ຄໍາມ່ວນ ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ

ຄໍາມ່ວນ ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ

ແຂວງຄໍາມ່ວນ ໄດ້ຈັດພິທີມອບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໃຫ້ພະນັກງານປະຈຳການ, ພະນັກງານ ອາວຸໂສບໍານານ ແລະ ຜູ້ປະກອບການທຸລະກິດ ຂຶ້ນໃນວັນທີ 1 ທັນວາ 2025ນີ້, ໃຫ້ກຽດປະດັບຫຼຽນໂດຍສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກເລຂາພັກແຂວງ ເຈົ້າແຂວງຄໍາມ່ວນ, ມີຄະນະປະຈຳ, ກຳມະການພັກແຂວງ, ອະດີດການນໍາແຂວງ, ເມືອງ, ບັນດາສະມາຊິກພັກ-ພະນັກງານຫຼັກແຫຼ່ງ ແລະ ຜູ້ປະກອບການທຸລະກິດພາຍໃນແຂວງເຂົ້າຮ່ວມ.
ຄາມວນ ປະດບຫຽນກາລະນກ 50 ປ ວນສະຖາປະນາ ສປປ ລາວ - image 1
 

ອີງຕາມລັດຖະດໍາລັດຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ແກ່ພະນັກງານປະຈຳການ ແລະ ພະນັກງານບຳນານ ຈຳນວນ 4,813 ສະຫາຍຍິງ 1,557 ສະຫາຍ ພາຍໃນແຂວງຄໍາມ່ວນ ທີ່ມີຜົນງານ ຄຸນງາມຄວາມດີ ໃຫຍ່ຫຼວງໃນການອຸທິດເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດໄລຍະຜ່ານມາ. ເພື່ອເປັນການຍ້ອງຍໍ ສັນລະເສີນຄຸນງາມຄວາມດີຂອງບັນດາທ່ານ ການນຳທັງໃນອະດີດ ແລະ ປັດຈຸບັນຕະຫຼອດຮອດພະນັກງານຂັ້ນຕ່າງໆ ໃນອະດີດ ແລະ ປັດຈຸບັນ ທີ່ໄດ້ປະກອບສ່ວນສ້າງສາພັດທະນາປະເທດຊາດ ກໍຄືສ້າງສາພັດທະນາແຂວງຄໍາມ່ວນ ຕະຫຼອດໄລຍະ 50 ປີຜ່ານມາ.

ຄາມວນ ປະດບຫຽນກາລະນກ 50 ປ ວນສະຖາປະນາ ສປປ ລາວ - image 2
 

(ຂ່າວ-ພາບ: ກອງຄໍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຊຽງຂວາງປະດັບລຽນກາລະນຶກ 50 ປີວັນສະຖາປະນາ ສປປ ລາວ

ຊຽງຂວາງປະດັບລຽນກາລະນຶກ 50 ປີວັນສະຖາປະນາ ສປປ ລາວ

ໃນວັນທີ 1 ທັນວາ 2025ນີ້, ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງໄດ້ມີພິທີປະດັບຫຼຽນກາ ລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍການເຂົ້າຮ່ວມຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພພັກ ເລຂາພັກແຂວງ, ມີຄະນະປະຈຳພັກແຂວງກຳມະການພັກແຂວງ, ອາດີດການນຳແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ກຳລັງປະກອບອາວຸດ ແລະ ອົງການຈັດຕັ້ງເຂົ້າຮ່ວມ.
ການນຳ ພັກ-ລັດ ແຂວງອຸດົມໄຊ ຮ່ວມຊົມການຖ່າຍທອດສົດສະຫຼອງວັນຊາດ ຄົບຮອບ 50 ປີ

