ກຳລັງເຈົ້າໜ້າທີ່ຫຼາຍກວ່າ 2 ພັນສະຫາຍ ປ້ອງກັນຄວາມເປັນລະບຽບງານບຸນນະມັດສະການພະທາດຫຼວງ

ກຳລັງເຈົ້າໜ້າທີ່ຫຼາຍກວ່າ 2 ພັນສະຫາຍ ປ້ອງກັນຄວາມເປັນລະບຽບງານບຸນນະມັດສະການພະທາດຫຼວງ

ກຳລັງເຈົ້າໜ້າທີ່ຫຼາຍກວ່າ 2 ພັນສະຫາຍ ປ້ອງກັນຄວາມເປັນລະບຽບງານບຸນນະມັດສະການພະທາດຫຼວງ
ອະນຸກຳມະການປ້ອງກັນງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງ-ຈໍາໜ່າຍສິນຄ້າ ປະຈຳປີ ພ.ສ 2568 (ຄ.ສ 2025) ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025, ອະນຸກຳມະການປ້ອງກັນງານບຸນດັ່ງກ່າວ ໄດ້ສ້າງແຜນການຈັດວາງກຳລັງປ້ອງກັນ ຈຳນວນ 2,015 ສະ ຫາຍ, ໂດຍແບ່ງອອກເປັນ 2 ຈຸໃຫຍ່ ຄື: ປະຈຳຢູ່ໃນງານບຸນພະທາດຫຼວງ ແລະ ສູນການຄ້າລາວ-ໄອເຕັກ ເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບ ຮ້ອຍພາຍໃນງານ.

 

 

ກຳລງເຈາໜາທຫາຍກວາ 2 ພນສະຫາຍ ປອງກນຄວາມເປນລະບຽບງານບນນະມດສະການພະທາດຫວງ - image 1
 

ທ່ານ ພົນຈັດຕະວາ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ຕາງໜ້າອະນຸກຳມະການປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງ-ຈໍາໜ່າຍສິນຄ້າ ປະຈຳປີ 2025 ໄດ້ຖະແຫຼງຂ່າວ ໃນວັນທີ 21 ຕຸລາ ຜ່ານມາ ວ່າ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນພັນທະ, ໜ້າທີ່ຂອງທົ່ວປວງຊົນ. ໃນນີ້, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນເຈົ້າການຈັດຕັ້ງປະຕິບັດ ເມື່ອໄດ້ຮັບການມອບໝາຍ, ອະນຸກຳມະການພວກເຮົາ ໄດ້ມີຂໍ້ຕົກລົງແຕ່ງຕັ້ງກອງເລຂາຊ່ວຍວຽກ ແລະ ໄດ້ສ້າງແຜນການຈັດວາງກຳລັງປ້ອງກັນ ຈຳນວນທັງໝົດ 2,015 ສະຫາຍ, ໂດຍແບ່ງອອກເປັນ 2 ຈຸໃຫຍ່ ຄື: ປະຈຳຢູ່ໃນງານບຸນພະທາດຫຼວງ ແລະ ສູນການຄ້າລາວ-ໄອເຕັກ. ເພື່ອຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນງານດັ່ງກ່າວ ແລະ ໄດ້ຈັດກຳລັງຕຳຫຼວດຈະລາຈອນ ລົງປະຈຳຈຸດ (ທາງຄົບ-ທາງແຍກ), ປະຈຳປ້ອມ, ເພື່ອລະບາຍການສັນຈອນ, ຕັ້ງຈຸດກວດກາຢູ່ເຂດຊາຍແດນ ຫຼື ປະຕູເຂົ້າ-ອອກນະຄອນຫຼວງ. ນອກນັ້ນ, ຍັງຈັດຕັ້ງກໍາລັງປະຈຳການ ຢູ່ບັນດາຫ້ອງ ແລະ ກອງບັນຊາການ ປກສ 9 ຕົວ ເມືອງ ເພື່ອກຽມພ້ອມແກ້ໄຂກໍລະນີສຸກເສີນ.

