ພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ

ກະຊວງ ສສກ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ

ກະຊວງ ສສກ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ
ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ (7 ຕຸລາ 1994-7 ຕຸລາ 2024) ຂຶ້ນໃນວັນທີ 16 ຕຸລາ ນີ້

ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີລັດຖະມົນຕີ, ຮອງລັດຖະມົນຕີ ແລະ ບັນດາທ່ານ ອະດີດພະນັກງານຄູ-ອາຈານ, ນັກຮຽນ-ນັກສຶກສາເຂົ້າຮ່ວມ.

ທ່ານ ພຸດ ສິມມາລະວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຂຶ້ນກ່າວມີຄວາມເຫັນ ຊຶ່ງທ່ານໄດ້ຍົກໃຫ້ເຫັນວ່າ: ໃນຕະຫຼອດໄລຍະຜ່ານມາ ຄູໄດ້ມີຄວາມຫ້າວຫັນ ອຸທິດຕົນແກ່ການສິດສອນໃຫ້ລູກຫຼານຊາວລາວບັນດາເຜົ່າ ໃຫ້ກາຍເປັນຜູ້ມີຄວາມຮູ້, ເປັນນັກຮຽນຮູ້ປັນຍາຊົນ, ເປັນຜູ້ຊ່ຽວຊານ ແລະ ເປັນການນຳຂັ້ນຕ່າງໆ; ຄູລາວຍັງໄດ້ປະກອບສ່ວນໃຫຍ່ຫຼວງໃນພາລະກິດຕໍ່ສູ້ກູ້ຊາດ; ເຮັດການປະຕິວັດຊາດ ປະຊາທິປະໄຕ ແລະ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ຍ້ອນແນວນັ້ນການນຳພັກ-ລັດ ແລະ ສັງຄົມ ຈຶ່ງຂະໜານນາມໃຫ້ຄູວ່າ: “ຄູ ເປັນຄົນຂອງພັກ”, “ຄູເປັນແມ່ພິມຂອງຊາດ”, “ຄູເປັນວິສະວະກອນແຫ່ງດວງວິນຍານ” ເຫຼົ່ານີ້ເປັນຕົ້ນ. ໃນໄລຍະທີ່ມີຄວາມຫຍຸ້ງຍາກຈາກການລະບາດຂອງພະຍາດໂຄວິດ-19, ຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ແລະ ໄພທໍາມະຊາດ ຄູພວກເຮົາກໍໄດ້ພ້ອມກັນອົດທົນຜ່ານຜ່າ. ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງຄູທຸກທ່ານ, ຜູ້ບໍລິຫານການສຶກສາທຸກລະດັບ ທີ່ໄດ້ມີຄວາມຮັບຜິດຊອບ; ເປັນເຈົ້າການ, ອຸທິດຕົນ ແລະ ເສຍສະຫຼະ ທາງກາຍ ແລະ ໃຈ ໃຫ້ແກ່ພາລະກິດຂອງການສຶກສາໃນໄລຍະຜ່ານມາ ໃນໂອກາດນີ້ຍັງໄດ້ມີການມອບນາມມະຍົດພັດທະນາດີເດັ່ນໃຫ້ແກ່ອະດີດການນໍາ, ຄູ-ອາຈານໃນຂະແໜງການສຶກສາຕື່ມອີກ.

ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ກໍໄດ້ໂອ້ລົມ ຊຶ່ງທ່ານໄດ້ຕາງໜ້າໃຫ້ສູນກາງພັກ ແລະ ລັດຖະບານ ຂໍສະແດງຄວາມກະຕັນຍູ, ຮູ້ບຸນຄຸນ ແລະ ຍ້ອງຍໍຊົມເຊີຍຕໍ່ຄຸນງາມຄວາມດີຂອງຄູ-ອາຈານ. ເມື່ອທົບທວນແລ້ວເຫັນວ່າ ພາລະໜ້າທີ່ຂອງຄູ ແມ່ນມີຄວາມສໍາຄັນ, ໜັກໜ່ວງ ແລະ ມີຂອບເຂດກວ້າງຂວາງຫຼາຍຂົງເຂດໃນການດໍາເນີນພາລະກິດການສຶກສາຂອງພັກ ແລະ ລັດຖະບານ ກໍຄືການຈັດຕັ້ງຜັນຂະຫຍາຍແຜນພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ ໂດຍສະເພາະແມ່ນການຮັບປະກັນການສະໜອງການສຶກສາໃຫ້ມີຄຸນນະພາບ ແລະ ສາມາດເຂົ້າເຖິງປະຊາຊົນບັນດາເຜົ່າ ໃນສະພາບການທີ່ມີຄວາມທ້າທາຍຫຼາຍສິ່ງຕໍ່ຂະແໜງການສຶກສາ ແລະ ກິລາ ພວກເຮົາບໍ່ອາດຈະປະໃຫ້ຄູປະເຊີນກັບສິ່ງທ້າທາຍນັ້ນພຽງລຳພັງ. ສະນັ້ນ, ຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນໃນທົ່ວສັງຄົມຈະຕ້ອງໄດ້ໃຫ້ການຮ່ວມມື ແລະ ເຮັດວຽກຮ່ວມກັນເປັນຕົ້ນ: ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃນການຄຸ້ມຄອງບໍລິຫານການສຶກສາໃຫ້ສູງຂຶ້ນ, ເອົາໃຈໃສ່ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບໄດ້ມາດຕະຖານຕາມ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ ຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ 3 ຂໍ້ແຂ່ງຂັນຂອງຂະແໜງການຄື: ສອນດີ-ຮຽນເກັ່ງ, ສ້າງສະພາບແວດລ້ອມທີ່ດີໃນສະຖານການສຶກສາ, ພ້ອມກັນຕ້ານປະກົດການຫຍໍ້ທໍ້ຕ່າງໆ ໂດຍສະເພາະແມ່ນບັນຫາຢາເສບຕິດ ແລະ ຄ່ານິຍົມທີ່ຜິດເຂ່ວ; ບັນດາຄູ-ອາຈານ ຈົ່ງເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ, ປະຕິບັດໜ້າທີ່ຢ່າງເປັນມືອາຊີບໃຫ້ສົມກັບເປັນແມ່ພິມທີ່ດີຂອງຊາດ ມີຈັນຍາບັນ, ຝຶກຝົນ ແລະ ພັດທະນາຕົນເອງດ້ານວິຊາສະເພາະ, ສຶກສາຄົ້ນຄວ້າ ທໍາຄວາມເຂົ້າໃຈ ກ່ຽວກັບຫຼັກສູດ, ທົບທວນ-ສໍາມະນາກັນຄືນກ່ຽວກັບຮູບແບບ, ເຕັກນິກ, ວິທີການສອນ-ການວັດຜົນ ແລະ ຮັບປະກັນວ່ານັກຮຽນທີ່ຮຽນອ່ອນ-ຮຽນບໍ່ທັນໝູ່ຈະໄດ້ຮັບການບຳລຸງຄືນ. ນອກຈາກຈະມີວິຊາສະເພາະແລ້ວ ຕ້ອງຮຽນຮູ້ບັນດາທັກສະ ສະຕະວັດທີ 21 ເຊັ່ນ: ການນຳໃຊ້ເຕັກໂນໂລຊີ ຂໍ້ມູນຂ່າວສານ ປະກອບການສອນ, ທັກສະການຮຽນດ້ວຍຕົນເອງ, ທັກສະທາງດ້ານສັງຄົມ, ຮູ້ນໍາໃຊ້ພາສາຕ່າງປະເທດ, ສ້າງຄວາມເຂັ້ມແຂງໃຫ້ແກ່ຄູໃນດ້ານເຕັກໂນໂລຊີການສຶກສາເຂົ້າໃນການສິດສອນ, ການຮຽນຮູ້ຕະຫຼອດຊີວິດ ເພື່ອສົ່ງຄວາມຮູ້ໃຫ້ແກ່ນັກຮຽນ ນັກສຶກສາຢ່າງມີປະສິດທິຜົນສູງຂຶ້ນ; ສະແດງຄວາມຂອບໃຈມາຍັງ ຜູ້ບໍລິຫານການສຶກສາ ແລະ ຄູ-ອາຈານ ພາກເອກະຊົນ ຊຶ່ງບັນດາທ່ານໄດ້ປະກອບສ່ວນຢ່າງສຳຄັນ ໃນການໃຫ້ການສຶກສາແກ່ລູກຫຼານຂອງເຮົາ ໂດຍສະເພາະແມ່ນຢູ່ໃນເຂດຕົວເມືອງ, ຂໍໃຫ້ບັນດາທ່ານສືບຕໍ່ເສີມສະຫຍາຍມູນເຊື້ອອັນດີທີ່ເຄີຍເຮັດຜ່ານມາ; ຮຽກຮ້ອງໃຫ້ທົ່ວສັງຄົມ, ອົງການປົກຄອງທ້ອງຖິ່ນ ແລະ ຜູ້ປົກຄອງນັກຮຽນ ຈົ່ງພ້ອມກັນຊຸກຍູ້ສົ່ງເສີມໃຫ້ລູກຫຼານທີ່ຢູ່ໃນເກນອາຍຸເຂົ້າຮຽນ ໄປເຂົ້າໂຮງຮຽນນັບແຕ່ການສຶກສາກ່ອນໄວຮຽນ, ສາມັນສຶກສາ, ວິຊາຊີບ ແລະ ການສຶກສາຊັ້ນສູງ ແລະ ເອົາໃຈໃສ່ ຕໍ່ການແນະນໍາລູກຫຼານໃນການສຶກສາຮໍ່າຮຽນເວລາຢູ່ເຮືອນ, ອົບຮົມຕັກເຕືອນເຂົາເຈົ້າໃຫ້ເຫັນຄວາມສໍາຄັນຂອງການສຶກສາທັງຕໍ່ຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ.

ຂ່າວ-ພາບ: ຍຸພິນທອງ

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 8 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ ນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ຄະນະຫ້ອງວ່າການສະພາປະຊາຊົນແຂວງ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນປະທານຄະ​ນະ ສສຊ ປະຈໍາເຂດເລືອກຕັ້ງທີ 12, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຂົ້າອວຍພອນ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແລະ ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາທີ່ ສະ​ພາ​ແຫ່ງ​ຊາດ. ໃນໂອກາດທີ່ທັງສອງທ່ານໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ ໃນວັນທີ 8 ຕຸລານີ້, ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກາວເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8-9 ຕຸລານີ້.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ຕອນບ່າຍວັນທີ 8 ຕຸລານີ້, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ອົງການກວດກາແຫ່ງລັດ ໄດ້ລາຍງານຜົນການກວດກາ 6 ເປົ້າໝາຍໃຫຍ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພົບຫຼາຍໂຄງການ-ຂະແໜງການ ຍັງມີຂໍ້ຂາດຕົກບົກພ່ອງ ແລະ ລະ ເມີດລະບຽບການ ໃນວັນທີ 8 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ.
ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

​ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ, ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຂຶ້ນປະກອບຄຳເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ໃນວັນທີ 8 ຕຸລານີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

ອົງການກວດກາແຫ່ງລັດ ລາຍງານຜົນການກວດກາ 9 ເດືອນ ປີ 2026 ພົບຫຼາຍໂຄງການ-ຂະແໜງ ການ ຍັງລະເມີດລະບຽບການ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