ກອງປະຊຸມສຳມະນາວິທະຍາສາດສາກົນ

ການຮ່ວມມືພາກພື້ນເພື່ອໂຕ້ຕອບການປ່ຽນແປງຂອງສະພາບດິນຟ້າອາກາດຢູ່ ສປປ ລາວ, ສສ ຫວຽດນາມ, ຣາຊະອານາຈັກກຳປູເຈຍ ແລະ ສ ເກົາຫຼີ

ການຮ່ວມມືພາກພື້ນເພື່ອໂຕ້ຕອບການປ່ຽນແປງຂອງສະພາບດິນຟ້າອາກາດຢູ່ ສປປ ລາວ, ສສ ຫວຽດນາມ, ຣາຊະອານາຈັກກຳປູເຈຍ ແລະ ສ ເກົາຫຼີ
ໃນວັນທີ 26 ກັນຍານີ້ທີ່ນະຄອນຫຼວງວຽງຈັນ. 4 ສະຖາບັນໄດ້ເປີດກອງປະຊຸມສຳມະນາວິທະຍາສາດສາກົນຂຶ້ນ, ພາຍໃຕ້ຫົວຂໍ້ “ການຮ່ວມມືພາກພື້ນເພື່ອໂຕ້ຕອບການປ່ຽນແປງຂອງສະພາບດິນຟ້າອາກາດຢູ່ ສປປ ລາວ,

