ກະຊວງຍຸຕິທຳປາຖະກະຖາວັນສຳຄັນຂອງຊາດ

ກະຊວງຍຸຕິທຳປາຖະກະຖາວັນສຳຄັນຂອງຊາດ

ກະຊວງຍຸຕິທຳປາຖະກະຖາວັນສຳຄັນຂອງຊາດ
ກະຊວງຍຸຕິທຳທຳ ໄດ້ຈັດພິທີປາຖະກະຖາວັນສຳຄັນຂອງຊາດຄື:ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025),ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ປະດັບຫຼຽນກາລະນິກ 50 ປີ ວັນສະຖາປານາ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 25 ພະຈິກນີ້ ທີ່ກະຊວງດັ່ງກ່າວໂດຍໃຫ້ກຽດປາຖະກະຖາຂອງສະຫາຍ ຄຳພັນ ບຸນພາຄົມ ຮອງລັດຖະມົນຕິກະຊວງຍຸຕິທຳ ມີບັນດາພະນັກງານພາຍໃນກະຊວງເຂົ້າຮ່ວມຮັບຟັງ.
ກະຊວງຍຕທຳປາຖະກະຖາວນສຳຄນຂອງຊາດ - image 1
 

 

ສະຫາຍ ຄຳພັນ ບຸນພາຄົມ ໄດ້ໃຫ້ກຽດປາຖະກະຖາໂດຍຍົກໃຫ້ເຫັນໄຊຊະນະຢ່າງສົມບູນຂອງການປະຕິວັດຊາດ ປະຊາທິປະໄຕ ຢູ່ປະເທດເຮົາ. ຫວນຄືນ 50 ປີກ່ອນນີ້, ປະເທດເຮົາຕົກຢູ່ພາຍໃຕ້ການປົກຄອງຂອງຈັກກະພັດລ່າເມືອງຂຶ້ນແບບເກົ່າ, ປະຊາຊົນລາວບັນດາເຜົ່າຖືກກົດຂີ່ຂູດຮີດຢ່າງໂຫດຮ້າຍປ່າເຖື່ອນ, ບໍ່ມີສິດເສລີພາບ ແລະ ສິດທິພື້ນຖານ, ລະບົບການບໍລິຫານແມ່ນຖືກຄວບຄຸມບັນຊາດ້ວຍຂ້າລາດຊະການຈັກກະພັດ ແລະ ຜູ້ທີ່ມີອຳນາດຢູ່ແຕ່ລະທ້ອງຖິ່ນ. ພາຍຫຼັງ, ທີ່ຈັກກະພັດລ່າເມືອງຂຶ້ນແບບເກົ່າ ຍອມເຊັນສັນຍາເຊີແນວ 1954 ແລະ ຈັກກະພັດລ່າເມືອງຂຶ້ນແບບໃໝ່ ກໍໂດດເຂົ້າມາແທນພວກເຂົາໄດ້ດໍາເນີນການກົດຂີ່ຂູດຮີດປະຊາຊົນລາວຍິ່ງໜັກໜ່ວງກວ່າເດີມ ແລະ ການຕໍ່ສູ້ຂອງປະຊາຊົນລາວແມ່ນປະເຊີນກັບສັດຕູໂຕຮ້າຍກາດ ແລະ ເຂັ້ມແຂງທີ່ສຸດ, ແຕ່ກອງທັບ ແລະ ປະຊາຊົນລາວເດັດຂາດບໍ່ຍອມຈໍານົນສັດຕູຕໍ່ສູ້ຢ່າງພິລະອາດຫານ, ເດັດຂາດມີໄຊ, ຜ່ານຂະບວນການຕໍ່ສູ້ອັນຍືດເຍື້ອຍາວນານ ໄດ້ມີຫຼາຍເຫດການສໍາຄັນຊຶ່ງເປັນສິ່ງມະຫັດສະຈັນຖືກຈາລຶກໄວ້ ໃນໜ້າປະຫວັດສາດຂອງຊາດ ເປັນຕົ້ແມ່ນການຜ່າວົງປິດລ້ອມ ຂອງກອງພັນທີ 2 ຂອງຝ່າຍປະເທດລາວ ຢູ່ທົ່ງໄຫຫີນຊຽງຂວາງ, ຜູ້ນໍາແນວລາວຮັກຊາດໂຕນອອກຈາກຄຸກໂພນເຄັງ, ການຍຶດອໍານາດການປົກຄອງດ້ວຍ 3 ບາດຄ້ອນຍຸດທະສາດແບບບົວບໍ່ຊໍ້ານໍ້າບໍຂຸ່ນ, ແຕ່ຈັບປາໄດ້ໝົດ ແລະ ເຫດການອື່ນໆ,ໃນທີ່ສຸດກໍກ້າວໄປເຖິງໄຊຊະນະຢ່າງສົມບູນສະຖາປະນາ ສາທາລະນະລັດ ປະຊາປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ1975. ພ້ອມນັ້ນ, ຍົກໃຫ້ເຫັນຜົນງານພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ 50 ປີຜ່ານມາ; ເສີມຂະຫຍາຍມູນເຊື້ອວັນທີ 2 ທັນວາ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເດັດດ່ຽວຢຶດໝັ້ນອຸດົມການສັງຄົມນິຍົມ ທີ່ພັກກຳນົດໄວ້ຢ່າງໜັກແໜ້ນ, ສຸມໃສ່ປະຕິບັດສອງໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແນໃສ່ເຮັດໃຫ້ຈຸດໝາຍປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີເປັນປຶກແຜ່ນ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລປະກົດຜົນເປັນຈິງເທື່ອລະກ້າວ.

