ຂະບວນລົດໄຟຈີນສາກົນ ທີ່ຂົນສົ່ງສິນຄ້າໄປຍັງອາຊີ-ເອີຣົບ ມີການຂະຫຍາຍຕົວເພີ່ມຂຶ້ນໃນໄຕມາດທຳອິດຂອງປີ 2025

ຂະບວນລົດໄຟຈີນສາກົນ ທີ່ຂົນສົ່ງສິນຄ້າໄປຍັງອາຊີ-ເອີຣົບ ມີການຂະຫຍາຍຕົວເພີ່ມຂຶ້ນໃນໄຕມາດທຳອິດຂອງປີ 2025

ຂະບວນລົດໄຟຈີນສາກົນ ທີ່ຂົນສົ່ງສິນຄ້າໄປຍັງອາຊີ-ເອີຣົບ ມີການຂະຫຍາຍຕົວເພີ່ມຂຶ້ນໃນໄຕມາດທຳອິດຂອງປີ 2025
ຢູ່​ທີ່ສູນ​ວາງ​ສະ​ແດງ​ທ່າ​ກຳ​ປັ່ນ​ລົດ​ໄຟ​ສາ​ກົນເສີງຕູ, ຂະບວນ​ລົດ​ໄຟ​ສາ​ກົນ​ທີ່ກຳລັງແລ່ນຢູ່ໄດ້​ສະ​ແດງ​ໃຫ້​ເຫັນ​ຜ່ານ​ໜ້າ​ຈໍ​ໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີງຕູໄດ້ສືບຕໍ່ຂະຫຍາຍຂີດຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ​ໃນ​ໄຕ​ມາດ​ທໍາອິດຂອງປີ 2025, ຂະບວນ ລົດໄຟສາກົນ​ເສີງຕູເປີດ​ແລ່ນໄດ້ 1.380 ​ຂະບວນ,

 

 ໃນນັ້ນມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

ໃນເສັ້ນທາງລົດໄຟຈີນ-ລາວ, ສົມທົບກັບຄວາມຕ້ອງການຕົວຈິງຂອງການຄ້າອາຊຽນ, ເພີ່ມຄວາມຖີ່ຂອງການດຳເນີນງານ "ແມ່ນຳ້ລ້ານຊ້າງ-ແມ່ນ້ຳຂອງ-ເສີງຕູ", ເພີ່ມທະວີການຂົນສົ່ງສິນຄ້າຂາອອກເຊັ່ນ: ເຄື່ອງໃຊ້ຄົວເຮືອນ, ເຄື່ອງຈັກ ແລະ ອຸປະກອນຮັບໃຊ້ອື່ນໆ, ສິນຄ້າຂາອອກເຊັ່ນ: ແຮ່ເຫຼັກ, ຝຸ່ນໂປຕາສ, ຜະລິດຕະພັນກະສິກໍາ ແລະອື່ນໆເຊື່ອມໂຍງແບບຄູ່ຂະໜານ. ສິ່ງທີ່ຄຸ້ມຄ່າທີ່ຈະກ່າວເຖິງແມ່ນ “ຊ່ອງທາງດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ-ເສີງຕູ-ເອີຣົບ”ໃນຖານະເປັນຜະລິດຕະພັນທີ່ສໍາຄັນຂອງຂະບວນລົດໄຟລາວ-ຈີນຂອງທ່າກຳປັ່ນລົດໄຟສາກົນເສີງຕູ, ມັນບໍ່ພຽງແຕ່ເປັນການເປີດຊ່ອງທາງອາຊີ-ເສີງຕູ-ເອີຣົບຈາກອາຊຽນໄປເອີຣົບໂດຍຜ່ານຄຸນໝິງແລະ ເສີງຕູເທົ່ານັ້ນ, ແຕ່ຍັງສະໜອງທິດທາງການແກ້ໄຂຕ່ອງໂສ້ອຸປະທານທີ່ກໍາໜົດເອງຢ່າງເຕັມຮູບແບບໃຫ້ແກ່ລູກຄ້າ.

