ພິທີປາຖະກະຖາເພື່ອສະເຫຼີມສະຫຼອງວັນການທູດລາວ ຄົບຮອບ 79 ປີ

ກະຊວງການຕ່າງປະເທດ ຈັດປາຖະກະຖາ ວັນການທູດລາວ ຄົບຮອບ 79 ປີ

ກະຊວງການຕ່າງປະເທດ ຈັດປາຖະກະຖາ ວັນການທູດລາວ ຄົບຮອບ 79 ປີ
ໃນວັນທີ 16 ຕຸລາ ນີ້, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາເພື່ອສະເຫຼີມສະຫຼອງວັນການທູດລາວ ຄົບຮອບ 79 ປີ (12 ຕຸລາ 1945 – 12 ຕຸລາ 2024)

ໂດຍໃຫ້ກຽດເປັນປະທານ ແລະ ຂຶ້ນບັນຍາຍຂອງ ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກກະຊວງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ; ມີບັນດາຄະນະພັກ-ຄະນະນໍາກະຊວງ, ອະດີດທູດອາວຸໂສ, ພະນັກງານບໍານານ, ຄະນະກົມ ແລະ ບັນດາພະນັກງານ-ລັດຖະກອນ ພາຍໃນກະຊວງການຕ່າງປະເທດເຂົ້າຮ່ວມຢ່າງພ້ອມພຽງ.

ການປາຖະກະຖາໃນຄັ້ງນີ້ ແມ່ນເພື່ອລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີຂອງບັນພະບູລຸດ ກໍຄື ຫວນຄືນປະຫວັດສາດຂອງຊາດລາວທີີ່ປະຊາຊົນລາວ ມີຄວາມເອກອ້າງທະນົງໃຈ ຕໍ່ມູນເຊື້ອຮັກຊາດ, ມີຄວາມສາມັກຄີ ທີ່ເປັນປຶກແຜ່ນ ແລະ ອົງອາດກ້າຫານ, ເດັດດ່ຽວຕໍ່ສູ້ປົດປ່ອຍປະເທດຊາດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ທັງຍັງເປັນໂອກາດອັນດີ ສຳລັບພະນັກງານກະຊວງການຕ່າງປະເທດ ໂດຍສະເພາະ ນັກການທູດໜຸ່ມນ້ອຍຈະໄດ້ຮຽນຮູ້ຄຸນສົມບັດ, ກໍາໄດ້ປະຫວັດສາດ, ຄຸນງາມຄວາມດີ, ຄວາມອົງອາດກ້າຫານ ແລະ ຄວາມສາມັກຄີອັນໜຽວແໜ້ນ ແລະ ຄວາມເສຍສະຫຼະອັນສູງສົ່ງຂອງບັນພະບູລຸດຂອງຊາດເຮົາເພື່ອນໍາໄປຈັດຕັ້ງຜັນຂະຫຍາຍນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານການຕ່າງປະເທດໃຫ້ແທດເໝາະ ແລະ ສອດຄ່ອງກັບແນວທາງການພັດທະນາເສດຖະກິດ-ສັງຄົມ ຂອງ ພັກ-ລັດ ກໍຄື ເພື່ອຮັບປະກັນຄຸນນະພາບຂອງການປະຕິບັດໜ້າທີ່ການເມືອງການທູດຂອງຕົນ ໃຫ້ໄດ້ຮັບໝາກຜົນດີຍິ່ງໆຂຶ້ນ. ພ້ອມນັ້ນ, ກໍເປັນການສະເຫຼີມສະຫຼອງ ແລະ ຍ້ອງຍໍຜົນງານການເຄື່ອນໄຫວວຽກງານການຕ່າງປະເທດ ກໍຄືການຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດຂອງລາວ ທີ່ສອດຄ່ອງກັບສະພາບເງື່ອນໄຂຕົວຈິງໃນແຕ່ລະໄລຍະ ຕະຫຼອດ 79 ປີ ຜ່ານມາ.

ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສໍາຄັນ ຂອງວັນການທູດລາວ, ລວມເຖິງຜົນສໍາເລັດຂອງການເຄື່ອນໄຫວ ວຽກງານການຕ່າງປະເທດຂອງພັກ, ລັດຖະບານ ຕະຫຼອດ 79 ປີ ຊຶ່ງມາຮອດປັດຈຸບັນ, ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດກັບ 150 ປະເທດ, ມີສໍານັກງານຕາງໜ້າການທູດຂອງ ສປປ ລາວ ຢູ່ຕ່າງປະເທດ ຈໍານວນ 42 ແຫ່ງ (ໃນນັ້ນມີສະຖານເອກອັກຄະລັດຖະທູດ 28 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສູນໃຫຍ່ 10 ແຫ່ງ ແລະ ຫ້ອງການກົງສູນ 1 ແຫ່ງ); ມີກົງສູນກິດຕິມະສັກຂອງ ສປປ ລາວ ຢູ່ຕ່າງປະເທດ 17 ປະເທດ ແລະ ກົງສູນກິດຕິມະສັກຕ່າງປະເທດຢູ່ ສປປ ລາວ 15 ປະເທດ; ມີດ່ານສາກົນ 28 ແຫ່ງ; ມີການພົວພັນກັບພັກການເມືອງຕ່າງໆໃນໂລກ 140 ພັກໃນ 84 ປະເທດ ແລະ ມີ 19 ສະມາຄົມມິດຕະພາບກັບຕ່າງປະເທດ ແລະ 1 ຄະນະສັນຕິພາບ ແລະ ສາມັກຄີລາວກັບຕ່າງປະເທດ.

ພ້ອມກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ ຍັງຍົກໃຫ້ເຫັນເຖິງຜົນສໍາເລັດໃນການເປັນປະທານອາຊຽນ ຄັ້ງທີ 3 ຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄໍາຂວັນ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ (ASEAN: Enhancing Connectivity and Resilience)”, ໂດຍສະເພາະ ກໍແມ່ນຜົນສໍາເລັດຂອງການເປັນເຈົ້າພາບ ແລະ ປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ຊຶ່ງສາມາດຍາດມາໄດ້ຜົນສໍາເລັດອັນໃຫຍ່ຫຼວງ ແລະ ໄດ້ຍົກບົດບາດຂອງ ສປປ ລາວ ໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ ກໍຄືການປະກອບສ່ວນຂອງອາຊຽນຕໍ່ການຮັກສາສັນຕິພາບ, ຄວາມໝັ້ນຄົງ, ການພັດທະນາ ແລະ ການເຊື່ອມຈອດຂອງພາກພື້ນ ແລະ ສາກົນ. ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ຖືໂອກາດສະແດງຄວາມຂອບໃຈ ແລະ ຊົມເຊີຍມາຍັງບັນດາອ້າຍເອື້ອຍນ້ອງພະນັກງານກະຊວງການຕ່າງປະເທດທຸກຄົນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງໃນການປະກອບສ່ວນຕາມພາລະບົດບາດຂອງຕົນ ເພື່ອເຮັດໃຫ້ການເປັນປະທານອາຊຽນ ແລະ ການເປັນເຈົ້າພາບກອງປະຊຸມຕ່າງໆ ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ໃນຕອນທ້າຍ, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ຊີ້ນໍາ ແລະ ໃຫ້ທິດເຍືອງທາງແກ່ ພະນັກງານກະຊວງການຕ່າງປະເທດ ໂດຍໄດ້ເນັ້ນວ່າ ໃນສະພາບການຂອງໂລກ ທີ່ມີການຜັນແປໄປຢ່າງໄວວາ ແລະ ສະຫຼັບສັບຊ້ອນ, ພະນັກງານກະຊວງການຕ່າງປະເທດ ຫຼື ນັກການທູດ ຕ້ອງສືບຕໍ່ຢຶດໝັ້ນແນວທາງການຕ່າງປະເທດສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ, ເປີດກວ້າງການຮ່ວມມືແບບຫຼາຍທິດ, ຫຼາຍຝ່າຍ ແລະ ຫຼາຍຮູບແບບ ຕາມທິດຊີ້ນໍາເພີ່ມມິດ ຫຼຸດຜ່ອນສັດຕູ ພາຍໃຕ້ຄໍາຂວັນ “ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ”; ພ້ອມທັງໄດ້ຢໍ້າຕື່ມອີກວ່າ: ນັກການທູດ ຕ້ອງເປັນຄົນທີ່ມີຄວາມຮູ້ກວ້າງຂວາງ, ມີຄວາມສຳນິຊໍານານ ດ້ານການພົວພັນສາກົນ, ມີຄວາມຮູ້ດ້ານເສດຖະກິດ, ກົດໝາຍ, ພາສາຕ່າງປະເທດ, ມີຄວາມຮູ້ດ້ານວັດທະນະທໍາ, ສາສະໜາ, ເຕັກໂນໂລຊີ, ຕ້ອງເປັນນັກເຈລະຈາ ແລະ ນັກໂຄສະນາທີ່ມີຄວາມສາມາດ ແລະ ຄ່ອງແຄ້ວ, ຕ້ອງມີຄວາມສະດຸ້ງໄວ ເພື່ອສາມາດເປັນເສນາທິການ ທີ່ດີໃຫ້ແກ່ພັກ ແລະ ລັດຖະບານໃນຂົງເຂດວຽກງານການຕ່າງປະເທດ ແນໃສ່ບັນລຸສອງໜ້າທີ່ຍຸດທະສາດຂອງພັກ ແລະ ລັດ ຕາມລະດັບຄາດໝາຍທີ່ວາງໄວ້ໄດ້ເປັນຢ່າງດີ.