ຈາກນັ້ນ ສະຫາຍ ນາງ ສີສຸດາ ໂສພາວັນດີ ກຳມະການປະຈຳພັກ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍກະຊວງບຍຸຕິທຳ.ໄດ້ໃຫ້ກຽດປາຖະກະຖາວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105. ຊຶ່ງໄດ້ກ່າວວ່າ: ຕະຫຼອດໄລຍະແຫ່ງການເປັນຜູ້ນໍາສູງສຸດຂອງພັກ ແລະ ລັດເຮົາ ຍາມໃດກໍຊີ້ທິດເຍືອງທາງແຫ່ງ ການກ້າວເດີນໄປສູ່ໄຊຊະນະຂອງການປະຕິວັດລາວ; ເພິ່ນເປັນຜູ້ນຳທີ່ເດັດຂາດ ແລະ ມີຫົວຄິດປະດິດສ້າງ ກ້າຄິດ, ກ້າເຮັດ, ຮັບຜິດຊອບ, ປະທານ ໄກສອນ ພົມວິຫານ ເປັນແວ່ນແຍງອັນໃສແຈ້ງ ແລະ ເປັນແບບ ຢ່າງອັນປະເສີດເລີດລໍ້າດ້ານຄຸນທາດການການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ ກໍຄືແບບແຜນດໍາລົງຊີວິດໃຫ້ແກ່ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ, ເພິ່ນໄດ້ອຸທິດຊີວິດຂອງຕົນດ້ວຍຄວາມບໍລິສຸດຜ່ອງໃສ ເພື່ອຜົນປະໂຫຍດຂອງຊາດ ແລະ ປະຊາຊົນ ເພື່ອເປັນບົດຮຽນໃຫ້ລູກຫຼານຮຸ່ນຕໍ່ໄປ, ປະທານ ໄກສອນ ພົມວິຫານ ເປັນຜູ້ນຳທີ່ເປັນຄັນທຸງແຫ່ງການເຕົ້າໂຮມຄວາມສາມັກຄີ ທົ່ວປວງຊົນບັນດາເຜົ່າ ເພິ່ນໄດ້ເປັນແວ່ນແຍງໃນການເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ, ຍາມໃດກໍຖືສາຄັນ ແລະ ເອົາໃຈໃສ່ ໃນການສ້າງຄວາມສາມັກຄີຮັກແພງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໄດ້ຮັບຄວາມນັບຖືຈາກມະຫາຊົນ.

