ການປະຕິບັດຈິດໃຈ “4 ດີ” ນໍາພາການກໍ່ສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ຢ່າງມີໝາກຜົນ

ການປະຕິບັດຈິດໃຈ “4 ດີ” ນໍາພາການກໍ່ສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ຢ່າງມີໝາກຜົນ

ໂດຍ: ສູຍ ຈື້ຫຼ້ຽງ (xu zhiliang) ນັກຄົ້ນຄວ້າປະຈຳສະຖາບັນຄົ້ນຄວ້າອາຊີຕາເວັນອອກສ່ຽງໃຕ້ (ຄຸນໝິງ) ໃນຖານະທີ່ເປັນເພື່ອນມິດສະຫາຍ-ອ້າຍນ້ອງ ໃນອຸດົມການຂອງລະບອບສັງຄົມນິຍົມ, ພັກກອມມູນິດຈີນ, ລັດຖະບານຈີນ ແລະ ປະຊາຊົນຈີນ ຍາມໃດກໍຖື ພັກປະຊາຊົນ ປະຕິວັດລາວ, ລັດຖະບານລາວ ແລະ ປະຊາຊົນລາວ ເປັນເພື່ອນມິດທີ່ເຊື່ອຖືໄດ້ ແລະ ເປັນຄູ່ຮ່ວມມືທີ່ໄວ້ໃຈໄດ້ ຕະຫຼອດມາ. ໃຫ້ຄວາມສຳຄັນຕໍ່ການພັດທະນາສາຍສໍາພັນຈີນ-ລາວ ໃນລະດັບສູງທາງຍຸດທະສາດແບບຍາວນານ.

 

 

ໃນເດືອນ 11 ປີ 2017, ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ພັກກອມມູນິດຈີນ ຢ້ຽມຢາມ ສປປ ລາວ ໄດ້ເນັ້ນໜັກວ່າ: ຝ່າຍຈີນ ຍິນດີຮ່ວມແຮງຮ່ວມໃຈກັບຝ່າຍລາວ ເພື່ອເສີມຂະຫຍາຍ ແລະ ພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ-ລາວ ທີ່ມີຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ ໃນລະດັບສູງ, ຊ່ວຍເຫຼືອກັນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ສອງປະເທດເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ ຕໍ່ກັນຕະຫຼອດໄປ. ໃນຫຼັກການດ້ານຄຸນຄ່າ ແລະ ການຊີ້ນໍາການປະພຶດ ເພື່ອສົ່ງເສີມການແລກປ່ຽນຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ສ້າງແນວຄິດການຮ່ວມມືສາກົນ, ເສີມຂະຫຍາຍການເຊື່ອມໂຍງ, ການພົວພັນທາງສັງຄົມ ແລະ ຮັດແໜ້ນມິດຕະພາບທີ່ເປັນມູນເຊື້ອ.

