ກະຊວງຍຸຕິທຳ ປາຖະກະຖາ ສຳຄັນຂອງຊາດ

ກະຊວງຍຸຕິທຳ ປາຖະກະຖາ ສຳຄັນຂອງຊາດ

ກະຊວງຍຸຕິທຳ ປາຖະກະຖາ ສຳຄັນຂອງຊາດ
ກະຊວງຍຸຕິທຳ ໄດ້ຈັດປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອດ 80 ປີ ຂຶ້ນໃນວັນທີ 25 ມີນານີ້ ທີ່ກະຊວງດັ່ງກ່າວ, ໂດຍການປາຖະກະຖາຂອງ ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນການພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຄະນະພັກ, ສະມາຊິກພັກ ແລະ ພະນັກງານວິຊາການພາຍໃນກະຊວງເຂົ້າຮ່ວມ.
ກະຊວງຍຕທຳ ປາຖະກະຖາ ສຳຄນຂອງຊາດ - image 1
 

 

ທ່ານ ຄຳພັນ ພົມມະທັດ ໄດ້ຍົກໃຫ້ເຫັນເຖິງຂະບວນການປະຕິວັດແຫ່ງການກໍາເນີດ ຂອງພັກປະຊາຊົນ ປະຕິວັດລາວ ຕະຫຼອດໄລຍະ 71 ປີ ແຫ່ງການຊີ້ນໍາ-ນໍາພາຂອງ ພັກປະຊາຊົນລາວ ໃນແຕ່ລະໄລຍະຜ່ານມາ; ມູນເຊື້ອໃນການຕໍ່ສູ້ຕີເອົາຊະນະຈັກກະພັດຕ່າງດ້າວຜູ້ຮຸກຮານ, ໄດ້ຜະເຊີນໜ້າກັບພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ຈັກກະພັດລ່າເມືອງຂຶ້ນ ແບບໃໝ່, ພັກເຮົາໄດ້ແບກຫາບເອົາພາລະກຳອັນໜັກໜ່ວງ ເພື່ອຊີ້ນຳ - ນຳພາປວງຊົນລາວທັງຊາດ ຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດ ແລະ ລູກແຫຼ້ງຕີນມືປະຕິການຂາຍຊາດຢ່າງດຸເດືອດຂ້ຽວຂາດ ເຕັມໄປດ້ວຍຄວາມເສຍສະຫຼະກ້າວໄປເຖິງການປົດປ່ອຍປະເທດຊາດ ຢ່າງສົມບູນໃນປີ 1975 ແລະ ໄລຍະປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ, ການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ຕະຫຼອດ 71 ປີຜ່ານມາ ພັກປະຊາຊົນ ປະຕິວັດລາວ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ດ້ວຍຄວາມເດັດດ່ຽວ, ສະຫຼາດສ່ອງໃສ ແລະ ມີຄວາມເຕີບໃຫຍ່ເຂັ້ມແຂງໃນທຸກດ້ານເປັນກ້າວໆມາ. ເສີມຂະຫຍາຍມູນເຊື້ອທາດແທ້ຂອງພັກປະຊາຊົນ ປະຕິວັດລາວ ມີຄວາມຈົງຮັກພັກດີ ແລະ ຢຶດໝັ້ນໃນແນວຄິດ-ທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ກໍຄືຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ; ຢຶດໝັ້ນ ແລະ ປະຕິບັດຢ່າງຖືກຕ້ອງບັນດາຫຼັກການພື້ນຖານດ້ານການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ, ນັ້ນຄືຫຼັກການລວມສູນປະຊາທິປະໄຕ, ເວລາໃດກໍຖືສໍາຄັນການເສີມຂະຫຍາຍຄວາມສາມັກຄີ ເປັນເອກະພາບບົນພື້ນຖານແນວທາງແຜນນະໂຍບາຍຂອງພັກ, ພັກໄດ້ເປັນເຈົ້າການປັບປຸງປ່ຽນແປງຕົນເອງຢູ່ສະເໝີ, ເອົາໃຈໃສ່ບຳລຸງສ້າງຖັນແຖວສະມາຊິກພັກ ໃຫ້ມີຄວາມເປັນແບບຢ່າງນໍາໜ້າ, ເປັນກໍາລັງແຮງສູ້ຮົບໃນທຸກຂົງເຂດວຽກງານທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນຮາກຖານ.

