ຄໍາມ່ວນ-ກວາງຈິ ລົງນາມສືບຕໍ່ຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ

ຄໍາມ່ວນ-ກວາງຈິ ລົງນາມສືບຕໍ່ຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ

ຄໍາມ່ວນ-ກວາງຈິ ລົງນາມສືບຕໍ່ຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ
ພິທີລົງນາມເຊັນບົດບັນທຶກການຮ່ວມມື ສືບຕໍ່ຊອກຫາ, ຂຸດຄົ້ນ ແລະ ມອບສົ່ງອັດຖິນັກຮົບທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດໃນລະດູແລ້ງ ສົກປີ 2026-2027 ຈັດຂຶ້ນໃນ​ວັນທີ 18 ພຶດສະພານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ​ຕາງໜ້າລົງນາມໂດຍທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ, ຫົວໜ້າຄະນະປະຕິ ບັດງານພິເສດແຂວງຄໍາມ່ວນ (ຝ່າຍລາວ) ແລະ ທ່ານ ເລ ວັນ ບ່າວ ຮອງປະທານຄະນະກຳມະການປະຊາ ຊົນແຂວງ, ຫົວໜ້າຄະນະປະຕິບັດງານພິເສດ ແຂວງກວາງຈິ (ຝ່າຍຫວຽດນາມ) ມີຜູ້ແທນທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ຄາມວນ-ກວາງຈ ລງນາມສບຕຂດຄນອດຖທະຫານອາສາສະໝກ ແລະ ຊຽວຊານຫວຽດນາມ - image 1
 

ເນື້ອໃນບົດບັນທຶກ ທັງສອງຝ່າຍໄດ້ເຫັນດີເປັນເອກະພາບ ໃນການສືບຕໍ່ຮ່ວມກັນຮັກສາມູນເຊື້ອ, ຮັດ ແໜ້ນຄວາມສາມັກຄີ, ມິດຕະພາບ, ປະສານສົມທົບໃນການປະຕິບັດໜ້າທີ່ ຊອກຫາ, ຂຸດຄົ້ນອັດຖິນັກຮົບ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນນາມ ທີ່ເສຍສະຫຼະຊີວິດຢູ່ພື້ນທີ່ແຂວງຄໍາມ່ວນ ເພື່ອນໍາເອົາກັບຄືນປະເທດ ແລະ ສົ່ງສະການຢູ່ປະເທດຫວຽດນາມໃຫ້ຖືກຕ້ອງຕາມລະບຽບຂອງກອງທັບ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ກອງປະຕິບັດງານພິເສດ 589 ກອງບັນຊາການທະຫານແຂວງກວາງຈິ ສືບຕໍ່ປະ ຕິບັດຕາມແຜນການ ຊອກຫາ, ຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດທີ່ແຂວງຄໍາມ່ວນໃນລະດູແລ້ງສົກປີ 2026 - 2027 ຊຶ່ງສຸມໃສ່ບັນດາເມືອງຄື: ເມືອງມະຫາໄຊ, ຍົມມະລາດ, ໄຊບົວທອງ, ບົວລະພາ ແລະ ບັນດາຕົວເມືອງອື່ນໆ ຂອງແຂວງຄໍາມ່ວນ, ປະສານສົມທົບກັບບັນດາເມືອງໃນການໂຄສະນາເຜີຍແຜ່, ປຸກລະດົມຂົນຂວາຍປະຊາຊົນ ສະໜອງຂໍ້ມູນຂຸມຝັງສົບ, ຮັບປະກັນຄວາມປອດໄພ, ຊ່ວຍເຫຼືອຍາມສຸກເສີນ ແລະ ປິ່ນປົວພະຍາດໃຫ້ພະນັກງານ, ນັກຮົບຂອງກອງ 589 ໃນເວລາເຈັບເປັນ, ເກີດອຸບັດເຫດໃນໄລຍະທີ່ປະຕິບັດໜ້າທີ່ໃນແຂວງ, ຄະນະປະຕິບັດງານພິເສດສອງແຂວງ ມີໜ້າທີ່ຊີ້ນໍາບັນດາພະແນກການ, ຂະແໜງການ ແລະ ທ້ອງຖິ່ນທຸກຂັ້ນ ປະຕິບັດໃຫ້ດີກ່ຽວກັບລະບອບທາງດ້ານນະ ໂຍບາຍຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງໂດຍກົງຈາກອໍານາດການປົກຄອງ ໃຫ້ເຂົ້າຮ່ວມໃນການປະສານສົມທົບສໍາຫຼວດ, ເກັບກຳຂໍ້ມູນ ແລະ ຊອກຫາ, ຂຸດຄົ້ນອັດຖິນັກຮົບທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ແລະ ປະຊາຊົນຜູ້ທີ່ໄດ້ສະໜອງຂໍ້ມູນຊີ້ບອກຈຸດຂຸມຝັງສົບນັກຮົບຢູ່ພື້ນທີ່ແຂວງຄໍາມ່ວນ ໃຫ້ຖືກຕາມລະບຽບກົດໝາຍຂອງ ສສ ຫວຽດນາມ. ທັງສອງຝ່າຍໄດ້ໃຫ້ຄຳໝັ້ນສັນຍາ ຈະຮັດແໜ້ນຄວາມສາມັກຄີ ແລະ ປະຕິ ບັດຕາມເນື້ອໃນບົດບັນທຶກຢ່າງເຂັ້ມງວດ. ຫາກມີບັນຫາເກີດຂຶ້ນໃໝ່ ຈະຮ່ວມກັນແລກປ່ຽນ, ພິຈາລະນາແກ້ໄຂຢ່າງສອດຄ່ອງ ແລະ ມີປະສິດທິພາບ.