ໂອກາດນີ້, ທ່ານ ພົນຈັດຕະວາ ບົວພັນ ຟອງມະນີ ຍັງໄດ້ຮຽກຮ້ອງເຖິງປະຊາຊົນ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ຊາວຄ້າ-ຂາຍ ລວມທັງຊາວຕ່າງປະເທດ ຈົ່ງພ້ອມກັນປະຕິບັດຕາມກົດລະບຽບ ທີ່ຄະນະກຳມະການຈັດງານບຸນວາງອອກຢ່າງເຂັ້ມງວດ ເປັນຕົ້ນແມ່ນຕ້ອງມີຄວາມຮັບຜິດຊອບຕໍ່ຕົນເອງ, ຕໍ່ບຸກຄົນອ້ອມຂ້າງ, ຮັກສາວັດຖຸ-ຊັບສິນຂອງຕົນບໍ່ໃຫ້ຕົກເຮ່ຍເສຍຫາຍ, ບໍ່ຈອດລົດຢູ່ບ່ອນເປົ່າປ່ຽວ ແລະ ບໍ່ຄວນເອົາຊັບສິນ, ເງິນຄຳຈຳນວນຫຼາຍປະໄວ້ຢູ່ໃນລົດ ເພື່ອປ້ອງກັນບໍ່ໃຫ້ຄົນບໍ່ດີລັກຊັບ ກໍຄື ການທຸບແວ່ນລົດ ແລ້ວລັກເອົາວັດຖຸມີຄ່າຂອງທ່ານໄປ ແລະ ກ່ອນຈະອອກຈາກເຮືອນ ຫຼື ສະຖານທີ່ພັກອາໄສ ຕ້ອງໄດ້ກວດກາໄຟຟ້າ, ປັກສຽບ ຫຼື ບ່ອນແຕ່ງກິນ, ການໄຕ້ທູບ- ທຽນບູຊາ, ໃຫ້ມີຄວາມຮັບປະກັນ ບໍ່ໃຫ້ມີເຫດອັກຄີໄພເກີດຂຶ້ນ ແລະ ດີແທ້ໃຫ້ມີຄົນເຝົ້າເຮືອນ ເພື່ອປ້ອງກັນເຫດການບໍ່ດີ ຫຼື ປ້ອງກັນບໍ່ໃຫ້ພວກຄົນບໍ່ດີສວຍໂອກາດໄປກໍ່ເຫດງັດແງະລັກຊັບຢູ່ເຮືອນຂອງທ່ານ.

ສ່ວນການເດີນທາງ ຜູ້ຂັບຂີ່ລົດ ຕ້ອງມີສະຕິ, ກຽມເອກະສານລົດ, ໃບຂັບຂີ່ຍານພາຫະນະ ຢ່າງຄົບຖ້ວນ, ຜູ້ຂັບຂີ່ລົດຈັກຕ້ອງໄດ້ໃສ່ໝວກກັນກະທົບ ທັງຜູ້ຂັບລົດ ແລະ ຜູ້ທີ່ຂີ່ຊ້ອນທ້າຍ, ການມາທ່ຽວຫຼິ້ນໃນງານບຸນຕ້ອງມີສະຕິຮັກສາເຄື່ອງຂອງໃຫ້ດີ, ການພາຍຖົງຕ້ອງພາຍບ່ຽງ ມາທາງດ້ານໜ້າ ເພື່ອປ້ອງກັນບໍ່ໃຫ້ພວກມິດຊາຊີບລ່ວງກະເປົາ ຫຼື ແຫກກະເປົາລັກເອົາຊັບສິນຂອງທ່ານ ແລະ ຖ້າມີລູກຫຼານມາທ່ຽວໃນງານບຸນຕ້ອງຂຽນຊື່, ເບີໂທລະສັບຂອງຜູ້ປົກຄອງ ຫຼື ເບີໂທຂອງຜູ້ເປັນພໍ່ແມ່ ແລ້ວໃສ່ໃນຖົງຜູ້ເປັນລູກຫຼານ, ເວລາພັດຫຼົງກັນຈຶ່ງສະດວກໃຫ້ແກ່ເຈົ້າໜ້າທີ່ ໃນການປະສານຫາຜູ້ປົກຄອງ ມາຮັບເອົາລູກຫຼານຂອງຕົນ. ນອກຈາກນີ້, ຫ້າມນຳເອົາອາວຸດ, ທາດແຕກ, ທາດລະເບີດ, ໝາກກະໂພກ, ບັ້ງໄຟດອກ,ໂຄມໄຟລອຍ ແລະ ວັດຖຸສິ່ງທີ່ຕ້ອງຫ້າມອື່ນໆ ເຂົ້າໄປໃນງານບຸນ ຍົກເວັ້ນສະເພາະເຈົ້າໜ້າທີ່ປ້ອງກັນ, ຖ້າບຸກຄົນ, ນິຕິບຸກຄົນໃດ ມີຄວາມຕ້ອງການນຳໃຊ້ໂດຣນ ເພື່ອບິນຖ່າຍພາບມູມສູງ ຕ້ອງໄດ້ມາລົງທະບຽນ ຫຼື ຂໍອະນຸຍາດນຳອະນຸກຳມະການຈັດງານບຸນ ເພື່ອພິຈາລະນາ. ການມາທ່ຽວຫຼິ້ນໃນງານບຸນ ຂໍໃຫ້ທຸກທ່ານທ່ຽວຊົມດ້ວຍຄວາມເບີກບານມ່ວນຊື່ນ, ພ້ອມທັງຮັກສາໄດ້ວັດທະນະທຳ-ຮີດຄອງ ປະເພນີ ອັນດີງາມຂອງຊາດ ໄວ້ໃຫ້ໝັ້ນຄົງຕະຫຼອດໄປ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ກອງປະຊຸມຮັບຮອງດ້ານຫຼັກການ ວິໄສທັດ ຮອດປີ 2035, ຍຸດທະສາດການພັດທະນາ ຮອດປີ 2030 ແລະ ແຜນພັດທະນາອົງການກວດສອບແຫ່ງລັດ ຮອດປີ 2026 ໄດ້ຈັດຂັ້ນໃນວັນທີ 7 ພະຈິກນີ້, ທີ່ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ບຸນເລີດ ເທບວົງສາ ຮອງປະທານອົງການກວດສອບແຫ່ງລັດ ,ທ່ານ ໂທມັດສ ລາມມາຣ໌ ອຸປະທູດ ປະເທດລຸກຊໍາບວກ, ທ່ານ ໂຣເບີດ ເດິ ວາຮາ ຜູ້ຕາງໜ້າປະຈໍາການຫ້ອງການອາຊີ-ວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ
ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ໃນຕອນແລງ ວັນທີ 6 ພະຈິກ 2025 ທີ່ ກະຊວງການຕ່າງປະເທດໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານກວດກາຄັ້ງທີ Vໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ພົງສະຫວັນ ສີສຸລາດ ຄະນະປະຈໍາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ອົງການກວດສອບແຫ່ງລັດ, ອົງການໄອຍະການປະຊາຊົນສຸງສຸດ, ຫົວໜ້າກົມ, ຮອງກົມ ແລະ ຜູ້ຕາງໜ້າຈາກບັນດາກົມ ຂອງກະຊວງການຕ່າງປະເທດ ແລະ ນັກສໍາມະນາກອນ ເຂົ້າຮ່ວມ
ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ໂອກາດຈັດກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ແຂວງສະຫວັນນະເຂດ ເປັນຈຸດທີ 2 ພາຍຫຼັງຈັດຢູ່ນະຄອນຫຼວງວຽງຈັນ; ຄະນະຜູ້ແທນກອງປະຊຸມໄດ້ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ
ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ການນໍາຂັ້ນສູງ ຕິດຕາມ ຊົມການຝຶກຊ້ອມໃຫຍ່ການສວນສະໜາມ ກ້ອນກໍາລັງ ປກຊ- ປກສ