ສສ ຫວຽດນາມ, ຣາຊະອານາຈັກກຳປູເຈຍ ແລະ ສ ເກົາຫຼີ” ຊຶ່ງເປັນກຽດ ເຂົ້າຮ່ວມກອງປະຊຸມນຳໂດຍ ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະພັກ ປະທານສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດລາວ, ສະຖາບັນສິ່ງແວດລ້ອມ ສ ເກົາຫຼີ ນຳໂດຍ ທ່ານ ຈາງ ຮຸນ ລີ ຮອງປະທານສະຖາບັນສິ່ງແວດລ້ອມ ສ ເກົາຫຼີ(KEI), ສະຖາບັນວິທະຍາສາດ ສັງຄົມຫວຽດນາມ ນຳໂດຍ ທ່ານ ຮສ ປອ ຕ້າ ມິ່ງ ຕວັນ ຮອງປະທານສະຖາບັນວິທະຍາສາດ ສັງຄົມຫວຽດນາມ(VASS), ຣາຊະບັນດິດສະພາແຫ່ງຣາຊະອານາຈັກກຳປູເຈຍ ນຳໂດຍ ທ່ານ ບັນດິດ ໂສກໂຕ້ຍ ປະທານຣາຊະບັນດິດສະພາແຫ່ງຣາຊະອານາຈັກກຳປູເຈຍ(RAC), ມີຜູ້ຕາງໜ້າຈາກບັນດາກະ ຊວງ-ອົງການ,ຂະແໜງການຕ່າງໆ ບັນດານັກວິທະຍາສາດຂອງ 4 ສະຖາບັນ, ຜູ້ຕາງໜ້າຈາກອົງການ ສະຫະປະຊາຊາດເພື່ອການພັດທະນາ(UNDP) ປະຈຳ ສປປ ລາວ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວ ຂ້ອງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ມີຈຸດປະສົງເພື່ອສ້າງເວທີສົນທະນາແລກປ່ຽນບົດຮຽນກ່ຽວກັບແຜນຍຸດທະສາດ ແຫ່ງຊາດ, ລົງເລິກສົນທະນາເພື່ອສ້າງຄວາມເຂົ້າໃຈ ກ່ຽວກັບຜົນກະທົບທາງດ້ານເສດຖະກິດ-ສັງຄົມ ແລະ ພ້ອມກັນຄົ້ນຄວ້າແນວທາງແກ້ໄຂ ໃນແຕ່ລະຂະແໜງການ ແລະ ການຮ່ວມມືສາກົນ ເພື່ອຮັບມືກັບ ການປ່ຽນແປງດິນຟ້າອາກາດແລະ ເພື່ອເປັນການຊຸກຍູ້ຄວາມຮັບຜິດຊອບໃນຄວາມພະຍາຍາມຮ່ວມມື ກັນຈາກທຸກປະເທດທີ່ເຂົ້າຮ່ວມ; ພ້ອມນັ້ນ, ຍັງໄດ້ເກັບກຳບັນດາຄຳຄິດຄຳເຫັນຈາກນັກຊ່ຽວຊານ ແລະ ປະສົບການຂອງ ສ ເກົາຫຼີ, ກຳປູເຈຍ, ຫວຽດນາມ ແລະ ລາວ ມາເປັນແນວທາງໃນການສ້າງແຜນຍຸດທະສາດທີ່ມີປະສິດທິພາບ ເພື່ອຫຼຸດຜ່ອນ ແລະ ສາມາດປັບຕົວເຂົ້າກັບສະພາບແວດລ້ອມຈາກຜົນກະທົບ ການປ່ຽນແປງຂອງດິນຟ້າອາກາດ ທີ່ສາມາດຮັບປະກັນຄວາມຍືນຍົງ ແລະ ຍືດດຍຸ່ນ ຂອງສັງຄົມໃນອະນາ ຄົດ.
ທ່ານ ກອງແກ້ວ ໄຊສົງຄາມ ປະທານກອງປະຊຸມ ໄດ້ສະເໜີວ່າ: ກອງປະຊຸມຄັ້ງນີ້ເປັນກອງປະ ຊຸມທີ່ 4 ສະຖາບັນພ້ອມກັນຈັດຕັ້ງຂຶ້ນເພື່ອເປັນເວທີສົນທະນາແລກປ່ຽນບົດຮຽນ ແລະ ຄຳຄິດຄຳເຫັນທາງ ດ້ານວິທະຍາສາດຮ່ວມກັນ; ໃນກອງປະຊຸມສຳມະນາວິທະຍາສາດສາກົນປະຈຳປີ 2023 ຜ່ານມາ ທີ່ໄດ້ ຈັດຂຶ້ນ ທີ່ນະຄອນໂຮ່ຈິມິນ ຂອງ ສສ ຫວຽດນາມ ຊຶ່ງທັງ 4 ສະຖາບັນ ກໍໄດ້ມີການສົນທະນາ ປຶກສາຫາລື ແລະ ຕົກລົງເປັນເອກະພາບກັນສືບຕໍ່ຈັດກອງປະຊຸມ 4 ສະຖາບັນປະຈຳປີ 2024 ໂດຍມອບໃຫ້ສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດລາວ ເປັນເຈົ້າພາບ ພາຍໃຕ້ຫົວຂໍ້ຫຼັກ “ການຮ່ວມມືພາກ ພື້ນເພື່ອໂຕ້ຕອບການປ່ຽນແປງ ຂອງສະພາບດິນຟ້າອາກາດ” ແລະ ເຫັນວ່າຫົວຂໍ້ດັ່ງກ່າວ ເປັນຫົວຂໍ້ທີ່ມີຄວາມສຳຄັນຫຼາຍ, ເປັນບັນຫາທີ່ໂລກຂອງພວກເຮົາພວມປະເຊີນໜ້າໃນປັດຈຸບັນ.
ການປ່ຽນແປງ ຂອງສະພາບດິນຟ້າອາກາດ ເປັນບັນຫາທີ່ເຄັ່ງຮ້ອນ, ຮີບດ່ວນ ແລະ ຕ້ອງການ ມີສ່ວນຮ່ວມຂອງທຸປະເທດ ແລະ ທຸກພາກສ່ວນຂອງສັງຄົມເພື່ອຊ່ວຍກັນຫຼຸດຜ່ອນການປ່ຽນແປງສະພາບ ໂລກຮ້ອນ ແລະ ຮັບມືກັບໄພທຳມະຊາດທີ່ອາດຈະເກີດຂຶ້ນຈາກການປ່ຽນແປງ ຂອງສະພາບດິນຟ້າອາ ກາດ ຊຶ່ງ2-3 ອາທິດຜ່ານມາ, ຢູ່ຫຼາຍພື້ນທີ່ ຂອງ ສປປ ລາວ ແລະ ສສ ຫວຽດນາມ ກໍໄດ້ຮັບຜົນກະ ທົບຢ່າງໜັກໜ່ວງຈາກພາຍຸຢາກິ ຊຶ່ງເຮັດໃຫ້ຝົນຕົກໜັກຕໍ່ເນື່ອງ ພາໃຫ້ເກີດໄພນໍ້າຖ້ວມ, ດິນເຊາະເຈື່ອນ, ນໍ້າປ່າໄຫຼຊຸແຮງ ອັນໄດ້ສົ່ງຜົນໃຫ້ເກີດຄວາມເສຍຫາຍ ຕໍ່ຊີວິດ ແລະ ຊັບສິນ, ພື້ນຖານໂຄງລ່າງເສດຖະ ກິດ ແລະ ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນຢ່າງມະຫາສານ; ການປ່ຽນແປງ ຂອງສະພາບດິນຟ້າອາກາດ, ໂດຍສະເພາະແມ່ນການເພີ່ມຂຶ້ນ ຂອງອຸນຫະພູມ(ໂລກຮ້ອນ), ການປ່ຽນແປງປະລິມານນໍ້າຝົນ, ການປ່ຽນແປງລະດູການ, ການເພີ່ມຂຶ້ນຂອງຄວາມຜັນຜວນ ຂອງອາກາດໄດ້ສົ່ງຜົນກະທົບຕໍ່ເສດຖະກິດ, ພື້ນຖານໂຄງລ່າງ, ສຸຂະພາບ ແລະ ການດຳລົງຊີວິດ ຂອງປະຊາຊົນເປັນວົງກວ້າງໃນຂອບເຂດທົ່ວໂລກ.
ກອງປະຊຸມໄດ້ແບ່ງອອກເປັນສາມວາລະຄື: 1 ທ່າອ່ຽງສະພາບການປ່ຽນແປງ ຂອງດິນຟ້າອາກາດ ແລະ ຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ; 2 ການຮັບມືຕໍ່ການປ່ຽນແປງດິນຟ້າອາກາດ-ຍຸດ ທະສາດແຫ່ງຊາດ, ແຜນການ, ນະໂຍບາຍ ແລະ ການຈັດຕັ້ງປະຕິບັດ; 3 ກໍລະນີສຶກສາກ່ຽວກັບວິທີການ ແກ້ໄຂຢູ່ຂະແໜງການຕໍ່ກັບການປ່ຽນແປງ ຂອງສະພາບດິນຟ້າອາກາດ ແລະ ການຮ່ວມມືສາກົນ; ລວມມີ 12 ບົດ ທີ່ຂຶ້ນນຳສະເໜີ, ກອງປະຊຸມດັ່ງກ່າວໄດ້ດຳເນີນເປັນເວລາ 1 ວັນເຕັມ.
(ຂ່າວ-ພາບ: ພວງເພັດ ຈັນທະລີວົງ)

