ກະສິກໍາແບບປະສົມປະສານຄົບວົງຈອນບ້ານນາຕານມີຜົນສໍາເລັດເປັນຢ່າງດີ

ກະສິກໍາແບບປະສົມປະສານຄົບວົງຈອນບ້ານນາຕານມີຜົນສໍາເລັດເປັນຢ່າງດີ
ໂດຍ: ຍຸພິນທອງ
ໂຄງການພັດທະນາ ລ້ຽງກຸ້ງນໍ້າຈືດ ແລະ ກະສິກໍາແບບປະສົມປະສານ ຄົບວົງຈອນ ທີ່ໜອງຄັນ ບ້ານນາຕານ ເມືອງໄຊທານີ ນະຄອນຫຼວງວຽງຈັນມີເນື້ອທີ່ທັງໝົດ 45 ເຮັກຕາ ໂດຍໄດ້ຮັບການສໍາປະທານຂອງບໍລິສັດທະເວວ ພັດທະນາກະສິກໍາຄົບວົງຈອນ ແລະ ຜະລິດຕະພັນລາວຈໍາກັດຮ່ວມກັບປະຊາຊົນໄດ້ຮັບການພັດທະນາເປັນຢ່າງດີ.
ທ່ານນາງ ອານິດ ສີວິໄຊປະທານບໍລິສັດທະເວວ ພັດທະນາກະສິກໍາຄົບວົງຈອນ ແລະ ຜະລິດຕະພັນລາວຈໍາກັດໄດ້ໃຫ້ສໍາພາດໃນວັນທີ 29 ກຸມພາຜ່ານມາທີ່ບ້ານນາຕານ ກ່າວວ່າ: ການພັດທະນາເນື້ອທີ່ກະສິກໍາຈະສ້າງປະໂຫຍດມະຫາສານໃຫ້ແກ່ປະຊາຊົນພາຍໃນບ້ານນາຕານໄດ້ຫຼາຍດ້ານເຊັ່ນ: ດ້ານກະສິກໍາໄດ້ສົ່ງອອກ, ຫຼຸດຜ່ອນການນໍາເຂົ້າ; ສອງໃຫ້ປະຊາຊົນມີວຽກເຮັດງານທໍາ ສ້າງລາຍໄດ້ໃຫ້ປະຊາຊົນ ຊຶ່ງເປັນໂຄງການໄລຍະຍາວນານ. ພາຍຫຼັງເຊັນສັນຍາໃນປີ 2021; ສໍາລັບປັດໃຈໃນການສ້າງໂຄງການດັ່ງກ່າວຍ້ອນການນໍາພັກ-ລັດໃຫ້ໂອກາດ ແລະ ຊຸກຍູ້ໃຫ້ຜູ້ປະກອບການທີ່ເປັນນັກທຸລະກິດໃນການພັດທະນາກະສິກໍາເພື່ອໃຫ້ປະຊາຊົນມີອາຊີບໃໝ່ໆ ແລະ ສະຫງວນສະຖານທີ່ໜອງຄັນໄວ້ໃຫ້ສັດນາໆຊະນິດໄດ້ເປັນບ່ອນອາໄສ.
ຈຸດປະສົງຂອງໂຄງການເພື່ອໃຫ້ແມ່ຍິງລາວທຸກຄົນໄດ້ເປັນສ່ວນໜຶ່ງໃນການເຮັດອາຊີບກະສິກໍາທີ່ສະອາດ, ການເຮັດສວນກໍເປັນອາຊີບດັ່ງເດີມຂອງປະຊາຊົນລາວໃນເມື່ອກ່ອນໃນການປູກຝັງ-ລ້ຽງສັດມາຮອດປັດຈຸບັນວຽກກະສິກໍາແມ່ນມີຄວາມສໍາຄັນຫຼາຍ ໂຄງການນີ້ ແມ່ນເປັນໂຄງການທີ່ດີສາມາດຕໍ່ຍອດໃຫ້ປະຊາຊົນເປັນຢ່າງດີ. ເພື່ອອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າຫຼືຜົນຜະລິດອອກຈໍາໜ່າຍເພື່ອໃຫ້ທຸກຄົນໄດ້ທົດລອງກິນວ່າອາຫານທີ່ຜະລິດອອກມາເປັນແນວໃດ. ພ້ອມນີ້ດິນທີ່ເຮັດການຜະລິດກໍຍັງມີຄວາມສະອາດ ກະສິກໍາກໍສະອາດ ຕົນເອງເຫັນຄຸນຄ່າທາງດ້ານນີ້ກໍເລີຍມີແນວຄິດຮ່ວມກັບກຸ່ມບ້ານ ແລະ ປະຊາຊົນພາຍໃນບ້ານນາຕານ ປຶກສາຫາລືແລກປ່ຽນບົດຮຽນເພື່ອໃຫ້ມີບ່ອນຈໍາໜ່າຍຜົນຜະລິດ,ໃຫ້ມີເນື້ອທີ່ປູກຝັງ. ດັ່ງນັ້ນ, ຈຶ່ງໄດ້ສ້າງໂຄງການນີ້ຂຶ້ນມາ.
