![]() |
ເພື່ອເປັນການສະແດງຄວາມເຄົາລົບຮັກ, ຈາລຶກບຸນຄຸນ ແລະ ຄຸນງາມຄວາມດີຂອງນັກຮົບນິລະນາມ ທີ່ໄດ້ເສຍສະຫລະຊີວິດ, ເລືອດເນື້ອ ເພື່ອພາລະກິດປົດປ່ອຍຊາດ ແລະ ຄວາມຜາສຸກຂອງປະຊາຊົນ, ທັງເປັນການສະແດງຄວາມເຄົາລົບຮັກຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງອົງອາດກ້າຫານ ພາຍໃຕ້ການນໍາພາ - ຊີ້ນຳ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ແລະ ປະກາດເອກະລາດ, ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975 ແລະ ຈາລຶກບຸນຄຸນ ປະທານ ໄກສອນ ພົມວິຫານ ອະດີີດຜູ້ນໍາທີ່ດີເດັ່ນ ແລະ ແສນເຄົາລົບຮັກຂອງປວງຊົນລາວທັງຊາດ, ຜູ້ຈັດຕັ້ງນໍາພາ ພາລະກິດປະຕິວັດອັນຍິ່ງໃຫຍ່ຂອງປະເທດຊາດ ມາແຕ່ໄລຍະຕໍ່ສູ້ກູ້ຊາດ ຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ຈົນຍາດໄດ້ໄຊຊະນະຢ່າງສະຫງ່າງາມ ແລະ ສືບຕໍ່ນໍາພາທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດອັນແສນຮັກ, ນໍາພາວາງແນວທາງປ່ຽນແປງໃໝ່ຮອບດ້ານ ທີ່ມີຫຼັກການຂອງພັກຢ່າງມີໄຊ, ສ້າງປະຖົມປັດໃຈກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນ.
![]() |
(ຂ່າວ-ພາບ: ກອງຄໍາ)


ຄໍາເຫັນ