(9 ມັງກອນ 1990 – 9 ມັງກອນ 2025) ແລະ ຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍພັກອົງການໄອຍະການປະຊາຊົນແຂວງ. ໂດຍການເຂົ້າຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ ແລະ ນັກກິລາເຂົ້າຮ່ວມ.
ທ່ານ ທ່ານ ຄໍາແດງ ສີບຸນເຮືອງ ຫົວໜ້າອົງການໄອຍະການປະຊາຊົນແຂວງຄໍາມ່ວນ ໄດ້ກ່າວວ່າ: ການແຂ່ງຂັນຄັ້ງນີ້, ປະກອບມີ 8 ທີມເຂົ້າຮ່ວມ, ແບ່ງອອກເປັນ 2 ສາຍຄື: ສາຍ (ກ) ປະກອບມີສານປະຊາຊົນແຂວງ, ປກສ ແຂວງ, ພະແນກຍຸຕິທໍາແຂວງ ແລະ ພະແນກກະສິກໍາ - ປ່າໄມ້ແຂວງ. ສາຍ (ຂ) ທະນາຄານພັດທະນາລາວ ຈໍາກັດ ສາຂາຄໍາມ່ວນ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ອົງການໄອຍະການປະຊາຊົນແຂວງ ແລະ ພາສີແຂວງ.
ຜົນການແຂ່ງຂັນໃນຮອບສຸດທ້າຍແມ່ນທີມບານເຕະ ປກສ ແຂວງເອົາຊະນະ ທີມບານເຕະຈາກ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ 3 ຕໍ່ 2 ປະຕູ ສາມາດຍາດຄວ້າຂັນໄປຄອງ, ເປັນກຽດມອບຂັນ ແລະ ລາງວັນໂດຍທ່ານ ເຈົ້າແຂວງຄໍາມ່ວນ ແລະ ມອບລາງວັນທີ 2 ໂດຍທ່ານ ນິລະພົນ ສຸວັນນະລາດ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງຄໍາມ່ວນ.
(ຂ່າວ-ພາບ: ແດງສະຫວັດ ແສນພານິດ)
ຄໍາເຫັນ