ແກ່ນທ້າວພັດທະນາເມືອງຕາມທິດສີຂຽວ

ແກ່ນທ້າວພັດທະນາເມືອງຕາມທິດສີຂຽວເປັນມິດກັບສິ່ງແວດລ້ອມ

ແກ່ນທ້າວພັດທະນາເມືອງຕາມທິດສີຂຽວເປັນມິດກັບສິ່ງແວດລ້ອມ
(ໂດຍ: ຕະວິນຍານ) ປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ VII (2020-2024) ຂອງເມືອງແກ່ນທ້າວ ແຂວງໄຊຍະບູລີ ໃນການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ.

 

 

ຕະຫຼອດ 5 ປີ ຜ່ານມາ,ເມືອງແກ່ນທ້າວໄດ້ເອົາໃຈໃສ່ຄຸ້ມຄອງ ແລະປົກປັກຮັກສາປ່າໄມ້ ໃຫ້ມີຄວາມຍືນຍົງໂດຍສຸມໃສ່ເຜີຍແຜ່ນິຕິກໍາກ່ຽວກັບການຄຸ້ມຄອງ, ປ້ອງກັນສະກັດກັ້ນການຖາງປ່າເຮັດໄຮ່ ແລະ ໄຟໄໝ້ລາມປ່າ,ພ້ອມທັງສົ່ງເສີມການປູກໄມ້ໃຫ້ເປັນປ່າ ຕິດພັນກັບການຕິດຕາມ,ກວດກາລາດຕະເວນຢ່າງເປັນປົກກະຕິ, 5 ປີຜ່ານມາ,ເມືອງສາມາດປູກໄມ້ໃຫ້ເປັນປ່າທັງໝົດ 1,357.74 ເຮັກຕາ (ໃນນີ້: ປູກໄມ້ໃສ່ດິນລັດ 164.34 ເຮັກຕາ,ຂອງລວມໝູ່ 1.99 ເຮັກຕາ ແລະ ດິນປະຊາຊົນ 1,191.41 ເຮັກຕາ) ແລະ ກຳນົດເຂດຟື້ນຟູປ່າໄດ້ 7 ແຫ່ງ, ເນື້ອທີ່3,337.82 ເຮັກຕາ (ໃນນີ້:ໃນເຂດປ່າສະຫງວນຂອງແຂວງ ໄດ້ 2 ແຫ່ງ,ເນື້ອທີ່ 861.97 ເຮັກຕາ, ປ່າປ້ອງກັນ 5 ແຫ່ງ,ເນື້ອທີ່ 2,475.85 ເຮັກຕາ) ມາຮອດປັດຈຸບັນ ທົ່ວເມືອງ ມີອັດຕາການປົກຫຸ້ມປ່າໄມ້ກວມ 47%.

ກ່ຽວກັບວຽກການເຕີບໂຕສີຂຽວ ແລະ ການແກ້ໄຂບັນຫາຕໍ່ກັບການປ່ຽນແປງດິນຟ້າອາກາດ ແລະ ການກຽມຄວາມພ້ອມຮັບມືຈາກໄພພິບັດ.ເມືອງໄດ້ອອກແຮງເຜີຍແຜ່,ເຊື່ອມຊຶມຄູ່ມືແນະນຳການຈັດຕັ້ງປະຕິບັດວຽກງານຂຽວສະອາດງາມຕາ ແລະຊຸກຍູ້ຕິດຕາມກວດກາໄດ້ 7 ໂຮງຮຽນ 6 ບ້ານ,ປະເມີນສຳເລັດ 2 ໂຮງຮຽນ,3 ບ້ານ ແລະ ໄດ້ຮັບຮອງເປັນບ້ານດີເດັ່ນຂຽວສະອາດງາມຕາ ໄດ້ 3 ບ້ານ;ໄປພ້ອມດຽວກັນນີ້ເມືອງໄດ້ເອົາໃຈໃສ່ຊຸກຍູ້ການຈັດຕັ້ງປະຕິບັດແຜນການຄຸ້ມຄອງສິ່ງແວດລ້ອມ, ສັງຄົມແລະ ທຳມະຊາດ ຢູ່ບັນດາຫົວໜ່ວຍທຸລະກິດແບບຄອບຄົວ 20 ຄັ້ງ,ເທົ່າກັບ 100% ຂອງແຜນການ, ລົງເກັບຕົວຢ່າງເພື່ອກວດກາຄຸນນະພາບນໍ້າ 5 ຄັ້ງ,ກວດກາສະຖານທີ່ສ້າງຕັ້ງບັນດາໂຄງການ,ກິດຈະການ,ຫົວໜ່ວຍທຸລະກິດ, ຫ້າງຮ້ານ,ຮັບຮອງອອກໃບຢັ້ງຢືນສິ່ງແວດລ້ອມໃຫ້ບັນດາຫົວໜ່ວຍທຸລະກິດຂັ້ນຄອບຄົວໄດ້ 33 ຫົວໜ່ວຍເທົ່າກັບ 66%, ວັດແທກປະລິມານນ້ຳຝົນໄດ້ທັງໝົດ 246 ຄັ້ງ, ປະລິມານນ້ຳຝົນ 6.371,5 ມິນລີແມັດແລະ ສ້າງສະຖານທີ່ຖີ້ມຂີ້ເຫຍື້ອໄດ້ 5 ຈຸດ.

