ການນໍາແຂວງໄຊສົມບູນ ລົງຕິດຕາມ ຜົນກະທົບຈາກໄພພິບັດ ພະຍຸລະດູຮ້ອນ ຢູ່ເມືອງລ້ອງຊານ

ການນໍາແຂວງໄຊສົມບູນ ລົງຕິດຕາມ ຜົນກະທົບຈາກໄພພິບັດ ພະຍຸລະດູຮ້ອນ ຢູ່ເມືອງລ້ອງຊານ

ການນໍາແຂວງໄຊສົມບູນ ລົງຕິດຕາມ ຜົນກະທົບຈາກໄພພິບັດ ພະຍຸລະດູຮ້ອນ ຢູ່ເມືອງລ້ອງຊານ
ໃນວັນທີ 20 ເມສາຜ່ານມານີ້, ສະຫາຍ ພອຍຄຳ ຮຸ່ງບຸນຍວງ ກຳມະການສູນກາງພັກ ເລຂາພັກແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ຜົນກະທົບຈາກໄພພິບັດ ພະຍຸລະດູຮ້ອນ ຢູ່ເມືອງລ້ອງຊານ ໂດຍມີ ສະຫາຍ ພົມມາ ແກ້ວບົວພາ ເລຂາພັກເມືອງລ້ອງຊານ, ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງຂອງແຂວງ, ເມືອງ ເຂົ້າຮ່ວມ.
ການນາແຂວງໄຊສມບນ ລງຕດຕາມ ຜນກະທບຈາກໄພພບດ ພະຍລະດຮອນ ຢເມອງລອງຊານ - image 1
 

ສະຫາຍ ສົມພັນ ສີສົມບຼົ່ງ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງລ້ອງຊານ ໄດ້ໃຫ້ຮູ້ວ່າ: ໃນຕອນກາງຄືນຂອງວັນທີ 18 ເມສາຜ່ານມານີ້, ເວລາປະມານ 1:30 ໂມງ ໄດ້ມີພະຍຸເຂົ້າເມືອງລ້ອງຊານ ຢູ່ບ້ານນໍ້າຄຸຍ, ໂພນເລົ່າ, ຊຳຄອນ, ວັງຫຼວງ, ໂພນໄຊ ແລະ ບ້ານນາໄຊ ຊຶ່ງໃນເບື້ອງຕົ້ນໄດ້ແຕ່ງຕັ້ງພະນັກງານລົງເກັບກຳຂໍ້ມູນຜົນເສຍຫາຍຢູ່ບ້ານນໍ້າຄຸຍ, ໂພນເລົ່າ ແລະ ບ້ານຊຳຄອນ ເຫັນວ່າມີ ຈຳນວນ 72 ຫຼັງຄາເຮືອນທີ່ໄດ້ຮັບຜົນເສຍຫາຍ ລວມມູນຄ່າເສຍຫາຍທັງໝົດ 809,374,000 ກີບ. ນອກນີ້, ຄາດຄະເນຜົນເສຍຫາຍຕົ້ນຢາງພາລາໃນເບື້ອງຕົ້ນ 6,000 ຕົ້ນ, ຄິດເປັນມູນຄ່າ 1,800,000,000 ກີບ. ສ່ວນບ້ານວັງຫຼວງ, ບ້ານໂພນໄຊ, ບ້ານນາໄຊ, ສຳນັກງານ, ອາຄານຂອງຫ້ອງການ ແລະ ກົມ-ກອງ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ກຳລັງສຸມໃສ່ເກັບກຳຂໍ້ມູນ ພາຍຫຼັງທີ່ສຳເລັດ ຫຼື ຮູ້ຜົນເສຍຫາຍແລ້ວ ຈຶ່ງລາຍງານໃຫ້ຊາບຕື່ມ. ພ້ອມນີ້ ຜູ້ເຂົ້າຮ່ວມກໍໄດ້ຜັດປ່ຽນປະກອບຄຳເຫັນ ໂດຍສະເພາະແມ່ນວິທີການເກັບກຳຂໍ້ມູນ, ການຊ່ວຍເຫຼືອ ແລະ ການຈັດບຸລິມະສິດຊ່ວຍເຫຼືອຄອບຄົວທຸກຍາກ ຫຼື ຄອບຄົວທີ່ເຫັນວ່າຖືກຜົນເສຍຫາຍຢ່າງໜັກໜ່ວງໄປກ່ອນ.

