ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ການນຳນະຄອນຫຼວງວຽງຈັນ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ການນຳນະຄອນຫຼວງວຽງຈັນ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ
ໃນຕອນເຊົ້າວັນທີ 13 ທັນວາ ນີ້ທີ່ສຳນັກງານອົງການປົກຄອງນະຄອນຫຼວງວຽງຈັນ, ຄະນະພັກ, ອົງການປົກຄອງ ແລະ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ນໍາໂດຍ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ

 ໄດ້ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ ທັງນີ້ກໍເພື່ອເປັນການສະແດງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນ ແລະ ລະນຶກເຖິງປະທານ ໄກສອນ ພົມວິຫານຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກ ຂອງພັກ-ລັດ ແລະ ປວງຊົນລາວທັງຊາດ.

ຕະຫຼອດໄລຍະເຄິ່ງສະຕະວັດ ປະທານ ໄກສອນ ພົມວິຫານ ໄດ້ອຸທິດສະຕິປັນຍາ ກໍາລັງວັງຊາ ແກ່ພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ນໍາພາການ ປະຕິວັດ ຂອງປະຊາຊົນລາວກ້າວຂຶ້ນຈາກໄຊຊະນະນີ້ ສູ່ໄຊຊະນະໃໝ່ ທີ່ຍິ່ງໃຫຍ່ກວ່າເກົ່າ ເຮັດໃຫ້ປະເທດຈາກບ່ອນເປັນເມືອງຂຶ້ນຂອງຈັກກະພັດຕ່າງດ້າວ ກາຍເປັນປະເທດເອກະລາດ ແລະ ມີຖານະ ອັນສົມກຽດໃນເວທີສາກົນ. ປະທານ ໄກສອນ ພົມວິຫານ ສົມແລ້ວທີ່ເປັນລູກຜູ້ປະເສີດຂອງປະຊາຊົນ ລາວບັນດາເຜົ່າ, ເປັນວິລະບູລຸດທີ່ປີຊາສາມາດ, ສະຫຼາດສ່ອງໃສ ເວລາໃດກໍເປັນແວ່ນແຍງອັນໃສແຈ້ງ, ເປັນແບບຢ່າງທີ່ດີເລີດຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ. ຊື່ສຽງຮຽງນາມ, ຄຸນງາມຄວາມດີ, ວິລະກຳອັນລໍ້າຄ່າຂອງ ປະທານ ໄກສອນ ພົມວິຫານ ໄດ້ກາຍເປັນສັນຍາລັກແຫ່ງການ ເຕົ້າໂຮມຄວາມສາມັກຄີເປັນເອກະພາບ ໃນທຸກຊັ້ນຄົນ, ທຸກຊົນເຜົ່າ, ທຸກສາສະໜາ, ທຸກເພດໄວ ແລະ ບັນດາປະຊາຊາດທີ່ຮັກຫອມສັນຕິພາບ ທົ່ວໂລກ.

“ຊີວິດ ແລະ ພາລະກິດປະຕິວັດຂອງ ປະທານ ໄກສອນ ພົມວິຫານ ຍືນຍົງຢູ່ໃນດວງໃຈ ຂອງປວງຊົນລາວທັງຊາດ”

ແຫຼ່ງຂ່າວ:ຂປລ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຊື່ອມຊຶມມະຕິ 10 ຂອງສູນກາງພັກ ແລະ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ເຊື່ອມຊຶມມະຕິ 10 ຂອງສູນກາງພັກ ແລະ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ກະຊວງຍຸຕິທຳໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານສູນກາງພັກ ຄັ້ງທີ 10 ສະໄໝທີ XI ແລະ ປາຖະກະຖາມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີຂຶ້ນໃນວັນທີ 4 ກໍລະກົດນີ້ ທີ່ກະຊວງດັ່ງກ່າວ ໂດຍການໃຫ້ກຽດເຜີຍແຜ່ຂອງສະຫາຍ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ, ມີຄະນະພັກ, ຄະນະນຳ, ພະນັກງານ-ລັດຖະກອນເຂົ້າຮ່ວມ.
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫຼ້າສຸດຂອງບໍລິສັດທາງລົດໄຟລາວ-ຈີນຈຳກັດ

ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫຼ້າສຸດຂອງບໍລິສັດທາງລົດໄຟລາວ-ຈີນຈຳກັດ

