ກະຊວງປກສ ເຊື່ອມຊຶມເອກະສານການດໍາເນີນກອງປະຊຸມໃຫຍ່ 3ຂັ້ນຂອງພັກ

ກະຊວງປກສ ເຊື່ອມຊຶມເອກະສານການດໍາເນີນກອງປະຊຸມໃຫຍ່ 3ຂັ້ນຂອງພັກ
ກະຊວງປ້ອງກັນຄວາມສະຫງົບ (ປກສ)ໄດ້ຈັດພິທີເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ,ພະນັກງານຫຼັກແຫຼ່ງ ເພື່ອດຳເນີນກອງປະຊຸມໃຫຍ່ 3ຂັ້ນຂອງພັກຂຶ້ນໃນວັນທີ 6ມັງກອນນີ້ ທີ່ກະຊວງດັ່ງກ່າວໂດຍການເຂົ້າຮ່ວມຂອງສະຫາຍ ພົທ ກົງທອງ ພົງວິຈິດ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງ ປກສ, ມີຄະນະລັດຖະມົນຕີ,ຄະນະປະຈໍາພັກກະຊວງ,ຄະນະບໍລິຫານງານພັກກະຊວງ,ຄະນະພັກ-ຄະນະບັນຊາ,ພະນັກງານຫຼັກແຫຼ່ງ ແລະ ກົມກອງກ່ຽວຂ້ອງເຂົ້າຮ່ວມ.
    ທ່ານ ພົທ ກົງທອງ ພົງວິຈິດ ກ່າວວ່າ:ການເຊື່ອມຊຶມຄັ້ງນີ້ເພື່ອເຮັດໃຫ້ສະມາຊິກພັກ,ພະນັກງານຫຼັກແຫຼ່ງມີຄວາມຮັບຮູ້,ເຂົ້າໃຈກ່ຽວກັບຄວາມໝາຍ ຄວາມສໍາຄັນຂອງການດໍາເນີນກອງປະຊຸມໃຫຍ່ 3ຂັ້ນຂອງພັກໃຫ້ຖືກຕ້ອງຕາມບາດກ້າວ,ຂັ້ນຕອນ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍ,ຮັບປະກັນໃຫ້ບົດບາດການນໍາພາຂອງພັກແຕ່ລະຂັ້ນໃນກໍາລັງປ້ອງກັນຄວາມສະຫງົບທັງແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ທັງເປັນການກະກຽມຄວາມພ້ອມຮອບດ້ານໃຫ້ແກ່ບັນດາເຫດການ-ການເມືອງ ທີ່ຈະເກີດຂຶ້ນໃນໄລຍະໃກ້ນີ້ເປັນຕົ້ນການຈັດຕັ້ງດໍາເນີນກອງປະຊຸມໃຫຍ່ 3ຂັ້ນຂອງພັກ ແລະ ການເປັນປະທານກອງປະຊຸມອາຊຽນໃນປີ 2024ນີ້.ສະນັ້ນ,ຮຽກຮ້ອງໃຫ້ບັນດາສະຫາຍທີ່ເຂົ້າຮ່ວມເຊື່ອມຊຶມໃນຄັ້ງນີ້ ຍົກສູງຄວາມຮັບຜິດຊອບການເມືອງເອົາໃຈໃສ່ຕິດຕາມ,ຄົ້ນຄວ້າເຊື່ອມຊຶມກຳແໜ້ນຢ່າງເລິກເຊິ່ງ,ລະອຽດ,ຈະແຈ້ງ ແລະ ນໍາເອົາເນື້ອໃນກອງປະຊຸມໄປເຜີຍແຜ່ຜັນຂະຫຍາຍຢູ່ກົມກອງໃຫ້ທົ່ວເຖິງ ແລະ ມີໝາກຜົນຕົວຈິງ.
    ຈາກນັ້ນ,ທ່ານ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕໍາຫຼວດກະຊວງ ປກສ ໄດ້ເຜີຍແຜ່ເອກະສານຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກ ທ່ານໄດ້ຍົກໃຫ້ເຫັນສະພາບໃນເງື່ອນໄຂໃໝ່ ໃນຖານະທີ່ພັກກຳອໍານາດ ເພື່ອສືບຕໍ່ນໍາພາແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຮັດໃຫ້ປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ,ນໍາພາປະເທດຊາດຕາມທິດຍືນຍົງ,ສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນໃນທ່າມກາງທີ່ສະພາບພາຍໃນປະເທດ,ພາກພື້ນ ແລະ ສາກົນທີ່ມີທັງກາລະໂອກາດ,ຂໍ້ສະດວກ,ຂໍ້ຫຍຸ້ງຍາກ ແລະ ສິ່ງທົດສອບທ້າທາຍຫຼາຍປະການນີ້ ການຍົກສູງບົດບາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກແມ່ນຄວາມຈໍາເປັນພາວະວິໄສເປັນບັນຫາພື້ນຖານ ແລະ ບັນຫາຮີບດ່ວນຂອງການກໍ່ສ້າງພັກໃນເງື່ອນໄຂປັດຈຸບັນ. ພ້ອມດຽວກັນນີ້, ທ່ານຍັງໄດ້ຍົກໃຫ້ເຫັນເຖິງການຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ,ຄຸນສົມບັດສິນທໍາປະຕິວັດ ແມ່ນໜ້າທີ່ຂອງສະມາຊິກພັກ,ພະນັກງານທຸກສະຫາຍ ທີ່ຕ້ອງຕັ້ງໜ້າເປັນແບບຢ່າງຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ,ຄຸນສົມບັດສິນທໍາປະຕິວັດ ເພາະເປັນມາດຖານແຖວໜ້າແມ່ນຄວາມຈໍາເປັນອັນຮີບດ່ວນຂອງພັກ ແລະ ເປັນພື້ນຖານທີ່ຂາດບໍ່ໄດ້ ເພື່ອສ້າງພັກໃຫ້ມີຄວາມປອດໃສເຂັ້ມແຂງໜັກແໜ້ນ.
ທ່ານ ພົຈວ ສຸວັນນີ ສີສຸພາບມີໄຊ ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໄດ້ຂຶ້ນເຜີຍແຜ່ເອກະສານເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວສະມາຊິກພັກ, ພະນັກງານ; ເອກະສານແຜນການກໍານົດກອງປະຊຸມໃຫຍ່ຂອງພັກ ແລະ ເອກະສານຄວາມເຂົ້າໃຈກ່ຽວກັບການດໍາເນີນກອງປະຊຸມໃຫຍ່ 3ຂັ້ນຂອງພັກຕື່ມອີກ.
ຂ່າວ: ນາງ ຄອນສະຫວັນ, ພາບ: ບົວພັນ 

ຄໍາເຫັນ

ຂ່າວການເມືອງ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
9 ເດືອນຜ່ານມາ ສສຊ ແຂວງຈຳປາສັກ ເອົາໃຈໃສ່ປະຕິບັດພາລະບົດບາດເປັນຢ່າງດີ

9 ເດືອນຜ່ານມາ ສສຊ ແຂວງຈຳປາສັກ ເອົາໃຈໃສ່ປະຕິບັດພາລະບົດບາດເປັນຢ່າງດີ

ທ່ານ ນາງ ມີນາສີວິໄລ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 16 ຕຸລານີ້, ທີ່ສະພາແຫ່ງຊາດໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X.
ສສຊ ແຂວງຫຼວງນໍ້າທາ ປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊ ແຂວງຫຼວງນໍ້າທາ ປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານນາງປານິດາເຮືອງແພງອ່ອນສະມາຊິກສະພາແຫ່ງຊາດ(ສສຊ) ປະຈຳເຂດເລືອກຕັ້ງທີ 3 ແຂວງຫຼວງນ້ຳທາໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ (ສະບັບປັບປຸງ)ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລານີ້,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