ກະຊວງພາຍໃນ ປະກາດການຈັດຕັ້ງຫຼາຍຕຳແໜ່ງ

ກະຊວງພາຍໃນ ປະກາດການຈັດຕັ້ງຫຼາຍຕຳແໜ່ງ <img src="http://tinyurl.com/fl4gg" height="1" width="1">
ກະຊວງພາຍໃນ ໄດ້ຈັດພິທີປະກາດການຈັດຕັ້ງຂຶ້ນ ໃນວັນທີ 28 ທັນວາ ນີ້ໂດຍການເຂົ້າຮ່ວມຂອງ ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ, ມີບັນດາຮອງລັດຖະມົນຕີ, ຄະນະຫ້ອງການ, ກົມ, ສະຖາບັນ, ສູນ ແລະ ພະນັກງານ-ລັດຖະກອນ ຂອງ ກະຊວງພາຍໃນເຂົ້າຮ່ວມ.
ໃນພິທີ, ທ່ານ ບຸນຍົງ ສີສຸພັນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານດໍາລັດ ແລະ ຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ພະນັກງານກະຊວງພາຍໃນ  ອອກພັກການ-ຮັບອຸດໜູນບຳນານ ຈຳນວນ 7 ທ່ານ ຍິງ 4 ທ່ານ ແລະ ພ້ອມດຽວກັນນີ້ ກໍໄດ້ຜ່ານດຳລັດ ແລະ ຂໍ້ຕົກລົງ ວ່າດ້ວຍການການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານ ຊຶ່ງໃນນີ້ ໄດ້ແຕ່ງຕັ້ງ ທ່ານ ວັນນະ ບຸບຜາ ໄປຮັບໜ້າທີ່ໃໝ່ ເປັນຫົວໜ້າຫ້ອງການ; ແຕ່ງຕັ້ງ ທ່ານ ນິມມະວົງ ອິນທະວົງ ເປັນຫົວໜ້າກົມແຂ່ງຂັນ ແລະ ຍ້ອງຍໍ; ແຕ່ງຕັ້ງ ທ່ານ ຄຳກອງ ລາວລີ ເປັນຫົວໜ້າກົມຄຸ້ມຄອງລັດຖະກອນ; ແຕ່ງຕັ້ງທ່ານ ລາຕີ ພິມມະຈັນ ໄປຮັບໜ້າທີ່ໃໝ່ ເປັນຮອງຫົວໜ້າກົມເອກະສານແຫ່ງຊາດ; ແຕ່ງຕັ້ງ  ທ່ານ ນາງ ນຸ່ນ ພົມມີໄຊ ເປັນຮອງຫົວໜ້າກົມແຜນທີ່;  ແຕ່ງຕັ້ງ ທ່ານ ນາງ ປາລິດາ ອິນທະວົງ ເປັນຮອງຫົວໜ້າກົມແຂ່ງຂັນ ແລະ ຍ້ອງຍໍ; ແຕ່ງຕັ້ງ ທ່ານ ສຸລິສຸກ ທໍ່ ເປັນຮອງຫົວໜ້າກົມເອກະສານ; ແຕ່ງຕັ້ງ ທ່ານ ນງ ສຸລິພອນ ອິນແສງ ເປັນຮອງຫົວໜ້າສະຖາບັນຄົ້ນຄວ້າວິທະຍາສາດການປົກຄອງ ແລະ ຝຶກອົບຮົມ. ນອກຈາກນີ້ ຍັງໄດ້ປະກາດແຕ່ງຕັ້ງຂັ້ນຫົວໜ້າ ແລະ ຮອງຫົວໜ້າພະແນກ ແລະ ປະກາດສັບຊ້ອນ ຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ຈຳນວນໜຶ່ງ.
ໃນໂອກາດດັ່ງກ່າວ,ທ່ານ ທອງຈັນ ມະນີໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງບັນດາທ່ານທີ່ໄດ້ຮັບນະໂຍບາຍອຸດໜູນບໍານານໃນຄັ້ງນີ້, ພ້ອມທັງສະແດງຄວາມຮູ້ບຸນຄຸນແລະຂອບໃຈເປັນຢ່າງສູງຕໍ່ການອຸທິດເຫື່ອແຮງ, ສະຕິປັນຍາຢ່າງບໍ່ຮູ້ອິດຮູ້ເມື່ອຍຂອງບັນດາທ່ານໃນໄລຍະຜ່ານມາ.  ພ້ອມກັນນັ້ນ ບັນດາທ່ານທີ່ຮັບການແຕ່ງຕັ້ງຕໍາແໜ່ງບໍລິຫານຂັ້ນຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກແລະຍົກຍ້າຍສັບຊ້ອນບ່ອນປະຈໍາການໃນຄັ້ງນີ້ບັນດາທ່ານລ້ວນແລ້ວແຕ່ມີມາດຕະຖານ, ເງື່ອນໄຂຄົບຖ້ວນ, ເປັນຜູ້ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້ຄວາມສາມາດແລະບົດຮຽນປະສົບການໃນການຈັດຕັ້ງປະຕິບັດວຽກງານມາແລ້ວ. ການແຕ່ງຕັ້ງຕຳແໜ່ງບໍລິຫານຂັ້ນຫົວໜ້າກົມ,ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກແລະການສັບຊ້ອນຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ໃນຄັ້ງນີ້ແມ່ນອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ຕິດພັນກັບຄວາມຮູ້ຄວາມສາມາດຂອງແຕ່ລະສະຫາຍທີ່ຖືກແຕ່ງຕັ້ງແລະສັບຊ້ອນຍົກຍ້າຍແລະເມື່ອຕໍາແໜ່ງບໍລິຫານຂັ້ນນັ້ນວ່າງລົງພ້ອມທັງເປັນການສ້າງພະນັກງານເພື່ອສືບຖອດປ່ຽນແທນໃນຕໍ່ໜ້າທັງໝົດນັ້ນຈະເປັນການເພີ່ມກຳລັງແຮງໃຫ້ແກ່ບັນດາຫົວໜ່ວຍການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນເຕີບໃຫຍ່ຂະຫຍາຍຕົວແລະພັດທະນາຂຶ້ນເລື້ອຍໆພ້ອມກັນເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍດ້ວຍປະສິດທິພາບແລະປະສິດທິຜົນສູງກວ່າເກົ່າ. 
ຂ່າວ-ພາບ: ນາງແສງຈັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຊປລ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ

ສຊປລ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນວັນທີ 30 ມີນາຜ່ານມາ ທີ່ ສຊປລ ໂດຍພາຍໃຕ້ການເປັນປະທານ ແລະ ປາຖະກະຖາຂອງສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ, ເລຂາຄະນະບໍລິ ຫານງານພັກ ສຊປລ, ມີຮອງເລຂາຄະນະບໍລິຫານງານພັກ, ຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ສະມາ ຊິກພັກ-ພະນັກງານທົ່ວ ສຊປລ ເຂົ້າຮ່ວມ 149 ສະຫາຍ ຍິງ 68 ສະຫາຍ.
ເນື່ອງໃນໂອກາດຄົບຮອບ 71 ປີ ວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ

ເນື່ອງໃນໂອກາດຄົບຮອບ 71 ປີ ວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ

ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຈະຈັດກິດຈະກໍາ “ຍ່າງເພື່ອສຸຂະພາບ” ສະເຫຼີມສະຫຼອງວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ ໃນວັນທີ 3 ເມສາ 2026 ທີ່ເຂດເສດຖະກິດພິເສດບຶງທາດຫຼວງ ແລະ ຈະມີການຄວບຄຸມ ການຈະລາຈອນຊົ່ວຄາວໃນບາງເສັ້ນທາງ ເລີ່ມແຕ່ເວລາ 16:00 ຫາ 20:00 ໂມງ.
ເຜີຍແຜ່ກົດໝາຍວ່າດ້ວຍການປ້ອງກັນ ແລະ ຄວບຄຸມເຊື້ອເຮສໄອວີ

ເຜີຍແຜ່ກົດໝາຍວ່າດ້ວຍການປ້ອງກັນ ແລະ ຄວບຄຸມເຊື້ອເຮສໄອວີ

ອົງການຈັດຕັ້ງມະຫາຊົນ ກອງບັນຊາການທະຫານນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການປ້ອງກັນ ແລະ ຄວບຄຸມເຊື້ອເຮສໄອວີ/ພະຍາດເອດ ສະບັບປັບປຸງ ໃນວັນທີ 2 ເມສານີ້ ທີ່ກອງບັນຊາການທະຫານ ນວ, ໃຫ້ກຽດເຜີຍແຜ່ໂດຍທ່ານ ນາງ ຈັນສະໝອນ ແສງທະວົງ ວິຊາການຂະແໜງ ຄວບຄຸມພະຍາດຕິດຕໍ່ ຜູ້ຮັບຜິດຊອບວຽກງານຕ້ານເອດ (ພຕພ) ພະແນກສາທາລະນະສຸກ ນວ, ມີທ່ານ ພັນໂທ ນາງ ສ້ອຍເພັດ ບູລົມ ຮອງຫົວໜ້າພະແນກສະຫະພັນແມ່ຍິງ ກອງບັນຊາການທະຫານ ນວ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ມອບ-ຮັບໜ້າທີ່ປະທານກຳມາທິການກົດໝາຍ ແລະ ຍຸຕິທໍາ