"ຈິດໃຈ 4 ດີ" ແມ່ນການສະແດງອອກຢ່າງເປັນຮູບປະທໍາ ຂອງການສືບທອດບົນຈິດໃຈຂອງ 5 ຫຼັກການຢູ່ຮ່ວມກັນໂດຍສັນຕິ, ການເສີມຂະຫຍາຍຄ່ານິຍົມຂອງຜູ້ຮັກຫອມສັນຕິພາບ, ການຮ່ວມມືແບບມີຄວາມໂອບເອື້ອອາລີ. ຢຶດໝັ້ນຕໍ່ເສັ້ນທາງການພັດທະນາຂອງອາຊີ ໃນການຮ່ວມມືແບບເປີດກວ້າງ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ການສົ່ງເສີມຈິດໃຈກອງປະຊຸມບັນດຸງ ກ່ຽວກັບຄວາມສາມັກຄີ, ມິດຕະພາບ ແລະ ການຮ່ວມມື. ພາຍໃຕ້ການນຳພາຂອງ "ຈິດໃຈ 4 ດີ", ທັງສອງຝ່າຍ ຈີນ ແລະ ລາວ ໄດ້ມີການປຶກສາຫາລື ແລະ ເຂົ້າໃຈຊຶ່ງກັນ ແລະ ກັນ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ຮ່ວມກັນເພີ່ມທະວີການເຊື່ອມຈອດພື້ນຖານໂຄງລ່າງ, ສ້າງໂຄງການຕົວແບບດ້ານການເຊື່ອມໂຍງຈິດໃຈປະຊາຊົນ, ຊຸກຍູ້ການແລກປ່ຽນບົດຮຽນດ້ານການປົກຄອງຂອງລັດຖະບານຈີນ ແລະ ລັດຖະບານລາວ, ສ້າງຕັ້ງລະບົບການພັດທະນາອຸດສາຫະກຳແບບທັນສະໄໝ. ສ້າງທ່ວງທ່າແຫ່ງການພັດທະນາແບບໃໝ່ ຢ່າງເປັນຮູບປະທໍາ ໃນການກໍ່ສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ, ມີຫຼາຍໂຄງການເປັນແບບຢ່າງ ໃນການປະຕິບັດຕົວຈິງ ໃຫ້ແກ່ບັນດາປະເທດກຳລັງພັດທະນາ ເພື່ອຜ່ານຜ່າບັນຫາໃນການພັດທະນາແບບເພິ່ງພາ.