ທ່ານ ຄຳພັນ ບຸນພາຄົມ ຮອງເລຂາຄະນະບໍລິຫານງານພັກກະຊວງ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ຍົກໃຫ້ເຫັນເຖິງວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 80 ປີ, ປະຫວັດຄວາມເປັນມາ, ການກຳເນີດບັ້ນຮົບປ້ອງກັນຕົວເມືອງທ່າແຂກ; ສະພາບ ແລະ ການກະກຽມການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າຂອງໜ່ວຍພັກເມືອງທ່າແຂກ; ເຫດການ ແລະ ການຕໍ່ສູ້ຢ່າງພິລະອາດຫານຂອງທະຫານ ແລະ ປະຊາຊົນຢູ່ເມືອງທ່າແຂກ ຍ້ອນການກະທໍາທີ່ໄຮ້ມະນຸດສະທໍາ ແລະ ໂຫດຮ້າຍປ່າເຖື່ອນຂອງພວກລ່າເມືອງຂຶ້ນແບບເກົ່າຜູ້ຮຸກຮານ. ວັນທີ 21 ມີນາ ຈຶ່ງກາຍເປັນວັນຄຽດແຄ້ນຂອງປະຊາຊົນລາວ.

ໃນວັນດຽວກັນນີ້, ຍັງໄດ້ມີການປະກາດການຈັດຕັ້ງຮອງລັດຖະມົນຕີ ແລະ ຫົວໜ້າກົມ ຊຶ່ງໃນພິທິດັ່ງກ່າວ ທ່ານ ນັນທະພົນ ລີວັດທະນາ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງພະນັກງານມີດັ່ງນີ້: ແຕ່ງຕັ້ງ ສະຫາຍ ນາງ ສີສຸດາ ໂສພາວັນດີ ເປັນຮອງລັດຖະມົນຕີ ກະຊວງຍຸຕິທໍາ, ສະຫາຍ ນະລົງລິ ນໍລະສິງ ເປັນຫົວໜ້າກົມກົດໝາຍ,ສະຫາຍ ນາງ ສາຍຄິດ ວິສີສົມບັດ ເປັນຫົວໜ້າກົມຮ່ວມມືສາກົນ, ສະຫາຍ ພັນໂນລາ ທອງຈັນ ເປັນຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ແລະ ສະຫາຍ ແສງເພັດ ລ່ຽມພະຈັນ ເປັນຫົວໜ້າກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທຳ ກະຊວງຍຸຕິທຳ.

ໃນໂອກາດນີ້, ທ່ານ ຄຳພັນ ພົມມະທັດ ກໍໄດ້ໃຫ້ກຽດຂຶ້ນມອບດຳລັດຂອງນາຍົກລັດຖະມົນຕີ ໃຫ້ແກ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ຕາມລຳດັບ ແລະ ທ່ານ ຄຳພັນ ພົມມະທັດ ກໍໄດ້ໂອ້ລົມຮຽກຮ້ອງໃຫ້ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງ ແລະ ສະມາຊິກພັກ ແລະ ພະນັກງານ ພາຍໃນກະຊວງຍຸຕິທຳ ຈົ່ງສືບຕໍ່ມູນເຊື້ອອັນດີງາມ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ແລະ ຕັ້ງໜ້າຜັນຂະຫຍາຍວຽກງານໃຫ້ມີບາດກ້າວຂະຫຍາຍຕົວໃໝ່ຢ່າງເຂັ້ມແຂງ, ເຊື່ອໝັ້ນໃນການນຳພາຂອງພັກ, ເສີມສ້າງຄວາມສາມັກຄີ ໃຫ້ເປັນປຶກແຜ່ນ ແລະ ຮ່ວມກັນພັດທະນາປະເທດຊາດ, ເວົ້າສະເພາະກໍຄືກະຊວງຍຸຕິທຳ ໃຫ້ມີບາດກ້າວຂະຫຍາຍຕົວໃໝ່ຢ່າງເຂັ້ມແຂງ.