ການນຳ ພັກ-ລັດ ແຂວງອຸດົມໄຊ ຮ່ວມຊົມການຖ່າຍທອດສົດສະຫຼອງວັນຊາດ ຄົບຮອບ 50 ປີ

ໃນຕອນເຊົ້າວັນທີ 2 ທັນວາ 2025, ທີ່ສະໂມສອນແຂວງອຸດົມໄຊ, ໄດ້ມີການຈັດພິທີເຕົ້າໂຮມຊຸມນຸມ ເພື່ອຮັບຊົມການຖ່າຍທອດສົດ ພິທີສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (2 ທັນວາ 1975 - 2 ທັນວາ 2025) ຈາກນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ ໂດຍ ສະຫາຍ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ, ພ້ອມດ້ວຍບັນດາສະຫາຍໃນຄະນະປະຈຳພັກແຂວງ, ກຳມະການພັກແຂວງ. ມີບັນດາອະດີດການນຳພັກ-ລັດ ຂອງແຂວງ ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຳປາສັກ ວາງພວງມາລາ ແລະ ກະຕ່າດອກໄມ້ ເນື່ອງ​ໃນໂອກາດ​ວັນຊາດ​ 2 ທັນວາ ​ແລະ​ ວັນເກີດ​ປະທານ​ ໄກສອນ​ ພົມວິຫານ​

ຈຳປາສັກ ວາງພວງມາລາ ແລະ ກະຕ່າດອກໄມ້ ເນື່ອງ​ໃນໂອກາດ​ວັນຊາດ​ 2 ທັນວາ ​ແລະ​ ວັນເກີດ​ປະທານ​ ໄກສອນ​ ພົມວິຫານ​

​ ຕອນເຊົ້າວັນທີ 2 ທັນວາ 2025ນີ້, ເນື່ອງໃນໂອກາດ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/1975 – 2/12/2025) ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຄົບຮອບ 105 ປີ​ (13/12/1920 – 13/12/2025),​ ຄະນະ​ບໍລິຫານ​ງານພັກແຂວງຈຳປາສັກ​ ນຳພາໂດຍ ສະ​ຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະພັກແຂວງຈຳປາສັກ​ ໄດ້ເຂົ້າຮ່ວມວາງພວງມາລາ​ ຢູ່ອານຸສາວະລີນັກຮົບນິລະນາມ ແລະ ກະຕ່າດອກໄມ້​ ຢູ່​ອະນຸສອນ​ສະຖານ​ປະທານ​ ໄກສອນ​ ພົມວິຫານ​ ສະໜາມແດງ​ ນະຄອນປາກເຊ.​
ຄຳມ່ວນຮ່ວມກັບບໍລິສັດ ໄຟຟ້ານໍ້າເທີນ 2 ຈັດງານຕະຫຼາດນັດແຮງງານ

ຄຳມ່ວນຮ່ວມກັບບໍລິສັດ ໄຟຟ້ານໍ້າເທີນ 2 ຈັດງານຕະຫຼາດນັດແຮງງານ

ພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງຄຳມ່ວນຮ່ວມກັບບໍລິສັດ ໄຟຟ້ານໍ້າເທີນ 2 ຈໍາກັດ ໄດ້ຈັດງານຕະຫຼາດນັດແຮງງານ ປະຈໍາປີ 2025 ຂຶ້ນໃນລະຫວ່າງວັນທີ 28-29 ພະຈິກຜ່ານມາທີ່ໂຮງແຮມທ່າແຂກໃໝ່ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງໆຄຳມ່ວນ, ທ່ານ ສິນນະສອນ ແສງຈັນທະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີຕາງໜ້າບໍລິສັດນ້ຳເທີນ2, ມີບໍລິສັດຈັດຫາງານທີ່ໄດ້ໃຫ້ການຮ່ວມມືມາຕັ້ງບູດໂຄສະນາຮັບສະຫມັກແຮງງານຢ່າງຫຼວງຫຼາຍ ຄາດວ່າມີຄວາມຕ້ອງການແຮງງານຫຼາຍກວ່າ 1,000 ຄົນ.
ການນຳພັກ-ລັດແຂວງສະຫວັນນະເຂດວາງພວງມາລາ ແລະກະຕ່າດອກໄມ້ໃນໂອກາດວັນຊາດ ຄົບຮອບ 50 ປີ

