ແກ່ນທ້າວປະຕິບັດວາລະແຫ່ງຊາດ

ແກ່ນທ້າວປະຕິບັດວາລະແຫ່ງຊາດສຳເລັດຫຼາຍດ້ານ

ແກ່ນທ້າວປະຕິບັດວາລະແຫ່ງຊາດສຳເລັດຫຼາຍດ້ານ
ໂດຍ:ວັນໄຊ ຕະວິນຍານ ພາຍຫຼັງມີຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກພສພ ວ່າດ້ວຍເພີ່ມທະວີການນໍາພາຊີ້ນໍາຂອງຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດມາດຕະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຕັ້ງຜັນຂະຫຍາຍ
 ເປັນແຕ່ລະໜ້າວຽກ ໂດຍອີງໃສ່ທ່າແຮງຂອງທ້ອງຖິ່ນ ສຸມໃສ່ຊຸກຍູ້ສົ່ງເສີມການຜະລິດສະບຽງອາຫານໃຫ້ພຽງພໍກັບການສະໜອງຊົມໃຊ້ພາຍໃນ,ທົດແທນການນຳເຂົ້າ ແລະ ສົ່ງອອກເປັນສິນຄ້າເປັນຕົ້ນການຜະລິດເຂົ້າ, ຜະລິດພືດຜັກ, ການລ້ຽງສັດໃຫຍ່(ຄວາຍ,ງົວ), ແບ້,ປາ,ໄຂ່ແລະອື່ນໆ.ຕິດພັນກັບການຈັດຕັ້ງກຸ່ມຜະລິດ,ຫົວໜ່ວຍທຸລະກິດກະສິກຳໃຫ້ມີຄວາມເຂັ້ມແຂງ.
5 ປີຜ່ານ(2020-2024)ເມືອງແກ່ນທ້າວ ໄດ້ຊຸກຍູ້ການຈັດຕັ້ງກຸ່ມຜະລິດກະສິກຳດ້ານການປູກ - ການລ້ຽງໄດ້ທັງໝົດ 45 ກຸ່ມ, ມີ 23 ບ້ານ, ມີສະມາຊິກທັງໝົດ 806 ຄົນຍິງ 182 ຄົນ, ທຽບໃສ່ ປີ 2019 ເພີ່ມຂຶ້ນ 20 ກຸ່ມ, ເທົ່າກັບ 44.44% ໃນນີ້: ກຸ່ມລ້ຽງງົວມີ 15 ກຸ່ມ, ມີສະມາຊິກ 298 ຄົນ, ມີສັດ ຈໍານວນ 3.601 ໂຕ; ກຸ່ມລ້ຽງໝູ 6 ກຸ່ມ, ມີສະມາຊິກ 67 ຄົນ, ມີສັດ 828 ໂຕ; ກຸ່ມປູກເຂົ້າ 1 ກຸ່ມ, ມີສະມາຊິກກຸ່ມ 50 ຄົນ, ມີເນື້ອທີ່ 74.66 ເຮັກຕາ; ກຸ່ມປູກມັນຕົ້ນ 10 ກຸ່ມ, ມີສະມາຊິກ 192 ຄົນ, ມີເນື້ອທີ່ 441.92 ເຮັກຕາ; ກຸ່ມປູກພືດຜັກ 3 ກຸ່ມ, ມີສະມາຊິກ 33 ຄົນ, ເນື້ອທີ່ 6.80 ເຮັກຕາ, ກຸ່ມປູກສາລີ 1 ກຸ່ມ, ມີສະມາຊິກກຸ່ມ 15 ຄົນ, ເນື້ອທີ່ 65 ເຮັກຕາ; ກຸ່ມປູກໝາກຂາມຫວານ 1 ກຸ່ມ, ສະມາຊິກ 20 ຄົນ, ເນື້ອທີ່ 13.51 ເຮັກຕາແລະກຸ່ມປູກຢາງພາລາ 8 ກຸ່ມ, ມີສະມາຊິກກຸ່ມ 131 ຄົນ,ເນື້ອທີ່ 171.86 ເຮັກຕາ; ພ້ອມດຽວກັນນັ້ນກໍສາມາດສ້າງຄອບຄົວຕົວແບບໄດ້ 18 ຄອບຄົວ ໃນນີ້:ຕົວແບບດ້ານການປູກ 10 ຄອບຄົວ, ຕົວແບບການລ້ຽງ 8 ຄອບຄົວ.
5 ປີຜ່ານມາສາມາດກວດກາ ແລະຢັ້ງຢືນແຫຼ່ງກໍາເນີດສິນຄ້າ ພືດກະສິກໍາ,ເມັດພັນພືດອາຫານສັດ ແລະ ເສດພືດກະສິກໍາເພື່ອເຄື່ອນຍ້າຍພາຍໃນ ແລະ ອອກຕ່າງປະເທດ ທັງໝົດ 2.136,470 ໂຕນ, ຜົນຜະລິດສົ່ງອອກ ເພີ່ມຂຶ້ນ 1.994,742 ໂຕນ, ລວມມູນຄ່າ 50.174 ຕື້ກີບ, ສະເລ່ຍ 10,034.8 ຕື້ກີບຕໍ່ປີ; ສຳລັບການດຸ່ນດ່ຽງເຂົ້າເພື່ອບໍລິໂພກພາຍໃນປີ 2024 ພວກເຮົາສາມາດຜະລິດເຂົ້າໄດ້ທັງໝົດ 31,367.45 ໂຕນ ໃນນີ້: ແນວພັນ 456.52 ໂຕນ, ແຮສຸກເສີນ 3,629.02 ໂຕນ; ບໍລິໂພກພາຍໃນ 10,199.35 ໂຕນ, ເສຍຫາຍຫຼັງເກັບກ່ຽວ 10% ເທົ່າກັບ 3,136.74 ໂຕນແລະ ສາມາດຂາຍເປັນສິນຄ້າ 24,505.15 ໂຕນ.ໄດ້ຊຸກຍູ້ ໃຫ້ບໍລິສັດທີ່ມີເງື່ອນໄຂສ້າງຕັ້ງໂຮງງານບົດຫີນຈຳນວນ 1 ແຫ່ງ (ພູດູ່ບ້ານຫ້ວຍເປັດ), ໂຮງງານປັ້ນອິດ 31 ແຫ່ງ,ໂຮງງານອົບແຫ້ງສາລີ - ລານຕາກມັນຕົ້ນ 17 ແຫ່ງ, ສາງເກັບມ້ຽນແລະລ້າງໝາກແຕງຍີ່ປຸ່ນ 1 ແຫ່ງ, ໂຮງງານເຂົ້າປຸ້ນ 6 ແຫ່ງ, ປັບປຸງໂຮງສີເຂົ້າ 11 ແຫ່ງ.
ສໍາລັບວຽກການສ້າງຄວາມເຂັ້ມແຂງດ້ານການຈັດເກັບລາຍຮັບງົບປະມານ ເມືອງໄດ້ຈັດຕັ້ງປະຕິບັດຄຳສັ່ງເລກທີ 18/ນຍວ່າດ້ວຍການເພີ່ມທະວີການຄຸ້ມຄອງແລະຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານຊຶ່ງໄດ້ສ້າງເງື່ອນໄຂໃນການເກັບຖານລາຍຮັບໃໝ່ຈຳນວນໜຶ່ງແລະຫັນເປັນທັນສະໄໝ ເພື່ອອັດການຮົ່ວໄຫຼຂອງລາຍຮັບງົບປະມານເປັນຕົ້ນ:ການປັບປຸງລະບົບການແຈ້ງພາສີ, ການແກ້ໄຂລົດນຳເຂົ້າທີ່ບໍ່ຖືກຕ້ອງ, ການເຊື່ອມຂໍ້ມູນດ້ານລາຍຮັບຜ່ານລະບົບຄຸ້ມຄອງທັນສະໄໝແລະອື່ນໆ ຊຶ່ງສາມາດເກັບລາຍຮັບງົບປະມານເພີ່ມຂຶ້ນໃນແຕ່ລະປີ.
