ການນຳພັກ-ລັດ ສສ ຫວຽດນາມ ສົ່ງສານອວຍພອນວັນຊາດ ແຫ່ງ ສປປ ລາວ ຄົບຮອບ 48 ປີ

ສະຫາຍ ຫງວຍຽນ ຝູ ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ; ສະຫາຍ ຫວໍ້ ວັນ ເຖື່ອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ; ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ; ສະຫາຍ ເວື່ອງ ດິ່ງ ເຫວ້ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ສົ່ງສານອວຍພອນ ເຖິງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ ນະຄອນຫຼວງວຽງຈັນ ຊຶ່ງມີເນື້ອໃນດັ່ງນີ້:
ບັນດາສະຫາຍທີ່ຮັກແພງ,
ເນື່ອງໃນໂອກາດການສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ (2/12/1975 – 2/12/2023), ຕາງໜ້າພັກ, ລັດ ແລະ ປະຊາຊົນຫວຽດນາມ, ພວກຂ້າພະເຈົ້າ ຂໍສົ່ງຄຳອວຍພອນອັນປະເສິດ, ນໍ້າໃຈຖານສະຫາຍ ແລະ ຄວາມຮັກແພງຖານອ້າຍນ້ອງ ມາຍັງພັກ, ລັດ ແລະ ປະຊາຊົນ ແຫ່ງ ສປປ ລາວ.
ຕະຫຼອດໄລຍະ 48 ປີຜ່ານມາ ໂດຍສະເພາະພາຍຫຼັງ 37 ປີ ແຫ່ງການປະຕິບັດພາລະກິດການປ່ຽນໃໝ່ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວອ້າຍນ້ອງ ໄດ້ເສີມຂະຫຍາຍມູນເຊື້ອວິລະຊົນການປະຕິວັດ, ຜ່ານຜ່າຄວາມຫຍຸ້ງຍາກທຸກປະການ, ສິ່ງທ້າທາຍ, ຍາດໄດ້ຜົນງານອັນໃຫຍ່ຫຼວງ ທີ່ມີຄວາມໝາຍຄວາມສຳຄັນທາງດ້ານປະຫວັດສາດໃນທຸກຂົງເຂດ, ຍົກສູງອິດທິພົນ ແລະ ຖານະບົດບາດຂອງພັກ ແລະ ປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢູ່ເວທີສາກົນ. ບັນດາໝາກຜົນດັ່ງກ່າວ ເປັນຄວາມພາກພູມໃຈລວມຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດຂອງພວກເຮົາ.
ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍໃຫ້ການສະໜັບສະໜູນຢ່າງແຂງແຮງ ແລະ ຮອບດ້ານຕໍ່ພາລະກິດການປ່ຽນໃໝ່ຂອງລາວ ແລະ ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ, ພວກສະຫາຍຈະສືບຕໍ່ມູນເຊື້ອຂອງບັນດາການນໍາຮຸ່ນກ່ອນ ແລະ ເສີມຂະຫຍາຍບັນດາໝາກຜົນທີ່ຍາດມາໄດ້ພາຍໃຕ້ການຊີ້ນຳຂອງພັກປະຊາຊົນປະຕິວັດລາວ, ການບໍລິຫານຂອງລັດຖະບານ ແລະ ການຕິດຕາມກວດກາຂອງສະພາແຫ່ງຊາດ ປະຊາຊົນລາວອ້າຍນ້ອງຈະສືບຕໍ່ຍາດໄດ້ຜົນງານໃໝ່ທີ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດການປ່ຽນໃໝ່, ຈັດຕັ້ງປະຕິບັດບັນດາເປົ້າໝາຍທີ່ມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກປະຊາຊົນ ປະຕິວັດລາວ ແລະ ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ວາງອອກຢ່າງມີໄຊ. ປະສົບຜົນສຳເລັດໃນການສ້າງສາປະເທດຊາດ ເປັນປະເທດສັນຕິພາບ, ເອກະລາດ, ປະຊາທິປະໄຕ, ວັດທະນະຖາວອນ ຕາມເປົ້າໝາຍສັງຄົມນິຍົມ.
ພວກຂ້າພະເຈົ້າ ມີຄວາມຮູ້ສຶກປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າ ຄຽງຄູ່ກັບບັນດາໝາກຜົນຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຍາດມາໄດ້ໃນໄລຍະຜ່ານມາ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ ໂດຍແມ່ນປະທານໂຮ່ຈິມິນ ຜູ້ຍິ່ງໃຫຍ່ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ກໍ່ຕັ້ງ, ຜ່ານການຝຶກຝົນຫຼໍ່ຫຼອມ ແລະ ໄດ້ຮັບການເພີ່ມພູນຄູນສ້າງຈາກບັນດາຮຸ່ນການນໍາສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ. ສາຍພົວພັນດັ່ງກ່າວ ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນານັບມື້ນັບເຂົ້າສູ່ລວງເລິກ, ລວງກວ້າງ, ທີ່ແທ້ຈິງ ແລະ ມີປະສິດທິຜົນຢູ່ໃນທຸກຂົງເຂດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດການປ່ຽນແປງໃໝ່ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຢູ່ແຕ່ລະປະເທດ.
ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍຖືຄວາມສຳຄັນ ແລະ ຮັບຮູ້ໄດ້ ການສະໜັບສະໜູນຢ່າງແຂງແຮງ, ການຊ່ວຍເຫຼືອທີ່ໃຫຍ່ຫຼວງ, ລໍ້າຄ່າ, ໝົດຈິດໝົດໃຈ ແລະ ມີປະສິດທິຜົນຂອງພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມໃນຕະຫຼອດໄລຍະເວລາທີ່ຜ່ານມາ. ພວກຂ້າພະເຈົ້າຈະເຮັດສຸດຄວາມສາມາດຂອງຕົນ ເພື່ອຮ່ວມກັບພັກ, ລັດ ແລະ ປະຊາຊົນລາວ ໃນການຖະນຸຖະໜອມ, ປົກປັກຮັກສາ ແລະ ເພີ່ມພຸນຄູນສ້າງໃຫ້ແກ່ສາຍພົວພັນພິເສດລາວ-ຫວຽດນາມ ໃຫ້ນັບມື້ນັບມີການພັດທະນາສູ່ລະດັບໃໝ່ ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ສາກົນ.
ຂໍອວຍພອນໄຊອັນປະເສີດມາຍັງບັນດາສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ຍາດມາໄດ້ຜົນງານອັນໃຫຍ່ຫຼວງກວ່າເກົ່າໃນພາລະກິດອັນສູງສົ່ງຂອງຕົນ.
ອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.

