະອໍານວຍການ ຕະຫຼອດເຖິງຜູ້ບໍລິຫານລະດັບສູງ ເຂົ້າຮ່ວມ.
ກ່າວເປີດພິທີຢ່າງເປັນທາງການໂດຍ ທ່ານຜູ້ອໍານວຍການໃຫຍ່ ທະນາຄານຮ່ວມພັດທະນາ ໄດ້ສະຫຼຸບໂດຍຫຍໍ້ກ່ຽວກັບຜົນການດໍາເນີນທຸລະກິດໃນໄລຍະ 9 ເດືອນຜ່ານມາ ຂອງທະນາຄານຮ່ວມພັດທະນາ ຍັງດໍາເນີນທຸລະກິດເປັນໄປຢ່າງປົກກະຕິມີການຂະຫຍາຍຕົວໃນທ່ວງທ່າທີ່ດີ ຍ້ອນຄວາມເອົາໃຈໃສ່ຂອງຜູ້ບໍລິຫານ ແລະ ພະນັກງານຢ່າງຕັ້ງໜ້າ ຈຶ່ງເຮັດໃຫ້ຜົນການດໍາເນີນທຸລະກິດປະຈໍາໄຕມາດ 3 ປີ 2023 ສາມາດປະຕິບັດໄດ້ 83,45% ຂອງແຜນການປີ, ເຖິງວ່າສະພາບເສດຖະກິດຈະມີຄວາມຫຍຸ້ງຍາກ, ບັນຫາເງິນກີບອ່ອນຄ່າ, ໄພເງິນເຟີ້, ຄ່າຄອງຊີບສູງຂຶ້ນ ແລະ ອື່ນໆ ຜູ້ບໍລິຫານຊຸດ ໃໝ່ໄດ້ຫັນວິກິດໃຫ້ເປັນໂອກາດ, ສ້າງທ່າແຮງບົ່ມຊ້ອນຂອງຕົນເຮັດໃຫ້ທຸລະກິດ ມີຜົນກຳໄລເປັນທີ່ເພິ່ງງພໍໃຈ.
ຈາກນັ້ນ, ກອງປະຊຸມກໍໄດ້ມີການລາຍງານສະພາບຄ່ອງ-ຖານະການເງິນ 9 ເດືອນຕົ້ນປີ 2023 ໂດຍພະແນກບໍລິຫານທຶນ ແລະ ຫົວໜ້າຄຸ້ມຄອງສາຂາ ເຫັນວ່າມີລາຍຮັບເພີ່ມຂຶ້ນຢ່າງໜ້າເພິ່ງພໍໃຈ ຖືວ່າເປັນໂຕເລກທີ່ຢູ່ໃນເກນທີ່ດີ,ຈາກນັ້ນກໍໄດ້ມີການປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ຂອງຜູ້ບໍລິຫານ ແລະ ການມີຄໍາຄິດຄໍາເຫັນ ຈາກໜ່ວຍບໍລິການຕ່າງໆ ໃນຂອບເຂດທົ່ວປະເທດ. ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ຈາກທ່ານປະທານສະພາພາບໍລິຫານ ທະນາຄານຮ່ວມພັດທະນາ ຊຶ່ງທ່ານໄດ້ເນັ້ນໃຫ້ຫົວໜ້າໜ່ວຍບໍລິການມີຄວາມເປັນຜູ້ນໍາ-ນໍາພາທີມງານ ໃນການບໍລິການລູກຄ້າ ໃຫ້ມີຄວາມປະທັບໃຈ ເພື່ອບັນລຸເປົ້າໝາຍ KPI ທີ່ວາງໄວ້ ສືບຕໍ່ແຜນການ 3 ເດືອນທ້າຍປີ ຕ້ອງໄດ້ສູ້ຊົນເພື່ອຮັກສາຖານລູກຄ້າເກົ່າໄວ້ ແລະ ຂະຫຍາຍລູກຄ້າໃໝ່ໃຫ້ກວ້າງຂວາງ, ການປ່ອຍສິນເຊື່ອເຫັນວ່າເພີ່ມຂຶ້ນຫຼາຍເທົ່າຕົວ ເມື່ອປຽບທຽບກັບປີຜ່ານມາ.
ໃນຕອນທ້າຍ ຂອງກອງປະຊຸມ ທ່ານປະທານຜູ້ຖືຮຸ້ນ ທະນາຄານຮ່ວມພັດທະນາ ໄດ້ໂອ້ລົມຕໍ່ກອງປະຊຸມດັ່ງກ່າວ, ບາງຕອນທ່ານໄດ້ຍົກໃຫ້ເຫັນພາວະການເປັນຜູ້ນໍາໝູນໃຊ້ກາລະໂອກາດ ຮູ້ນໍາພາພະນັກງານ ເພື່ອບັນລຸເປົ້າ ໝາຍທີ່ວາງໄວ້ໃຫ້ປະກົດຜົນເປັນຈິງ ເພື່ອປະຕິບັດແຜນການ 3 ເດືອນທ້າຍປີ 2023 JDB ຕ້ອງໄດ້ອອກແຮງສູ້ຊົນສ້າງຜົນກໍາໄລ ໃຫ້ບັນລຸເປົ້າໝາຍທີ່ວາງໄວ້ ເພື່ອປະກອບສ່ວນໃນການສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ ໂດຍໄປຕາມຄໍາຂວັນຂອງທະນາຄານຮ່ວມພັດທະນາ “ເຕີບໃຫຍ່ໄປພ້ອມກັນ”
(ຂ່າວ-ພາບ: ຄໍາຕົ້ນ ວໍລະຈັກ)

ຄໍາເຫັນ