ໃນວັນທີ 20 ມັງກອນ ນີ້, ການນຳແຂວງໄຊຍະບູລີ, ການນຳເມືອງໄຊຍະບູລີ ໄດ້ເຂົ້າວາງພວງມາລາຢູ່ສຸສານກອງບັນຊາການທະຫານແຂວງໄຊຍະບູລີ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ. ຊຶ່ງນຳໂດຍທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ; ມີການນຳຂັ້ນແຂວງ, ກອງບັນຊາການທະຫານແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ການນຳເມືອງໄຊຍະບູລີ ແລະ ພາກສ່ວນຕ່າງໆເຂົ້າຮ່ວມ.
ການຈັດຕັ້ງວາງພວງມາໃນຄັ້ງນີ້, ກໍເພື່ອເປັນການໄຫວ້ອາໄລເຖິງຜົນງານ, ຄຸນງາມຄວາມດີນ້ຳໃຈເສຍສະຫຼະຂອງພະນັກງານ-ນັກຮົບປະຕິວັດ ທີ່ໄດ້ເສຍສະຫຼະຊີວິດ ເລືອດເນື້ອເຮື່ອແຮງເພື່ອປະເທດຊາດ ໃນພາລະກິດປະຕິວັດຕໍ່ສູ້ກູ້ຊາດ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເພື່ອປະຊາຊົນ, ຍາດເອົາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວໄວ້ໄດ້ຢ່າງໝັ້ນຄົງຕະຫຼອດມາ.
(ຂ່າວ-ພາບ: ສົມພົງ)
ຄໍາເຫັນ