ໂດຍຜ່ານ“ຊ່ອງທາງດ່ວນ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ-ເສີງຕູ-ເອີຣົບ”ສິນຄ້າຂອງພວກເຮົາອອກ ຈາກເມືອງເສີງຕູ 3 ມື້ກໍ່ມາຮອດນະຄອນຫຼວງວຽງຈັນ ສປປ ລາວ; ໄລຍະເວລາການຂົນສົ່ງທັງໝົດຈາກປະເທດໄທໄປເອີຣົບໂດຍຜ່ານເມືອງເສີງຕູແມ່ນປະມານ 15 ມື້, ເຊິ່ງປະຢັດເວລາໂດຍສະເລ່ຍ 15 ມື້ເມື່ອທຽບກັບການຂົນສົ່ງທາງທະເລແບບດັ້ງເດີມ. ທ່ານ Du Peilingຜູ້ອໍານວຍການບໍລິຫານຂອງ ບໍລິສັດ Sichuan Xinbang Decheng ຂົນສົ່ງສາກົນກ່າວວ່າ: "ຄວາມໝັ້ນຄົງ ແລະ ຄວາມວ່ອງໄວທັນເວລາທີ່ກຳນົດຂອງລົດໄຟຈີນ-ລາວ ໄດ້ສະໜອງການສະໜັບສະໜູນທີ່ສໍາຄັນສໍາລັບການຂະຫຍາຍໄປສູ່ຕະຫຼາດອາຊີຕາເວັນອອກສຽງໃຕ້ຂອງພວກເຮົາ. ໃນໄຕມາດທໍາອິດຂອງປີ 2025, ພວກເຮົາໄດ້ຂົນສົ່ງສິນຄ້າ 1.388 ຕູ້, ເພີ່ມຂຶ້ນ 80% ເມື່ອທຽບກັບໄລຍະດຽວກັນ."

ຂະນະດຽວກັນ, ຂະບວນລົດໄຟສາກົນເສີງຕູ ຍັງໄດ້ "ພະຍາຍາມຫຼາຍດ້ານ" ເຊັ່ນ: ເສັ້ນທາງຈີນ-ເອີຣົບ, ເສັ້ນທາງຈີນ-ອາຊີແລະ ເສັ້ນທາງຕາເວັນອອກ. ໃນນັ້ນເສັ້ນທາງຈີນ-ເອີຣົບ ຂະບວນເສີງຕູ-ເອີຣົບ ໄດ້ຮັກສາຄວາມໝັ້ນທ່ຽງໃນແຕ່ລະອາທິດເປີດການເດີນລົດໄປໜຶ່ງຖ້ຽວ-ກັບໜຶ່ງຖ້ຽວ, ໃນກ້າວດຽວກັນກໍ່ຂະຫຍາຍຂະບວນເສີງຕູ-ເອີຣົບອີກຂະບວນໜຶ່ງເອີ້ນວ່າຂະບວນລົດໄຟມິນ(ນະຄອນຫຼວງຂອງປະເທດເບລາຣູສ), ບັນລຸການເປີດບໍລິການຂະບວນລາຍສັບປະດາເປັນປົກກະຕິ, ໂດຍກໍານົດເວລາສັ້ນລົງເປັນ 10 ມື້, ເມື່ອທຽບໃສ່ເສັ້ນທາງປົກກະຕິປະສິດທິພາບເວລາເພີ່ມຂຶ້ນ 30%; ເສັ້ນທາງຈີນ-ອາຊີຂະບວນທໍາອິດຈາກເມືອງເສີງຕູຫານະຄອນຫຼວງທາສເຄນ ປະເທດອຸສເບກີສະຖານ ເປັນຂະບວນສົ່ງອອກລົດມືສອງຈີນ-ອາຊີ, ໄດ້ເພີ່ມສະຖານີໃໝ່ຄື ສະຖານີດູຊານເບຂອງທາຈິກິດສະຖານ, ຊຸກຍ້ການສົ່ງອອກລົດມືສອງຄຸນນະພາບສູງໄປຍັງຕະຫຼາດຈີນ-ອາຊີ ດ້ວຍຊ່ອງທາງການຂົນສົ່ງທີ່ໝັ້ນຄົງກວ່າ ແລະ ມີປະສິດທິພາບຂອງການສົ່ງມອບໄວຂຶ້ນ; ເສັ້ນທາງຕາເວັນອອກ, ພວກເຮົາຈະລົງເລິກການຮ່ວມມືກັບທ່າເຮືອຢຽນທຽນ ເພື່ອພັດທະນາຊ່ອງທາງການຂົນສົ່ງທາງລົດໄຟ-ທາງທະເລ, ເປີດເສັ້ນທາງຂົນສົ່ງທາງລົດໄຟ-ທາງທະເລຫຼາຍຮູບແບບທີ່ເຊື່ອມໂຍງເອີຣົບ, ສະຫະລັດອາເມລິກາ ແລະ ອາຟຣິກາໂດຍຜ່ານທ່າເຮືອຢຽນທຽນ, ແລະ ອະນຸຍາດໃຫ້ບັນດາສິນຄ້າທີ່ມີຄຸນນະພາບສູງຈາກແຂວງເສສວນໄປຍັງຕ່າງປະເທດ.

