ພິທີໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນໄຫວ້ພະຮັບສິນ

ການນໍາພັກ-ລັດຮ່ວມໃສ່ບາດໃນງານບຸນນະມັດສະການພະທາດຫຼວງ

ການນໍາພັກ-ລັດຮ່ວມໃສ່ບາດໃນງານບຸນນະມັດສະການພະທາດຫຼວງ
ພິທີໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນໄຫວ້ພະຮັບສິນ, ຟັງທຳມະເທດສະໜາ ແລະຢາດນໍ້າຕາມຮີດຄອງປະເພນີທີ່ໄດ້ປະຕິບັດສືບທອດກັນມາແຕ່ບູຮານນະການໃນງານບຸນນະມັດສະການພະທາດຫຼວງວຽງຈັນປະຈໍາປີ 2024

 

(ໃນມື້ຂຶ້ນ 15 ຄໍ່າເດືອນ 12 ພສ 2567)ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 15 ພະຈິກນີ້ ທີ່ເດີ່ນພະທາດຫຼວງນະຄອນຫຼວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງສປປລາວ,ມີຮອງປະທານປະເທດ, ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍການນຳພັກ-ລັດ ແລະ ມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.

ພິທີໃສ່ບາດໃນງານບຸນນະມັດສະການພະທາດຫຼວງໄດ້ຈັດຂຶ້ນທຸກໆປີ ຊຶ່ງເປັນການຕັກບາດຖວາຍສັງຄະທານແດ່ພະພິຂຸສົງ-ສາມະເນນແລ້ວຍັງໄດ້ມີພິທີອື່ນໆຕາມຮີດຄອງປະເພນີຂອງຊາວລາວ, ພ້ອມນັ້ນ, ປີນີ້ເຫັນວ່າມວນຊົນຈາກທຸກທົ່ວສາລະທິດຕ່າງກໍມີຈິດໃຈໃສສັດທາຫຼັ່ງໄຫຼມາຮ່ວມງານບຸນປະເພນີນະມັດສະການພະທາດຫຼວງຢ່າງຫຼວງຫຼາຍແລະໄດ້ພ້ອມກັນໃສ່ບາດ, ຢາດນໍ້າ, ຮັບພອນ ແລະ ຟັງທຳມະເທດສະໜາເພື່ອອຸທິດສ່ວນບຸນກຸສົນໃຫ້ບັນພະບູລຸດ ແລະ ເຈົ້າກຳນາຍເວນຕາມຄວາມເຊື່ອຖືຂອງຊາວພຸດທີ່ເຄີຍສືບທອດກັນມາແຕ່ດົນນານເພື່ອເປັນການອະນຸລັກປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດ ແລະ ເພື່ອເປັນສິຣິມຸງຄຸນໃຫ້ແກ່ຊີວິດ ແລະ ຄອບຄົວ.ໃນພິທີ, ທ່ານ ທອງລຸນ ສີສຸລິດໄດ້ໃຫ້ກຽດໄຕ້ທຽນບູຊາ ແລະ ລັ່ນຄອງ 3 ບາດເພື່ອເປັນສິຣິມຸງຄຸນໃຫ້ແກ່ງານໃນຄັ້ງນີ້.

ໃນຕອນບ່າຍຂອງວັນດຽວກັນເວລາ13:00ໂມງໄດ້ມີພິທີແຫ່ລູກຄີ ແລະ ແຂ່ງຂັນກິລາປະເພນີຕີຄີທີ່ເດີ່ນພະທາດຫຼວງລະຫວ່າງການນຳພັກ-ລັດກັບທີມປະຊາຊົນ ແລະ ໃນຕອນຄໍ່າເວລາ 19:00 ໂມງມີພິທີວຽນທຽນຈູດທູບທຽນແລະຈຸດບັ້ງໄຟດອກເພື່ອສັກກາລະບູຊາພະທາດຫຼວງ ແລະ ກິດຈະກຳອື່ນໆຕາມຮີດຄອງປະເພນີລາວ. ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດເນັ້ນ 7 ບັນຫາໃຫ້ລັດຖະບານຊຸດທີ X ເອົາໃຈໃສ່