ກ່ຽວກັບຈິດໃຈ "ບ້ານໃກ້ເຮືອນຄຽງທີ່ດີ" ຮ່ວມກັນສ້າງເສັ້ນທາງເຊື່ອມຕໍ່ຫຼາຍມິຕິໃໝ່ ແລະ ກະຕຸ້ນແຮງຊຸກຍູ້ຂະບວນການໃໝ່ ໃຫ້ແກ່ການພັດທະນາພາກພື້ນ ລະຫວ່າງ ຈີນ-ລາວ ແມ່ນເນື້ອໃນຕົ້ນຕໍຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ-ລາວ ກໍຄືການປະຕິບັດຕາມຄຸນຄ່າແນວຄິດ ໃນການກໍ່ສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ໃນຍຸກສະໄໝໃໝ່. ຄໍາວ່າຈິດໃຈ; "ບ້ານໃກ້ເຮືອນຄຽງທີ່ດີ" ແມ່ນແນວທາງຊີ້ນຳການຮ່ວມມືທີ່ຖືເອົາການມີພູມສັນຖານເຊື່ອມຈອດກັນເປັນພື້ນຖານ, ຖືເອົາການເຄົາລົບຊຶ່ງກັນ ແລະ ກັນ ເປັນເງື່ອນໄຂເບື້ອງຕົ້ນ, ຖືເອົາການພັດທະນາຮ່ວມກັນເປັນເປົ້າໝາຍ, ສົມທົບກັບທ່າແຮງດ້ານການພັດທະນາຂອງແຕ່ລະຝ່າຍ ແລະ ກະຕຸ້ນປະສິດທິຜົນການພັດທະນາຂອງທັງສອງຝ່າຍ. ນັບແຕ່ການລົງນາມໃນແຜນປະຕິບັດງານຄູ່ຮ່ວມຊາຕາກຳ ຈີນ-ລາວ ໃນປີ 2017 ເປັນຕົ້ນມາ, ຈີນ ແລະ ລາວ ໄດ້ບັນລຸການເຊື່ອມຈອດພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງພາກພື້ນ ຈີນ-ລາວ ແລະ ການພັດທະນາພາກພື້ນຈີນ-ລາວ ໄດ້ກະຕຸກຊຸກຍູ້ຢ່າງບໍ່ຢຸດຢັ້ງ ໂດຍຖືເອົາການມີພູມສັນຖານຕິດຈອດກັນເປັນໂອກາດ, ການກໍ່ສ້າງແລວເສດຖະກິດລຽບຕາມເສັ້ນທາງລົດໄຟ ຈີນ-ລາວ ໄດ້ຮັບຜົນສຳເລັດຢ່າງພົ້ນເດັ່ນ. ນັບແຕ່ເສັ້ນທາງລົດໄຟ ຈີນ-ລາວ ໄດ້ເປີດນຳໃຊ້ ແລະ ດຳເນີນງານເປັນຕົ້ນມາ, ຂະແໜງການລົດໄຟຂອງທັງສອງປະເທດ ຈີນ-ລາວ ໄດ້ເພີ່ມທະວີການຈັດຕັ້ງການຂົນສົ່ງສິນຄ້າ, ຍົກສູງຂີດຄວາມສາມາດ ແລະ ປະສິດທິພາບການຂົນສົ່ງ, ເຮັດໃຫ້ຕົ້ນທຶນການຂົນສົ່ງສິນຄ້າຈາກຄຸນໝິງຜ່ານມາລາວ ໄປຫາປະເທດໄທ ຫຼຸດລົງ 30% - 50%, ຕົ້ນທຶນການຂົນສົ່ງພາຍໃນປະເທດລາວ ຫຼຸດລົງ 20% - 40%, ໄດ້ຊຸກຍູ້ຍົກລະດັບຂະແໜງອຸດສາຫະກຳປະເພດຕ່າງໆ ຕາມແລວທາງລົດໄຟ ປະກອບສ່ວນເຮັດໃຫ້ເສດຖະກິດການຄ້າສາກົນຢ່າງແຂງແຮງ ແລະ ການໄປມາຫາສູ່ຂອງປະຊາຊົນທັງສອງປະເທດ, ນັກທ່ອງທ່ຽວສະດວກສະບາຍຂຶ້ນ. ໃນປີ 2024, ປະລິມານການຂົນສົ່ງສິນຄ້າທັງໝົດ ຜ່ານທາງລົດໄຟ ຈີນ-ລາວ ບັນລຸ 19.6 ລ້ານໂຕນ, ສະເລ່ຍຕໍ່ມື້ຮັກສາໃນລະດັບ 50,000 ໂຕນຂຶ້ນໄປ ໂດຍຖືເອົາການເຄົາລົບຊຶ່ງກັນ ແລະ ກັນ ເປັນເງື່ອນໄຂເບື້ອງຕົ້ນ, ໄດ້ເປັນເຈົ້າການໃນການເຊື່ອມໂຍງ ແລະ ຕອບສະໜອງຄວາມຕ້ອງການດ້ານການຂົນສົ່ງຂອງສັງຄົມ ທັງສອງຝ່າຍ ຈີນ-ລາວ. ຢຶດໝັ້ນຫຼັກການ “ຮ່ວມກັນປຶກສາຫາລື, ຮ່ວມກັນກໍ່ສ້າງ, ຮ່ວມກັນຊົມໃຊ້”, ທັງສອງຝ່າຍຈີນ-ລາວ ໄດ້ເພີ່ມທະວີການປະສານງານ ແລະ ການຄຸ້ມຄອງການຂົນສົ່ງສິນຄ້າທາງລົດໄຟ, ສ້າງຂະບວນລົດໄຟສາກົນ ຈີນ-ລາວ-ໄທ-ມາເລເຊຍ,ຊຸກຍູ້ໃຫ້ເກີດປະສິດທິຜົນດ້ານການຂົນສົ່ງໂລຈິສຕິກສາກົນຢ່າງບໍ່ຢຸດຢັ້ງ, ໂດຍຖືເອົາການພັດທະນາຮ່ວມກັນເປັນເປົ້າໝາຍ, ໄດ້ສ້າງເຄືອຂ່າຍເນັດເວີກໂລຈີສຕິກຂ້າມແດນອັດສະລິຍະຈີນ-ລາວ. ພາຍໃຕ້ການນຳພາຂອງພັກ ແລະ ລັດຖະບານຂອງທັງສອງປະເທດຈີນ ແລະ ລາວ, ທາງລົດໄຟ, ດ່ານພາສີ ແລະ ໜ່ວຍງານກວດກາຊາຍແດນຂອງທັງສອງປະເທດຈີນ ແລະ ລາວ ໄດ້ເພີ່ມທະວີການປະສານສົມທົບ, ສຳເລັດການຂະຫຍາຍ, ປັບປຸງ ແລະ ການກໍ່ສ້າງຫັນເປັນອັດສະລິຍະຂອງດ່ານທາງລົດໄຟບໍ່ຫານ ຊຶ່ງໄດ້ປັບປຸງຍົກປະດັບດ້ານການບໍລິການຢ່າງປະສິດທິຜົນສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຄ້າຂ້າມຊາຍແດນລະຫວ່າງຈີນ-ລາວ.