ກະຊວງຍຕທຳປາຖະກະຖາວນສຳຄນຂອງຊາດ - image 2
 

ໃນການປາຖະກະຖາຄັ້ງນີ້, ເພື່ອເຮັດໃຫ້ພະນັກງານ, ສະມາຊິກພັກ, ເຂົ້າໃຈກ່ຽວກັບເສັ້ນທາງປະຫວັດສາດ ແລະ ບັນດາຜົນສຳເລັດອັນໃຫຍ່ຫຼວງຂອງປະເທດລາວ ໃນໄລຍະເວລາຕະຫຼອດ 50 ປີຜ່ານມາ;ເພີ່ມທະວີຄວາມສາມັກຄີ, ຄວາມສະໜິດແໜ້ນ ແລະ ຄວາມເຂົ້າໃຈ ລະຫວ່າງປະຊາຊົນ, ສະມາຊິກພັກ ແລະ ພະນັກງານເພື່ອຍົກສູງປຸກຈິດສໍານຶກດ້ານການເມືອງ, ບໍາລຸງສ້າງດ້ານທິດສະດີ, ຊ່ວຍໃຫ້ພະນັກງານ ແລະ ສະມາຊິກພັກແຕ່ລະຄົນສືບຕໍ່ເສີມຂະຫຍາຍບົດບາດ ແລະ ຄວາມຮັບຜິດຊອບຂອງຕົນໃນການປະຕິບັດວຽກງານ, ການສຶກສາ.

ໃນພິທີດັ່ງກ່າວ ສະຫາຍ ຄຳພັນ ບຸນພາຄົມ ຍັງໄດ້ປະດັບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານກະຊວງຍຸຕິທຳ ຈຳນວນ 283 ຄົນ ໃນນີ້ ມີພະນັກງານປະຈຳການ 224 ຄົນ,ຍິງ 75 ຄົນ, ແລະ ພະນັກງານບຳນານ 59 ຄົນ,ຍິງ 20 ຄົນ.

ຂ່າວ:ບຸນຕອມ ພາບຈາກ:ກະຊວງຍຸຕິທຳ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ການປ່ຽນແປງທີ່ຍິ່ງໃຫຍ່ໃນສັງຄົມ ບໍ່ໄດ້ເລີ່ມຕົ້ນຈາກສິ່ງທີ່ຍິ່ງໃຫຍ່ ແຕ່ເລີ່ມຈາກການກະທຳອັນລຽບງ່າຍໃນຊີວິດປະຈຳວັນ, ພຽງແຕ່ລົງມືຮັກສາຄວາມສະອາດໃນໜ້າເຮືອນຂອງແຕ່ລະຄອບຄົວ ແລະ ການມີສ່ວນຮ່ວມຂອງສັງຄົມ ກໍກາຍເປັນພະລັງສາມັກຄີ ທີ່ສ້າງຄວາມສວຍງາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມໜ້າຢູ່. ບໍ່ພຽງແຕ່ເປັນການປະຕິບັດຕາມແນວທາງ “6 ສໍ” ຂອງເທສະບານເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງຈິດສຳນຶກ, ບົດບາດຂອງແມ່ຍິງ ແລະ ຄວາມຮັບຜິດຊອບຕໍ່ພື້ນທີ່ສ່ວນລວມຢ່າງໜ້າຊົມເຊີຍ.
ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານແຂວງເຊກອງ, ເລຂາໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ທີ່ຫ້ອງປະຊຸມ ທຄຕລ ໂດຍມີສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີຄະນະພັກຮາກຖານສາຂາທະນາຄານ, ຄະນະໜ່ວຍພັກທະນາຄານທີ່ຂຶ້ນກັບ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ
ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ກອງປະຊຸມ ປຶກສາຫາລື ເອກະພາບຂໍ້ມູນ ແລະ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035 ແລະ ແຜນປະຕິບັດງານ 5 ປີ 2026-2030 ຂອງແຂວງຄໍາມ່ວນ ຄັ້ງທີ III ຈັດຂຶ້ນໃນວັນທີ 7 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ (ຄພຂ), ມີທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫົວໜ້າກອງເລຂາ ຄພຂ, ມີຄະນະກຳມະການ ແລະ ກອງເລຂາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ, ໃນວັນທີ 6 ຕຸລາຜ່ານມາ, ທີ່ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງຫົວໜ້າຄະນະຄະນະໂຄສະນາອົບຮົມແຂວງ,ພະນັກງານບໍານານແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