![]() |
ການເຂົ້າວາງພວງມາລາໃນຄັ້ງນີ້, ກໍເພື່ອສະແດງຄວາມເຄົາລົບຮັກ ແລະ ຮູ້ບຸນຄຸນອັນໃຫ່ຍຫຼວງ ຕໍ່ບັນດາຜູ້ນໍາ, ນັກຮົບປະຕິວັດ, ນັກຮົບແຂ່ງຂັນ, ວິລະຊົນ, ສະມາຊິກພັກ-ພະນັກງານ ຕະຫຼອດຮອດປະຊາຊົນບັນດາເຜົ່າ ທີ່ໄດ້ອຸທິດເຫື່ອແຮງ ເສຍສະຫຼະເລືອດເນື້ອເພື່ອພາລະກິດຕໍ່ສູ້ກູ້ຊາດ ຢ່າງພິລະອາດຫານສາມາດຍາດໄດ້ເອກະລາດ ແລະ ຄວາມອິດສະຫຼະພາບ ມາສູ່ປະຊາຊົນລາວບັນດາເຜົ່າ,ຈາກໄຊຊະນະນີ້ ສູ່ໄຊຊະນະໃໝ່ ທີ່ຍິ່ງໃຫຍ່ກວ່າເກົ່າ, ຈົນສາມາດປະກາດເອກະລາດ, ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ແລະ ປະເທດຊາດ ສືບຕໍ່ພັດທະນາ ມີຄວາມສະຫົງບ ປອດໄພ, ປະຊາຊົນຜາສຸກ.
![]() |
ພາຍຫຼັງສຳເລັດການວາງພວງມາລາແລ້ວ, ການນໍາພັກ-ລັດ ໄດ້ສືບຕໍ່ເຂົ້າວາງກະຕ່າດອກໄມ້ ຢູ່ອະນຸສາວະລີ ປະທານ ໄກສອນ ພົມວິ ຫານ ອະດີດຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວບັນດາເຜົ່າ ຊຶ່ງໃນປີນີ້ ເປັນວັນຄົບຮອບວັນເກີດ 105 ປີ (13/12/1920-13/12/2025)
(ຂ່າວ: ພຸດທະສອນ)


ຄໍາເຫັນ