ຄາມວນ-ກວາງຈ ລງນາມສບຕຂດຄນອດຖທະຫານອາສາສະໝກ ແລະ ຊຽວຊານຫວຽດນາມ - image 2
 

ຂ່າວ: ກອງຄໍາ

ຄໍາເຫັນ

ຂ່າວການຮ່ວມມື

ຄຳ​ມ່ວນ-ກວາງ​ຈິ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ວຽກ​ງານ​ໂຄ​ສະ​ນາ​ອົບ​ຮົມ

ຄຳ​ມ່ວນ-ກວາງ​ຈິ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ວຽກ​ງານ​ໂຄ​ສະ​ນາ​ອົບ​ຮົມ

ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະໂຄສະນາອົບຮົມ ແຂວງຄໍາມ່ວນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍມະຫາຊົນພັກ ແຂວງກວາງຈິ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 4 ມິຖຸນາ 2026, ທີ່ ແຂວງຄໍາມ່ວນ ເພື່ອຕີລາຄາການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກການຮ່ວມມືໃນໄລຍະຜ່ານມາ ພ້ອມທັງປຶກສາຫາລືແລກປ່ຽນບັນດາເນື້ອໃນທີ່ຈະສືບຕໍ່ການພົວພັນຮ່ວມມືໃນຕໍ່ໜ້າ.
ຫຼວງພະບາງ-ແຂວງກວາງນິ່ງ ສືບ​ຕໍ່​ຮັດ​ແໜ້ນ​ການຮ່ວມມື

ຫຼວງພະບາງ-ແຂວງກວາງນິ່ງ ສືບ​ຕໍ່​ຮັດ​ແໜ້ນ​ການຮ່ວມມື

​ພິ​ທີ​ພົບ​ປະ ລະ​ຫວ່າງ​ການ​ນຳ​ແຂວງຫຼວງ​ພະ​ບາງ ແລະ ການ​ນຳ​ແຂວງກວາງ​ນິ່ງ ສ​ສ ຫວຽດ​ນາມ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 3 ມິ​ຖຸ​ນາ​ຜ່ານ​ມາ, ທີ່ ແຂວງຫຼວງ​ພະ​ບາງ, ຝ່າຍ​ແຂວງຫຼວງ​ພະ​ບາງ ນຳ​ໂດຍສະຫາຍ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຫຼວງພະບາງ ພ້ອມດ້ວຍຄະນະ, ຝ່າຍ​ແຂວງກວາງນິ່ງ ສສ ຫວຽດນາມ ນຳໂດຍ ສະຫາຍ ກວານ ມິ່ງ ເກືອງ ກຳມະການສູນກາງພັກ ເລຂາພັກແຂວງ ຫົວໜ້າຄະນະສະມາຊິກສະພາປະຊາຊົນ ແຂວງກວາງນິ່ງ.
ຄະນະຜູ້ແທນອົງການກວດສອບແຫ່ງລັດ ຢ້ຽມຢາມ ແລະ ເຮັດວຽກທີ່ສະພາກວດສອບ ປະເທດຍີ່ປຸ່ນ

