![]() |
ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 577,578ລົງວັນທີ 29 ຕຸລາ 2025 ວ່າດ້ວຍການອະນຸມັດບົ່ງຕົວແຕ່ງຕັ້ງ ຄະນະປະຈໍາພັກເມືອງແກ່ນທ້າວ. ຄະນະປະຈໍາພັກແຂວງໄຊຍະບູລີ ຕົກລົງ ເຫັນດີບົ່ງຕົວແຕ່ງຕັ້ງ ສະຫາຍ ສິງຄໍາ ຈັນທິຮັກ ກໍາມະການພັກເມືອງປະທານກວດກາພັກເມືອງແກ່ນທ້າວ ຂຶ້ນເປັນຄະນະປະຈໍາພັກເມືອງແກ່ນທ້າວ ແລະ ບົ່ງຕົວແຕ່ງຕັ້ງ ສະຫາຍ ພັທ ບຸນຍູ້ ອິນທະວອນ ກໍາມະການພັກເມືອງ ຫົວໜ້າກອງບັນຊາການທະຫານເມືອງແກ່ນທ້າວ ຂຶ້ນເປັນຄະນະປະຈໍາພັກເມືອງແກ່ນທ້າວ ແລະ ຜ່ານຂໍ້ຕົກລົງ ສະບັບເລກທີ 810/ຄປມ, ລົງວັນທີ 29 ກັນຍາ 2025 ວ່າດ້ວຍການບົ່ງຕົວແຕ່ງຕັ້ງຮອງຫົວໜ້າຫ້ອງການຍຸຕິທໍາເມືອງ ປະທານຄະນະກໍາມະການປົກຄອງເມືອງ ໄດ້ຕົກລົງແຕ່ງຕັ້ງ ທ່ານ ນາງ ສຸນາລີ ແສນວິໄຊ ຫົວໜ້າໜ່ວຍງານທະບຽນສານ ຂຶ້ນເປັນຮອງຫົວໜ້າຫ້ອງການຍຸຕິທໍາເມືອງ ແລະ ທ່ານ ນາງ ວັນນາລີ ລາດຊະວົງ ຫົວໜ້າໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ຂຶ້ນເປັນຮອງຫົວໜ້າຫ້ອງການຍຸຕິທໍາເມືອງ.
ຕອນທ້າຍ, ສະຫາຍ ອາເມ ຊົງເຢ້ຽເລັ່ງ ຍັງໄດ້ມີຄໍາເຫັນໂອ້ລົມ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ຖືກບົ່ງຕົວແຕ່ງຕັ້ງຄັ້ງນີ້ ພ້ອມທັງໃຫ້ສືບຕໍ່ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານ ທີ່ໄດ້ຮັບມອບໝາຍໃຫ້ມີຜົນສໍາເລັດ.
(ຂ່າວ: ແກ່ນທ້າວ)

ຄໍາເຫັນ