ຕໍ່ກັບຈິດໃຈ "ເພື່ອນມິດທີ່ດີ" ສ້າງໂຄງການຕົວແບບດ້ານການເຊື່ອມໂຍງຈິດໃຈຂອງປະຊາຊົນ, ມິດຕະພາບທີ່ເປັນມູນເຊື້ອ ຈີນ-ລາວ.

ຈິດໃຈ "ເພື່ອນມິດທີ່ດີ" ເປັນການສະແດງອອກເຖິງສາຍພົວພັນ ຈີນ-ລາວ ໃນຍຸກໃໝ່, ພ້ອມທັງເປັນຄຸນຄ່າແນວຄິດອັນຕົ້ນຕໍຂອງສາຍສໍາພັນ ຈີນ-ລາວ, ເນື້ອແທ້ກໍແມ່ນສາຍສໍາພັນທີ່ເປັນຄູ່ຮ່ວມມືແບບເຊື່ອມໂຍງ ແລະ ຊ່ວຍເຫຼືອກັນຢ່າງຮອບດ້ານ ໂດຍຖືການປະຕິບັດຕໍ່ກັນດ້ວຍຄວາມຈິງໃຈເປັນຫຼັກການໃນພຶດຕິກໍາ, ຖືເອົາການເຊື່ອມໂຍງຂອງປະຊາຊົນ ເປັນສາຍໃຍແຫ່ງຄວາມຜູກພັນທາງດ້ານຈິດໃຈ ແລະ ຖືເອົາມິດຕະພາບອັນແໜ້ນແຟ້ນ ເປັນເປົ້າໝາຍສຳຄັນ. ຈິດໃຈ "ເພື່ອນມິດທີ່ດີ" ມີບົດບາດສຳຄັນໃນການເສີມຂະຫຍາຍສາຍພົວພັນ ຈີນ-ລາວ ແລະ ການເພີ່ມທະວີການພົວພັນ ພາກລັດ ແລະ ສັງຄົມ ລະຫວ່າງຈີນ - ລາວ ຊຶ່ງມີຮາກຖານຄວາມຜູກພັນທາງປະຫວັດສາດ, ເປັນຄວາມຮັກແພງອັນຈິງໃຈທີ່ມີມາແຕ່ດົນນານ ແລະ ໝັ້ນຄົງຍາວນານ. ປັດຈຸບັນ, ຢູ່ບັນດາເຂດຊາຍແດນຂອງສອງປະເທດຈີນ ແລະ ລາວ, ມີ 10 ຊົນເຜົ່າດໍາລົງຊີວິດຮ່ວມກັນຄື: ຊົນເຜົ່າໄຕລື້, ຊົນເຜົ່າຈ້ວງ, ຊົນເຜົ່າຮັ້ນ, ຊົນເຜົ່າມົ້ງ, ຊົນເຜົ່າຢ້າວ, ຊົນເຜົ່າປູລາງ, ຊົນເຜົ່າອາຄາ, ຊົນເຜົ່າອີ, ຊົນເຜົ່າລາຫູ້, ຊົນເຜົ່າຈິງ, ມີພາສາດຽວກັນ, ວັດທະນະທຳເຊື່ອມໂຍງກັນ ແລະ ຮີດຄອງປະເພນີຄ້າຍຄືກັນ. ມີການເຊື່ອມໂຍງຢ່າງເລິກເຊິ່ງ ກາຍເປັນຄູ່ຮ່ວມຊາຕາກຳແບບ "ເຈົ້າຢູ່ໃນໃຈຂ້ອຍ, ຂ້ອຍຢູ່ໃນໃຈເຈົ້າ". ໃນຊຸມປີຜ່ານມາ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກ ແລະ ລັດຖະບານຂອງທັງສອງປະເທດຈີນ - ລາວ ໂດຍຖືເອົາຈິດໃຈ "ເພື່ອນມິດທີ່ດີ" ເປັນສິ່ງນຳພາ, ໂຄງການຕົວແບບດ້ານການເຊື່ອມໂຍງຈິດໃຈປະຊາຊົນ ໄດ້ຮັບເສີມສ້າງຢ່າງບໍ່ຢຸດຢັ້ງ, ຮັດແໜ້ນມິດຕະພາບທີ່ເປັນມູນເຊື້ອ ຈີນ-ລາວ ຢ່າງບໍ່ຢຸດຢັ້ງ. ຈີນໄດ້ເປັນຈຸດໝາຍປາຍທາງທຳອິດ ໃນການເລືອກຂອງນັກສຶກສາລາວເປັນເວລາ 5 ປີຕິດຕໍ່ກັນ, ກິດຈະກຳ "ປີມິດຕະພາບ ຈີນ-ລາວ" ໄດ້ຜັນຂະຫຍາຍໃນຫຼາຍຂະແໜງການ. ເພື່ອຊ່ວຍເຫຼືອ ແລະ ສະໜັບສະໜູນການຄຸ້ມຄອງການແກ້ໄຂຄວາມທຸກຍາກຂອງລາວ, ຈີນ ແລະ ລາວ ໄດ້ເພີ່ມທະວີການຮ່ວມມືແກ້ໄຂຄວາມທຸກຍາກຜ່ານຮູບແບບຕ່າງໆເຊັ່ນ: ການສ້າງແນວຄິດ, ການຮ່ວມມືໂຄງການ, ການຝຶກອົບຮົມບຸກຄະລາກອນ, ການສະໜັບສະໜູນດ້ານເຕັກນິກ ແລະ ການຊ່ວຍເຫຼືອດ້ານທຶນຮອນ ເພື່ອປະກອບສ່ວນດ້ານສະຕິປັນຍາ ແລະ ກຳລັງແຮງຂອງຈີນ ເຂົ້າໃນພາລະກິດການແກ້ໄຂຄວາມທຸກຍາກຂອງລາວ. ພາຍໃຕ້ການຈັດຕັ້ງປະຕິບັດ "8 ໂຄງການໃຫຍ່" ທີ່ຈີນຊ່ວຍເຫຼືອລາວດ້ານການກໍ່ສ້າງພື້ນຖານໂຄງລ່າງ ຢ່າງມີປະສິດທິຜົນເຊັ່ນ: ການສະໜອງນ້ຳປະປາ ແລະ ການສະໜອງໄຟຟ້າ ໃນເຂດຊົນນະບົດຂອງລາວ ໄດ້ຮັບການປັບປຸງໃຫ້ດີຂຶ້ນ ຢ່າງບໍ່ຢຸດຢັ້ງ, ໂຮງຮຽນ ແລະ ໂຮງໝໍທີ່ຈີນ ແລະ ລາວ ຮ່ວມກັນສ້າງຂຶ້ນຈຳນວນບໍ່ໜ້ອຍໄດ້ສຳເລັດ ແລະ ເປີດນຳໃຊ້ຢ່າງຕໍ່ເນື່ອງ. ຄວາມຮູ້ສຶກຂອງຜົນສໍາເລັດ, ຄວາມຮູ້ສຶກຂອງຜົນໄດ້ຮັບ ແລະ ຄວາມຮູ້ສຶກທີ່ມີຄວາມສຸກຂອງປະຊາຊົນລາວ ກໍສູງຂຶ້ນຢ່າງບໍ່ຢຸດຢັ້ງ, ຜົນປະໂຫຍດທາງດ້ານເສດຖະກິດທ້ອງ ຖິ່ນ ໄດ້ປະກົດໃຫ້ເຫັນເທື່ອລະກ້າວ, ມິດຕະພາບທີ່ເປັນມູນເຊື້ອ ຈີນ ແລະ ລາວ ກໍນັບມື້ໝັ້ນຄົງຂຶ້ນເລື້ອຍໆ.