ໃນວັນທີ 7 ກໍລະກົດ 2025 ເປັນຕົ້ນໄປ, ບໍລິສັດທາງລົດໄຟລາວ-ຈີນຈຳກັດ ຈະເລີ່ມນຳໃຊ້ປະຕິບັດຕາຕະລາງເວລາແລ່ນລົດໄຟຂອງໄຕມາດທີສາມ, ໃນໄຕມາດນີ້ ທາງລົດໄຟລາວ-ຈີນຈະເປີດແລ່ນລົດໄຟທັງໝົດຈຳນວນ 7 ຄູ່ ຫຼື 14 ຖ້ຽວ, ໃນນັ້ນມີລົດໄຟ EMU ທີ່ແລ່ນຢູ່ໃນລາວ 4 ຄູ່, ລົດໄຟທໍາມະດາ 1 ຄູ່ ແລະ ລົດໄຟ EMU ແລ່ນຂ້າມແດນ 2 ຄູ່. ໃນໄລຍະເທດສະການ ຫຼື ວັນພັກທີ່ມີຜູ້ໂດຍສານເພີ່ມຂຶ້ນຫຼາຍ ອາດຈະເພີ່ມຖ້ຽວລົດໄຟ ຫຼື ຕໍ່ລົດໄຟສອງຂະບວນໃສ່ກັນຕາມຄວາມເໝາະສົມ.
ທ່ານ ບົວຄົງ ນາມມະວົງ ໂອ້ລົມພະນັກງານການນຳ ແຂວງວຽງຈັນ.

ທ່ານ ບົວຄົງ ນາມມະວົງ ໂອ້ລົມພະນັກງານການນຳ ແຂວງວຽງຈັນ.

ໃນໂອກາດທີ່ ທ່ານ ບົວຄົງ ນາມມະວົງ ກຳມະການສູນກາງພັກ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຄະນະປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງ, ພ້ອມດ້ວຍຄະນະ ໄດ້ລົງເຮັດວຽກຢູ່ແຂວງວຽງຈັນ ໃນວັນທີ 3 ກໍລະກົດຜ່ານມາ, ຊຶ່ງທ່ານໄດ້ໂອ້ລົມພະນັກງານການນຳ, ແຂວງວຽງຈັນ. ເຂົ້າຮ່ວມຮັບຟັງມີ ທ່ານ ສີວຽງໄຊ ອໍລະບູນ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງວ່າການແຂວງ, ມີຄະນະນຳ ແລະ ພະນັກງານຂອງສອງພາກສ່ວນດັ່ງກ່າວເຂົ້າຮ່ວມ.
ສະຫວັນນະເຂດ ຫາລືກຽມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ສະຫວັນນະເຂດ ຫາລືກຽມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ວັນທີ 2 ກໍລະກົດຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການແຂວງສະຫວັນະເຂດ ໄດ້ຈັດກອງປະຊຸມປຶກສາຫາລືກະກຽມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ທີ່ຈະຈັດຂຶ້ນພ້ອມກັນທົ່ວປະເທດໃນວັນທີ 12 ສິງຫາ 2025 ທີ່ຈະເຖິງນີ້, ໂດຍການໃຫ້ກຽດເປັນປະທານຂອງທ່ານ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ.
ຄໍາມ່ວນ ປິດຊຸດຝຶກອົບຮົມທັກສະສໍາລັບທຸລະກິດທີ່ພັກເຊົາ ແລະ ຮ້ານອາຫານ

ຄໍາມ່ວນ ປິດຊຸດຝຶກອົບຮົມທັກສະສໍາລັບທຸລະກິດທີ່ພັກເຊົາ ແລະ ຮ້ານອາຫານ

ຊຸດຝຶກອົບຮົມທັກສະສໍາລັບທຸລະກິດທີ່ພັກເຊົາ ແລະ ຮ້ານອາຫານຂະໜາດນ້ອຍ-ກາງໄດ້ປິດລົງໃນວັນທີ 3 ກໍລະກົດຜ່ານມາ ຢູ່ທີ່ໂຮງແຮມພອນປະດິດ ເມືອງທ່າແຂກ ແຂວງຄໍາມ່ວນ.
ນັກຂ່າວປະຕິວັດ ເຂົ້າຢ້ຽມຂໍ່ານັບເຈົ້າແຂວງຈຳປາສັກ

