![]() |
ໃນພິທີ, ບັນດາການນຳ ແລະ ຜູ້ເຂົ້າຮ່ວມ ໄດ້ຕັ້ງໃຈຮັບຊົມ ແລະ ຮັບຟັງການຖ່າຍທອດສົດ ການກ່າວສູນທອນພົດ ຂອງການນຳຂັ້ນສູງ ແລະ ຮັບຊົມພາບການເດີນສວນສະໜາມ ອັນຍິ່ງໃຫຍ່ທີ່ຕື່ນຕາຕື່ນໃຈ ຂອງກ້ອນກຳລັງຕ່າງໆ ຊຶ່ງສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງ, ຄວາມຈະເລີນຮຸ່ງເຮືອງ ແລະ ມູນເຊື້ອອັນພິລະອາດຫານຂອງຊາດລາວ ຕະຫຼອດໄລຍະ 50 ປີຜ່ານມາ.
ການເຂົ້າຮ່ວມຮັບຊົມການຖ່າຍທອດສົດໃນຄັ້ງນີ້ ບໍ່ພຽງແຕ່ເປັນການຮ່ວມສະຫຼອງວັນປະຫວັດສາດຂອງຊາດເທົ່ານັ້ນ, ແຕ່ຍັງເປັນການປຸກລະດົມຈິດໃຈຮັກຊາດ, ເຊີດຊູມູນເຊື້ອ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງກອງທັບ ແລະ ປະຊາຊົນບັນດາເຜົ່າ ຊາວແຂວງອຸດົມໄຊ ໃຫ້ສືບຕໍ່ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຮັ່ງມີເຂັ້ມແຂງຍິ່ງໆຂຶ້ນໄປ.
(ພາບ-ຂ່າວ ແສງອາທິດ)

ຄໍາເຫັນ