(ອ່ານຕໍ່ສະບັບໜ້າ)

ຄໍາເຫັນ

ຂ່າວການຮ່ວມມື

ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ນັກຂ່າວລາວ ໄດ້ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກ ສສ ຫວຽດນາມ ຄື: ສຳນັກຂ່າວສານ, ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ສື່້ໜັງສືພິມອອນລາຍ ຫວຽດນາມ ພຣັດ, ໄດ້ສະໜອງຂໍ້ມູນຂ່າວສານ ຢ່າງມີຄຸນນະພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິພາບ. ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມ ຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖີງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ໃນລະຫວ່າງວັນທີ 10-11 ທັນວານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສື່ມວນຊົນລາວ ຊຶ່ງນຳພາໂດຍທ່ານ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການແກມຊິວ ອົງການແຄຣນານາຊາດ ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກສະມາຄົມນັກຂ່າວແຫ່ງ ສສ ຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ພົບປະແລກ ປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກຂອງ ສສ ຫວຽດນາມຄື: ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ໜັງສືພິມອອນລາຍຫວຽດນາມ ພຣັດ ທີ່ໄດ້ສະໜອງຂໍ້ມູນຂ່າວສານຢ່າງມີຄຸນນະ ພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິ ພາບ ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖິງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ເນື່ອງໃນໂອກາດຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ນຳໂດຍທ່ານ ພົນເອກ ເຊກເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ໃນລະຫວ່າງວັນທີ 10-12 ທັນວາ 2025 ທີ່ ນະຄອນຫຼວງວຽງຈັນ; ໃນວັນທີ 11 ທັນວານີ້ ທີ່ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ມີພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ຢ່າງເປັນທາງການ ແລະ ສົມກຽດ, ໃຫ້ກຽດຕ້ອນຮັບໂດຍທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ແຫ່ງ ສປປລາວ ພ້ອມດ້ວຍຄະນະ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ  (ເນື່ອງໃນໂອກາດວັນ​ເກີດ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 105 ປີ, 13/12/1920-13/12/2025)

ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ (ເນື່ອງໃນໂອກາດວັນ​ເກີດ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 105 ປີ, 13/12/1920-13/12/2025)

