ການນຳ ສສກ ໂອ້ລົມທັບນັກກິລາລາວ ກ່ອນເຂົ້າຮ່ວມງານກິລາເອຊຽນເກມ ຄັ້ງທີ 20 ທີ່ປະເທດຍີ່ປຸ່ນ

ການນຳ ສສກ ໂອ້ລົມທັບນັກກິລາລາວ ກ່ອນເຂົ້າຮ່ວມງານກິລາເອຊຽນເກມ ຄັ້ງທີ 20 ທີ່ປະເທດຍີ່ປຸ່ນ

ການນຳ ສສກ ໂອ້ລົມທັບນັກກິລາລາວ ກ່ອນເຂົ້າຮ່ວມງານກິລາເອຊຽນເກມ ຄັ້ງທີ 20 ທີ່ປະເທດຍີ່ປຸ່ນ
ກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມປະຖົມນິເທດເຜີຍແຜ່ຂໍ້ມູນການເດີນທາງໃຫ້ປະທານສະຫະພັນກິລາແຫ່ງຊາດລາວ, ຄະນະນຳ, ຄູຝຶກ ແລະ ນັກກິລາທີມຊາດລາວ ເພື່ອກະກຽມຄວາມພ້ອມເຂົ້າຮ່ວມງານມະຫາກຳກິລາທົ່ວທະວີບອາຊີ ຫຼື “ເອຊຽນເກມ ຄັ້ງທີ 20” ທີ່ປະເທດຍີ່ປຸ່ນຮັບກຽດເປັນເຈົ້າພາບ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 19 ກັນຍາ ຫາ ວັນທີ 4 ຕຸລາ 2026 ນີ້.
ການນຳ ສສກ ໂອລມທບນກກລາລາວ ກອນເຂາຮວມງານກລາເອຊຽນເກມ ຄງທ 20 ທປະເທດຍປນ - image 1
 

 

ພິທີດັ່ງກ່າວໄດ້ມີຂຶ້ນໃນວັນທີ 9 ກັນຍາຜ່ານມາ, ທີ່ຫ້ອງປະຊຸມໃຫຍ່ຕຶກເຈົ້າອານຸວົງ ກະຊວງ ສສກ ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມໂດຍທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ທັງເປັນຫົວໜ້າຄະນະນັກກິລາລາວ.

ໃນພິທີໄດ້ຮັບຟັງການລາຍງານຂອງທ່ານ ບຸນຍະແສງ ນະຊຽງຄຳ ຫົວໜ້າພະແນກກວດກາ, ຕິດຕາມ ແລະ ປະເມີນຜົນ ກົມກິລາລະດັບສູງ ທັງເປັນຮອງຫົວໜ້າຄະນະນັກກິລາລາວ ກ່ຽວກັບການແນະນຳລະອຽດເລື່ອງລະບຽບການເຂົ້າຮ່ວມ, ຕາຕະລາງການເດີນທາງຂອງແຕ່ລະປະເພດກິລາ, ລະບຽບດ້ານການກວດຄົນເຂົ້າເມືອງ (ການໃຊ້ບັດ AD Card / Pre-validated Cards), ຂໍ້ກຳນົດກ່ຽວກັບສະຖານທີ່ພັກເຊົາ (Villas, Cruise Ship ແລະ ໂຮງແຮມ), ການບໍລິການອາຫານການກິນ, ລວມທັງມາດຕະການຄວາມປອດໄພ ແລະ ຂໍ້ຫ້າມຕ່າງໆ ຕາມລະບຽບການຂອງປະເທດເຈົ້າພາບ.

ການນຳ ສສກ ໂອລມທບນກກລາລາວ ກອນເຂາຮວມງານກລາເອຊຽນເກມ ຄງທ 20 ທປະເທດຍປນ - image 2
 

ໂອກາດນີ້, ທ່ານ ສີຈັນ ຈິດຕະປັນຍາ ໄດ້ເນັ້ນໜັກໃຫ້ຄະນະນຳ, ຄູຝຶກ ແລະ ນັກກິລາທຸກທ່ານ ຍົກສູງຄວາມຮັບຜິດຊອບທາງການເມືອງ, ຮັກສາລະບຽບວິໄນຢ່າງເຂັ້ມງວດ, ເອົາໃຈໃສ່ຮັກສາສຸຂະພາບ ແລະ ຄວາມປອດໄພໃນລະຫວ່າງການເດີນທາງ ພ້ອມທັງຕັ້ງໜ້າຝຶກຊ້ອມ ແລະ ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຊອບສູງ ຕາງໜ້າໃຫ້ປະເທດຊາດ ເພື່ອສ້າງຜົນງານ ແລະ ຍາດແຍ່ງເອົາໄຊຊະນະມາສູ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າໃຫ້ມີຄວາມພາກພູມໃຈ.

