ສະຖາບັນໂຍທາທິການ ແລະຂົນສົ່ງ ກະຊວງໂຍທາທິການ ແລະຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມປືກສາຫາລືກັບພະແນກທີ່ກ່ຽວຂ້ອງເພື່ອກະກຽມຂອບການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ສໍາລັບໂຄງການ ປັບປຸງເສັ້ນທາງໃຫ້ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ເພື່ອການເຊື່ອມໂຍງເຊື່ອມຈອດ (CRRCI) ຂຶ້ນໃນວັນທີ 23 ຕຸລານີ້ທີ່ພະແນກ ຍທຂ ແຂວງ ໂດຍການເປັນປະທານຂອງທ່ານ ບົວແພງເພັດ ໂພໄຊ ຫົວໜ້າພະແນກ ຍທຂ ແຂວງ, ມີທ່ານ ທອງດອມ ຈັນທະລາ ຮອງຫົວໜ້າສະຖາບັນ ຍທຂ, ມີບັນດາຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບົວແພງເພັດ ໂພໄຊ ກ່າວວ່າ: ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອນຳສະເໜີເງິນກູ້ຢືມດອກເບ້ຍຕ່ຳຈາກ ທະນາການໂລກ (WB) ໂດຍເລັ່ງໃສ່ການປັບປຸງທາງຫຼວງເມືອງ ແລະທາງຊົນນະບົດ ຊຶ່ງໄດ້ຄັດເລືອກເອົາ 3 ແຂວງເປົ້າໝາຍຄື: ແຂວງຄຳມ່ວນ, ແຂວງສະຫວັນນະເຂດ ແລະ ແຂວງສາລະວັນ.ສຳລັບໂຄງການນີ້ແນໃສ່ປັບປຸງມາດຕະຖານຂອງເສັ້ນທາງໃຫ້ສາມາດສັນຈອນໄດ້ທັງສອງລະດູ, ເສີມສ້າງຄວາມສາມາດໃນການຄຸ້ມຄອງຕາໜ່າງເສັ້ນທາງ, ໃນກໍລະນີເກີດເຫດການສຸກເສີນ ໃຫ້ສາມາດຕອບສະໜອງໄດ້ທັນທີ ແລະມີປະສິດທິຜົນ, ລວງຍາວເສັ້ນທາງຂອງໂຄງການລວມທັງໝົດໃນ3 ແຂວງປະມານ 300 ກິໂລແມັດ (100 ກມຕໍ່ແຂວງ). ໃນປີ 2008 ຜ່ານມາ, ກະຊວງ ຍທຂ ໄດ້ປຶກສາຫາລືກັບພະແນກ ຍທຂ (DPWT) ຂອງສາມແຂວງດັ່ງກ່າວໄດ້ກຳນົດບັນຊີລາຍຊື່ເສັ້ນທາງເພື່ອນຳສະເໜີເຂົ້າໃນແຜນຂອງໂຄງການຜະລິດໃນແຂວງສາລະວັນລວມມີ: ເມືອງສາລະວັນ 1 ເສັ້ນ, ເມືອງເລົ່າງາມ 2 ເສັ້ນ, ເມືອງຕຸ້ມລານ 1 ເສັ້ນ, ເມືອງສະໝ້ວຍ 3 ເສັ້ນ ແລະ ເມືອງຕະໂອ້ຍ 1 ເສັ້ນ ເພື່ອໃຫ້ແນ່ໃຈວ່າການກະກຽມຂອບການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມຂອງໂຄງການສອດຄ່ອງກັບລະບຽບຂອງຜູ້ໃຫ້ທຶນ ແລະ ລະບຽບການຂອງລັດຖະບານລາວ ພ້ອມທັງໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງທ້ອງຖິ່ນ. ຈາກນັ້ນຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີກ່ຽວກັບຄວາມເປັນມາຂອງໂຄງການ, ແຜນດຳເນີນງານກະກຽມຂອບການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມປະກອບຄຳເຫັນ, ປຶກສາຫາລືແລກປ່ຽນບົດຮຽນ ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບຜົນສຳເລັດ.
ຂ່າວ-ພາບ: ລັດຕະນາ ແສງສຸວັນ

ຄໍາເຫັນ