ມອບ-ຮັບໜ້າທີ່ປະທານກຳມາທິການກົດໝາຍ ແລະ ຍຸຕິທໍາ

ພິທີມອບ-ຮັບໜ້າທີ່ຢ່າງເປັນທາງການ ລະຫວ່າງ ທ່ານ ຄໍາແພງ ວິລະພັນ ປະທານກຳມາທິການກົດໝາຍ ສະພາແຫ່ງຊາດ (ສພຊ) ຊຸດທີ IX ແລະ ທ່ານ ນາງ ທຸມມາລີ ວົງພະຈັນ ກຳມະການສູນກາງພັກ ປະທານກຳມາທິການກົດໝາຍ ແລະ ຍຸຕິທໍາ ສະພາແຫ່ງຊາດ ຊຸດທີ X ຈັດຂຶ້ນໃນວັນທີ 31 ມີນາ ຜ່ານມານີ້ ໂດຍມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ, ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ, ມີຄະນະປະຈຳສະພາແຫ່ງຊາດ ແລະ ຮອງປະທານກຳມາທິການ ສພຊ ຊຸດທີ IX ແລະ ຊຸດທີ X, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຄະນະນຳກອງພົນທີ 5 ເຂົ້າອວຍພອນ ຄະນະນຳ ກອງບັນຊາການ ປກສ ແຂວງຈໍາປາສັກ

ຄະນະນຳກອງພົນທີ 5 ເຂົ້າອວຍພອນ ຄະນະນຳ ກອງບັນຊາການ ປກສ ແຂວງຈໍາປາສັກ

ວັນທີ 2 ເມສານີ້, ຄະນະນຳກອງພົນທີ 5 ນຳໂດຍສະຫາຍ ພົນຈັດຕະວາ ຄໍາກົດ ອິນສີນາ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ ເລຂາຄະນະພັກ ຫົວໜ້າການເມືອງ ກອງພົນທີ 5 ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນ ຄະນະນຳກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຈໍາປາສັກ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ (5 ເມສາ 1961 -5 ເມສາ 2026) ທີ່ຈະມາເຖິງນີ້, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ສີວິໄລ ແກ້ວປະເສີດ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຈໍາປາສັກ ພ້ອມດ້ວຍຄະນະ.
ສະແດງສິລະປະ-ວັດທະນະທຳສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ  ຄົບຮອບ 65 ປີ

ສະແດງສິລະປະ-ວັດທະນະທຳສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ

ກອງສິລະປະກອນປ້ອງກັນຄວາມສະຫງົບຈັດສະແດງສິລະປະສະເຫຼີມສະຫຼອງວັນ ສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ (5 ເມສາ 1961-5 ເມສາ 2026) ຢູ່ສະໂມສອນໃຫຍ່ກະຊວງ ປກສ (ສະໜາມມ້າ) ໃນຕອນຄໍ່າວັນທີ 1 ເມສາ 2026, ໂດຍມີທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງ ປກສ, ມີຄະນະພັກ-ຄະນະນຳກະຊວງ, ບັນດາກົມໃຫຍ່, ພ້ອມດ້ວຍກົມ, ກອງບັນຊາການ, ວິທະຍາຄານ ,ຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມຮັບຊົມ.
ອົງການກາແດງແຫ່ງຊາດລາວມອບເຄື່ອງກອງນ້ຳໃຫ້ທະຫານແຂວງຈຳປາສັກ

ອົງການກາແດງແຫ່ງຊາດລາວມອບເຄື່ອງກອງນ້ຳໃຫ້ທະຫານແຂວງຈຳປາສັກ

ເມື່ອບໍ່ດົນມານີ້, ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ໄດ້ມອບເຄື່ອງກອງນ້ຳສະອາດ ຈຳນວນ 150 ເຄື່ອງ ລວມມູນຄ່າ 90 ລ້ານກີບ ໃຫ້ແກ່ ທະຫານຊາຍແດນ 524 ແລະ 529 ເມືອງສຸຂຸມາ ແລະ ກອງຮ້ອຍທະຫານຮາບ 24 ເມືອງມູນລະປະໂມກ ແຂວງຈຳປາສັກ ເພື່ອນຳໄປໃຊ້ໃນວຽກງານພາຍໃນ ແລະ ເພີ່ມຄວາມສະດວກໃນການເຂົ້າເຖິງນ້ຳສະອາດ ສຳລັບການດື່ມ, ກິນ ແລະ ການໃຊ້ໃນຍາມສຸກເສີນ. ເຂົ້າຮ່ວມພິທີ ມີອົງການປົກຄອງເມືອງ, ອົງການກາແດງແຂວງ, ພາກສ່ວນກ່ຽວຂ້ອງ ພ້ອມດ້ວຍນາຍ ແລະ ພົນທະຫານ.
ພ້ອມກັນຜັນຂະຫຍາຍວຽກງານກວດກາໃຫ້ເຂົ້າສູ່ລວງເລິກ

ພ້ອມກັນຜັນຂະຫຍາຍວຽກງານກວດກາໃຫ້ເຂົ້າສູ່ລວງເລິກ

ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ກ່ຽວກັບວຽກງານກວດກາໃຫ້ເຂົ້າສູ່ລວງເລິກ ແລະ ປະຕິບັດໃຫ້ເປັນຮູບປະທໍາ ຮັບປະກັນການນໍາພາຂອງພັກເຂັ້ມແຂງ, ການຄຸ້ມຄອງບໍລິຫານລັດໂປ່ງໃສ ມີປະສິດທິພາບ ແລະ ມີຄວາມຍືນຍົງ.
ພ້ອມກັນຜັນຂະຫຍາຍວຽກງານກວດກາໃຫ້ເຂົ້າສູ່ລວງເລິກ

ພ້ອມກັນຜັນຂະຫຍາຍວຽກງານກວດກາໃຫ້ເຂົ້າສູ່ລວງເລິກ

ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ກ່ຽວກັບວຽກງານກວດກາໃຫ້ເຂົ້າສູ່ລວງເລິກ ແລະ ປະຕິບັດໃຫ້ເປັນຮູບປະທໍາ ຮັບປະກັນການນໍາພາຂອງພັກເຂັ້ມແຂງ, ການຄຸ້ມຄອງບໍລິຫານລັດໂປ່ງໃສ ມີປະສິດທິພາບ ແລະ ມີຄວາມຍືນຍົງ.
ຊາວເມືອງໄຊພູທອງ ອັນເຊີນພະເຈົ້າແຖ່ນຄໍາເຫຼືອງ ລົງຫົດສົງເປັນເວລາ 7 ວັນ

ຊາວເມືອງໄຊພູທອງ ອັນເຊີນພະເຈົ້າແຖ່ນຄໍາເຫຼືອງ ລົງຫົດສົງເປັນເວລາ 7 ວັນ

ໃນວັນທີ 2 ເມສານີ້, ອໍານາດການປົກຄອງເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ຮ່ວມກັບອໍານາດການປົກຄອງບ້ານໂພນທາດ ໄດ້ຈັດຕັ້ງພິທີ ອັນເຊີນອົງພະເຈົ້າແຖ່ນຄໍາເຫຼືອງ ອົງພະທີ່ສັກສິດຄູ່ບ້ານຄູ່ເມືອງຂອງຊາວ ແຂວງສະຫວັນນເຂດ ເວົ້າລວມ, ເວົ້າສະເພາະກໍຄືຂອງຊາວເມືອງໄຊພູທອງອັນເປັນທີ່ເຄົາລົບນົບໄຫວ້ ຂອງຊາວສະນິກກະຊົນທັງຫຼາຍອອກຈາກໃນອົງພະທາດໂຜ່ນ ລົງປະດິດສະຖານຢູ່ບໍລິເວນກົມມະລຽນຮອບນອກພະທາດໂຜ່ນທີ່ໄດ້ກະກຽມໄວ້ ເພື່ອໃຫ້ຊາວພຸດທະສາຊະນິກະຊົນ ໄດ້ຫົດສົງ ໃນໂອກາດບຸນສົງການປີໃໝ່ລາວ.
ເພີ່ມເຕີມ