ໃນພິທີໄດ້ມອບບັດ AD Card (Accreditation Card) ໃຫ້ຄະນະນັກກິລາທີມຊາດລາວ ພ້ອມທັງເປີດໂອກາດໃຫ້ພາກສ່ວນກ່ຽວຂ້ອງໄດ້ປຶກສາຫາລື ແລະ ປະສານງານວຽກງານຈຸດສຸມຕ່າງໆ ເພື່ອຮັບປະກັນໃຫ້ການເຄື່ອນໄຫວເຂົ້າຮ່ວມການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20 ດຳເນີນໄປດ້ວຍຄວາມສະດວກ, ປອດໄພ ແລະ ປະສົບຜົນສຳເລັດຢ່າງຈົບງາມ.

ການເຂົ້າຮ່ວມງານກິລາເອຊຽນເກມ ຄັ້ງທີ 20 ມີທັງໝົດ 15 ປະເພດກິລາ ຄື: ວູຊູ, ກະຕໍ້, ມວຍສາກົນ, ຈູຈິດຊູ, ກາຣາເຕໂດ, ລອຍນໍ້າ, ແລ່ນ-ລານ, ຍີມນາສຕິກ, ຊັອບເທັນນິດ, ປິ່ງປ໊ອງ, ດອກປີກໄກ່, ເທັກບອນ, ຟັນດາບ, ອີ-ສະປອດ ແລະ ເທຄວັນໂດ.

ຂ່າວ: ສົງການ ພັນແພງດີ

ຄໍາເຫັນ

ຂ່າວສືກສາ-ກິລາ

ສອງໂຮງຮຽນສືບຕໍ່ຮັດແໜ້ນສາຍພົວພັນສະໜິດແໜ້ນ

ສອງໂຮງຮຽນສືບຕໍ່ຮັດແໜ້ນສາຍພົວພັນສະໜິດແໜ້ນ

ໃນກອງປະຊຸມໄດ້ສະເໜີບົດລາຍງານຜົນການຄົ້ນຄວ້າ ໂດຍ ສະຫາຍ ຫວູ ລຸກ ອານ ຊຶ່ງລາຍງານ 2 ຫົວຂໍ້ສຳຄັນ ຄື: “ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ແລະ ການຄຸ້ມຄອງລັດ ຂັ້ນຕາແສງ”, ຫົວຂໍ້: “ການກໍ່ສ້າງອົງການຈັດຕັ້ງຮາກຖານພັກ, ພື້ນຖານຂອງພັກ, ແກ່ນສານດ້ານການເມືອງຢູ່ຮາກຖານ” ຊຶ່ງໄດ້ຍົກຂຶ້ນແລກປ່ຽນບົດຮຽນກ່ຽວກັບການກໍ່ສ້າງພື້ນຖານພັກ: ບົດຮຽນຈາກ ສສ ຫວຽດນາມ ກໍຄືໃນໄລຍະຜ່ານມາ ເຖິງປັດຈຸບັນ ມີຫຼາຍຈຸດທີ່ມີຄວາມຄ້າຍຄືກັນ ຊຶ່ງພວກເຮົານັ້ນໄດ້ແລກປ່ຽນບົດຮຽນນຳກັນ. ສະເພາະມື້ນີ້, ຈະໄດ້ແລກປ່ຽນບົດຮຽນນຳກັນ ຄື: "ພື້ນຖານພັກ ແລະ ພັກຢູ່ຂັ້ນພື້ນຖານ". ຫົວຂໍ້ນີ້ແມ່ນເລື່ອງທີ່ ສສ ຫວຽດນາມ ຖືເປັນເລື່ອງສຳຄັນ ເນື່ອງຈາກວ່າ: ຖ້າວ່າສູນກາງພັກວາງທິດທາງ, ວາງແນວທາງ ຫຼື ວາງມະຕິໄດ້ຖືກຕ້ອງແລ້ວ ແຕ່ລະທ້ອງຖິ່ນບໍ່ນຳໄປປະຕິບັດ ຫຼື ທ້ອງຖິ່ນບໍ່ເຂົ້າໃຈ, ວຽກງານກໍຈະບໍ່ໄດ້ຮັບຜົນດີ. ໂດຍສະເພາະແມ່ນພະນັກງານຫຼັກແຫຼ່ງຢູ່ຂັ້ນພື້ນຖານ ຕ້ອງເປັນພະນັກງານທີ່ກຳໄດ້ແນວທາງ, ກຳໄດ້ມະຕິ, ໃກ້ຊິດກັບປະຊາຊົນ, ເກັບກຳໄດ້ບັນຫາຂອງປະຊາຊົນ ແລະ ຜັນຂະຫຍາຍມະຕິໄປສູ່ປະຊາຊົນ, ເມື່ອນັ້ນ ມະຕິຈຶ່ງຈະໄດ້ຮັບຜົນດີ.
ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 32 ປີ

ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 32 ປີ

ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ ຢ່າງເປັນທາງການໃນວັນທີ 6 ຕຸລາ 2026 ຢູ່ທີ່ພະແນກການຂອງຕົນ , ໂດຍການເປັນປະທານຂອງທ່ານ ອຸດຕະມະ ຈັນນີຍະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາທ່ານໃນຄະນະພະແນກ, ຄະນະຂະແໜງການ,ພະນັກງານບໍານານແລະ ແຂກຖືກເຊີນ ເຂົ້າຮ່ວມ .
ສ​ສກພັດທະນາຄູ່ມືແນະນຳໃໝ່ ເພື່ອຊ່ວຍຄູສອນຫ້ອງຄວບຊັ້ນປະຖົມ

ສ​ສກພັດທະນາຄູ່ມືແນະນຳໃໝ່ ເພື່ອຊ່ວຍຄູສອນຫ້ອງຄວບຊັ້ນປະຖົມ

ຫຼາຍກວ່າ 40% ຂອງຫ້ອງຮຽນຊັ້ນປະຖົມໃນທົ່ວ ສປປ ລາວ ເປັນຫ້ອງຮຽນຄວບ, ເຊິ່ງມີນັກຮຽນ 2ຂັ້ນຮຽນຂຶ້ນໄປຮຽນຮ່ວມກັນໃນຫ້ອງດຽວ, ຫ້ອງຮຽນປະເພດນີ້ ແມ່ນຍັງມີຫຼາຍໂດຍສະເພາະໃນເຂດຫ່າງໄກ,ຄາດວ່າການຫຼຸດລົງຂອງຈຳນວນຄູໃນໄລຍະຜ່ານມາ ຈະເຮັດໃຫ້ຫ້ອງຮຽນປະເພດດັ່ງກ່າວມີຈຳນວນເພີ່ມຂຶ້ນຕື່ມອີກ.
ມສ ສຸກສຳພັນ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ

ມສ ສຸກສຳພັນ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ

ວັນທີ 6 ຕຸລາ 2026 ໂຮງຮຽນ ມສ ສຸກສຳພັນ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994 - 7 ຕຸລາ 2026)ພ້ອມປະດັບຫຼຽນກາລະນືກ 50ປີແລະໃບຍ້ອງຍໍ ຂຶ້ນທີ່ໂຮງຮຽນດັ່ງກ່າວ. ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ສຸກທະວີ ແສງໄຊຍະວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງໜອງໃສ; ທ່ານ ຟອງສະໝຸດ ໄໝແສງຄຳ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການແລະກິລາເມືອງ; ທ່ານ ຄຳສະເຫວີຍ ສີສົງຄາມ ອຳນວຍການ ມສ ສຸກສຳພັນ; ທ່ານ ຄູນສີ ລັດຕະນະ ຜູ້ແທນສະມາຄົມພໍ່ແມ່ນັກຮຽນ; ທ່ານ ຄູນວີໄລ ປະທານບ້ານໜອງກອກ, ພ້ອມດ້ວຍພະນັກງານອາວຸໂສບຳນານ, ຄູ-ອາຈານ, ນັກຮຽນ, ພໍ່ແມ່ນັກຮຽນ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.
ອັດຕາການປະລະການຮຽນ ຍັງສູງຢູ່ບາງເຂດຫ່າງໄກສອກຫຼີກ ຂອງແຂວງຈຳປາສັກ

