ການພັດທະນາພື້ນຖານໂຄງລ່າງ

ການພັດທະນາພື້ນຖານໂຄງລ່າງດ້ານວັດຖຸເຕັກນິກວຽກງານຖະແຫຼງຂ່າວ

ການພັດທະນາພື້ນຖານໂຄງລ່າງດ້ານວັດຖຸເຕັກນິກວຽກງານຖະແຫຼງຂ່າວ
ໂດຍ: ຕະວິນຍານ ເມືອງແກ່ນທ້າວ ແຂວງໄຊຍະບູລີ ເອົາໃຈໃສ່ປັບປຸງພື້ນຖານວັດຖຸເຕັກນິກວຽກງານຖະແຫຼງຂ່າວໄດ້ດີຂຶ້ນ ເພື່ອເຮັດໜ້າທີ່ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ ກໍຄື ຜົນງານການນໍາພາຂອງຄະນະພັກເມືອງໃນການປົກປັກຮັກສາ

 ແລະ ສ້າງສາພັດທະນາປະເທດຊາດ ເຮັດໃຫ້ປະຊາຊົນຮັບຮູ້ເຂົ້າໃຈຕໍ່ແນວທາງຂອງພັກ,ເຫດການຕ່າງໆທີ່ເກີດຂຶ້ນພາຍໃນເມືອງສົ່ງມາໃຫ້ສື່ຂອງສູນກາງເປັນປົກກະຕິ.
ໃນ 5 ປີ ຜ່ານມາ(2020-2024) ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ເຄື່ອນໄຫວເກັບກໍາຂ່າວ-ຂຽນຂ່າວ ໄດ້ 864 ຂ່າວ, ຈັດລາຍການຂ່າວຜ່ານລະບົບໂທລະໂຄ່ງ 2,224 ຄັ້ງ, ຖ່າຍທອດຂ່າວຈາກວິທະຍຸກະຈາຍສຽງແຫ່ງຊາດຜ່ານລະບົບໂທລະໂຄ່ງຂອງເມືອງໄດ້ 480 ຊົ່ວໂມງ; ອັດຕາສ່ວນບ້ານທີ່ມີລະບົບໂທລະໂຄ່ງກວມເອົາ 100%.ກ່ຽວກັບດ້ານວັດທະນາທໍາ ໃນ 5 ປີຜ່ານມາ,ເມືອງສາມາດສ້າງຄອບຄົວວັດທະນະທຳໄດ້ແລ້ວ 98% ຂອງຄອບຄົວທັງໝົດ 8,474 ຄອບຄົວ,ສ້າງບ້ານວັດທະນະທຳໄດ້ 47 ບ້ານ ກວມເອົາ 100%;ສ້າງກົມກອງວັດທະນະທຳໄດ້ 13 ກົມກອງ, ເທົ່າກັບ 52%; ສຳລັບວຽກງານທ່ອງທ່ຽວເມືອງໄດ້ສຸມໃສ່ສ້າງສິ່ງຮອງຮັບໃຫ້ແກ່ການທ່ອງທ່ຽວພາຍໃນເມືອງໂດຍການສ້າງແຜນພັດທະນາພູປູ່ລ້ານ-ຍ່າຫງອກໃຫ້ກາຍເປັນຈຸດຊົມວີວຕົວເມືອງໃນຕໍ່ໜ້າ,ມີນັກທ່ອງທ່ຽວເຂົ້າຜ່ານເມືອງ ທັງໝົດ 5,260 ຄົນ,ທຽບໃສ່ປີ 2020 ເພີ່ມຂຶ້ນ 46%.ອັນທີ່ພົ້ນເດັ່ນແມ່ນໄດ້ສໍາເລັດການຈັດງານນະມັດສະການພຣະທາດທ້າວແກ່ນ, ພຣະທາດນາງແພງສີ,ປະເພນີບຸນເດືອນ 7 (ບຸນພຣະເຫວດ), ບຸນຊ່ວງເຮືອປະຈຳປີເພື່ອດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມ. ໃນ 5 ປີ ຕໍ່ໜ້າ(2025-2029) ເມືອງແກ່ນທ້າວຈະສືບຕໍ່ປັບປຸງວຽກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວໃຫ້ໄດ້ດີຂຶ້ນກວ່າເກົ່າ ສຸມໃສ່ປັບປຸງລະບົບສື່ມວນຊົນໃຫ້ທັນສະໄໝຂຶ້ນເທື່ອລະກ້າວ, ຖ່າຍທອດຂ່າວວິທະຍຸກະຈາຍສຽງແຫ່ງຊາດຜ່ານລະບົບໂທລະໂຄ່ງໃຫ້ໄດ້ 500 ຊົ່ວໂມງ.ສູ້ຊົນປັບປຸງລະບົບໂທລະໂຄ່ງຢູ່ຂັ້ນບ້ານ ຈຳນວນ 47 ບ້ານ ໃຫ້ໄດ້ນຳໃຊ້ປົກກະຕິ; ສົ່ງເສີມວັດທະນະທຳ ທີ່ເປັນເອກະລັກຂອງຊາດ, ກ້າວໜ້າ ແລະ ສ້າງໃຫ້ສັງຄົມມີຄວາມສາມັກຄີເປັນປຶກແຜນ ແລະ ສີວິໄລ ສ້າງຄອບຄົວວັດທະນະທຳໃຫ້ໄດ້ 100% ຂອງຈຳນວນຄອບຄົວທັງໝົດໃນທົ່ວເມືອງ, ຊຸກຍູ້ບ້ານວັດທະນະທໍາທີ່ໄດ້ປະກາດຮັບຮອງໃຫ້ມີຄວາມເຂັ້ມແຂງ, ສ້າງກົມກອງວັດທະນະທຳຢູ່ສຳນັກງານ-ອົງການ, ໂຮງຮຽນ ໃຫ້ໄດ້ 12 ກົມກອງ,ສ້າງບ້ານວັດທະນະທຳ ຕິດພັນກັບການທ່ອງທ່ຽວໃຫ້ໄດ້ 1 ບ້ານ (ບ້ານທ້າວແກ່ນ) ແລະ ສຸມໃສ່ພັດທະນາແຫຼ່ງທ່ອງທ່ຽວຢູ່ພາຍໃນເມືອງໃຫ້ໄດ້ມາດຖານ ໃຫ້ໄດ້ 3 ແຫ່ງ (ພູ່ປູ່ລ້ານ,ພູຍ່າຫງອກ ແລະ ເຂດດອນເມນ).

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