ລັກສະນະຕໍ່ສູ້, ລັກສະນະສຶກສາອົບຮົມ, ລັກສະນະແນະນໍາ ແລະ ລັກສະນະຕົວຈິງ ເພື່ອເສີມສ້າງຄວາມສາມັກຄີ, ສ້າງທັດສະນະຫຼັກໝັ້ນ, ຄວາມເຊື່ອໝັ້ນຕໍອຸດົມການ ແລະ ການນໍາພາ ຂອງພັກ; ໂຄສະນາປຸກລະດົມທົ່ວປວງຊົນ ເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ໂຄສະນາດຶງດູດເອົາການຮ່ວມມື, ການຊ່ວຍເຫຼືອ ແລະ ການລົງທຶນຈາກຕ່າງປະເທດ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ກໍຄື ການສ້າງສາພັດທະນາປະເທດຊາດ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ພ້ອມນີ້, ວຽກສື່ມວນຊົນ ຕ້ອງໄດ້ເພີ່ມທະວີການໂຄສະນາເຜີຍແຜ່ ເພື່ອເປັນການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ, ສະມາຊິກພັກ, ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ແນວທາງຂອງພັກ, ແຜນນະໂຍບາຍຂອງລັດ ກໍຄືສະພາບຜັນແປຂອງໂລກ ແລະ ພາກພື້ນໃຫ້ທັນການ ແນ່ໃສ່ສ້າງຄວາມຮັບຮູ້ເຂົ້າໃຈທີ່ເປັນເອກະພາບສູງພາຍໃນຊາດ, ສ້າງກ້ອນກໍາລັງແຮງຄວາມສາມັກຄີພາຍໃນໃຫ້ມີຄວາມໜັກ ແໜ້ນ ແລະ ເດີນຕາມອຸດົມການຂອງພັກວາງອອກ; ປັບປຸງກົງຈັກການຈັດຕັ້ງ, ສັບຊ້ອນພະນັກງານ, ໃຫ້ເປັນລະບົບ ແລະ ສືບຕໍ່ປະຕິບັດພາລະບົດບາດ ຂອງຕົນໃຫ້ມີການຫັນປ່ຽນໄປສູ່ຄຸນນະພາບໃໝ່, ສ້າງການບຸກທະລຸໃນວຽກງານຖະແຫຼ່ງຂ່າວ-ສື່ມວນຊົນ; ປັບປຸງເນື້ອໃນຂ່າວ, ສາລະບັນເທິງໃຫ້ອຸດົມສົມບູນ, ມີຊີວິດຊີວາ, ທັນການ, ທັນສະໄໝ, ທັນສະພາບການ; ສ້າງລະບົບການຄຸ້ມຄອງສື່ມວນຊົນໃຫ້ເຂັ້ມແຂງ, ປະຕິບັດບົດບາດເປັນເສນາທີການໃຫ້ພັກ-ລັດ ແລະ ສ້າງໃຫ້ເປັນເວທີແຫ່ງການໂຄສະນາປຸກລະດົມນໍ້າໃຈຮັກຊາດ, ສະໜອງຂໍ້ມູນ-ຂ່າວສານທາງດ້ານການເມືອງ, ເສດຖະກິດ-ສັງຄົມ, ວິທະຍາສາດ, ເຕັກໂນໂລຊີ, ສາລະຄວາມຮູ້, ສາລະບັນເທິງ ໃຫ້ມີເນື້ອໃນທີ່ອຸດົມສົມບູນຫຼາຍຮູບ, ຫຼາຍສີ ແລະ ມີຂໍ້ມູນທີ່ໜັກ ແໜ້ນ, ສ່ອງແສງສະພາບຄວາມເປັນຈິງ ຂອງຊີວິດສັງຄົມຢ່າງກວ້າງຂວາງ ໂດຍສະເພາະແມ່ນຢູ່ຮາກຖານເຂດຫ່າງໄກສອກຫຼີກ; ສື່ມວນຊົນ ຕ້ອງເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມບັນດາມະຕິ, ຄໍາສັ່ງ ຂອງພັກ ແລະ ລະບຽບກົດໝາຍ ຂອງລັດວາງອອກໃຫ້ເລິກຊຶ່ງ ເພື່ອປະຕິບັດໜ້າທີ່ໃນການຕອບຕ້ານປະກົດການຫຍໍ້ທໍ້ໃນສັງຄົມ, ຕີຖອຍທໍານອງທີ່ບິດເບືອນຄວາມເປັນຈິງ ຂອງພວກກຸ່ມຄົນບໍ່ດີ, ເປັນຂົວຕໍ່ລະຫວ່າງພັກ-ລັດ ກັບປະຊາຊົນ, ເປັນເວທີເສີມຂະຫຍາຍປະຊາທິປະໄຕ ແລະ ສິດເປັນເຈົ້າປະເທດຊາດ ຂອງປະຊາຊົນບັນດາເຜົ່າ; ປັບປຸງພື້ນຖານໂຄງລ່າງ, ບຳລຸງກໍ່ສ້າງພະນັກງານ, ບັນນາທິການ, ນັກຂ່າວ, ພະນັກງານເຕັກນິກ ໃຫ້ໄດ້ທັງດ້ານປະລິມານ ແລະ ຄຸນນະພາບ ເພື່ອຕອບສະໜອງ ໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານທີ່ນັບມື້ຂະຫຍາຍຕົວ.
(ແຫຼ່ງຂ່າວ: ແຂວງເຊກອງ)
ຄໍາເຫັນ