ອັດຕາການປະລະການຮຽນ ຍັງສູງຢູ່ບາງເຂດຫ່າງໄກສອກຫຼີກ ຂອງແຂວງຈຳປາສັກ

ອັດຕາການປະລະການຮຽນຍັງສູງຢູ່ບາງເຂດຫ່າງໄກສອກຫຼີກ ຂອງແຂວງຈຳປາສັກ ພ້ອມທັງບັນຫາການຂາດເຂີນຄູສອນ ເຮັດໃຫ້ຕ້ອງເປີດຫ້ອງຄວບເພີ່ມຂຶ້ນ, ພື້ນຖານໂຄງລ່າງ ແລະ ອຸປະກອນການຮຽນ-ການສອນບາງແຫ່ງຍັງຊຸດໂຊມ.
ໂຮງຮຽນ ມສ ນາໄຊ ສຸມໃສ່ສ້າງຂະບວນການຮອບດ້ານ ຂໍ່ານັບຮັບຕ້ອນວັນຄູແຫ່ງຊາດ ຄົບຮອບ 32

ໂຮງຮຽນ ມສ ນາໄຊ ສຸມໃສ່ສ້າງຂະບວນການຮອບດ້ານ ຂໍ່ານັບຮັບຕ້ອນວັນຄູແຫ່ງຊາດ ຄົບຮອບ 32

ທ່ານ ໜູໄຊ ວົງຄຳ, ຜູ້ອຳນວຍການໂຮງຮຽນ ມສ ນາໄຊ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງ ໃນວັນທີ 5 ຕຸລານີ້ວ່າ: ປັດຈຸບັນ, ໂຮງຮຽນມັດທະຍົມສົມບູນນາໄຊ, ເມືອງສາລະວັນ ແຂວງ ສາລະວັນ ສຸມໃສ່ຊຸກຍູ້ບັນດາກິດຈະກຳ ແລະ ສ້າງຂະບວນການຮອບດ້ານ ພາຍໃນໂຮງຮຽນ ໂດຍສະເພາະໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ເພື່ອເປັນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ວັນທີ 7 ຕຸລາ (7 ຕຸລາ 1994 – 7 ຕຸລາ 2026) ຄົບຮອບ 32 ປີ ໃຫ້ມີບັນຍາກາດຟົດຟື້ນ, ເຊິ່ງໄດ້ກຳນົດການຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຂຶ້ນໃນວັນທີ 9 ຕຸລານີ້
ມສ ແກ່ນທ້າວ ຈັດພິທີສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ

ມສ ແກ່ນທ້າວ ຈັດພິທີສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ

ໃນວັນທີ 5 ຕຸລາ 2026 ນີ້, ໂຮງຮຽນມັດທະຍົມສົມບູນແກ່ນທ້າວ (ມສ ແກ່ນທ້າວ) ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ ຂຶ້ນ ຢູ່ທີ່ສະໂມສອນຂອງໂຮງຮຽນດັ່ງກ່າວ. ໂດຍມີ ທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງ, ທ່ານ ທິນ ສີປະມວນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ອາຈານ ສົມບັດ ແກ້ວປະເສີດ ຜູ້ອໍານວຍການໂຮງຮຽນ ມສ ແກ່ນທ້າວ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການປົກຄອງບ້ານພາຍໃນເທດສະບານ, ສະມາຄົມພໍ່ແມ່ນັກຮຽນ, ຕະຫຼອດຮອດຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ໂຮງຮຽນການທະຫານແຂວງອັດຕະປື ຮ່ວມບໍລິຈາກເລືອດ ຊ່ວຍເຫຼືອສັງຄົມ