ຄໍາເຫັນ

ແຈ້ງການ

ສານຊົມເຊີຍ

ສານຊົມເຊີຍ

ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍແຫ່ງ ບຣູໄນ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຊຶ່ງມີເນື້ອໃນວ່າ: ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງພະນະທ່ານ ເນື່ອງໃນໂອກາດທີ່ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ການເລືອກຕັ້ງດັ່ງກ່າວສະແດງໃຫ້ເຫັນເຖິງການປະກອບສ່ວນສຳຄັນ ແລະ ຄວາມເອົາໃຈໃສ່ຢ່າງຕັ້ງໜ້າຂອງ ພະນະທ່ານ ໃນການຮັກສາສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງ ສປປ ລາວ.
ສານສະແດງຄວາມເຫັນໃຈ

ສານສະແດງຄວາມເຫັນໃຈ

ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເຫັນໃຈ ເຖິງ ພະນະທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ
ສານອວຍພອນວັນຊາດ ສປ ຈີນ

ສານອວຍພອນວັນຊາດ ສປ ຈີນ

ວັນທີ 1 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນເຖິງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ ປະທານປະເທດແຫ່ງ ສາທາລະນະລັດ ປະຊາຊົນຈີນ. ທີ່ ນະຄອນຫຼວງປັກກິ່ງ ຊຶ່ງມີເນື້ອໃນວ່າ:
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ສີຫະສັກ ພວງເກດແກ້ວ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ຣາຊະອານາຈັກໄທ,​
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມຄຳເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,
ສານອວຍພອນວັນຊາດ ສປປ ເກົາຫຼີ