ປະທານປະເທດເນັ້ນ 7 ບັນຫາໃຫ້ລັດຖະບານຊຸດທີ X ເອົາໃຈໃສ່

ໃນໂອກາດເຂົ້າຮ່ວມ ກອງປະຊຸມຄັ້ງປະຖົມມະລືກຂອງລັດຖະບານ ຊຸດທີ X ໃນຕອນເຊົ້າວັນທີ 31 ມີນາຜ່ານມານີ້ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ໄດ້ເນັ້ນໜັກ 7 ບັນຫາ ໃຫ້ຄະນະລັດຖະບານຊຸດທີ X ເອົາໃຈໃສ່ຕໍ່ບັນດາວຽກງານຈຳນວນໜຶ່ງ ຄື:
ຜົນສຳເລັດກອງປະຊຸມຄັ້ງປະຖົມມະລືກ ຂອງລັດຖະບານ ຊຸດທີ X

ຜົນສຳເລັດກອງປະຊຸມຄັ້ງປະຖົມມະລືກ ຂອງລັດຖະບານ ຊຸດທີ X

ກອງປະຊຸມຄັ້ງປະຖົມມະລືກ ຂອງລັດຖະບານ ຊຸດທີ X ໄດ້ປິດລົງໃນຕອນເຊົ້າ ວັນທີ 31 ມີນານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍຫຼັງດຳເນີນມາ 2 ວັນ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ.
ເປີດກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະລັດຖະບານ ຊຸດທີ X

ເປີດກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະລັດຖະບານ ຊຸດທີ X

ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ວ່າດ້ວຍການຮັບຮອງເອົາການເລືອກຕັ້ງນາຍົກລັດຖະມົນຕີ, ໂຄງປະກອບກົງຈັກລັດຖະບານ, ການແຕ່ງຕັ້ງຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ, ໃນຕອນເຊົ້າ ວັນທີ 30 ມີນານີ້, ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ເປີດກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະລັດຖະບານ ຊຸດທີ X ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສິພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງຄົບຖ້ວນ.
ເປີດໂຮງງານກັ່ນຫຼອມວັດຖຸມີຄ່າລາວ - ສາກົນ

ເປີດໂຮງງານກັ່ນຫຼອມວັດຖຸມີຄ່າລາວ - ສາກົນ

ພິທິເປີດໂຮງງານກັ່ນຫຼອມວັດຖຸມີຄ່າລາວ - ສາກົນ ໄດ້ຈັດຂຶ້ນໃນວັນທີ 27 ມີນາຜ່ານມາທີ່ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີອະດີດຮອງນາຍົກລັດຖະມົນຕີ; ບັນດາທ່ານລັດຖະມົນຕີ, ເລຂາພັກແຂວງ, ຮອງລັດຖະມົນຕີ, ແຂກຖືກເຊີນ ແລະ ຕາງໜ້າພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພິທີມອບ-ຮັບໂຮງຮຽນ ມັດທະຍົມສຶກສາສົມບູນບ້ານເລົ່າຄຳ

ພິທີມອບ-ຮັບໂຮງຮຽນ ມັດທະຍົມສຶກສາສົມບູນບ້ານເລົ່າຄຳ

ພິທີມອບ-ຮັບໂຮງຮຽນມັດທະຍົມສົມບູນບ້ານເລົ່າຄຳ ເມືອງເຟືອງ ແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 28 ມີນາ ຜ່ານມາ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີທ່ານເລຂາພັກແຂວງວຽງຈັນ, ບັນດາທ່ານຮອງລັດຖະມົນຕີ, ທ່ານປະທານຄະນະກຳມະການປົກຄອງແຂວງວຽງຈັນ, ພ້ອມດ້ວຍການນຳເມືອງເຟືອງ, ບັນດາພະແນກການຂອງແຂວງ, ປະທານບໍລິສັັດນິກສັນພັດທະນາບໍ່ແຮ່ ຈຳກັດ ແລະ ການຈັດຕັ້ງບ້ານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຈະປະເມີນ​ຜົນ​ກະ​ທົບ​ນະ​ໂຍ​ບາຍ ​ໃນ​ການ​ສ້າງກົດ​ໝາຍ​ໃຫ້​ເຂັ້ມ​ງວ​ດ