ກ່ຽວກັບການສົ່ງເສີມການປະຢັດ,ຕ້ານການຟຸ່ມເຟືອຍແລະການແກ້ໄຂໜີ້ສິນ, ອັນພົ້ນເດັ່ນໄດ້ສຸມໃສ່ການປະຕິບັດນິຕິກຳດ້ານການປະຕິບັດລາຍຈ່າຍໂດຍສະເພາະດຳລັດເລກທີ 205/ລບແລະດຳລັດ 599/ລບ,ໄດ້ເຮັດໃຫ້ລາຍຈ່າຍງົບປະມານຮັດກຸມຂຶ້ນໃນແຕ່ລະປີໂດຍສະເພາະລາຍຈ່າຍດ້ານບໍລິຫານ ແລະ ດັດສົມສົ່ງເສີມ ສະເລ່ຍແລ້ວຫຼຸດລົງ 0.84% ຕໍ່ປີ; ການປະຕິບັດດຳລັດວ່າດ້ວຍລົດຂອງລັດສະບັບເລກທີ 599/ນຍ, ສາມາດເກັບກຳຂໍ້ມູນລົດລັດຈຳນວນ 72 ຄັນ (ລົດໃຫຍ່ 23 ຄັນ, ລົດຈັກ 49 ຄັນ) ໃນນີ້: ສຳເລັດການຕິດປ້າຍສະຕິກເກີແລ້ວ 63 ຄັນ, ເທົ່າກັບ 87.5%, ໃນນີ້ລົດໃຫຍ່ຈຳນວນ 14 ຄັນເທົ່າກັບ 60.86% (ຍັງລົດໃຫຍ່ 9 ຄັນ), ລົດຈັກ 49 ຄັນ, ເທົ່າກັບ 100%; ໄປພ້ອມດຽວກັນນີ້ເພື່ອຮັບປະກັນເຮັດໃຫ້ກົງຈັກການຈັດຕັ້ງມີຄວາມກະທັດຮັດຕາມທິດປະຢັດພວກເຮົາຍັງໄດ້ປັບປຸງກົງຈັກການຈັດຕັ້ງຂັ້ນຫ້ອງການເຮັດໃຫ້ໜ່ວຍງານຫຼຸດ 29% ຂອງໜ່ວຍງານທັງໝົດ, ໄດ້ຂຽນແຜນກຳນົດຕຳແໜ່ງງານສຳເລັດແລະຮັບຮອງຈາກສາຍຕັ້ງແຂວງແລ້ວ 95.65%.
ໄດ້ສຸມໃສ່ຢ່າງຕັ້ງໜ້າໃນການຄຸ້ມຄອງການສົ່ງອອກແລະນຳເຂົ້າສິນຄ້າໃນນີ້ມູນຄ່າການສົ່ງອອກສິນຄ້າໄປຕ່າງປະເທດມີທ່າອ່ຽງເພີ່ມຂຶ້ນຊຶ່ງ 5 ປີຜ່ານມາສາມາດສົ່ງອອກສິນຄ້າໄປຕ່າງປະເທດໄດ້ທັງໝົດ 1,394.019 ໂຕນ, ລວມມູນຄ່າທັງໝົດ 163,737,415 ໂດລາ, ທຽບໃສ່ໄລຍະ 5 ປີຜ່ານມາມູນຄ່າການສົ່ງອອກເພີ່ມຂຶ້ນ 99.82% ແລະສາມາດຄຸ້ມຄອງການນຳເຂົ້າສິນຄ້າຈາກຕ່າງປະເທດ ໄດ້ທັງໝົດ 453,420,966 ຫົວໜ່ວຍ, ມູນຄ່າ 1,090,505,065 ໂດລາ, ທຽບໃສ່ໄລຍະ 5 ປີ ຜ່ານມາ ແມ່ນເພີ່ມຂຶ້ນ 2 ເທົ່າຕົວ.ສິນຄ້ານຳເຂົ້າສ່ວນຫຼາຍແມ່ນນ້ຳມັນເຊື້ອໄຟ, ພາຫະນະ, ຊິ້ນສ່ວນອາໄລ່, ເຄື່ອງກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງອຸປະໂພກ-ບໍລິໂພກ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ  ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

ວັນການທູດລາວ 12 ຕຸລາ 1945 ແມ່ນກົງກັບວັນປະກາດເອກະລາດໂຮມລາວທີ່ເຮັດໃຫ້ປະຊາຄົມໂລກຮັບຮູ້ເຖິງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າກໍຄືວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວຊຶ່ງເປັນການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ປະຊາຄົມສາກົນຮັບຮູ້ຄວາມເປັນເອກະລາດຂອງລາວທີ່ບໍ່ເຄີຍຖືກຮັບຮູ້ມາເປັນເວລາຫຼາຍຮ້ອຍປີເນື່ອງຈາກເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ. ໄຊຊະນະດັ່ງ ກ່າວນັ້ນແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ແລະ ການຕໍ່ສູ້ທາງການເມືອງຂອງລັດຖະບານລາວອິດສະຫຼະ ດ້ວຍການນໍາໃຊ້ວີທີທາງການທູດຢ່າງຕັ້ງໜ້າຜ່ານການໄກ່ເກ່ຍເຈລະຈາແລະ ອາໄສປັດໄຈທີ່ເອື້ອອໍານວຍຈາກພາຍນອກ ຊຶ່ງມີບົດບາດອັນສໍາຄັນຕໍ່ການປະກາດເອກະລາດ ແລະ ຕໍ່ຕ້ານກໍາລັງຂອງສັດຕູໃນໄລຍະນັ້ນ.
ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ໃນວັນທີ 12 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 81 ປີ (12/10/1945 - 12/10/2026) ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄຕພ, ມີບັນດາສະຫາຍຄະນະນໍາ ຄຕພ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ ຄຕພ ເຂົ້າຮ່ວມ.
ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ໃນວັນທີ 9 ຕຸລາ 2026 ນີ້, ຢູ່ທີ່ຫ້ອງປະຊຸມກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງທຸລະຄົມ ແຂວງວຽງຈັນ ໄດ້ເປີດບັ້ນດໍາເນີນຊີວິດການເມືອງປະຈໍາປີ 2026 ໂດຍການເປັນປະທານຂອງສະຫາຍ ພັທ ສິນນະຄອນ ແສງສັກດາ ຄະນະປະຈໍາພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງທຸລະຄົມ, ມີຄະນະພັກ-ຄະນະບັນຊາ, ເລຂາໜ່ວຍພັກ, ສະມາຊິກພັກພາຍໃນພະແນກ ແລະ ກຸ່ມບ້ານເຂົ້າຮ່ວມ.
ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ເມື່ອບໍ່ດົນມານີ້ ທີ່ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ, ໄດ້ມີພິທີ ມອບ-ຮັບ ເຄື່ອງອຸປະໂພກ-ບໍລິໂພກ ,ໃຫ້ກຽດມອບໂດຍ ທ່ານ ສົງການ ສີວົງໄຊ ປະທານກຸ່ມຄອບຄົວ ຊຸບເປີ ໄບ້ ລາວ, ທ່ານ ຄຳນ້ອຍ ພະພັກພົມມະຈັນ ປະທານສອງລໍ້ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ແລະ ຕາງໜ້າຮັບໂດຍ ທ່ານ ນາງ ຈັນສະໝອນ ຜາງທະວົງ ຮອງຜູ້ອຳນວຍການໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ມີບັນດາຄູ-ອາຈານ, ນັກຮຽນທີ່ມີບັນຫາດ້ານການໄດ້ຍິນ ແລະ ສາຍຕາ ເຂົ້າຮ່ວມ.
ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ວັນທີ 7 ຕຸລາ 2026 ທີ່ສະພາແຫ່ງຊາດ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ມອບເງິນຈຳນວນ 100 ລ້ານກີບ ໃຫ້ແຂວງຄຳມ່ວນ ເພື່ອສົມທົບຊ່ວຍເຫຼືອ ແລະ ບັນເທົາຄວາມເດືອດຮ້ອນແກ່ປະຊາຊົນຜູ້ປະສົບໄພນ້ຳຖ້ວມ.
ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໃນຄໍ່າຄືນຂອງ​ວັນທີ 6​-​7 ຕຸລາ​ 2026, ໜ່ວຍສີລະປະສະມັກຫຼິ້ນກອງພົນທີ 2 ໄດ້ສະແດງຮັບໃຊ້ໃນໂອກາດ​ກອງພົນທີ​ 2​ ພວມຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ ໂດຍມີສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍຄະນະ,​ ມີພະນັກງານ​-ນັກຮົບ​ ແລະ​​ປະຊາຊົນ​ບັນດາ​ເຜົ່າ​ ເຂົ້າຮ່ວມຮັບຊົມ.
ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ​ ສະມາຊິກສະມາຄົມນັກທຸລະກິດແມ່ຍິງແຂວງຈໍາປາສັກ​ ເປັນ​ 1​ ໃນ​ 4​ ນັກທຸລະກິດແມ່ຍິງແຂວງຈໍາປາສັກ ທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນ​ ອາຊຽນ ຫຼື​ ASEAN Entrepreneurs​ Women Award ປີ​ 2026​ ເຊິ່ງຈັດຂຶ້ນ​ໂດຍເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ ຫຼື​ ASEAN Women Entrepreneurs Network. ພິທີມອບ​ -​ ຮັບ ລາງວັນດັ່ງກ່າວ​ ຈັດຂຶ້ນ​ໃນວັນທີ 2 ຕຸລາ 2026 ທີ່ຜ່ານມາ ຢູ່ໂຮງແຮມ ອາມາລີ​ນະຄອນຫຼວງວຽງຈັນ ສປປ ລາວ.​ ໃຫ້ກຽດ​ມອບໂດຍ​ ທ່ານ​ ມະໄລທອງ ກົມທະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ​ ການຄ້າ.
ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

​ ວັນທີ 7 ຕຸລາ 2026, ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ພ້ອມດ້ວຍ ທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ແລະ ຄະນະນໍາ-ຊ່ຽວຊານຈາກສູນກາງ ແລະ ແຂວງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ. ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໂຂງ, ມີຫົວໜ້າຫ້ອງການການເງິນເມືອງ,ຫົວໜ້າຫ້ອງວ່າການເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ເພີ່ມເຕີມ