ສານອວຍພອນວັນຊາດ ສປປ ເກົາຫຼີ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສົ່ງສານອວຍພອນ ເຖິງ ສະຫາຍ ກິມເຈິງອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດແຫ່ງ ສປປ ເກົາຫຼີ ຜູ້ບັນຊາການສູງສຸດກຳລັງປະກອບອາວຸດ ແຫ່ງ ສປປ ເກົາຫຼີ ທີ່ ນະຄອນຫຼວງພຽງຢາງ ຊຶ່ງມີເນື້ອໃນວ່າ: ສະຫາຍ ກິມເຈິງອຸນ ທີ່ນັບຖື; ຕາງໜ້າຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວບັນດາເຜົ່າ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄໍາອວຍພອນອັນອົບອຸ່ນ ແລະ ຊົມເຊີຍຢ່າງສຸດໃຈມາຍັງສະຫາຍ ແລະ ໂດຍຜ່ານສະຫາຍໄປຍັງຄະນະບໍລິຫານງານສູນກາງພັກແຮງງານເກົາຫຼີ ແລະ ປະຊາຊົນ ສປປ ເກົາຫຼີ ອ້າຍນ້ອງທຸກຖ້ວນໜ້າເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ.
ສານອວຍພອນ

ສານອວຍພອນ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ສົມເດັດຊຸນຕານອິບຣາຮິມ ລາຊາທິບໍດີ ແຫ່ງ ມາເລເຊຍ ທີ່ກົວລາລໍາເປີ ຊຶ່ງມີເນື້ອໃນວ່າ: ສົມເດັດ; ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງສົມເດັດ ແລະ ປະຊາຊົນມາເລເຊຍທຸກຖ້ວນໜ້າເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ມາເລເຊຍ ຄົບຮອບ 69 ປີ.
ສານອວຍພອນວັນຊາດຫວຽດນາມ

ສານອວຍພອນວັນຊາດຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ນາງ ສູນທອນ ໄຊຍະຈັກ ຮັກສາການປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນ ເຖິງ: ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ; ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ; ສະຫາຍ ເຈິນ ແທັງ ເໝິນ ປະທານສະພາແຫ່ງຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ ຕາມລຳດັບ ຊຶ່ງມີເນື້ອໃນວ່າ: ບັນດາສະຫາຍທີ່ຮັກແພງ; ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 81 ປີ (2/9/1945 - 2/9/2026), ຕາງໜ້າໃຫ້ຄະນະ ບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນລາວ ບັນດາເຜົ່າ, ພວກຂ້າພະເຈົ້າ ຂໍສົ່ງຄວາມຂໍ່ານັບຊົມເຊີຍອັນອົບອຸ່ນ, ໄມຕີຈິດມິດຕະພາບອັນດູດດື່ມ ແລະ ພອນໄຊອັນປະເສີດຖານສະຫາຍອ້າຍນ້ອງ ມາຍັງ ບັນດາສະຫາຍ ແລະ ຜ່ານບັນດາສະຫາຍ ໄປຍັງຄະນະ ບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທຸກຖ້ວນໜ້າ.
ສານອວຍພອນວັນຊາດຫວຽດນາມ

ສານອວຍພອນວັນຊາດຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ນາງ ສູນທອນ ໄຊຍະຈັກ ຮັກສາການປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນ ເຖິງ: ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ; ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ; ສະຫາຍ ເຈິນ ແທັງ ເໝິນ ປະທານສະພາແຫ່ງຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ ຕາມລຳດັບ ຊຶ່ງມີເນື້ອໃນວ່າ: ບັນດາສະຫາຍທີ່ຮັກແພງ;
ເພີ່ມເຕີມ