ພ້ອມນີ້, ເມື່ອມີການພັດທະນາການນຳພັກ-ລັດທຸກຂັ້ນເຫັນເຖິງຄວາມສຳຄັນຂອງປະຊາຊົນ ຈຶ່ງໄດ້ຊຸກຍູ້ ທຶນຮອນ ແນະນໍາຄວາມຮູ້ດ້ານວິຊາການ ບວກກັບປະຊາຊົນພາຍໃນ ແລະ ອໍານາດການປົກຄອງບ້ານປະກອບສ່ວນເປັນແຮງງານສ້າງທາງເປຕົງຮ່ວມກັນກັບພາກລັດ, ທາງປະທານບໍລິສັດກໍໄດ້ປະກອບສ່ວນເພື່ອໃຫ້ເສັ້ນທາງສໍາເລັດຜົນ.
ໂຄງການນີ້ທາງບໍລິສັດເປັນຜູ້ລົງທຶນ ໃຫ້ຄວາມຮູ້ດ້ານເຕັກນິກວິຊາການ, ວຽກການຕະຫຼາດ, ວາງແຜນການຜະລິດໃຫ້ແກ່ປະຊາຊົນ ເພື່ອໃຫ້ຮູ້ການຈໍາໜ່າຍ ໂດຍພຶ້ນຖານປະຊາຊົນພາຍໃນບ້ານໄດ້ມີປະສົບການທາງດ້ານການຜະລິດແລະ ຈໍາໜ່າຍ ພຽງແຕ່ໄດ້ນໍາເອົາລະບົບເຂົ້າມາໃນການວາງແບບແຜນໃຫ້ສ່ວນໃດໜຶ່ງ ເພື່ອປະສົມປະສານໃນການເຮັດກະສິກໍາ ຊຶ່ງຈະນໍາໃຊ້ວິທີແບບທໍາມະຊາດ ເພື່ອເປັນການປະຢັດຕົ້ນທຶນໃນການໃຊ້ຈ່າຍ, ຫຼຸດຜ່ອນການຊື້ຫຼືນໍາເຂົ້າຫຼາຍໆຢ່າງ. ດັ່ງນັ້ນ, ຈຶ່ງໄດ້ນໍາໃຊ້ແບບວິທີປະຖົມປະຖານແບບເກົ່າປະສົມກັບແບບໃໝ່ເພື່ອໃຫ້ເກີດຜົນຜະລິດອອກມາຈໍາໜ່າຍຢ່າງມີຄຸນນະພາບອອກສູ່ສັງຄົມ. ປັດຈຸບັນການດໍາເນີນການຜະລິດແມ່ນນໍາໃຊ້ຕາມແບບແຜນ ກໍເລີຍບໍ່ກ້າວກະໂດດເທື່ອ ເພາະການປະຕິບັດວຽກຕົວຈິງແມ່ນຕ້ອງໃຊ້ເວລາ ຖ້າຜົນຜະລິດເກີດຜົນແລ້້ວຖືວ່າຜ່ານ ຕົ້ນໄມ້ທີ່ນໍາມາປູກ ແມ່ນຈະໄດ້ຜ່ານການທົດລອງປູກກ່ອນ ວ່າເໝາະສົມກັບດິນຫຼືບໍ, ອາກາດແທດເໝາະບໍ່ ເພື່ອບໍ່ໃຫ້ປະຊາຊົນມີຄວາມສ່ຽງຫຼາຍ, ຈຶ່ງຕ້ອງມີການວາງແຜນທີ່ດີ ເປັນຕົ້ນແມ່ນການວິໄຈນໍ້າ, ດິນ ຕົວຢ່າງ. ປັດຈຸບັນການລ້ຽງກຸ້ງເຫັນວ່າຜ່ານແລ້ວ 90%; ຊຶ່ງມີ 4 ປະເພດກຸ້ງຝອຍ, ກຸ້ງເຄຟິດ, ກຸ້ງກ້າມກາມ ໂດຍລ້ຽງແບບວິທີທໍາມະຊາດຊຶ່ງມີ21 ບໍ່; ຊະນິດຜັກກໍເລືອກເອົາຜັກບາງຊະນິດທີ່ແທດເໝາະກັບດິນ.
