ໃນກອງປະຊຸມ, ໄດ້ຮັບຟັງການລາຍງານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກຳມະບານຮອບດ້ານໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍສະຫາຍ ບຸນສີ ໃບພະຈັນ ຍົກໃຫ້ເຫັນວ່າ: ທົ່ວເມືອງມີສະມາຊິກກຳມະບານທັງໝົດ 850 ສະຫາຍ ຍິງ 480 ສະຫາຍ, ມີກຳມະບານຮາກຖານ 33 ຮາກຖານ, ມີ 74 ໜ່ວຍ. ໃນ 1 ປີຜ່ານມາ ໄດ້ຮັບເງິນບຳລຸງຈາກຮາກຖານ, ກົມກອງອ້ອມຂ້າງເມືອງຈຳນວນ 19 ລ້ານກວ່າກີບ, ມີຍອດຍົກມາ 1 ລ້ານກີບ; ວຽກງານກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ (ກຊກ) ເມືອງມາຮອດປັດຈຸບັນໄດ້ຮັບເງິນ ກຊກ ທັງໝົດ 7 ລ້ານກວ່າກີບ, ລວມເງິນທັງໝົດ (ທັງຍອດຍົກມາຈາກປີກ່ອນ 8 ລ້ານ 8 ແສນກວ່າກີບ). ກອງທຶນ ກຊກ ແຂວງ ປັດຈຸບັນມີສະມາຊິກທັງໝົດ 1,227 ຄົນ ຍິງ 691 ຄົນ, ໄດ້ຮັບເງິນກອງທຶນຈາກສະມາຊິກໃນປີ 2025 ທັງໝົດ 612 ລ້ານກວ່າກີບ, ຈ່າຍນະໂຍບາຍຕໍ່ຜູ້ເກີດສິດເສຍຊີວິດເປັນເງິນ 530 ລ້ານກີບ. ໃນນີ້, ຍັງຄ້າງຈ່າຍຜູ້ເກີດສິດຈຳນວນ 20 ສົບ ເປັນເງິນ 700 ລ້ານກີບ; ຍອດຍັງເຫຼືອໃນຄັງປັດຈຸບັນມີ 66 ລ້ານກວ່າກີບ. ໃນນີ້, ສະມາຊິກໄດ້ຄ້າງເງິນມີຈຳນວນທັງໝົດ 681 ລ້ານກວ່າກີບ.
ສະຫາຍ ນາງ ສາຍສະໝອນ ຄຳພາປັດ ໄດ້ໃຫ້ທິດຊີ້ນຳ ແລະ ເນັ້ນໜັກບາງວຽກທີ່ຈະຕ້ອງໄດ້ສຸມໃສ່ເປັນຕົ້ນ: ວຽກງານການເມືອງ-ແນວຄິດ ໃຫ້ແຕ່ລະສະຫາຍສະມາຊິກກຳມະບານຕ້ອງໄດ້ສືບຕໍ່ເປັນເຈົ້າການ ໃນການຄົ້ນຄວ້າ, ເຊື່ອມຊືມ, ກຳແໜ້ນແນວທາງນະໂຍບາຍ, ມະຕິ, ຄຳສັ່ງ, ກົດລະບຽບພັກ ແລະ ກົດໝາຍຂ້ອງລັດ ແລະ ມີຄວາມສາມັກຄີເປັນເອກະພາບພາຍໃນ; ປັບປຸງໃຫ້ການຈັດຕັ້ງກຳມະບານເຂັ້ມແຂງ ໝາຍຄວາມວ່າຕ້ອງໄດ້ມີການຍົກລະດັບຄວາມຮູ້ທັງພາຍໃນ ແລະ ຕ່າງປະເທດ, ຮຽນຮູ້ດ້ວຍຕົນເອງ ເພື່ອໃຫ້ທ່ວງທັນກັບຍຸກສະໃໝ່; ວຽກງານຂະບວນການ ແມ່ນໃຫ້ມີການປະເມີນໂດຍສຸມໃສ່ຂໍ້ແຂ່ງຂັນ 5 ເປັນເຈົ້າ ເລົ່ານີ້ເປັນຕົ້ນ.
(ຂ່າວ--ພາບ: ພຸດທະສິນ ວົງວິໄລທອງ)
ຄໍາເຫັນ