ພາຍຫຼັງສໍາເລັດການປາຖະກະຖາ, ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະພັກ-ຄະນະນໍາກະຊວງ, ອະດີດທູດອາວຸໂສ, ພະນັກງານບໍານານ, ຄະນະກົມ ແລະ ບັນດາພະນັກງານ-ລັດຖະກອນ ພາຍໃນກະຊວງການຕ່າງປະເທດ ກໍໄດ້ຢ້ຽມຊົມຫ້ອງມູນເຊື້ອຂອງກະຊວງການຕ່າງປະເທດ ຊຶ່ງໄດ້ຈັດວາງສະແດງຮູບພາບ ແລະ ຜົນງານ ອັນສະແດງເຖິງມູນເຊື້ອການທູດລາວ ຕະຫຼອດ 79 ປີ ຜ່ານມາ.

ໃນໂອກາດດຽວກັນນີ້, ກໍໄດ້ມີການປະກາດພະນັກງານການນໍາກະຊວງ ທ່ານ ຕິ່ງ ສຸກສັນ ຮອງເລຂາຄະນະພັກະຊວງ ຮອງລັດຖະມົນຕີກະຊວງການຕ່າງປະເທດອອກຮັບອຸດໜູນບໍານານ, ມອບ-ຮັບໜ້າທີ່ຫົວໜ້າກົມອົງການຈັດຕັ້ງສາກົນ ລະຫວ່າງ ທ່ານ ນາງ ມຸກດາວັນ ສີສຸລິດ ຜູ້ໃໝ່ ແລະ ທ່ານ ດາວວີ ວົງໄຊ ຜູ້ເກົ່າ ແລະ ປະກາດປະດັບຊັ້ນການທູດແກ່ພະນັກງານກະຊວງການຕ່າງປະເທດເຊັ່ນ: ອັກຄະລັດຖະທຸດ ຈໍານວນ 1 ທ່ານ, ອັກຄະລັດຖະທູດທີ່ປຶກສາ ຈໍານວນ 7 ທ່ານ, ທີ່ປຶກສາ 20 ທ່ານ, ເລຂານຸການເອກ 30 ທ່ານ, ເລຂານຸການໂທ 50 ທ່ານ, ເລຂານຸການຕີ 7 ທ່ານ ແລະ ອານຸເລຂາ 3 ທ່ານ.

ຂ່າວ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