ຂ່າວ-ພາບ: ບຸນຕອມ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ຂໍ້ຕົກລົງວ່າດ້ວຍກົນໄກການຈັດຕັ້ງປະຕິບັດວຽກງານການລົງທຶນ

ເຜີຍແຜ່ຂໍ້ຕົກລົງວ່າດ້ວຍກົນໄກການຈັດຕັ້ງປະຕິບັດວຽກງານການລົງທຶນ

ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ) ຈັດກອງປະຊຸມເຜີຍແຜ່ຂໍ້ຕົກລົງວ່າດ້ວຍກົນໄກການຈັດຕັ້ງປະຕິບັດວຽກງານການລົງທຶນ ໃນກະຊວງກະສິກໍາ ແລະ ສິ່ງແວດລ້ອມ ສະບັບ ເລກທີ 3541/ກສ ລົງວັນທີ 12 ສິງຫາ 2026 ໃນວັນທີ 28 ກັນຍານີ້ ທີ່ສະໂມສອນຂອງກະຊວງດັ່ງກ່າວ, ພາຍໃຕ້ການເປັນປະທານຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ເຂົ້າຮ່ວມ ມີ ທ່ານຫົວໜ້າຫ້ອງການ, ບັນດາທ່ານຫົວໜ້າກົມ, ກອງ ແລະ ສະຖາບັນທີ່ຂຶ້ນກັບກະຊວງ
ການນໍາເມືອງໝື່ນ ມອບຄອມພີວເຕີໂນດບຸກ-ປິນເຕີ ໃຫ້3 ຕາແສງ

ການນໍາເມືອງໝື່ນ ມອບຄອມພີວເຕີໂນດບຸກ-ປິນເຕີ ໃຫ້3 ຕາແສງ

ການນໍາເມືອງໝື່ນ ໄດ້ມອບຄອມພີວເຕີໂນດບຸກ, ປີນເຕີ ແລະ ກະເປົາໃຫ້ 3 ຕາແສງຄື: ຕາແສງ ໂນນໄຮ, ແດງມີໄຊ ແລະ ຕາແສງ ຮົ່ມທ້າວ, ໃນ​ວັນ​ທີ 28 ກັນ​ຍາ​ນີ້ ທີ່ ຫ້ອງວ່າການເມືອງໝື່ນ ແຂວງວຽງຈັນ.
ຄຳມ່ວນຫາລືວາລະແຫ່ງຊາດ ເລັ່ງແກ້ໄຂຄວາມທຸກຍາກ 3 ເມືອງ 14 ຕາແສງ 36 ບ້ານ

ຄຳມ່ວນຫາລືວາລະແຫ່ງຊາດ ເລັ່ງແກ້ໄຂຄວາມທຸກຍາກ 3 ເມືອງ 14 ຕາແສງ 36 ບ້ານ

ແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະປີ 2027-2030 ເພື່ອກຳນົດແຜນງານ, ໂຄງການ ແລະ ເປົ້າໝາຍໃຫ້ຈະແຈ້ງ ພ້ອມເລັ່ງແກ້ໄຂຄອບຄົວທຸກຍາກ 5,022 ຄອບຄົວ ໃນ 3 ເມືອງ, 14 ຕາແສງ ແລະ 36 ບ້ານເປົ້າໝາຍ.
ແຂວງຈໍາປາສັກ ປະກາດພະນັກງານນໍາພາ - ຄຸ້ມຄອງດ່ານສາກົນວັງເຕົ່າ

