![]() |
ໃນວັນທີ 3 ສິງຫາ 2026, ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ ພ້ອມດ້ວຍຄະນະ ໄດ້ລົງ ຕິດຕາມສະພາບຜົນເສຍຫາຍຈາກເຫດການໄຟໄໝ້ຕະຫຼາດສຸກສົມບູນ (ຫຼັກ 3) ຊຶ່ງເຫດການດັ່ງກ່າວເກີດຂຶ້ນເມື່ອວັນທີ 1 ສິງຫາ 2026. ຈາກເຫດການໄຟໄໝ້ດັ່ງກ່າວ ໄດ້ກໍ່ໃຫ້ເກີດຄວາມເສຍຫາຍແກ່ຮ້ານຄ້າຂາຍເຄື່ອງ ທີ່ຕັ້ງຢູ່ບໍລິເວນດ້ານຫຼັງຂອງຕະຫຼາດ ໂດຍມີຮ້ານຄ້າ ແລະ ສາງເກັບມ້ຽນເຄື່ອງເສຍຫາຍລວມທັງໝົດ ຈຳນວນ 16 ຫ້ອງ/ແຫ່ງ ປະກອບມີ: ຮ້ານຄ້າ ຈຳນວນ 12 ຮ້ານ ແລະ ສາງເກັບມ້ຽນເຄື່ອງ ຈຳນວນ 04 ສາງ.
![]() |
ສ່ວນສາເຫດຂອງການເກີດອັກຄີໄພ ແລະ ມູນຄ່າຄວາມເສຍຫາຍທັງໝົດ ໃນຂະນະນີ້ກຳລັງຢູ່ໃນຂັ້ນຕອນການສືບສວນ ແລະ ສັງລວມຂໍ້ມູນຢ່າງລະອຽດຈາກເຈົ້າໜ້າທີ່ກ່ຽວຂ້ອງ ແລະ ຄະນະຮັບຜິດຊອບ.
ໂອກາດນີ້ ທ່ານປະທານຄະນະກຳມະການປົກຄອງແຂວງ ໄດ້ຊີ້ນໍາໃຫ້ຜູ້ປະກອບການ (ເຈົ້າຂອງຕະຫຼາດ), ອຳນາດການປົກຄອງທ້ອງຖິ່ນ ແລະ ຂະແໜງການກ່ຽວຂ້ອງ ຈົ່ງຊອກຫາວິທີທາງໃນການຊ່ວຍເຫຼືອຄອບຄົວຜູ້ທີ່ໄດ້ຮັບຜົນກະທົບ ບໍ່ວ່າຈະເປັນທາງດ້ານວັດຖຸ, ຈິດໃຈ ແລະ ການອຳນວຍຄວາມສະດວກໃນດ້ານຕ່າງໆ ເພື່ອໃຫ້ເຂົາເຈົ້າກ້າວຜ່ານວິກິດຈາກເຫດການນີ້ໄດ້ໂດຍໄວ.
ຂ່າວ: ແຂວງຄຳມ່ວນ


ຄໍາເຫັນ