ການນໍາຂັ້ນສູງ ຕິດຕາມ ຊົມການຝຶກຊ້ອມໃຫຍ່ການສວນສະໜາມ ກ້ອນກໍາລັງ ປກຊ- ປກສ

ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານ ປກຊ-ປກສ, ທ່ານ ພົທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະນໍາກະຊວງ, ກົມໃຫຍ່, ຫ້ອງວ່າການ, ອະນຸກໍາມະການ, ຄະນະຄູຝຶກ ໄດ້ເຄື່ອນໄຫວຕິດຕາມ ແລະ ຊົມການສະແດງ ການຝຶກຊ້ອມສວນສະໜາມຂອງກ້ອນກໍາລັງສວນສະໜາມ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ທີ່ປະສານສົມທົບຮ່ວມການຝຶກຊ້ອມໃຫ່ຍ ຢູ່ວິທະຍາຄານນາຍທະຫານບົກກົມມະດໍາ ໃນວັນທີ 6 ພະຈິກ 2025.
ເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21

ເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21 ໄລຍະທີ 2 ເລີ່ມແຕ່ຕີນພູແດນເມືອງ ບ້ານໂພນມຸງຄຸນ ເມືອງບໍລິຄັນ ຫາ ບ້ານທ່າສີ ເລີ່ມແຕ່ ກິໂລແມັດທີ (ກມ) 25+000 ຫາ ກມ 81+000 ເມືອງບໍລິຄັນ ແຂວງບໍລິຄໍາໄຊ ລວງຍາວ 56 ກມ ແລະ ເສັ້ນທາງຫຼວງແຫ່ງຊາດ ເລກ 1D ແຕ່ 3 ແຍກທາງເລກທີ 21 ບ້ານທ່າສີ ຫາ ຊາຍແດນແຂວງໄຊສົມບູນ (ເລີ່ມແຕ່ ກມ 145+000 ຫາ ກມ 146+100) ລວງຍາວ 1,10 ກມ ເພື່ອສຶກສາ ສໍາຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດ ເລກທີ 21 ຊ່ວງທີ 2 ແລະ ທາງເລກ 1D ລະຫວ່າງອົງການປົກຄອງແຂວງບໍລິຄໍາໄຊ, ຕາງໜ້າໂດຍ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ບໍລິສັດ ພີເອັສແອວ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ຮ່ວມກັບ ບໍລິສັດ AVIC-INTL Project Engineering Company ໄດ້ຈັດຂຶ້ນໃນວັນທີ 5 ພະຈິກ 2025 ທີ່ຫ້ອງປະຊຸມ ໂຮງແຮມສຸນັນທາ ເມືອງປາກຊັນ ໂດຍໃຫ້ກຽດເຂົ້າຮ່ວມພິທີຂອງ ທ່ານ ບຸນລ້ຽງ ດວງສະເພົາທອງ ຄະນະປະຈຳພັກແຂວງ ຫົວໜ້າພະແນກການເງິນແຂວງ, ບໍລິສັດ, ມີຕາງໜ້າການນໍາຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຊາວກະສິກອນທົ່ວເມືອງຄົງເຊໂດນ ເກັບກ່ຽວເຂົ້ານາປີສຳເລັດ 85%