ໃນຖານະເປັນລູກຄ້າທີ່ສໍາຄັນຂອງຂະບວນລົດໄຟມິນ ເສີງຕູ-ເອີຣົບ, ຂະໜາດທຸລະກິດຂອງ NeptuneLogistics ໃນເສີງຕູໄດ້ຂະຫຍາຍຕົວຢ່າງໝັ້ນທ່ຽງ, ມີຈໍານວນລູກຄ້າທີ່ສໍາຄັນເພີ່ມຂຶ້ນໃນແຕ່ລະປີ, ມີສິນຄ້າຈໍານວນມະຫາສານເຊັ່ນ: ຊຸດເຕົາອົບໄຟຟ້າ, ເຄື່ອງສີດພົ່ນ ແລະ ສິນຄ້າອື່ນໆໄດ້ຂົນສົ່ງ ຜ່ານຂະບວນລົດໄຟຈີນ-ເອີຣົບ ເຂົ້າສູ່ເອີຣົບ. ທ່ານ Chen Jianfeng, ຜູ້ຈັດການທົ່ວໄປຂອງ Neptune Logistics ປະຈໍາພາກພື້ນຕາເວັນຕົກສຽງໃຕ້ກ່າວວ່າ "ພຽງແຕ່ໃນໄຕມາດທໍາອິດຂອງປີນີ້, ປະລິມານການຂົນສົ່ງຂອງພວກເຮົາໄດ້ເພີ່ມຂຶ້ນ 20% ເມື່ອທຽບໃສ່ໄລຍະດຽວກັນ.

ຢູ່ທີ່ສະຖານີສູນຕູ້ຄອນເທນເນີເສີງຕູ, ພາຫະນະພະລັງງານໃໝ່ມືສອງຂອງຈີນຊຸດທີ່ໜຶ່ງກຳລັງຖືກບັນຈຸໃສ່ລົດໄຟຂະບວນພິເສດ, ເພື່ອກະກຽມທີ່ຈະສົ່ງໄປຍັງນະຄອນຫຼວງທາສເຄນຂອງອຸສເບກີສະຖານ.ທ່ານLi Jingຮອງຜູ້ຈັດການທົ່ວໄປຂອງ Silk Road Easy Buy ເຊິ່ງເປັນຜູ້ດໍາເນີນການຖານສົ່ງອອກລົດມືສອງ Shuangliu ກ່າວວ່າ: “ຕະຫຼາດຈີນ-ອາຊີມີຄວາມຕ້ອງການສູງສໍາລັບລົດມືສອງທີ່ມີລາຄາຍ່ອມເຍົາແຕ່ສະມັດທະນະສູງ. ໃນເດືອນແລ້ວນີ້, ຂະບວນລົດໄຟທຳອິດທີ່ສົ່ງອອກລົດມືສອງຈີນ-ອາຊີ ໄດ້ເປີດການເດີນລົດເປັນປົກກະຕິ ເຊິ່ງເປັນການເປີດຊ່ອງທາງການຂາຍໃໝ່ໃຫ້ແກ່ວິສາຫະກິດ. ”