ນັກຂ່າວປະຕິວັດ ເຂົ້າຢ້ຽມຂໍ່ານັບເຈົ້າແຂວງຈຳປາສັກ

ເມື່ອບໍ່ດົນຜ່ານມານີ້, ທີ່ເຮືອນພັກຮັບຮອງ ຂອງເຈົ້າແຂວງຈໍາປາສັກ ທີ່ນະຄອນປາກເຊ ແຂວງຈໍາປາສັກ, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ໄດ້ອະນຸຍາດ ແລະ ໃຫ້ກຽດຕ້ອນຮັບ ທ່ານ ຣັດສະໝີ ດວງສັດຈະ ອະດີດເລ​ຂາ​ທິ​ການສະ​ມາ​ຄົມ​ນັກ​ຂ່າວ​ແຫ່ງ ສ​ປ​ປ ລາວ ອະດີດທີ່ປຶກສາຂ່າວສານທະນາຄານແຫ່ງ ສປປ ລາວ (ທຫລ) ທັງເປັນກໍາມະການຄະນະບໍລິຫານງານສະ​ມາ​ຄົມມິດຕະພາບ ລາວ-ສ.ເກົາຫຼີ (LKFA), ໂດຍການພາທາງ ຂອງທ່ານ ໄຊລືຊາ ຜູຍຍະວົງ ຫົວໜ້າສາຂາ ທຫລ ພາກໃຕ້ ແຂວງຈໍາປາສັກ.
ສພຂ ຄໍາມ່ວນ ສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ

ສພຂ ຄໍາມ່ວນ ສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການປະຈໍາ 6 ເດືອນທ້າຍປີ 2025 ຂອງຄະນະເລຂາທິການ ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 3 ກໍລະກົດນີ້ ຢູ່ທີ່ຫ້ອງການສະພາປະຊາຊົນແຂວງ (ສພຂ) ໂດຍການເຂົ້າຮ່ວມຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ.
ປະກາດເລື່ອນຊັ້ນນາຍທະຫານ ຊັ້ນພັນໂທຂຶ້ນພັນເອກ

ປະກາດເລື່ອນຊັ້ນນາຍທະຫານ ຊັ້ນພັນໂທຂຶ້ນພັນເອກ

ໃນວັນທີ 2 ກໍລະກົດ ຜ່ານມາ ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດພິທີປະກາດການເລື່ອນຊັ້ນນາຍທະຫານຊັ້ນພັນໂທຂຶ້ນຊັ້ນພັນເອກ ຢູ່ບັນດາກົມກອງກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນ ໂດຍການເປັນປະທານຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະນໍາ, ກົມ-ກອງ ແລະ ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.
ຜ່ານຮ່າງແຜນງານແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດໄລຍະ IV

ຜ່ານຮ່າງແຜນງານແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດໄລຍະ IV

ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ຮ່ວມກັບອົງການຈັດຕັ້ງສາກົນທີ່ເຄື່ອນໄຫວວຽກງານຕ້ານການຄ້າມະນຸດຢູ່ ສປປ ລາວ ໄດ້ຈັດກອງປະຊຸມການຜ່ານຮ່າງແຜນງານແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດໄລຍະ IV (2026-2030) ໃຫ້ບັນດາສະມາຊິກກອງເລຂາ, ຕາງໜ້າສະມາຊິກກອງເລຂາ ແລະ ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນຕ່າງໆ ທີ່ເຄື່ອນໄຫວວຽກງານຕ້ານການຄ້າມະນຸດຢູ່ ສປປ ລາວ ຂຶ້ນເມື່ອບໍ່ດົນມານີ້ ໂດຍການເປັນປະທານຂອງ ທ່ານ ພັອ ກິແກ້ວ ຈັນທະລັງສີ ຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ຫົວໜ້າຫ້ອງການກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດເຂົ້າຮ່ວມ.
ຫ້າປີ ເມືອງສີສັດຕະນາກ ມີປະກົດການຫຍໍ້ທໍ້ ເກີດຂຶ້ນ 950 ເລື່ອງ

ຫ້າປີ ເມືອງສີສັດຕະນາກ ມີປະກົດການຫຍໍ້ທໍ້ ເກີດຂຶ້ນ 950 ເລື່ອງ

ກຳລັງປ້ອງກັນຄວາມສະຫງົບເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໂດຍໄດ້ເຄື່ອນໄຫວ ແລະ ຈັດຕັ້ງການແກ້ໄຂຢ່າງເປັນປົກກະຕິ ຕາມວຽກວິຊາສະ ເພາະຂອງຕົນຢ່າງຕັ້ງໜ້າ ແລະ ມີຈຸດສຸມ, ໃນຂະນະດຽວກັນ 5 ປີຜ່ານມາມີສະພາບປະກົດການຫຍໍ້ທໍ້ໃນສັງຄົມ ເກີດຂຶ້ນທັງໝົດ 950 ເລື່ອງ, ສາມາດແກ້ໄຂ ຫຼື ມ້າງໄດ້ 710 ເລື່ອງ.
ເພີ່ມເຕີມ