ຊາວກະສິກອນທົ່ວເມືອງຄົງເຊໂດນ ເກັບກ່ຽວເຂົ້ານາປີສຳເລັດ 85%

ການເກັບກ່ຽວມຽ້ນມັດເຂົ້ານາປີຂອງຊາວກະສິກອນ ເມືອງຄົງເຊໂດນ ແຂວງສາລະວັນ ມາຮອດປັດຈຸບັນສຳເລັດແລ້ວ 85%, ທ່ານ ບົວສອນ ຈັນດາວົງ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຄົງເຊໂດນ ໄດ້ລາຍງານໃຫ້ຮູ້ວ່າ: ໃນທົ່ວເມືອງ ມີເນື້ອທີ່ທັງໝົດ 16,854 ເຮັກຕາ, ເນື້ອທີ່ສາມາດເກັບກ່ຽວໄດ້ຕົວຈິງ 12,456 ເຮັກຕາ, ຜົນຜະລິດສະເລ່ຍໄດ້ 3,7 ໂຕນຕໍ່ເຮັກຕາ, ທຽບໃສ່ປີຜ່ານມາ ແມ່ນຫຼຸດຄາດໝາຍ ເນື່ອງຈາກມີຫຼາຍສາເຫດ ເປັນຕົ້ນ: ເກີດໄພພິບັດນໍ້າຖ້ວມ ໃນໄລຍະເຂົ້າທີ່ກຳລັງເຕີບ, ໄລຍະເກັບກ່ຽວ. ນອກຈາກນັ້ນ, ຍັງມີສັດຕູພືດແມງໄມ້ທໍາລາຍ.
ເປີດຊຸດຝຶກອົບຮົມ ການເຜີຍແຜ່ວຽກງານປົກປັກຮັກສາປ່າໄມ້

ເປີດຊຸດຝຶກອົບຮົມ ການເຜີຍແຜ່ວຽກງານປົກປັກຮັກສາປ່າໄມ້

ການຝຶກອົບຮົມວຽກງານປົກປັກຮັກສາປ່າໄມ້ ແລະ ສິ່ງແວດລ້ອມ ພາຍໃຕ້ໂຄງການ ພູມີທັດ ແລະ ຊີວິດການເປັນຢູ່ໃນ ສປປ ລາວ ຫຼື LLL ພາຍໃຕ້ການຄຸ້ມຄອງຂອງກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ ວິທະຍຸກະຈາຍສຽງແຫ່ງຊາດລາວ
ງານບຸນນະມັດສະການພະທາດຫຼວງວຽງຈັນປີນີ້ ມວນຊົນຮ່ວມຮັກສາໄດ້ຮີດຄອງປະເພນີ

ງານບຸນນະມັດສະການພະທາດຫຼວງວຽງຈັນປີນີ້ ມວນຊົນຮ່ວມຮັກສາໄດ້ຮີດຄອງປະເພນີ

ເພື່ອໃຫ້ໝົດທຸກຊັ້ນຄົນພາຍໃນຊາດໄດ້ຮັບຮູ້ ແລະ ມີຄວາມເອກອ້າງທະນົງໃຈໃນຄວາມເປັນຊາດລາວ ຊຶ່ງສະແດງອອໃນການນຸ່ງຖືທີ່ມີເອກະລັກຮັກສາໄດ້ວັດທະນະທໍາຂອງຊາດ ທັງເປັນການສືບຕໍ່ອະນຸລັກປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທໍາອັນຍອດຍິ່ງໃຫ້ຄົງຢູ່ຄູ່ຄົນລາວ, ຊາດລາວ, ຊາວນະຄອນຫຼວງວຽງຈັນ ກໍຄືຊາວພຸດຕະຫຼອດໄປ.
ເພີ່ມເຕີມ