ປັດຈຸບັນ, ຂະບວນລົດໄຟສາກົນເສີງຕູພວມຕັ້ງໜ້າຊຸກຍູ້ການກໍ່ສ້າງຕາໜ່າງຄົມມະນາຄົມສາກົນ ຫຼາຍຮູບແບບຄື: “8 ທິດທາງໃຫຍ່,ເສັ້ນທາງລະຫວ່າງປະເທດ 20 ເສັ້ນ ແລະ ເສັ້ນທາງຍ່ອຍຫຼາຍສາຍ”, ເຊິ່ງໄດ້ແຜ່ຂະຫຍາຍໄປຍັງ 50 ປະເທດໃນເຂດຢູເຣເຊຍ, 120 ຕົວເມືອງຢູ່ຕ່າງປະເທດແລະ 30 ຕົວເມືອງພາຍໃນປະເທດຈີນ, ກາຍເປັນຊ່ອງທາງການຄ້າທີ່ສໍາຄັນທີ່ເຊື່ອມໂຍງພາກພື້ນຕາເວັນຕົກກັບບັນດາປະເທດທີ່ນອນໃນໂຄງການ “ໜຶ່ງແລວໜຶ່ງເສັ້ນທາງ”.

ໃນວັນທີ 15 ເມສານີ້, ຈໍສະແດງຜົນຄຣີສຕໍແຫຼວຊຸດທີ່ໜຶ່ງກໍາລັງຖືກບັນຈຸໃສ່ຕູ້ຄອນເທນເນີໃນລານ ພາຍໃນຂອງບໍລິສັດ Chengdu BOE Optoelectronics Technology Co., Ltd. ເຊິ່ງຕັ້ງຢູ່ ເຂດຕາເວັນຕົກຂອງ Chengdu Hi-tech ຈາກນັ້ນຈະຖຶກສົ່ງໄປຍັງທ່າກຳປັ່ນລົດໄຟສາກົນເສີງຕູ ເພື່ອຂຶ້ນຂະບວນລົດໄຟເສີງຕູຈີນ-ເອີຣົບ ແລ້ວສົ່ງອອກໄປສູ່ເອີຣົບ.

ນັບຕັ້ງແຕ່ປີ 2022 ເປັນຕົ້ນມາ, ແຜງ LCD ຂອງບໍລິສັດແລະຜະລິດຕະພັນອື່ນໆໄດ້ຖືກສົ່ງອອກໄປປະເທດເອີຣົບເຊັ່ນ: ສາທາລະນະລັດເຊັກ, ເຊີເບຍ, ແລະໂລມາເນຍຜ່ານທາງຂະບວນລົດໄຟ ເສີງຕູຈີນ-ເອີຣົບ.

ທ່ານນາງ Zheng Qianຜູ້ຈັດການດ້ານການຂົນສົ່ງຂອງບໍລິສັດກ່າວວ່າ: ຂະບວນລົດໄຟຈີນ-ເອີຣົບມີຂໍ້ໄດ້ປຽບທີ່ພົ້ນເດັ່ນໃນດ້ານລາຄາແລະຄວາມວ່ອງໄວທັນຕາມກຳນົດເວລາ, ໄດ້ສະໜອງການຄ້ຳປະກັນທີ່ເຂັ້ມແຂງໃຫ້ກັບທຸລະກິດສົ່ງອອກໄປເອີຣົບຂອງບໍລິສັດ. ປັດຈຸບັນ, ເສັ້ນທາງທີ່ພວກເຮົາພວມເດີນຢູ່ນັ້ນມີຄວາມໝັ້ນຄົງທີ່ສຸດ, ດ້ວຍມູນຄ່າການສົ່ງອອກປະມານ 10 ລ້ານຢວນໃນແຕ່ລະເດືອນ.