ຄະນະຜູ້ແທນອົງການກວດສອບແຫ່ງລັດ ຢ້ຽມຢາມ ແລະ ເຮັດວຽກທີ່ສະພາກວດສອບ ປະເທດຍີ່ປຸ່ນ

ໃນລະຫວ່າງວັນທີ 3-4 ມິຖຸນາ ນີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມຄະນະ; ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ທີ່ສະພາກວດສອບປະເທດຍີ່ປຸ່ນທີ່ ນະຄອນຫຼວງໂຕກຽວ ປະເທດຢີປຸ່ນ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ຮາຣາດະ ຢູເຮອິ ປະທານສະພາກວດສອບປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ.
ລາວ-ຣັດເຊຍ ຫາລືຄວາມປອດໄພທາງການບິນ

ລາວ-ຣັດເຊຍ ຫາລືຄວາມປອດໄພທາງການບິນ

ກອງບັນຊາການທະຫານອາກາດ ລາວ-ຣັດເຊຍ ຈັດກອງປະຊຸມພົບປະ ປຶກສາຫາລື ແລະ ຄົ້ນຄວ້າເອກະພາບເນື້ອໃນຮ່າງສັນຍາ ໃນຂົງເຂດວຽກງານຄວາມປອດໄພທາງດ້ານການບິນ ໃນວັນທີ 3 ມິຖຸນາຜ່ານມາ, ໂດຍມີສະຫາຍ ພັນເອກ ບົວວັນ ກັນຍາວົງ ຮອງຫົວໜ້າກອງບັນຊາການທະຫານອາກາດ ຫົວໜ້າຫ້ອງອົບຮົມການບິນ ກອງບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ແລະ ສະຫາຍ ພັນເອກ ອາເລັກຊັນເດີ ເຢບໂດກີມົບ ຮອງຫົວໜ້າກົມ (ໜ່ວຍງານ) ຄວາມປອດໄພດ້ານການບິນ ກຳລັງປະກອບອາວຸດ ແຫ່ງ ສ.ຣັດເຊຍ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມພົບປະພາກທຸລະກິດ ລາວ - ອິນເດຍ 2026

ກອງປະຊຸມພົບປະພາກທຸລະກິດ ລາວ - ອິນເດຍ 2026

ໃນໂອກາດການຢ້ຽມຢາມ ສາທາລະນະລັດ ອິນເດຍ ຢ່າງເປັນທາງການ ຂອງທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໃນລະຫວ່າງວັນທີ 1-3 ມິຖຸນາ 2026, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສະພາການຄ້າອິນເດຍ ຮ່ວມກັບ ສອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສ ອິນເດຍ ພ້ອມດ້ວຍຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂອງສອງປະເທດ ໄດ້ຈັດກອງປະຊຸມພົບປະພາກທຸລະກິດ ລາວ - ອິນເດຍ ຄັ້ງທີ 2 ຂຶ້ນໃນຕອນບ່າຍຂອງວັນທີ 3 ມິຖຸນາ 2026 ທີ່ ນະຄອນຫຼວງນິວແດນລີ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນລະຫວ່າງລາວ ແລະ ອິນເດຍ ໃຫ້ຂຶ້ນສູ່ລະດັບໃໝ່ ກໍຄືເປັນການປະກອບສ່ວນສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ສ ອິນເດຍ ໃນປີ 2026 ນີ້ ໂດຍການໃຫ້ກຽດເຂົ້າຮ່ວມເປັນແຂກກິດຕິມະສັກ ຂອງທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ Prashant Agrawal ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດອິນເດຍພ້ອມດ້ວຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີເອກອັກຄະລັດຖະທູດທັງສອງປະເທດ ແລະ ຜູ້ຕາງໜ້າຈາກພາກທຸລະກິດລາວ-ອິນເດຍເຂົ້າຮ່ວມ ຫຼາຍກວ່າ 50 ຄົນ.
ລາວ - ອິນເດຍ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ - ອິນເດຍ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ທ່ານ ສຸບຣາມານຍຳ ໄຈຊັງກາ (H. E. Dr. Subrahmanyam Jaishankar) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນເດຍ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ​ແຫ່ງສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສ ອິນເດຍ ຢ່າງເປັນທາງການ​ ແລະ ເປັນປະທານກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ອິນເດຍ ຄັ້ງທີ 10 ໃນລະຫວ່າງ ​ວັນທີ 1-3 ມິຖຸນາ 2026 ທີ່ນະຄອນຫຼວງນິວແດນລີ ປະເທດອິນເດຍ.
ທ່ານ ທອງສະຫວັນ ພົມວິຫານ ເຂົ້າຢ້ຽມຂໍ່ານັບປະທານາທິບໍດີ ແຫ່ງ ສ ອິນເດຍ