ໂຮງຮຽນການທະຫານແຂວງອັດຕະປື ຮ່ວມບໍລິຈາກເລືອດ ຊ່ວຍເຫຼືອສັງຄົມ

ໃນວັນທີ 2 ຕຸລາ 2026, ອົງການກາແດງ ແຂວງອັດຕະປື, ນຳໂດຍ ທ່ານ ນາງ ຫົງຄຳ ສີສະຫວາດ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍທີມງານປຸກລະດົມບໍລິຈາກເລືອດຂອງແຂວງ ໄດ້ລົງເຄື່ອນໄຫວຮັບບໍລິຈາກເລືອດ ຢູ່ໂຮງຮຽນການທະຫານທ້ອງຖິ່ນ ແຂວງອັດຕະປື, ໂດຍການຕ້ອນຮັບຂອງທ່ານ ພັນໂທ ຄຳກ້ຽງ ໄຊຍະເສນາ ຫົວໜ້າການເມືອງ ໂຮງຮຽນການທະຫານທ້ອງຖິ່ນແຂວງ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ແລະ ນັກຮຽນ ເຂົ້າຮ່ວມ.
ແຂ່ງຂັນກິລາບານເຕະມິດຕະພາບ 4 ພາກສ່ວນ ສະຫຼອງວັນຊາດ ແລະ ວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ແຂ່ງຂັນກິລາບານເຕະມິດຕະພາບ 4 ພາກສ່ວນ ສະຫຼອງວັນຊາດ ແລະ ວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ໜ່ວຍຊາວໜຸ່ມຮາກຖານ ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກິດຈະກຳການແຂ່ງຂັນກິລາບານເຕະຊາຍ (7 ຮັບ 1) ແບບມິດຕະພາບ 4 ພາກສ່ວນຂຶ້ນໃນວັນທີ 30 ກັນຍາ ຜ່ານມາ ທີ່ເດີ່ນບານເຕະຫຍ້າທຽມສາທິດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມມີທ່ານ ນາງ ວັນແສງ ຈຸນລະມະນີ ຫົວໜ້າຄະນະວິຊາ ຄະນະວິທະຍາສາດທຳມະຊາດ, ທ່ານ ສອນໄຊ ຊົງວິໄລ ຮອງຫົວໜ້າຄະນະວິຊາ ຄະນະວິທະຍາສາດທຳມະຊາດ, ທ່ານ ເພັງໄຊ ດີວັນໄຊ ຮອງຫົວໜ້າຄະນະວິຊາ ຄະນະວິທະຍາສາດທຳມະຊາດ, ຕາງໜ້າຄະນະບໍລິຫານງານຊາວໝຸ່ມ ມຊ, ບໍລິສັດ Sonsacksith Exploration and Mining ຈຳກັດ ແລະ ບໍລິສັດ GeoX ຈຳກັດ ພ້ອມດ້ວຍຄູ-ອາຈານ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ຈີນຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ ຄັ້ງທີ 20

ຈີນຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ ຄັ້ງທີ 20

ງານມະຫະກຳການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20, ໄອຈິ-ນາໂກຢ່າ ປະເທດຍີ່ປຸ່ນ, ໃນວັນທີ 2 ຕຸລານີ້, ມີການແຂ່ງຂັນຊີງຫຼຽນຄຳທັງໝົດ 51 ຫຼຽນ ປະກອບມີ: ມວຍສາກົນ 11 ຫຼຽນ, ຢູໂດ 5 ຫຼຽນ, ມວຍປໍ້າ 5 ຫຼຽນ, ເຮືອໃບ 5 ຫຼຽນ, ເທຄວັນໂດ 5 ຫຼຽນ, ຍິງທະນູ 3 ຫຼຽນ, ລົດຖີບ 4 ຫຼຽນ, ຍູຍິດສູ 23 ຫຼຽນ, ເຮືອແຄນູ 2 ຫຼຽນ, ສະຄວັດ 2 ຫຼຽນ, ເທັນນິສ 2 ຫຼຽນ, ອີສະປອດ 1 ຫຼຽນ, ຮອັກກີ່ 1 ຫຼຽນ, ເຕະບານ 1 ຫຼຽນ, ບານສົ່ງ 1 ຫຼຽນ.
ເພີ່ມເຕີມ