ຕໍ່ກັບການນໍາໃຊ້ທີ່ດິນ,ປ່າໄມ້ ແລະ ນໍ້າຕາມທິດທີ່ມີຄວາມສົມດຸນ ແລະ ຍືນຍົງ,ເມືອງໄດ້ສຳເລັດການສ້າງແຜນຈັດສັນທີ່ດິນຂັ້ນບ້ານສຳເລັດ 47 ບ້ານ, ເທົ່າກັບ 100%, ຂຶ້ນທະບຽນອອກໃບຕາດິນຖາວອນໄດ້ທັງໝົດ 1,367 ຕອນ, ເນື້ອທີ່ 14,118,265 ຕາແມັດ, ເທົ່າກັບ 137% ຂອງແຜນການ, ຕິດຕາມ, ກວດກາດິນລັດທີ່ໃຫ້ນັກລົງທຶນ ເຊົ່າ-ສໍາປະທານຈຳນວນ 90 ຕອນ, ເນື້ອທີ່ 178.45 ເຮັກຕາ, ກວດກາການນຳໃຊ້ທີ່ດິນ 8 ປະເພດສຳເລັດ 10 ບ້ານ, ກວດກາການຄຸ້ມຄອງການນຳໃຊ້ທີ່ດິນເຂດຫວງຫ້າມຂອງລັດ (ຖອນສິດນຳໃຊ້) ຈຳນວນ 106 ຕອນ, ເນື້ອທີ່ 115.41 ເຮັກຕາແລະສ້າງສະຖານີອຸຕຸນິຍົມໄດ້ 2 ແຫ່ງ, ສະຖານີອຸທົກກະສາດໄດ້ 1 ແຫ່ງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ໃນງານບຸນພະທາດຫຼວງວຽງຈັນ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ໃນງານບຸນພະທາດຫຼວງວຽງຈັນ

ວັນທີ 23 ພະຈິກນີ້, ຊາວພຸດທະສາສະນິກະຊົນລາວບັນດາເຜົ່າ ໄດ້ຮ່ວມກັນແຫ່ຜາສາດເຜິ້ງໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026 ໂດຍໄດ້ເຕົ້າໂຮມທີ່ວັດໜອງບອນ ແລ້ວແຫ່ອ້ອມກົມມະລຽນພະທາດຫຼວງ 3 ຮອບ ເພື່ອເປັນການບູຊາຄຸນພະພຸດ, ພະທໍາ ແລະ ພະສົງ ໂດຍມີຂະ ບວນແຫ່ຂອງພະສົງອອກໜ້າ ແລະ ຂະບວນແຫ່ຂອງການນໍາພັກ-ລັດ ຊຶ່ງນຳໂດຍທ່ານ ກິແກ້ວ ໄຂຄຳພິທູນ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນຳພັກ-ລັດ ພ້ອມດ້ວຍປະຊາຊົນເຂົ້າຮ່ວມ.
ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ທ່ານ ນາງ ສີວິໄລ ຜາວິໄລ ປະທານສານປະຊາຊົນແຂວງເຊກອງ ລາຍງານໃຫ້ຮູ້ວ່າ: ໃນປີ 2026 ມີຄະດີເຂົ້າມາສານປະຊາຊົນແຂວງ, ສານປະຊາຊົນເຂດ I ແລະ ສານປະຊາຊົນເຂດ II ລວມທັງໝົດ 126 ເລື່ອງ ຄ້າງມາແຕ່ປີ 2025 ຈໍານວນ 30 ເລື່ອງ, ເຂົ້າໃໝ່ 96 ເລື່ອງ, ແກ້ໄຂແລ້ວ 102 ເລື່ອງ ເທົ່າກັບ 80,95%, ພວມດໍາເນີນການແກ້ໄຂຢູ່ 24 ເລື່ອງ.
ນັກທຸລະກິດໜຸ່ມເມືອງໄຊເສດຖາ ສົ່ງເສີມຊາວໜຸ່ມສ້າງອາຊີບຜ່ານໂຄງການຝຸ່ນຊີວະພາບກະສິກຳປອດສານພິດ

ນັກທຸລະກິດໜຸ່ມເມືອງໄຊເສດຖາ ສົ່ງເສີມຊາວໜຸ່ມສ້າງອາຊີບຜ່ານໂຄງການຝຸ່ນຊີວະພາບກະສິກຳປອດສານພິດ

ສະມາຄົມນັກທຸລະກິດໜຸ່ມເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເປີດຮ້ານວາງສະແດງ ແລະ ຈຳໜ່າຍຜະລິດຕະພັນຂອງສະມາຊິກພາຍໃນງານບຸນນະມັດສະການພະທາດຫຼວງພ້ອມທັງເນັ້ນຍ້ຳພາລະບົດບາດໃນການສ້າງຄວາມສາມັກຄີພາຍໃນ ແລະ ການສົ່ງເສີມຊາວໜຸ່ມທີ່ຍັງບໍ່ມີວຽກເຮັດງານທຳໃຫ້ມີລາຍໄດ້ຜ່ານໂຄງການຜະລິດຝຸ່ນຊີວະພາບ ແລະ ການປູກພືດປອດສານພິດ.
ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຄະນະບໍລິຫານງານຊາວໜຸ່ມ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ນໍາພາກໍາລັງຊາວໜຸ່ມ ຫຼາຍກວ່າ 1,300 ຄົນ ລົງປະຈໍາການ ປ້ອງກັນຄວາມສະຫງົບ ໃນງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2026 ພ້ອມທັງເຂົ້າຮ່ວມ ກິດຈະກໍາສໍາຄັນ ຂອງງານບຸນດັ່ງກ່າວ ຢ່າງເປັນຂະບວນຟົດຟື້ນ.
ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ເພີ່ມເຕີມ