ການນາແຂວງໄຊສມບນ ລງຕດຕາມ ຜນກະທບຈາກໄພພບດ ພະຍລະດຮອນ ຢເມອງລອງຊານ - image 2
 

ໂອກາດນີ້, ສະຫາຍ ພອຍຄຳ ຮຸ່ງບຸນຍວງ ໄດ້ເນັ້ນໜັກໃຫ້ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ເມືອງ ຈົ່ງສືບຕໍ່ເກັບກຳຂໍ້ມູນໃຫ້ລະອຽດ ແລ້ວລາຍງານໃຫ້ອົງການປົກຄອງແຂວງຊາບ ເພື່ອປືກສາຫາລືຊ່ວຍເຫຼືອຢ່າງວ່ອງໄວ, ປຸກລະດົມພໍ່ແມ່ປະຊາຊົນ ໃຫ້ເຂົາເຈົ້າມີຄວາມອຸ່ນອ່ຽງທຸ່ນທ່ຽງ ແລະ ຟື້ນຟູຜົນເສຍຫາຍທີ່ໄດ້ຮັບໃນຄັ້ງນີ້ ເພື່ອຮັບປະກັນຊີວິດການເປັນຢູ່ໄປກ່ອນ. ຈາກນັ້ນ, ສະຫາຍ ພອຍຄຳ ຮຸ່ງບູນຍວງ ພ້ອມດ້ວຍຄະນະ ກໍໄດ້ລົງເບີ່ງຜົນເສຍຫາຍຕົວຈິງ ແລະ ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ເບື້ອງຕົ້ນ ໃຫ້ແກ່ບາງຄອບຄົວ. ສ່ວນທີ່ຍັງເຫຼືອ ແມ່ນມອບໃຫ້ຄະນະນຳຂອງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງມອບຕໍ່ຕາມຫຼັງ.

ການນາແຂວງໄຊສມບນ ລງຕດຕາມ ຜນກະທບຈາກໄພພບດ ພະຍລະດຮອນ ຢເມອງລອງຊານ - image 3
 

(ພາບ-ຂ່າວ: ຮົວຈັ້ງ ດຣາເຊັ້ງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພີພີເອັສທີ ກໍ່ສ້າງຂົວ-ທາງ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນ້ຳຖ້ວມ ເມືອງຍົມມະລາດ

ພີພີເອັສທີ ກໍ່ສ້າງຂົວ-ທາງ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນ້ຳຖ້ວມ ເມືອງຍົມມະລາດ

ໃນວັນທີ 11 ສິງຫາ 2026 ຢູ່ທີ່ເມືອງຍົມມະລາດແຂວງຄຳມ່ວນໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອເພື່ອບັນເທົາທຸກໃຫ້ແກ່ປະຊາຊົນຜູ້ປະສົບໄພນ້ຳຖ້ວມຢູ່ເມືອງຍົມມະລາດ. ເປັນກຽດມອບໂດຍທ່ານ ພອນປະເສີດ ປະທານ ບໍລິສັດ ພີພີເອັສທີ ກໍ່ສ້າງຂົວ-ທາງ ຈຳກັດຜູ້ດຽວ ແລະ ເປັນກຽດຮັບໂດຍ ທ່ານ ເຫຼັງຄຳ ໄຊຄໍາຜັນ ເລຂາຄະນະບໍລິຫານງານພັກເມືອງຍົມມະລາດ, ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງບັນດາທ່ານການນຳຈາກແຂວງ ,ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ .
ກອງບັນຊາການທະຫານແຂວງບໍ່ແກ້ວ ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້

ກອງບັນຊາການທະຫານແຂວງບໍ່ແກ້ວ ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້

ວັນທີ 10 ສິງຫາ 2026 ນີ້, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ແກ່ຄູອາສາເຂົ້າເປັນລັດຖະກອນປ້ອງກັນຊາດ ຊຸດທີ I ປະຈຳປີ 2026, ໂດຍມີ ສະຫາຍ ພັນໂທ ຈອມມະນີ ແພງຄຳມີ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ, ພະແນກການທີ່ກ່ຽວຂ້ອງ, ຄະນະອໍານວຍການໂຮງຮຽນການທະຫານທ້ອງຖິ່ນແຂວງ, ຄູ-ອາຈານ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ.
ການ​ນຳແຂວງຫຼວງນ້ຳທາ ລົງຕິດ​ຕາມ ນ້ຳຖ້ວມ ບ້ານ​ນ້ຳ​ດີ-ປ່າ​ປົວະ