ແຂວງຈໍາປາສັກ ປະກາດພະນັກງານນໍາພາ - ຄຸ້ມຄອງດ່ານສາກົນວັງເຕົ່າ

ວັນທີ 28 ກັນຍານີ້, ທີ່ດ່ານສາກົນວັງເຕົ່າ ແຂວງຈໍາປາສັກ ໄດ້ຈັດພິທີປະກາດແຕ່ງຕັ້ງພະນັກງານນໍາພາ - ຄຸ້ມຄອງດ່ານສາກົນວັງເຕົ່າ. ໂດຍການເປັນປະທານຂອງທ່ານ ສົມສີ ມະນີນິນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ຄໍາປະຈັກ ແກ້ວພູວົງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນວັງເຕົ່າ ພ້ອມດ້ວຍຄະນະປັບປຸງກົງຈັກການຈັດຕັ້ງພັກ-ລັດຂັ້ນແຂວງ, ຄະນະພັກ-ຄະນະຄຸ້ມຄອງດ່ານ ແລະ ແຂກຖືກເຊີກ່ຽວຂ້ອງ ເຂົ້າຮ່ວມ.
ຈັດງານບຸນປະເພນີແຂ່ງຂັນຊ່ວງເຮືອ ປະຈໍາປີ 2026

ຈັດງານບຸນປະເພນີແຂ່ງຂັນຊ່ວງເຮືອ ປະຈໍາປີ 2026

ວັນທີ 27 ກັນຍາຜ່ານມາ, ທີ່ແຄມແມ່ນໍ້າເຫືອງ (ທ່າວັດສີພູມ) ເທສະບານເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານບຸນປະເພນີແຂ່ງຂັນຊ່ວງເຮືອ (15 ສີພາຍ) ປະຈໍາປີ 2026. ໃຫ້ກຽດເຂົ້າຮ່ວມມີທ່ານ ນາງ ໄກຍະສອນ ສີດາ ຄະນະປະຈໍາພັກແຂວງ, ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ, ທ່ານ ຄໍາປຸ່ນ ນວນສະບັບ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງແກ່ນທ້າວ ແລະ ທ່ານ ສີຄານ ແກ່ນມະນີ ປະທານຄະນະກຳມະການປົກຄອງເມືອງແກ່ນທ້າວ, ມີນັກກິລາສີພາຍ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ເຜີຍແຜ່ເອກະສານກອງປະຊຸມໃຫຍ່ກຳມະບານ ທົ່ວປະເທດຄັ້ງທີ IX

ເຜີຍແຜ່ເອກະສານກອງປະຊຸມໃຫຍ່ກຳມະບານ ທົ່ວປະເທດຄັ້ງທີ IX

ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານກອງປະຊຸມໃຫຍ່ຜູ້ແທນກຳມາະບານທົ່ວປະເທດຄັ້ງທີ IX ໃນວັນທີ 28 ກັນຍາ ນີ້, ໂດຍການເປັນປະທານຂອງທ່ານ ທອງຈັນ ພູມີພັນ ກຳມະການພັກ ຮອງປະທານສູນກາງສະ ຫະພັນກຳມະບານລາວ ຊຶ່ງມີສະມາຊິກກຳມະບານອ້ອມຂ້າງ ອອປສ ເຂົ້າຮ່ວມຮັບຟັງ.
ກອງປະຊຸມບັນດາປະທານສານປະຊາຊົນທົ່ວປະເທດ ຄັ້ງທີ I