ການນຳພັກ-ລັດແຂວງສະຫວັນນະເຂດວາງພວງມາລາ ແລະກະຕ່າດອກໄມ້ໃນໂອກາດວັນຊາດ ຄົບຮອບ 50 ປີ

ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 50 ປີ(2/12/1975-2/12/2025).ດັ່ງນັ້ນ,ໃນຕອນເຊົ້າວັນທີ 1 ທັນວາ 2025ນີ້, ການນຳພັກ-ລັດຂອງແຂວງສະຫວັນນະເຂດ ຊຶ່ງນຳໂດຍທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ນຳພາກ້ອນກຳລັງຈາກພາກສ່ວນຕ່າງໆພາຍໃນແຂວງ ເຂົ້າວາງພວງມາລາຢູ່ທີ່ອະນຸສາວະລີນັກຮົບນິລະນາມ ແລະວາງກະຕ່າດອກໄມ້-ດອກໄມ້ຢູ່ອະນຸສາວະລີທ່ານປະທານໄກສອນ ພົມວິຫານ, ອະນຸສາວະລີທ່ານ ໜູຮັກ ພູມສະຫວັນ, ອະນຸສາວະລີທ່ານ ພູນ ສີປະເສີດ ແລະອະນຸສາວະລີພໍ່ກະດວດ, ທັງນີ້ກໍເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນ ແລະຈາລຶກບຸນຄຸນ-ຄຸນງາມຄວາມດີຕໍ່ບັນດາທ່ານການນຳພັກ-ລັດຮຸ່ນທຳອິດຂອງການປະຕິວັດລາວ ທີ່ໄດ້ເສຍສະຫຼະເລືອດເນື້ອ ແລະຊີວິດເພື່ອພາລະກິດປະຕິວັດຊາດປະຊາທິປະໄຕ ຈົນສາມາດຍາດໄດ້ ໄຊຊະນະ ແລະສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975.
ການນໍາພັກ-ລັດ ວາງພວງມາລາຢູ່ອານຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ຢູ່ອານຸສາວະລີປະທານ ໄກສອນ ພົມວິຫານ

ການນໍາພັກ-ລັດ ວາງພວງມາລາຢູ່ອານຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ຢູ່ອານຸສາວະລີປະທານ ໄກສອນ ພົມວິຫານ

ເນື່ອງໃນໂອກາດວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ (2/12/1975 -2/12/2025),ການນໍາພັກ-ລັດແຂວງເຊກອງ ນໍາໂດຍ ສະຫາຍ ບຸນຫລາຍ ບຸດທິ ເລຂາພັກແຂວງ ພ້ອມຄະນະບໍລິຫານງານພັກແຂວງ ໄດ້ວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ເພື່ອລະນຶກຄຸນງາມຄວາມດີ ປະທານ ໄກສອນ ພົມວິຫານ ໃນຕອນເຊົ້າວັນທີ 1 ທັນວານີ້ ໂດຍການເຂົ້າວາງພວງມາລາ ໄດ້ແບ່ງເປັນ 7 ກຸ່ມຄື: ກຸ່ມການນໍາແຂວງ,ກຸ່ມພັກ-ພະນັກງານ; ກຸ່ມສອງກໍາລັງປະກອບອາວຸດ; ກຸ່ມວັດທະນະທໍາ-ສັງຄົມ ແລະ ປົກ ປ້ອງກົດໝາຍ; ກຸ່ມເສດຖະ ກິດ-ການບໍລິການ,ກຸ່ມອົງການຈັດຕັ້ງມະຫາຊົນ ແລະ ຄະນະພັກ, ຄະນະກຳມະການປົກຄອງເມືອງ.
ຄໍາມ່ວນ ວາງກະຕ່າດອກໄມ້ ໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ຄໍາມ່ວນ ວາງກະຕ່າດອກໄມ້ ໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ການນໍາພັກ - ລັດ ແຂວງຄຳມ່ວນ ນໍາພາໂດຍ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກເລຂາພັກແຂວງເຈົ້າແຂວງຄຳມ່ວນ ໄດ້ເຂົ້າວາງພວງມະລາ ແລະ ກະຕ່າດອກໄມ້ ຢູ່ອະນຸສາວະລີ ນັກຮົບນິລະນາມ, ອະນຸສາວະລີປະທານ ໄກສອນ ພົມວິຫານ ແລະ ອະນຸສອນສະຖານປະທານ ສຸພານຸວົງ, ໃນຕອນເຊົ້າວັນທີ 1 ທັນວາ 2025ນີ້, ເນື່ອງໃນໂອກາດ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ (2 ທັນວາ 1975 - 2 ທັນວາ 2025) ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ຍທຂ ປະດັບຫຼຽນກາລະນຶກ 50 ປີວັນສະຖາປະນາ ສປປ ລາວ