ເມື່ອບໍ່ດົນມານີ້, ທ່ານ ນາງ Zheng Qian ກໍ່ໄດ້ຮັບຂ່າວທີ່ໜ້າຕື່ນເຕັ້ນອີກເທື່ອໜຶ່ງ: ໃນຊ່ວງ ເດືອນພຶດສະພາ, ຂະບວນລົດໄຟເສີງຕູຈີນ-ເອີຣົບຈະເປີດຂະບວນລົດໄຟໄປຮອດເມືອງມາຣິດ, ເຊິ່ງຈະສະໜອງທາງເລືອກຊ່ອງທາງໃໝ່ສໍາລັບຜະລິດຕະພັນຂອງບໍລິສັດທີ່ຈະສົ່ງອອກໄປຍັງປະເທດສະເປນ. ນາງເຄີຍສະເໜີຢູ່ໃນກອງປະຊຸມສໍາມະນາລູກຄ້າຂອງຂະບວນລົດໄຟສາກົນເສີງຕູ ທີ່ຈັດຂຶ້ນໃນເມືອງຊີງປາຍຈ່ຽງວ່າ: ນາງຫວັງວ່າຈະໄດ້ຮັບການສະໜັບສະໜູນຫຼາຍຂຶ້ນຈາກຂະບວນລົດໄຟເສີງຕູຈີນ-ເອີຣົບ, ເພື່ອຕອບສະໜອງຄວາມຕ້ອງການຂອງການສັ່ງຈອງເປັນຈຳນວນຫຼາຍຈາກບໍລິສັດທີ່ຈະສົ່ງໄປຍັງສະເປນ. ຄວາມຕ້ອງການນີ້ໄດ້ຮັບການຕອບສະໜອງຢ່າງໄວວາ.

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ຈີນ ສະຫຼອງປີມິດຕະພາບ ແລະ ຄົບຮອບ 5 ປີ ການເປີດນຳໃຊ້ທາງລົດໄຟ ລາວ-ຈີນ

ລາວ-ຈີນ ສະຫຼອງປີມິດຕະພາບ ແລະ ຄົບຮອບ 5 ປີ ການເປີດນຳໃຊ້ທາງລົດໄຟ ລາວ-ຈີນ

ພິທີສະເຫຼີມສະຫຼອງ “ປີແຫ່ງມິດຕະພາບ ລາວ-ຈີນ ແລະ ວັນຄົບຮອບ 5 ປີ ແຫ່ງການເປີດນຳໃຊ້ທາງລົດໄຟ ລາວ-ຈີນ” ໄດ້ຈັດຂຶ້ນໃນວັນທີ 23 ພະຈິກ 2026 ທີ່ເມືອງຕ້າລຽນ ສປ ຈີນ, ໂດຍມີ ທ່ານ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດລາວ ປະຈຳ ສປ ຈີນ, ຜູ້ຕາງໜ້າຈາກສະຖານທູດ ສປ ຈີນ ປະຈຳ ລາວ, ທ່ານ ອານົງເດດ ເພັດໄກສອນ ຮອງຜູ້ອຳນວຍການໃຫຍ່ ບໍລິສັດລົດໄຟ ລາວ-ຈີນ ຈຳກັດ, ທ່ານ ຊຸນຢົງໄຊ (Sun Yongcai) ເລຂາຄະນະພັກ ແລະ ປະທານບໍລິສັດ CRRC ພ້ອມດ້ວຍແຂກຖືກເຊີນ ແລະ ສື່ມວນຊົນເຂົ້າຮ່ວມ.
ການຮ່ວມມືທີ່ເປັນຮູບປະທຳ: ເສີມສ້າງພື້ນຖານດ້ານຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ແກ່ຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ

ການຮ່ວມມືທີ່ເປັນຮູບປະທຳ: ເສີມສ້າງພື້ນຖານດ້ານຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ແກ່ຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ

ການສ້າງຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ, ບໍ່ແມ່ນພຽງຄໍາເວົ້າທາງການທູດທີ່ເປັນນາມມະທຳ ແລະ ຍິ່ງບໍ່ແມ່ນການຖ່າຍທອດຮູບແບບການພັດທະນາຈາກຝ່າຍໜຶ່ງໄປສູ່ອີກຝ່າຍໜຶ່ງແຕ່ພຽງຝ່າຍດຽວ.ໃນທີ່ນີ້ ຈຳເປັນຕ້ອງຊີ້ແຈງຄວາມເຂົ້າໃຈໜຶ່ງໃຫ້ຈະແຈ້ງວ່າ: ການຮ່ວມມືທີ່ເປັນຮູບປະທໍາລະຫວ່າງ ລາວ ແລະ ຈີນ ໃນດ້ານຊີວິດການເປັນຢູ່ຂອງປະຊາຊົນ, ຍາມໃດກໍມີຈຸດເລີ່ມຕົ້ນຈາກແຜນພັດທະນາ ແລະ ຄວາມຕ້ອງການຕົວຈິງຂອງປະຊາຊົນຢູ່ຂັ້ນຮາກຖານຂອງລາວ, ທຸກໂຄງການຮ່ວມມືລ້ວນແຕ່ຜ່ານການປຶກສາຫາລືຢ່າງສະເໝີພາບ, ຮ່ວມກັນວາງແຜນ ແລະ ຊຸກຍູ້ການປະຕິບັດໂດຍສອງຝ່າຍ, ບົນພື້ນຖານການເຄົາລົບສິດທິຂອງລາວໃນການກຳນົດການພັດທະນາຂອງຕົນເອງຢ່າງເຕັມສ່ວນ.
ລາວ ແລະ ມາເລເຊຍ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ ແລະ ມາເລເຊຍ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ທ່ານ ໂມຮາມັດ ບິນ ຮາຈິ ຮາຊັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ແລະ ພັນລະຍາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ພັນລະຍາ ໄດ້ນໍາພາຄະນະຢ້ຽມຢາມມາເລເຊຍ ຢ່າງເປັນທາງການ ແຕ່ວັນທີ 22-24 ພະຈິກ ນີ້ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ລາວ ແລະ ມາເລເຊຍ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງຂຶ້ນ.
ຄ້າຍສຶກສາຮຽນຮູ້ດ້ານໂລຈິສຕິກ ຊາວໜຸ່ມຕ່າງປະເທດຄັ້ງທີ 3 ສຳເລັດຜົນດີ

ຄ້າຍສຶກສາຮຽນຮູ້ດ້ານໂລຈິສຕິກ ຊາວໜຸ່ມຕ່າງປະເທດຄັ້ງທີ 3 ສຳເລັດຜົນດີ

ໃນວັນທີ 9 ພະຈິກ 2026, ເນື່ອງໃນໂອກາດສະຫຼອງຄົບຮອບ 65 ປີ ວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ແລະ ປີມິດຕະພາບ ລາວ-ຈີນ, ກິດຈະກຳສາທາລະນະກຸສົນໂຄງການ “C Me Fly” ຄ້າຍສຶກສາຮຽນຮູ້ດ້ານໂລຈິສຕິກ ສຳລັບຊາວໜຸ່ມຕ່າງປະເທດ ຄັ້ງທີ 3 ປະຈຳ ສປປ ລາວ ຊຶ່ງໄດ້ຮັບທຶນສະໜັບສະໜູນຈາກ China Merchants Foundation, ຈັດໂດຍ Sinotrans ແລະ ດຳເນີນການ Sinotrans Overseas ຮ່ວມກັບ Pinglan Foundation, ໄດ້ສຳເລັດລົງຢ່າງສົມບູນ ທີ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດລາວ.
ອຸດົມການດຽວກັນ ແນວທາງສອດຄ່ອງຮ່ວມກັນກ້າວໜ້າ

ອຸດົມການດຽວກັນ ແນວທາງສອດຄ່ອງຮ່ວມກັນກ້າວໜ້າ

ການເສີມສ້າງຮາກຖານທີ່ໝັ້ນຄົງໃຫ້ຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ ດ້ວຍການຮ່ວມມືທີ່ເປັນຮູບປະທຳ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ. ລາວ ແລະ ຈີນ ສອງປະເທດມີພູຜາ ແລະ ສາຍນ້ຳເຊື່ອມຕໍ່ກັນ, ມີແນວຄວາມຄິດທີ່ສອດຄ່ອງກັນ, ເປັນປະເທດເພື່ອນບ້ານສັງຄົມນິຍົມທີ່ໄດ້ສ້າງສາຍພົວພັນອັນເລິກເຊິ່ງໃນຖານະ “ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ”. ນັບຕັ້ງແຕ່ສ້າງສາຍພົວພັນການທູດຢ່າງເປັນທາງການໃນປີ 1961 ເປັນຕົ້ນມາ, ການພົວພັນລາວ-ຈີນ ໄດ້ຜ່ານຜ່າບົດທົດສອບທີ່ເໝືອນດັ່ງພາຍຸລົມແດງຕະຫຼອດ 65 ປີ ແລະ ຍິ່ງແຂງແກ່ນຂຶ້ນ. ໃນເດືອນມິຖຸນາປີນີ້, ຜູ້ນຳສູງສຸດຂອງສອງປະເທດໄດ້ຮ່ວມກັນກຳນົດຖານະໃໝ່ໃນການຮ່ວມມືກັນສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ເຂັ້ມແຂງໜຽວ ແໜ້ນໃນທຸກສະພາບການຂອງຍຸກໃໝ່.
ສໍາມະນາກອນສື່ມວນຊົນລາວ ຢ້ຽມຢາມໜັງສືພິມກອງທັບປະຊາຊົນຫວຽດນາມ