ປະທານ ໄກສອນ ພົມວິຫານ ບໍ່ພຽງແຕ່ເປັນຜູ້ນຳຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າເທົ່ານັ້ນທ່ານຍັງເປັນບຸກຄົນຜູ້ໂດດເດັ່ນຂອງຂະບວນການປະຕິວັດອິນດູຈີນ ແລະ ເປັນມິດສະຫາຍຜູ້ຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ. ຊີວິດ ແລະ ພາລະກິດການປະຕິວັດຂອງທ່ານໄດ້ຜູກພັນກັບການຕໍ່ສູ້ເພື່ອປົດປ່ອຍຊາດ, ການສ້າງຕັ້ງພັກປະຊາຊົນປະຕິວັດລາວ, ການສ້າງແນວທາງສາມັກຄີເປັນປຶກແຜ່ນຂອງປວງຊົນທັງຊາດ ແລະ ໂດຍສະເພາະຢ່າງຍິ່ງ ແມ່ນການວາງຮາກຖານ ແລະ ພັດທະນາສາຍພົວພັນພິເສດລະຫວ່າງ ລາວ-ຫວຽດນາມ.
ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ວັນທີ 10 ທັນວາຜ່ານມາ, ທ່ານ ພັທ ຮວາງຮຸຍແທັງ ຫົວໜ້າຄະນະຊ່ຽວຊານວິທະຍາຄານການເມືອງ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ນໍາປຶ້ມແບບຮຽນ ແລະ ເອກະສານເພື່ອຄົ້ນຄວ້າໃນການຮຽນ-ການສອນມາມອບໃຫ້ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ (ວກປສ) ສປປ ລາວ, ກ່າວຮັບໂດຍທ່ານ ພັອ ສີເພົ້າ ບຸນບາລິດ ຮອງຫົວໜ້າອໍານວຍການວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ໃນວັນທີ 10 ທັນວານີ້, ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຊຶ່ງນຳໂດຍ ສະຫາຍ ອວງ ຈູ ລິວ ອະດີດກຳມະການສູນກາງພັກກອມມູນິດຫວຽດນາມ ອະດີດຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບຫວຽດນາມ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຂົ້າພົບປະກັບການນຳແຂວງວຽງຈັນ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ພູວົງ ບຸນຊູ ຮອງເລຂາພັກແຂວງ, ພ້ອມດ້ວຍຄະນະນຳຂອງແຂວງ, ພິທີໄດ້ມີຂຶ້ນຢູ່ທີ່ຫ້ອງຮັບຮອງຂອງແຂວງ.
ສະຖານທູດລາວ  ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດລາວ ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ(ສປປ ລາວ) ປະຈຳ ສາທາລະນະລັດປະຊາຊົນຈີນ(ສປ ຈີນ) ໄດ້ຈັດງານພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນວັນທີ 2 ທັນວາ 2025, ທີ່ໂຮງແຮມ Kerry, ນະຄອນຫຼວງປັກກິ່ງ, ສປ ຈີນ ຊຶ່ງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ, ທ່ານ ເພິງ ຊິງຮວາ(Peng Qinghua), ຮອງປະທານສະພາປະຊາຊົນຈີນ, ທ່ານ ນາງ ຊຸນ ຮາຍແຢນ(Sun Haiyan)ຮອງຫົວໜ້າຄະພົວພັນການຕ່າງປະເທດຈີນ, ທ່ານ ສາຍ ເວີຍ (Cai Wei) ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ ພົນຕີ ຮວາງ ເວິນທາວ(Huang Wentao)ຫົວໜ້າສະຖາບັນການເມືອງ, ກະຊວງປ້ອງກັນປະເທດຈີນ, ຮອງເລຂາທິການໃຫຍ່ອົງການຮ່ວມມືຊຽງໄຮ້ (SCO), ເລຂາທິການໃຫຍ່ ສູນອາຊຽນ-ຈີນ, ບັນດາທູຕານຸທູດອາຊຽນ ແລະ ອົງການຮ່ວມມືຊຽງໄຮ້, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ເຈົ້າໜ້າທີ່ອາວຸໂສຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນຂອງຈີນ, ອະດີິດທູດຈີນປະຈໍາລາວ, ອະດີດທະຫານອາສາສະໝັກທີ່ເຄີຍໄປຊ່ວຍລາວ, ນັກທຸລະກິດ, ນັກສຶກສາລາວ ແລະ ພາກສວນອື່ນໆເຂົ້າຮ່ວມລວມທັງໝົດ 400 ກວ່າທ່ານ.
ຮອງປະທານ ສພຊ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ  ຮອງ ລມຕ ຕ່າງປະເທດ ອາແຊັກໄບຊານ

ຮອງປະທານ ສພຊ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງ ລມຕ ຕ່າງປະເທດ ອາແຊັກໄບຊານ

ໃນຕອນບ່າຍວັນທີ 8 ທັນວາຜ່ານມານີ້, ທີ່ ສະພາແຫ່ງຊາດ(ສພຊ), ທ່ານນາງ ສູນທອນ ໄຊຍະຈັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເອລນູຣ ມາມາດົບ(Elnur Mammadov), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ອາແຊັກໄບຊານ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 7-10 ທັນວາ 2025.
ເພີ່ມເຕີມ