ຍທຂ ປະດັບຫຼຽນກາລະນຶກ 50 ປີວັນສະຖາປະນາ ສປປ ລາວ

ກະຊວງໂຍທາທິການ ແລະ ຂົນສົງ (ຍທຂ) ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975-2 ທັນວາ 2025) ໃຫ້ແກ່ພະນັກງານ-ລັດຖະກອນປະຈຳການ ແລະ ອາດີດການນຳອາວຸໂສບຳນານ ແລະ ບັນດາພະນັກງານຫຼັກແຫຼ່ງທີ່ມີອາຍຸການ 15 ປີຂຶ້ນໄປຈັດຂຶ້ນໃນວັນທີ 1 ທັນວານີ້ ທີ່ ຍທຂ ໂດຍເປັນກຽດເຂົ້າຮ່ວມປະດັບຫຼຽນກາລະນຶກໃນຄັ້ງນີ້ມີ ທ່ານ ເຫຼັກໄຫຼ ສີວິໄລ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ຍທຂ, ມີຮອງລັດຖະມົນຕີ, ອະດີດພະນັກງານບໍານານ ພ້ອມດ້ວຍພະນັກງານ-ລັດຖະກອນອ້ອມຂ້າງ ຍທຂ ເຂົ້າຮ່ວມ.
ການນໍາພັກ-ລັດ ເມືອງແກ່ນທ້າວ ວາງກະຕ່າດອກໄມ້ຢູ່ຕໍ່ໜ້າອານຸສອນສະຖານ ປະທານ ໄກສອນ ພົມວິຫານ

ການນໍາພັກ-ລັດ ເມືອງແກ່ນທ້າວ ວາງກະຕ່າດອກໄມ້ຢູ່ຕໍ່ໜ້າອານຸສອນສະຖານ ປະທານ ໄກສອນ ພົມວິຫານ

ໃນຕອນເຊົ້າວັນທີ 1 ທັນວາ 2025ນີ້, ການນໍາພັກ-ລັດ ເມືອງແກ່ນທ້າວ ແຂວງໄຊຍະບູລີ ຊຶ່ງນໍາໂດຍສະຫາຍ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ ແລະ ພາກສ່ວນກ່ຽວຂ້ອງ ອ້ອມຂ້າງເມືອງ ໄດ້ວ່າງກະຕ່າດອກໄມ້ຢູ່ຕໍ່ໜ້າອານຸສອນສະຖານ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.
50 ປີແຫ່ງການພັດທະນາວຽກງານ ຮສສ ຂະຫຍາຍຕົວຢ່າງຕໍ່ເນື່ອງ

50 ປີແຫ່ງການພັດທະນາວຽກງານ ຮສສ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນຜ່ານມານີ້ວ່າ: ຕະຫຼອດໄລຍະ 50 ປີແຫ່ງການປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພັກ-ລັດ ໄດ້ນໍາພາປະເທດຊາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງໜັກແໜ້ນ, ມີຄວມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ; ປະເທດຊາດໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ບໍ່ວ່າຈະເປັນດ້ານພື້ນຖານໂຄງລ່າງຖະໜົນຫົນທາງແຕ່ເໜືອຮອດໃຕ້, ມີລະບົບໄຟຟ້າ, ນໍ້າປະປາ ລວມທັງເຄືອຂ່າຍໂທລະຄົມມະນາຄົມໄດ້ມີການການຂະຫຍາຍຕົວຢ່າງກວ້າງຂວາງ ເຮັດໃຫ້ປະຊາຊົນໄດ້ຊົມໃຊ້ ແລະ ມີຄວາມສະບາຍຂຶ້ນ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນໄດ້ເຂົ້າເຖິງການບໍລິການຂອງພາກລັດຢ່າງທົ່ວເຖິງ.
ເພີ່ມເຕີມ