![]() |
ທ່ານ ສະເຫຼີມໄຊ ຄຳພູມີ ຮອງປະທານກຳມະບານຮາກຖານສານປະຊາຊົນແຂວງ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານຂະບວນການແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2025 ໃນໄລຍະຜ່ານມາ ຊຶ່ງມີການເຄື່ອນໄຫວດ້ວຍຄວາມຫ້າວຫັນ, ໜັກແໜ້ນທາງດ້ານການເມືອງ, ຫຼັກໝັ້ນຕໍ່ການຊີ້ນຳ-ນຳພາ ແລະ ມີຄວາມຕື່ນຕົວໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໄດ້ຮັບໝາກຜົນຕາມລະດັບຄາດໝາຍທາງວາງໄວ້. ສາມາດຍາດໄດ້ຜົນງານຫຼາຍດ້ານຄື: ເປັນເຈົ້າຝຶກຝົນຫຼໍ່ຫຼອມທາງດ້ານການເມືອງ- ແນວຄິດ ປະຕິບັດໄດ້ 91% , ເປັນເຈົ້າການປະຕິບັດກົດ ໝາຍ ແລະ ລະບຽບການຂອງລັດ ປະຕິບັດໄດ້ 93%, ເປັນເຈົ້າການພັດທະນາຕົນເອງ ແລະ ການຈັດຕັ້ງໃຫ້ເຕີບໃຫຍ່ເຂັ້ມແຂງ ປະຕິບັດໄດ້ 92%, ເປັນເຈົ້າການປົກປ້ອງສິດ ແລະ ສິດຜົນປະໂຫຍດອັນຊອບທຳຂອງຜູ້ແຮງງານ ປະຕິບັດໄດ້ 92% ແລະ ເປັນເຈົ້າການປະຕິບັດ ໜ້າທີ່ວິຊາສະເພາະ ຢ່າງປະດິດສ້າງ ປະຕິບັດໄດ້ 92%, ເອົາໃຈໃສ່ຂົນຂວາຍ ຂະຫຍາຍການຈັດຕັ້ງ ແລະ ສະມາຊິກກຳມະບານຢູ່ໃນຂົງເຂດວຽກງານທີ່ຕົນຮັບຜິດຊອບໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ, ກໍ່ສ້າງສະມາຊິກກຳມະບານໃຫ້ມີຄວາມເຂັ້ມແຂງ ກາຍເປັນພະນັກງານສືບທອດປ່ຽນແທນ, ຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ພະນັກງານເປັນປົກກະຕິ, ໄດ້ຮັບສຳນວນຄະດີທັງໝົດ 118 ເລື່ອງ, ແກ້ໄຂແລ້ວ 71 ເລື່ອງ, ຢູ່ໃນຂັ້ນຕອນການດຳເນີນຄະດີ 46 ເລື່ອງ ແລະ ໄດ້ເຮັດໃບແຈ້ງໃຫ້ຜູ້ມາຮັບໃຊ້ບໍລິການ ຈຳນວນ 250 ໃບ ແລະ ໜ້າວຽກອື່ນໆ ກໍໄດ້ຮັບຜົນສຳເລັດ.
![]() |
ຜ່ານການກວດກາປະເມີນຜົນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງ ໄດ້ຄັດເລືອກສະມາຊິກຳມະບານໄດ້ 5 ເປັນເຈົ້າປະຈໍາປີ 2025 ມີຈຳນວນ 25 ຄົນ ຍິງ 9 ຄົນ ເທົ່າກັບ 100%, ກຳມະບານຮາກຖານສາມາດຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນໄດ້ 91% ແລະ ໄດ້ຢັ້ງຢືນເປັນກຳມະບານ ຮາກຖານ 5 ເປັນເຈົ້າປະຈໍາປີ 2025.
ໃນພິທີ ໄດ້ຜ່ານຂໍ້ຕົກລົງການຢັ້ງຢືນຂະບວນການແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2025 ຂອງສະມາຊິກກຳມະບານຮາກຖານ, ມອບຫຼຽນ ແລະ ໃບຍ້ອງຍໍໃຫ້ກຳມະບານສານປະຊາຊົນແຂວງ ພ້ອມທັງຜ່ານຂໍ້ແຂ່ງຂັນ ແລະ ຈັບມືແຂ່ງຂັນກັນຢ່າງເປັນຂະບວນ.
![]() |
(ພາບ- ຂ່າວ: ທິດລານີ ໂຄດໂຍທາ)



ຄໍາເຫັນ