ສໍາມະນາກອນສື່ມວນຊົນລາວ ຢ້ຽມຢາມໜັງສືພິມກອງທັບປະຊາຊົນຫວຽດນາມ

ສໍາມະນາກອນຊຸດຝຶກອົບຮົມວຽກງານພະນັກງານນໍາພາ-ຄຸ້ມຄອງວຽກງານສື່ມວນຊົນ ສປປ ລາວ ຢູ່ ສສ ຫວຽດນາມ ໄລຍະ 2 ເດືອນ ນຳໂດຍ ທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ນຳພາຄະນະຢ້ຽມຢາມເພື່ອພົບປະແລກປ່ຽນບົດຮຽນດ້ານການຜະລິດເນື້ອຫາຂ່າວ ແລະ ການພັດທະນາສື່ມວນຊົນໃນຍຸກດິຈິຕອນກັບໜັງສືພິມກອງທັບປະຊາຊົນຫວຽດນາມ,ເມື່ອບໍ່ດົນມານີ້,ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃຫ້ການຕ້ອນຮັບໂດຍ ທ່ານ ພັນເອກພິເສດ ຫງວຽນ ຮົ່ງ ຫາຍ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ, ທ່ານ ຫງວຽນ ດຶກຕວ່ານ ຮອງຜູ້ອຳນວຍການສະຖາບັນສື່ມວນຊົນ ແລະ ໂຄສະນາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ

ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ

ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ(ອອປສ) ພາຍໃຕ້ຫົວຂໍ້ “ການປົກປ້ອງສິດທິເດັກ ແລະ ມາດຕະການຕ້ານການກໍ່ອາຊະຍາກຳຕໍ່ເດັກ ຂອງອົງການໄອຍະການ ລາວ-ຣັດເຊຍ” ໂດຍການເຂົ້າຮ່ວມຂອງ ທ່ານ​ ພຸດທະວົງ​ ບົວລະພາ​ ຫົວໜ້າ​ກົມຮ່ວມມືກັບຕ່າງປະເທດ ອອປສ, ທ່ານ ອາເລັກເຊວລາດີມີໂຣວິຊ ຄອສຕຣີຢາຄອຟຮອງຫົວໜ້າກົມກວດກາການປະຕິບັດການຄຸ້ມຄອງສິດ, ເສລີພາບ ແລະ ຜົນປະໂຫຍດອັນຊອບທຳຂອງເຍົາວະຊົນ ກົມໃຫຍ່ຄຸ້ມຄອງການປະຕິບັດກົດໝາຍລັດຖະບານກາງ. ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນ, ຕາງໜ້າອົງການໄອຍະການທະຫານ ອ້ອມຂ້າງ ອົງການໄອຍະການປະຊາຊົນສູງສຸດ, ພ້ອມດ້ວຍຜູ້ຕາງໜ້າຈາກອົງການຍຸຕິທໍາ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງສູນກາງ ເຂົ້າຮ່ວມ.
ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ໃນວັນທີ19ພະຈິກນີ້ ທີ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນສໍາລັບການພັດທະນາເສດຖະກິດ-ສັງຄົມຂອງສປປລາວຈໍານວນ2ໂຄງການຄື: ໂຄງການຕິດຕາມກວດກາຄຸນນະພາບນໍ້າແລະໂຄງການສະໜອງອຸປະກອນມອດໄຟ. ຕາງໜ້າລັດຖະບານແຫ່ງສປປລາວຮ່ວມລົງນາມໂດຍທ່ານອານຸພາບວົງໜໍ່ແກ້ວຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງສປປລາວແລະຕາງໜ້າລັດຖະບານຍີ່ປຸ່ນລົງນາມໂດຍທ່ານໂຄອິຊຶມິຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາສປປລາວໂດຍມີຜູ້ຕາງໜ້າຈາກບັນດາກະຊວງແລະພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
60 ປີ ລາວ-ມາເລເຊຍຮ່ວມສ້າງອະນາຄົດຜ່ານການເປັນຄູ່ຮ່ວມມືທີ່ເຂັ້ມແຂງ