ກອງປະຊຸມບັນດາປະທານສານປະຊາຊົນທົ່ວປະເທດ ຄັ້ງທີ I

ກອງປະຊຸມບັນດາປະທານສານປະຊາຊົນທົ່ວປະເທດ ຄັ້ງທີ I ໄດ້ຈັດຂຶ້ນໃນວັນທີ 25 ກັນຍາ ຜ່ານມາ ທີ່ເມືອງວັງວຽງ ແຂວງວຽງຈັນ, ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍທ່ານ ໄພວີ ສີບົວລີພາ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີ ບັນດາທ່ານຫົວໜ້າຄະນະສານ, ຫົວໜ້າກົມ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ, ປະທານສານປະຊາຊົນພາກ, ແຂວງ, ເຂດ ເຂົ້າຮ່ວມ.
ເຮືອຕາແສງໂພໄຊຄວ້າແຊັມ 22 ສີພາຍ ໃນງານບຸນຊ່ວງເຮືອປະຈໍາປີ 2026

ເຮືອຕາແສງໂພໄຊຄວ້າແຊັມ 22 ສີພາຍ ໃນງານບຸນຊ່ວງເຮືອປະຈໍາປີ 2026

ວັນທີ 27 ກັນຍາຜ່ານມາ, ທີ່ທ່າຜາມໄຊ ບ້ານຝັ່ງແດງ ເມືອງໄຊເສດຖາ ແຂວງອັດຕະປື ໄດ້ປິດການແຂ່ງ ຂັນກິລາຊ່ວງເຮືອບຸນປະເພນີປະຈຳປີ 2026. ພາຍຫຼັງດຳເນີນການແຂ່ງຂັນເປັນເວລາ 2 ວັນ ໂດຍມີທ່ານ ສຸລິວົງ ອະໄພວົງ ຄະນະປະຈຳພັກແຂວງ, ມີທ່ານ ຄຳແບນແກ້ວ ນິສະຫວັນ ຮອງເລຂາພັກເມືອງໄຊເສດຖາ, ມີບັນດາຄະ ນະປະຈຳພັກເມືອງ, ປະທານຄະນະກຳມະການ, ອົງການປົກຄອງ, ແຂກຖືກເຊີນ ພ້ອມດ້ວຍປະຊາຊົນຈຳນວນຫຼາຍເຂົ້າຮ່ວມຢ່າງຄຶກຄື້ນ.
ໂຮງໝໍບໍລິເວນ 107 ກອງທັບ ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ນັກສຶກສາສ້າງແພດຊັ້ນກາງ ລະບົບ 3 ປີ ຊຸດທີ X

ໂຮງໝໍບໍລິເວນ 107 ກອງທັບ ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ນັກສຶກສາສ້າງແພດຊັ້ນກາງ ລະບົບ 3 ປີ ຊຸດທີ X

ວັນທີ 23 ກັນຍາຜ່ານມາ, ໂຮງໝໍບໍລິເວນ 107 ກອງທັບ ໄດ້ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ໃຫ້ນັກສຶກສາສ້າງແພດຊັ້ນກາງ ລະບົບ 3 ປີ ຊຸດທີ X ຢູ່ທີ່ສະໜາມຍິງປືນ ໂຮງຮຽນການທະຫານທ້ອງຖິ່ນແຂວງຫຼວງພະບາງ ໂດຍການເປັນປະທານຂອງສະຫາຍ ພັນໂທ ສຸວັນ ສໍປະກາຍແກ້ວ ຮອງອໍານວຍການໂຮງໝໍ ບໍລິເວນ 107 ກອງທັບ ພ້ອມດ້ວຍຄະນະ, ມີຄະນະກອງຮ້ອຍນັກສຶກສາ, ມີບັນດາພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ທະຫານແຂວງວຽງຈັນ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ທະຫານແຂວງວຽງຈັນ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ວັນທີ 23 ກັນຍາຜ່ານມາ, ກອງບັນຊາການທະຫານແຂວງວຽງຈັນ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສຸດໃຈ ມະຫາວົງ ກຳມະການຄະນະພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ, ມີຄະນະພັກກອງບັນຊາການ ຕະຫຼອດຮອດພະນັກງານ ແລະ ສະມາຊິກພັກ ເຂົ້າຮ່ວມ.
ເພີ່ມເຕີມ