ຄໍາເຫັນ

ຂ່າວການຮ່ວມມື

ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວັກກີ ປະຈໍາລາວ ໄດ້ຈັດງານ ສະ ເຫຼີມສະຫຼອງ (ວັນຊາດ) ວັນປະກາດເອກະລາດສາທາລະນະລັດຕວັກກີ ຄົບຮອບ 102 ປີ ຂຶ້ນໃນວັນທີ 29 ຕຸລາ ຜ່ານມາ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ເປັນກຽດເຂົ້າຮ່ວມໃນພິທີ ໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງ ປະເທດ, ບັນດາທ່ານຮອງລັດຖະມົນຕີ ພ້ອມດ້ວຍແຂກຖືກເຊີນ.
ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ທີ່ເນັ້ນໃສ່ມິດຕະພາບອັນຍາວນານລະຫວ່າງ ລາວ-ຈີນ ພ້ອມດ້ວຍກິດຈະກຳວັນເປີດບ້ານຮັບແຂກ ໂດຍມີຄຳຂວັນວ່າ “ແສງສະຫວ່າງໄປສູ່ການສຶກສາ, ສ້າງພັນທະມິດແມ່ນ້ຳຂອງ”. ກິດຈະກຳດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 30 ຕຸລາ ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ (CSG); ໃນໂອກາດດັ່ງກ່າວ, ທ່ານ ວັນໄຊ ຕະວິຍານ ອະດີດຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ໄດ້ກ່າວວ່າ: CSG ມີບົດບາດສຳຄັນໃນການສ້າງເສດຖະກິດລາວ ໃຫ້ຂະຫຍາຍຕົວ ແລະ ສົ່ງເສີມການຮ່ວມມືດ້ານພະລັງງານພາກພື້ນ. ກິດຈະກຳຄັ້ງນີ້ ບໍ່ພຽງແຕ່ຊ່ວຍເສີມສ້າງເສັ້ນທາງຄວາມຮ່ວມມືເທົ່ານັ້ນ, ຍັງຊ່ວຍເລິກເຊິ່ງຄວາມເຂົ້າໃຈ ແລະ ພັນທະມິດລະຫວ່າງປະຊາຊົນ ຈີນ-ລາວ ຜ່ານການບອກເລື່ອງ ແລະ ການແລກປ່ຽນວັດທະນະທຳ. ພ້ອມດຽວກັນນັ້ນ ຜົນງານນີ້ໄດ້ນຳໃຊ້ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ເປັນສື່ກາງຊຶ່ງໄດ້ປະກອບສ່ວນໃນການສະທ້ອນຊີວິດການເປັນຢູ່ຂອງປະຊາຊົນ, ເຜີຍແຜ່ແນວທາງນະໂຍບາຍ ແລະ ເຕົ້າໂຮມຄວາມເປັນເອກະພາບ.
ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ການຮ່ວມມືດ້ານການຄ້າລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ອິນໂດເນເຊຍ ກຳລັງກ້າວເຂົ້າສູ່ໂອກາດໃໝ່ທີ່ໜ້າເພິ່ງພໍໃຈ, ພ້ອມດ້ວຍທ່າແຮງທາງການຄ້າທີ່ມີທ່າອ່ຽງເຕີບໂຕສູງ ໂດຍສະເພາະການເປີດຕະຫຼາດສຳລັບສິນຄ້າກະສິກຳ ແລະ ຜະລິດຕະພັນອາຫານແປຮູບຂອງລາວ.
ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ໃນລະຫວ່າງວັນທີ 27-31 ຕຸລານີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ (ອກສລ) ຊຶ່ງນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ) ທີ່ຊາມ ເອວ ແຊັກ ປະເທດ ເອຢິບ. ກອງປະຊຸມຄັ້ງນີ້, ຜູ້ແທນທີ່ມາຈາກບັນດາສະຖາບັນກວດສອບສູງສຸດທົ່ວໂລກຫຼາຍກວ່າ 150 ປະເທດ, ມີຜູ້ແທນຫຼາຍກວ່າ 800 ຄົນເຂົ້າຮ່ວມ ແລະ ໃນພິທີເປີດກອງປະຊຸມອັນມີຄວາມໝາຍຄວາມສໍາຄັນ ໃຫ້ກຽດເຂົ້າຮ່ວມ ແລະ ມີຄຳເຫັນໃນພິທີເປີດກອງປະຊຸມ ໂດຍ ທ່ານ ມູສຕາຟາ ມາດບູລີ (Dr. Mostafa Madbouly) ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດເອຢິບ. ກ່າວຕ້ອນຮັບ ໂດຍທ່ານ ໂມຮາເມດ ເອ ເຟຊໍ ຢູດເຊບ(Mohamed El Faisal Youssef) ປະທານອົງການກວດສອບແຫ່ງລັດ ເອຢິບ ໃນນາມເຈົ້າພາບຈັດກອງປະຊຸມ ແລະ ປະທານອິນໂຕຊາຍຜູ້ຕໍ່ໄປ; ພ້ອມດຽວກັນນັ້ນ, ທ່ານ ນາງ ມາກິດ ກຮາກເກີ (Dr. Margit Kraker) ປະທານສານ (ກວດສອບ ໂອຕຣິດ, ໃນນາມເລຂາທິການ ອິນໂຕຊາຍ ແລະ ທ່ານ ວິຕານ ໂດ ເຣໂກ ຟີໂຮ (Vital do Rego Fiho) ປະທານສານກວດສອບບັນຊີ ເບຣຊິນ ໃນຖານະປະທານ ອິນໂຕຊາຍທີ່ໃກ້ຈະໝົດວາລະກໍມີຄຳເຫັນຕໍ່ກອງປະຊຸມ.
ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ວັນທີ29ຕຸລານີ້,ສະຫາຍຫງວຽນດິ່ງຫວີ໊ງຮອງເລຂາຜູ້ປະຈຳການພັກນະຄອນດາໜັງສສຫວຽດນາມໄດ້ເຄື່ອນໄຫວພົບປະ, ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ, ໂດຍການຕ້ອນຮັບຂອງສະຫາຍດາວວົງພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງພ້ອມຄະນະ ແລະຄະນະນໍາທັງສອງຝ່າຍເຂົ້າຮ່ວມ.
ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 27 ຕຸລາ ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ໂຈ ຮຸນ (Cho Hyun) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ, ໃນໂອກາດຕິດຕາມ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 28 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 28, ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ນິວຊີແລນ ແລະ ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 5.
ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ ຜ່ານມາ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ເລ ຮວາຍ ຈູງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດຕິດຕາມ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ຄະນະນໍາກະຊວງການຕ່າງປະເທດ ເຊັນປຶ້ມໄຫວ້ອາໄລ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ

ຄະນະນໍາກະຊວງການຕ່າງປະເທດ ເຊັນປຶ້ມໄຫວ້ອາໄລ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ

ໃນຕອນເຊົ້າຂອງວັນທີ 28 ຕຸລາ ນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ຮັກສາການລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໃນນາມຕາງໜ້າໃຫ້ແກ່ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລ ເພື່ອສະແດງຄວາມເສົ້າສະຫຼົດໃຈ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ ທີ່ ສະຖານເອກອັກຄະຣາຊະທູດໄທ ປະຈໍາ ລາວ ຊຶ່ງມີເນື້ອໃນດັ່ງລຸ່ມນີ້:
ລາວ-ຫວຽດນາມ ເພີ່ມທະວີການສ້າງບຸກຄະລາກອນວຽກງານສື່ມວນຊົນ

ລາວ-ຫວຽດນາມ ເພີ່ມທະວີການສ້າງບຸກຄະລາກອນວຽກງານສື່ມວນຊົນ

ໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ, ໄດ້ພົບປະເຮັດວຽກກັບ ສະຫາຍ ຟ້າມ ມິງເຊິນ ຫົວໜ້າສະຖາບັນສື່ມວນຊົນ ແລະ ໂຄສະນາຫວຽດນາມ ພ້ອມຄະນະ.
ເພີ່ມເຕີມ