ທ່ານໃຫ້ຮູ້ຕື່ມວ່າ: ໃນເບື້ອງຕົ້ນແມ່ນທົດລອງປູກຜັກ 8 ຊະນິດ ແຕ່ຜ່ານພຽງ 4 ຊະນິດ ຖືວ່າມີຄວາມຄົງທົນຕໍ່ສະພາບດິນຟ້າອາກາດ ໂດຍບໍ່່ໄດ້ໃຊ້ສານເຄມີໃດໆທັງນັ້ນ ຊຶ່ງປະຊາຊົນກໍໄດ້ຮຽນຮູ້ການເຮັດຝຸ່ນທໍາມະຊາດ. ສະນັ້ນ, ໂຄງການກຳລັງຈະກ້າວເຂົ້າສູ່ໄລຍະທີ 2; ຕອນນີ້ຖືວ່າແຜນການໄລຍະທີໜຶ່ງແມ່ນປະສົບຜົນສໍາເລັດ 30% ຂອງໂຄງການ ຊຶ່ງ, ໃນນັ້ນປະຊາຊົນສາມາດເຮັດຝຸ່ນທໍາມະຊາດເປັນ, ຫຼັກການປູກ, ໂດຍມີຊ່ຽວຊານຈາກຕ່າງປະເທດເຂົ້າມາຊ່ວຍ. ປັດຈຸບັນພືດທີ່ນໍາມາປູກມີ ໝາກກ້ຽງໃຫຍ່, ໝາກມ່ວງ, ໝາກພ້າວພື້ນບ້ານ, ໝາກມີ້ ແລະ ຕົ້ນໄຜ່ທໍາມະຊາດເພື່ອນໍາໄປເປັນຜະລິດຕະພັນຈັກສານເພື່ອຮອງຮັບເຂົ້າໃນໂຄງການໃນອະນາຄົດ. ສໍາຄັນທີ່ສຸດ ເຮົາຕ້ອງເປີດໃຈວ່າສິ່ງທີ່ເຮົາຢາກໄດ້ແມ່ນຫຍັງ,ຈຸດປະສົງຄືອັນໃດ ຄືໂຄງການນີ້ ເນັ້ນໃຫ້ມີຜະລິດຕະພັນເປັນຂອງຕົນ ເພື່ອໃຫ້ເປັນແບບຢ່າງໃຫ້ປະຊາຊົນໃນກຸ່ມບ້ານນາຕານ ເພື່ອສົ່ງຕໍ່ສິ່ງທີ່ດີໆໃຫ້ແກ່ບ້ານອ້ອມຂ້າງທີ່ຢາກຮຽນຮູ້ແລກປ່ຽນຊຶ່ງກັນແລະກັນ.
ທ່ານນາງ ເວີນ ເພຍສາຂາປະຊາຊົນບ້ານນາຕານ ເປັນຜູ້ໜຶ່ງທີ່ເຂົ້າຮ່ວມຢູ່ໃນກຸ່ມກະສິກໍາດັ່ງກ່າວ ເມື່ອກ່ອນປະກອບອາຊີບເຮັດນາພຽງຢ່າງດຽວ ພໍແຕ່ກຸ້ມກິນພາຍໃນຄອບຄົວ ຂາຍກໍບໍ່ໄດ້ຫຼາຍ ພາຍຫຼັງໄດ້ເຂົ້າຮ່ວມໂຄງການນີ້ ແມ່ນໄດ້ຮັບຄວາມຮູ້ໃໝ່ໆຫຼາຍຢ່າງໃນການປູກຝັງ, ບົວລະບັດຮັກສາພືດ ໂດຍມີນັກວິຊາການສະເພາະມານໍາພາ, ເລີ່ມເຂົ້າຮ່ວມໂຄງການນີ້ແຕ່ປີ 2023 ສິ່ງທີ່ໄດ້ຮຽນຮູ້ຫຼັກໆແມ່ນການປູກຝັງ, ການເຮັດປຸຍແບບທໍາມະຊາດ ແລະ ໄດ້ນໍາເອົາຄວາມຮູ້ວິທີການປູກໄປນໍາໃຊ້ໃນຄອບຄົວ ຕົນເອງມີຄວາມຮູ້ສຶກດີໃຈຫຼາຍທີ່ບໍລິສັດທາເວວສ້າງໂຄງການນີ້ຂຶ້ນມາ ເຮັດໃຫ້ເອື້ອຍນ້ອງແມ່ຍິງພາຍໃນບ້ານມີອາຊີບມີວຽກເຮັດງານທຳເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນ.