ການ​ນຳແຂວງຫຼວງນ້ຳທາ ລົງຕິດ​ຕາມ ນ້ຳຖ້ວມ ບ້ານ​ນ້ຳ​ດີ-ປ່າ​ປົວະ

ຄະນະນຳຂັ້ນແຂວງ ແລະ ຂັ້ນເມືອງຫຼວງນ້ຳທາ ນຳໂດຍ ທ່ານ ອ່ອນຈັນ ຄຳພາວົງ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຫຼວງນ້ຳທາ, ທ່ານ ວົງມະນີ ເພື່ອປະຊາ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ບຸນຄົງ ພິມມະສອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍຄະນະ ໄດ້ລົງພື້ນທີ່ຕິດຕາມສະພາບໄພນ້ຳຖ້ວມກະທັນຫັນ ຢູ່ທີ່ບ້ານນ້ຳດີ ແລະ ບ້ານປ່າປົວະ ຕາແສງທົ່ງອົ້ມ ເມືອງຫຼວງນ້ຳທາ ໃນວັນທີ 11 ສິງຫານີ້.
6 ເດືອນຕົ້ນປີ ລັດວິສາຫະກິດນໍ້າປະປາ ແຂວງສາລະວັນ ສາມາດສ້າງຜົນກໍາໄລຈາກການດໍາເນີນທຸລະກິດ ໄດ້ 600 ລ້ານກວ່າກີບ

6 ເດືອນຕົ້ນປີ ລັດວິສາຫະກິດນໍ້າປະປາ ແຂວງສາລະວັນ ສາມາດສ້າງຜົນກໍາໄລຈາກການດໍາເນີນທຸລະກິດ ໄດ້ 600 ລ້ານກວ່າກີບ

ທ່ານ ສົມສັກ ສິດທິສານ ຮອງຜູ້ອໍານວຍການລັດວິສາຫະກິດນໍ້າປະປາ ແຂວງສາລະວັນ ໄດ້ລາຍງານສະພາບການເຄື່ອນໄຫວທຸລະກິດ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ນີ້ວ່າ:
ພະແນກ ກ​ສ - ມຸນລະປາໂມກ ລົງຊຸກຍູ້ການປັກດຳເຂົ້ານາປີ

ພະແນກ ກ​ສ - ມຸນລະປາໂມກ ລົງຊຸກຍູ້ການປັກດຳເຂົ້ານາປີ

ໃນ​ວັນ​ທີ 10 ສິງ​ຫາ​ຜ່ານ​ມາ, ຄະນະນຳພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ ຮ່ວມກັບ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງມຸນລະປາໂມກ ໄດ້ລົງພື້ນທີ່ຕິດຕາມ, ຊຸກຍູ້ຂະບວນການຜະລິດລະດູຝົນ ໂດຍສະເພາະແມ່ນການປັກດຳເຂົ້ານາປີ ປະຈຳປີ 2026 ພ້ອມທັງເຂົ້າກວດກາຈຸດຫຼໍ່ແຫຼມທີ່ມີຄວາມສ່ຽງຕໍ່ໄພນ້ຳຖ້ວມ ເພື່ອວາງແຜນເຝົ້າລະວັງ ແລະ ປ້ອງກັນຄວາມເສຍຫາຍທີ່ອາດຈະເກີດຂຶ້ນກັບຜົນຜະລິດຂອງຊາວກະສິກອນ.
ປະທຸມພອນ ຍົກລະດັບການນຳ​ໃຊ້ເຕັກໂນໂລຊີດີ​ຈີຕອນ ເຂົ້າ​ໃນ​ການ​ບໍ​ລິ​ຫານ

ປະທຸມພອນ ຍົກລະດັບການນຳ​ໃຊ້ເຕັກໂນໂລຊີດີ​ຈີຕອນ ເຂົ້າ​ໃນ​ການ​ບໍ​ລິ​ຫານ

ເພື່ອສ້າງບາດກ້າວຫັນປ່ຽນໃໝ່ໃນການບໍລິຫານ-ຄຸ້ມຄອງວຽກງານໃຫ້ມີຄວາມວ່ອງໄວ, ສະດວກ, ຖືກຕ້ອງ ແລະ ທັນສະໄໝ, ເມືອງປະທຸມພອນ ​ແຂວງ​ຈຳ​ປາ​ສັກ ໄດ້ຈັດຊຸດອົບຮົມ “ການນຳໃຊ້ເຕັກໂນໂລຊີ​ດີ​ຈີຕອນ ເພື່ອເພີ່ມປະສິດທິພາບວຽກງານຂອງການນຳ” ໃນ​ວັນ​ທີ 10 ສິງ​ຫາ​ຜ່ານ​ມາ ໂດຍ​ການເປັນປະທານຂອງ ທ່ານ ສົມຈິດ ແພງສະຫວັດ ກຳມະການພັກແຂວງ, ເລຂາພັກເມືອງ, ມີຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງ ແລະ ຄະນະກຳມະການປົກຄອງຕາແສງ ເຂົ້າຮ່ວມ.
ເລຂາພັກແຂວງສາລະວັນ ເນັ້ນການໂຄສະນາ​ຕ້ອງ​ມີຫຼາຍຮູບ-ຫຼາຍສີ