60 ປີ ລາວ-ມາເລເຊຍຮ່ວມສ້າງອະນາຄົດຜ່ານການເປັນຄູ່ຮ່ວມມືທີ່ເຂັ້ມແຂງ

ປີ 2026 ຖືເປັນຂີດໝາຍປະຫວັດສາດສຳຄັນຂອງສາຍພົວພັນລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແລະມາເລເຊຍເນື່ອງໃນໂອກາດຄົບຮອບ60 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ (1/7/1966-1/7/2026). ຕະຫຼອດຫົກທົດສະວັດຜ່ານມາ, ສາຍພົວພັນຂອງສອງປະເທດໄດ້ພັດທະນາຈາກມິດຕະພາບອັນດີງາມ ສູ່ການເປັນຄູ່ຮ່ວມມືທີ່ໃກ້ຊິດ ແລະ ຮອບດ້ານ ຊຶ່ງກວມເອົາການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ວັດທະນະທຳ ແລະ ການພັດທະນາຊັບພະຍາກອນມະນຸດ.
ຄະນະຜູ້ແທນສະພາແຫ່ງຊາດລາວເຂົ້າຮ່ວມຫາລືໃນຂອບກອງປະຊຸມAIPA

ຄະນະຜູ້ແທນສະພາແຫ່ງຊາດລາວເຂົ້າຮ່ວມຫາລືໃນຂອບກອງປະຊຸມAIPA

‎​ ວັນທີ19ພະຈິກຜ່ານມາທີ່ນະຄອນຫຼວງມະນິລາປະເທດຟີລິບປິນ, ຄະນະຜູ້ແທນສະພາແຫ່ງຊາດແຫ່ງສປປ ລາວໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມປຶກສາຫາລືແລະພິຈາລະນາຮ່າງມະຕິຂອງບັນດາກຳມາທິການຕ່າງໆໃນຂອບກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນຫຼືໄອປາ (AIPA) ຄັ້ງທີ47ຊຶ່ງໄດ້ສຸມໃສ່ບັນດາວຽກງານທີ່ສຳຄັນດັ່ງນີ້: ກຳມາທິການການເມືອງໄດ້ປຶກສາຫາລືກ່ຽວກັບບົດບາດຂອງລັດຖະສະພາໃນການຮັກສາສັນຕິພາບ, ຄວາມໝັ້ນຄົງກໍຄືການເສີມຂະຫຍາຍຄວາມເປັນແກນກາງຂອງອາຊຽນ,​​ ກຳມາທິການເສດຖະກິດໄດ້ຮ່ວມກັນຊຸກຍູ້ການເຊື່ອມຈອດທາງດ້ານເສດຖະກິດພາກພື້ນ, ການຫັນເປັນດີຈີຕອນລວມທັງການພັດທະນາແບບຍືນຍົງ,​ ​ກຳມາທິການສັງຄົມໄດ້ພິຈາລະນາຮ່າງມະຕິວ່າດ້ວຍການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສຶກສາທີ່ມີຄວາມທົນທານຕໍ່ໄພພິບັດພ້ອມທັງປົກປ້ອງກຸ່ມຄົນດ້ອຍໂອກາດໃນສັງຄົມ,​ ກຳມາທິການການຈັດຕັ້ງ​ໄດ້ຄົ້ນຄວ້າວຽກງານພາຍໃນຂອງAIPA ແລະກະກຽມຄວາມພ້ອມໃນການຮັບຮອງເອົາລັດຖະສະພາແຫ່ງຊາດຕີມໍ-ແລັດສະເຕເຂົ້າເປັນສະມາຊິກສົມບູນລຳດັບທີ11.​
ເພີ່ມເຕີມ