ທ່ານນາງ ສຸວັນນີ ສອນວິເສດສະມາຊິກກຸ່ມກ່າວວ່າ: ໂຄງການນີ້ດີຫຼາຍເຮັດໃຫ້ຕົນເອງຮູ້ກ່ຽວກັບການປູກຝັງ ເປັນຢ່າງດີ ດີໃຈທີ່ສຸດທີ່ມີໂຄງການນີ້ຂຶ້ນມາ. ໂອກາດນີ້,ທ່ານນາງ ອານິດ ສີວົງໄຊ ໄດ້ອວຍພອນເນື່ອງໃນໂອກາດວັນແມ່ຍິງສາກົນວັນທີ 8 ມີນາ ຄົບຮອບ 114 ປີ ທີ່ໃກ້ຈະໜູນວຽນມາຮອດນີ້ ໃນນາມຜູ້ຈັດຕັ້ງປະຕິບັດໂຄງການ ແລະ ໃນນາມເປັນເພດຍິງ ຂໍຝາກເຖິງແມ່ຍິງລາວບັນດາເຜົ່າຜູ້ທີ່ຢາກເຮັດສິ່ງໃດໜຶ່ງ ຖ້າຢາກສ້າງສິ່ງໃໝ່ໆທີ່ເຮັດໃຫ້ແມ່ຍິງມີບົດບາດຍິ່ງຂຶ້ນ ແມ່ຍິງກໍຕ້ອງໄດ້ຄຽງບ່າຄຽງໄຫຼ່ກັບອ້າຍນ້ອງຊາຍໃນການເຮັດໜ້າທີ່ໃດໜຶ່ງ ເພື່ອສົ່ງຕໍ່ມອບສິ່ງທີ່ດີ ສ້າງໂອກາດທີ່ດີບໍ່ວ່າຈະເປັນພາກສ່ວນໃດ ຈະເປັນເພດຍິງ, ເພດຊາຍ ຢາກໃຫ້ຈັບມືສາມັກຄີກັນ ແລະ ພວກເຮົາຈະກ້າວໄປພ້ອມໆກັນ ຂໍອວຍພອນມາຍັງການນໍາພັກ-ລັດ ຈົ່ງມີສຸຂະພາບແຂງແຮງ ມີຄວາມຜາສຸກໃນຄອບຄົວ ມີຜົນສໍາເລັດໃນໜ້າທີ່ວຽກງານຂອງຕົນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ ເມືອງປາກຊ່ອງ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 4 ຫາ 7 ທັນວາ 2025 ທີ່ເດີ່ນອະນຸສາວະລີຂອງ ທ່ານ ສີທົນກົມມະດໍາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສຸນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈໍາປາສັກ, ທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ ຜູ້ວ່າການທະນາຄານແຫ່ງ ສປປລາວ, ມີແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະທດ, ຜູ້ປະກອບການ ແລະ ມວນຊົນເຂົ້າຮ່ວມ.
ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ, ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມ ວຽກງານການເດີນສໍາຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງວຽງຈັນ ໃນວັນທີ 4 ທັນວານີ້ ໂດຍການຕ້ອນຮັບຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ຫົວໜ້າຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນແຂວງ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ.
ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າຂອງວັນທີ 4 ທັນວາຜ່ານມານີ້, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍໃຫ້ກຽດເປັນປະທານ ແລະ ບັນຍາຍເອກະສານ ຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດ,ຊຶ່ງມີບັນດາຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງທັງໝົດ ປະມານ 450 ສະຫາຍ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ໃນວັນທີ 27ພະຈິກຜ່ານມານີ້,ທີ່ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຈາກບັນດາພະແນກການກ່ຽວຂ້ອງຈາກ ບັນດາແຂວງພາກເໜືອ ແລະ ພາກກາງ ລວມທັງໝົດປະມານ 100ທ່ານ. ສໍາລັບບັນດາແຂວງພາກໃຕ້, ກອງເລຂາ ໄດ້ສໍາເລັດຈັດກອງປະຊຸມເຜີຍແຜ່ໃຫ້ບັນດາແຂວງດັ່ງກ່າວໃນເດືອນ ມິຖຸນາ 2025 ຜ່ານມາ ທີ່ ແຂວງຈໍາປາສັກ.
ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ວິທະຍາໄລສິລະປະແຫ່ງຊາດ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບບໍລິສັດເຂົ້າໜຽວການສະແດງ ແລະ ໂຮງລະຄອນ, ໄດ້ຈັດງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ (Asian Youth Theatre Festival) (AYTF) ປີ 2025 ຂຶ້ນໃນຄໍ່າວັນທີ 4 ທັນວາ ຜ່ານມາທີ່ ວິທະຍາໄລດັ່ງກ່າວ ໂດຍມີ ທ່ານ ວຽງພອນ ສຸກຂະວົງ ຫົວໜ້າກົມວັດທະນະທໍາ ແລະ ສິລະປະການສະແດງ ກະຊວງ ວທ, ທ່ານ ວິລະພັນ ຊາພູວົງ ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ມີບັນດາຄະນະຜູ້ຈັດງານ, ຄູ-ອາຈານ, ນັກສິລະປິນໄວໜຸ່ມຕົວແທນນັກສະແດງຈາກບັນດາປະເທດອາຊີ ແລະ ອາຊຽນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ນະ​ຄອນຫຼວງວຽງ​ຈັນໂດຍການເປັນປະທານຂອງ ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ມີບັນດາພະແນກການກ່ຽວຂ້ອງຈາກບັນດາແຂວງພາກເໜືອ ແລະ ພາກກາງເຂົ້າ​ຮ່ວມ.
ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຄະນະປະຈຳການ, ຄະນະກຳມະການເລືອກຕັ້ງລະດັບຊາດ, ໄດ້ຈັດກອງປະຊຸມຝຶກອົບໃຫ້ແກ່ພະ ນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດ ທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ(ສສຂ) ຊຸດທີ V,ຂຶ້ນໃນລະຫວ່າງວັນທີ 4-5 ທັນວານີ້, ທີ່ຫໍປະຊຸມສະພາແຫ່ງຊາດ, ໂດຍການເປັນປະທານ ຂອງ ທ່ານ ຈະເລີນ ເຢຍປາວເຮີ, ຮອງປະທານສະພາແຫ່ງຊາດ, ຮອງຫົວໜ້າອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ, ມີບັນດາຮອງປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງເຂົ້າຮ່ວມ.
ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ກອງປະຊຸມວິຊາການ ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບ ເພື່ອສົ່ງເສີມປັນຍາປະ ດິດລາວໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້ ທີ່ໂຮງແຮມຄຣາວພາຊາ ເປັນກຽດເຂົ້າຮ່ວມຂອງທ່ານ ສາຄອນ ພົມມະລາດ ກຳມະການພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວິທະຍຸກະຈາຍສຽງແຫ່ງຊາດລາວ, ມີສຳນັກຂ່າວສານປະເທດລາວ, ໜັງສືພິມພາສາຕ່າງປະເທດ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງສປປ ລາວ, ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ບີນິຕາ ສົມເມີວິວ ຮອງເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ປະເທດອົສຕຣາລີປະຈຳສປປ ລາວ, ທ່ານ ໄຊສົງຄາມ ພານຸວົງ ຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດຊະລິຍະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານແຂ່ງຂັນກິລາ ເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂຶ້ນໃນວັນທີ 2 ທັນວາຜ່ານມານີ້ທີ່ເດີ່ນກິລາເມືອງ ໂດຍການເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ມີບັນດາການນໍາເມືອງ, ອົງການປົກຄອງບ້ານ, ນັກທຸລະກິດຜູ້ປະກອບການ ແລະ ນັກກິລາເຂົ້າຮ່ວມ.
ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ງານບຸນຊ່ວງເຮືອ ປະຈໍາປີ 2025 ທີ່ເມືອງລະມາມ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ທີ່ທ່າບັກເກົ່າ ບ້ານເພຍໃໝ່ ໂດຍມີຜົນການແຂ່ງຂັນດັ່ງນີ້: ເຮືອປະເພນີທັງຊາຍ ແລະ ຍິງ ຕົກເປັນ ຂອງສີພາຍບ້ານດ່ານ ເປັນເຈົ້າຄອງແຊ້ມໜ້ານໍ້າເຊກອງ ຊຶ່ງໃຫ້ກຽດມອບລາງວັນ ແລະ ຮ່ວມພິທີປິດງານ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ດາວວີ ສວຍທະລັງສີ ຄະນະປະຈຳພັກແຂວງເລຂາພັກເມືອງລະມາມ.
ເພີ່ມເຕີມ