ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ໄດ້ເປີດຊຸດຝຶກອົບຮົມເຕັກນິກການໂຄສະນາເຜີຍແຜ່ກົດໝາຍຂຶ້ນ ຫວ່າງບໍ່ເປັນມານີ້ທີ່ໂຮງແຮມເພັດສະໝອນເມືອງທ່າແຂກແຂວງຄຳມ່ວນ, ໂດຍການເປັນປະທານຮ່ວມຂອງ ທ່ານ ພຸດທະສອນ ຈັນທະວິໄລ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ແລະ ທ່ານ ວຽງວິໄລ ພົມມະວົງ ຮອງຫົວໜ້າພະແນກຍຸຕິທຳແຂວງຄຳມ່ວນ, ມີພະນັກງານພະແນກຍຸຕິທຳແຂວງ,ຫ້ອງການຍຸຕິທຳເມືອງ ເຂົ້າຮ່ວມ.
ຈຸດປະສົງເພື່ອເປັນການສ້າງຂີດຄວາມສາມາດໃຫ້ພະນັກງານໂຄສະນາເຜີຍແຜ່ກົດໝາຍ ທາງດ້ານທັກສະການໂຄສະນາເຜີຍແຜ່ກົດໝາຍທາງປາກເປົ່າ, ການນຳໃຊ້ພາຫະນະສື່ມວນຊົນ ໂດຍສະເພາະ ສື່ແບບໃໝ່ ເຂົ້າໃນການໂຄສະນາເຜີຍແຜ່ກົດໝາຍໄດ້ຢ່າງຄ່ອງແຄ່ວ ແລະ ມີປະສິດທິຜົນ ຊຶ່ງຫົວຂໍ້ທີ່ນຳມາຝຶກອົບຮົມໃນຄັ້ງນີ້ ປະກອບດ້ວຍ: ເຕັກນິກການໂຄສະນາເຜີຍແຜ່ກົດໝາຍທາງປາກເປົ່າ, ຄວາມຮູ້ທົ່ວໄປກ່ຽວກັບການຈັດລາຍການກົດໝາຍທາງວິທະຍຸ ແລະ ໂທລະໂຄ່ງ, ການຂຽນຂ່າວ ແລະ ສົ່ງຂ່າວ, ການເຂົ້າເຖິງຂໍ້ມູນທາງດ້ານກົດໝາຍ, ວຽກງານເກັບກໍາສະຖິຕິໂຄສະນາເຜີຍແຜ່ກົດໝາຍ, ການສ້າງແຜນ ແລະ ປະສານສົມທົບໃນວຽກງານໂຄສະນາເຜີຍແຜ່ກົດໝາຍ.
ຫຼັງຮຽນຮູ້ພາກທິດສະດີແລ້ວ ຜູ້ເຂົ້າຮ່ວມກໍຈະໄດ້ເຮັດທົດລອງພາກປະຕິບັດແຕ່ລະກິດຈະກໍາອີກດ້ວຍ.
ຂ່າວ-ພາບ: ປາວີຄຳ ເພັດທະລາກຸນ.

ຄໍາເຫັນ