ຈະປະເມີນ​ຜົນ​ກະ​ທົບ​ນະ​ໂຍ​ບາຍ ​ໃນ​ການ​ສ້າງກົດ​ໝາຍ​ໃຫ້​ເຂັ້ມ​ງວ​ດ

ທ່ານ ນາງ ທຸມ​ມາ​ລີ ວົງ​ພະ​ຈັນ ປະ​ທານ​ກຳ​ມາ​ທິ​ການກົດ​ໝາຍ ແລະ ຍຸ​ຕິ​ທຳ ໄດ້ຊີ້ແ​ຈງ​ຕໍ່​ຄຳ​ຊັກ​ຖາມ ຂອງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສພຊ) ກ່ຽວ​ກັບແຜນ​ການ​ສ້າງ ແລະ ປັບ​ປຸງ​ກົດ​ໝາຍ 5 ປີ (2026-2030) ຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 27 ມີນານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ໄຊ​ສົມ​ພອນ ພົມ​ວິ​ຫານ ປະ​ທານ​ສະ​ພາ​ແຫ່ງ​ຊາດ.
ໃນຕໍ່ໜ້າ ສພຊ ຈະສ້າງຄວາມເຂັ້ມແຂງໃຫ້ສະມາຊິກ ເພື່ອຫັນເປັນທັນສະໃໝ

ໃນຕໍ່ໜ້າ ສພຊ ຈະສ້າງຄວາມເຂັ້ມແຂງໃຫ້ສະມາຊິກ ເພື່ອຫັນເປັນທັນສະໃໝ

ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ (ສພຊ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວ 5 ປີ ( 2026-2030) ຂອງສະພາແຫ່ງຊາດ ຊຸດທີ X ໃນວາລະກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 27 ມີນານີ້, ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ສສຊ ປະກອບຄຳເຫັນຕໍ່ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີຂອງ ສພຊ ຢ່າງມີຈຸດສຸມ

ສສຊ ປະກອບຄຳເຫັນຕໍ່ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີຂອງ ສພຊ ຢ່າງມີຈຸດສຸມ

ທ່ານນາງ ຈັນທະຄອນ ສີອຳພອນ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 10 ແຂວງວຽງຈັນ ປະກອບຄຳເຫັນຕໍ່ທິດທາງແຜນການ 5 ປີ ຕິດພັນກັບແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ (ສພຊ) ໃນວາລະກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 27 ມີນານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ນາຍົກລັດຖະມົນຕີ ຕ້ອນຮັບ ປະທານທະນາຄານພັດທະນາອາຊີ

ນາຍົກລັດຖະມົນຕີ ຕ້ອນຮັບ ປະທານທະນາຄານພັດທະນາອາຊີ

ໃນວັນທີ 26 ມີນາ ນີ້ ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານມະຊະໂຕະ ຄັນດະ (Mr. MasatoKanda) ປະທານທະນາຄານພັດທະນາອາຊີ (ADB) ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມງານສະເຫຼີມສະຫຼອງຄົບຮອບ 60 ປີ ການເປັນຄູ່ຮ່ວມມືລະຫວ່າງ ສປປ ລາວ ແລະ ADB ໃນລະຫວ່າງວັນທີ 25-27 ມີນາ 2026.
ປະທານປະເທດ ຕ້ອນຮັບ ປະທານທະນາຄານ ພັດທະນາອາຊີ ເຂົ້າຢ້ຽມຂໍ່ານັບ

ປະທານປະເທດ ຕ້ອນຮັບ ປະທານທະນາຄານ ພັດທະນາອາຊີ ເຂົ້າຢ້ຽມຂໍ່ານັບ

ໃນວັນທີ26 ມີນາ ນີ້ ທີ່ ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ມະຊະໂຕະ ຄັນດະ (Mr. Masato Kanda) ປະທານທະນາຄານພັດທະນາອາຊີ (ADB) ແລະ ຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມງານສະເຫຼີມສະຫຼອງຄົບຮອບ 60 ປີ ການເປັນຄູ່ຮ່ວມມືລະຫວ່າງ ສປປ ລາວ ແລະ ທະນາຄານ ADB ໃນລະຫວ່າງວັນທີ 25-27 ມີນາ 2026.
ເພີ່ມເຕີມ