ເລຂາພັກແຂວງສາລະວັນ ເນັ້ນການໂຄສະນາ​ຕ້ອງ​ມີຫຼາຍຮູບ-ຫຼາຍສີ

ສະ​ຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນ ແຂວງສາລະວັນ ໄດ້ພົບ​ປະ​ໂອ້​ລົມ ພະ​ນັກ​ງານ-ລັດ​ຖະ​ກອນຄະນະໂຄສະນາອົບຮົມແຂວງສາ​ລະ​ວັນ ເມື່ອ​ບໍ່​ດົນ​ມາ​ນີ້ ໂດຍມີ ສະ​ຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ​ມີພະ​ນັກ​ງານ-ລັດ​ຖະ​ກອນ ເຂົ້າຮ່ວມຮັບ​ຟັງ.
ອຸ​ດົມ​ໄຊ ຝຶກອົບຮົມ ວິຊາຊີບ 4 ສາຂາ ແນໃສ່ສົ່ງເສີມການປະກອບອາຊີບອິດສະຫຼະ ໃຫ້ປະຊາຊົນ

ອຸ​ດົມ​ໄຊ ຝຶກອົບຮົມ ວິຊາຊີບ 4 ສາຂາ ແນໃສ່ສົ່ງເສີມການປະກອບອາຊີບອິດສະຫຼະ ໃຫ້ປະຊາຊົນ

ເປີດຊຸດຝຶກອົບຮົມວິຊາຊີບ ໃນຂະແໜງການລ້ຽງໄກ່, ປູກພືດຜັກ, ຕັດຜົມຊາຍ ແລະ ເສີມສວຍ ໃຫ້ປະ​ຊາ​ຊົນ ກຸ່ມເປົ້າໝາຍຮອບວຽນທີ 2 ຈາກ ເມືອງແບງ ແລະ ເມືອງຮຸນ ເພື່ອແນໃສ່ສົ່ງເສີມການປະກອບອາຊີບອິດສະຫຼະ ແລະ ສ້າງລາຍຮັບທີ່ໝັ້ນຄົງ ໃຫ້ແກ່ ປະຊາຊົນ ໃນທ້ອງຖິ່ນ.
ມອບ-ຮັບ ໃບຢັ້ງຢືນໃຫ້ພະນັກງານສຳເລັດຝຶກອົບຮົມວຽກງານຈ່າສານ ຊຸດທີ VIII

ມອບ-ຮັບ ໃບຢັ້ງຢືນໃຫ້ພະນັກງານສຳເລັດຝຶກອົບຮົມວຽກງານຈ່າສານ ຊຸດທີ VIII

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີ ມອບ-ຮັບ ໃບຢັ້ງຢືນ ໃຫ້ພະນັກງານສຳເລັດຝຶກອົບຮົມວຽກງານຈ່າສານ ຊຸດທີ VIII ຈຳນວນ 52 ທ່ານ, ຫຼັງຈາກໄດ້ດໍາເນີນການຝຶກອົບຮົມມາແຕ່ວັນທີ 13 ກໍລະກົດ ຫາ ວັນທີ 7 ສິງຫາ 2026 ຊຶ່ງໄດ້ຈັດຂຶ້ນໃນວັນທີ 7 ສິງຫາ ຜ່ານມາ ທີ່ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມສານປະຊາຊົນສູງສຸດ ນະຄອນຫຼວງວຽງຈັນ, ໃຫ້ກຽດມອບໃບຢັ້ງຢືນ ໂດຍທ່ານ ໄພວີ ສີບົວລິພາ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ.
ສື່ມວນຊົນ ມີບົດບາດສໍາຄັນໃນການສຶກສາອົບຮົມການເມືອງ-ແນວຄິດ

ສື່ມວນຊົນ ມີບົດບາດສໍາຄັນໃນການສຶກສາອົບຮົມການເມືອງ-ແນວຄິດ

ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ຄົບຮອບ 76 ປີ (13/8/1950-13/8/2026) ໃກ້ຈະມາເຖິງນີ້. ທ່ານ ສີວັນ ຫອມໄຊຍະເດດ ຮັກສາການຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 10 ສິງຫານີ້ ທີ່ສໍານັກງານໜັງສືພິມປະຊາຊົນວ່າ:
ເພີ່ມເຕີມ