![]() |
ທ່ານ ນາງ ມຸນທາ ລັດຖະຈັກ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງຄໍາມ່ວນ ວ່າດ້ວຍການແຕ່ງຕັ້ງ ພະນັກງານ ນໍາພາ-ຄຸ້ມຄອງ ແຂວງຄໍາມ່ວນ ປະກອບມີຄື: ຍົກຍ້າຍ ສະຫາຍ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄປຮັບຜິດຊອບໜ້າທີ່ໃໝ່ຢູ່ຫ້ອງວ່າການແຂວງຄໍາມ່ວນ, ແຕ່ງຕັ້ງທ່ານ ສາຍຄໍາ ພະໄຊສິດທິເດດ ກຳມະການປະຈໍາພັກແຂວງ ເປັນຫົວໜ້າຄະນະຈັດຕັ້ງແຂວງ, ຍົກຍ້າຍທ່ານ ນາງ ມຸນທາ ລັດຖະຈັກ ກຳມະການພັກແຂວງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ເປັນຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຍົກຍ້າຍ ທ່ານ ໄພມະນີ ພົມມະສານ ກຳມະການພັກແຂວງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ເປັນຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ, ຍົກຍ້າຍ ທ່ານ ເດດສັກດາ ມະນີຄໍາ ກຳມະການປະຈຳພັກແຂວງ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງ ເປັນຮອງປະທານຄະນະກຳມະການປົກຄອງແຂວງ, ແຕ່ງຕັ້ງ ທ່ານ ແກ້ວບຸນຂວັນ ໄຊຍະວົງສາ ກຳມະການພັກແຂວງ ເປັນຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ຍົກຍ້າຍທ່ານ ສິນນະສອນ ແສງຈັນທະວົງ ກຳມະການພັກແຂວງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ເປັນເລຂາຄະນະບໍລິຫານງານພັກເມືອງໄຊບົວທອງ, ຍົກຍ້າຍ ທ່ານ ນວນຕາ ແກ້ວນະວົງ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງ ເປັນຫົວໜ້າຄະນະໂຄສະນາອົບຮົມແຂວງ, ແຕ່ງຕັ້ງ ທ່ານ ລໍາພອນ ສີອັກສອນ ຮອງຫົວໜ້າພະແນກຍຸຕິທຳແຂວງ ເປັນວ່າການຫົວໜ້າພະແນກຍຸຕິທຳແຂວງ, ຍົກຍ້າຍ ທ່ານ ເຫຼັງຄໍາ ໄຊຄໍາຜັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ເປັນເລຂາຄະນະບໍລິຫານງານພັກເມືອງຍົມມະລາດ, ແຕ່ງຕັ້ງ ທ່ານ ນາງ ຈໍາປາທອງ ອິນທະວົງສາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ເປັນວ່າການເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ຍົກຍ້າຍ ທ່ານ ຄໍາປ່ຽນ ມະນີຄໍາ ກຳມະການພັກແຂວງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ເປັນເລຂາຄະນະບໍລິຫານງານພັກເມືອງຄູນຄໍາ, ແຕ່ງຕັ້ງທ່ານ ຄໍາຫຼວງ ອິນທະວົງ ປະທານບໍລິສັດຄໍາມ່ວນ ການລົງທຶນຈໍາກັດ ຜູ້ດຽວ ເປັນຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຂວງ.
![]() |
ໂອກາດນີ້, ທ່ານ ວັນໄຊ ພອງສະຫວັນ ໄດ້ມີຄໍາເຫັນວ່າ: ການຍົກຍ້າຍຊັບຊ້ອນໜ້າທີ່ພະນັກງານຄັ້ງນີ້, ແມ່ນເປັນວຽກງານປົກກະຕິໜຶ່ງ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ເພື່ອເປັນການສ້າງຄວາມຊໍານານ, ຄວາມຮັບຮູ້ໃນຫຼາຍຂົງເຂດ ຫຼາຍຂະແໜງການຂອງພະນັກງານ ພ້ອມນີ້ ຍັງຮຽກຮ້ອງມາຍັງບັນດາພະນັກງານ-ສະມາຊິກພັກ ຈົ່ງມີຄວາມເຂົ້າໃຈ ແລະ ເປັນເອກະພາບໃນການຕົກລົງຂອງຂັ້ນເທິງ, ພ້ອມກັນສະໜັບສະໜູນ ແລະ ໃຫ້ການຮ່ວມມືຂອງບັນດາທ່ານທີ່ໄດ້ຍົກຍ້າຍຊັບປ່ຽນໜ້າທີ່ ເພື່ອພ້ອມກັນຍົກລະດັບ ປັບປຸງວຽກງານໃຫ້ມີຄຸນນະພາບດີຂຶ້ນກວ່າເກົ່າ, ສໍາລັບບັນດາທ່ານທີ່ຖືກຊັບຊ້ອນ ແມ່ນຕ້ອງໄດ້ມີການແລກປ່ຽນ ປຶກສາຫາລື ກັບຜູ້ທີ່ຮັບຜິດຊອບ ນຳພາ-ຊີ້ນຳ ລະຫວ່າງ ຜູ້ເກົ່າ ກັບ ຜູ່ໃໝ່ ເພື່ອເສີມຂະຫຍາຍດ້ານດີ, ແກ້ໄຂບັນຫາທີ່ຍັງຄົງຄ້າງ ພ້ອມກັນແກ້ໄຂເຮັດໃຫ້ວຽກງານໄດ້ລຸລ່ວງໄປດ້ວຍດີ, ສືບຕໍ່ເພີ່ມທະວີນໍາພາສຶກສາອົບຮົມພະນັກງານ-ສະມາຊິກພັກ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃຫ້ສູງຂຶ້ນ, ເອົາໃຈໃສ່ສ້າງຄວາມສາມັກຄີໃຫ້ເປັນປຶກແຜ່ນ, ພະນັກງານນໍາພາ-ຄຸ້ມຄອງ ໃນແຕ່ລະຂັ້ນ ຕ້ອງເປັນແບບຢ່າງທີ່ດີ ໃນການເຮັດໜ້າທີ່ ຢ່າງເຕັມພາລະບົດບາດ ເຕັມຄວາມສາມາດຂອງຕົນເອງ ເພື່ອພ້ອມກັນພັດທະນາອົງກອນ, ພັດທະນາວຽກງານ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.
(ຂ່າວ-ພາບ: ກອງຄໍາ)


ຄໍາເຫັນ