ທ່ານ ທອງສະຫວັນ ພົມວິຫານ ເຂົ້າຢ້ຽມຂໍ່ານັບປະທານາທິບໍດີ ແຫ່ງ ສ ອິນເດຍ

ໃນວັນທີ 3 ມິຖຸນາ ນີ້ ທີ່ນະຄອນຫຼວງນິວແດນລີ ສາທາລະນະລັດ ອິນເດຍ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ນາງ ດຣໍປາດີ ເມີມູ (H.E. Droupadi Murmu) ປະທານາທິບໍດີ ແຫ່ງ ສ ອິນເດຍ ໃນໂອກາດເດີນທາງຢ້ຽມຢາມ ສ ອິນເດຍ ຢ່າງເປັນທາງການ ​ແລະ ເປັນປະທານຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ອິນເດຍ ຄັ້ງທີ 10 ໃນລະຫວ່າງ ​ວັນທີ 1-3 ມິຖຸນາ 2026.
ບໍລິສັດ ລາວຄາຍຢວນບໍ່ແຮ່ ມອບປຸ໋ຍ 27 ໂຕນ ຊ່ວຍເຫຼືອປະຊາຊົນ 7 ບ້ານ

ບໍລິສັດ ລາວຄາຍຢວນບໍ່ແຮ່ ມອບປຸ໋ຍ 27 ໂຕນ ຊ່ວຍເຫຼືອປະຊາຊົນ 7 ບ້ານ

ບໍລິສັດ ລາວຄາຍຢວນບໍ່ແຮ່ ຈໍາກັດ ໄດ້ຈັດພິທີມອບ-ຮັບປຸ໋ຍສູດປະສົມຄຸນນະພາບດີ ຈຳນວນ 27 ໂຕນ ລວມມູນຄ່າ 900 ລ້ານກີບ ໃຫ້ແກ່ປະຊາຊົນ 7 ບ້ານໃນເຂດໂຄງການ ເພື່ອສະໜັບສະໜູນການຜະລິດກະສິກຳໃນລະດູຝົນ ແລະ ຊ່ວຍຍົກຄຸນນະພາບຜົນຜະລິດໃຫ້ສູງຂຶ້ນ.
ເປີດງານວາງສະແດງການສຶກສາສາກົນຮຽນຕໍ່ກວາງຊີ 2026

ເປີດງານວາງສະແດງການສຶກສາສາກົນຮຽນຕໍ່ກວາງຊີ 2026

ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບພະແນກສຶກສາເຂດປົກຄອງຕົນເອງຊົນເຜົ່າຈວ້າງກວາງຊີ ສປ ຈີນ ໄດ້ເປີດງານວາງສະແດງການສຶກສາສາກົນ “ຮຽນຕໍ່ກວາງຊີ” 2026 ຂຶ້ນຢ່າງເປັນທາງການ ໃນວັນທີ 3 ມິຖຸນານີ້ ທີ່ສະໂມສອນໃຫຍ່ ມຊ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ເດຊານຸລາດ ແສນດວງເດດ ຜູ້ອໍານວຍການໃຫຍ່ ມຊ, ທ່ານ ຫວູຈິນຊາງ ຮອງຫົວໜ້າພະແນກສຶກສາເຂດປົກຄອງຕົນເອງຊົນເຜົ່າຈວ້າງກວາງຊີ, ທ່ານ ເຕີງລີ້ສຽງ ທີ່ປຶກສາທູດ ຜູ້ຊີ້ນໍາສຶກສາ-ວັດທະນະທໍາສະຖານເອກອັກຄະລັດຖະທູດຈີນ ປະຈໍາ ສປປ ລາວ, ມີຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນສອງຝ່າຍລາວ-ຈີນເຂົ້າຮ່ວມ.
ພັກປະຊາຊົນ ປະຕິວັດລາວ ຮັດແໜ້ນການພົວພັນຮ່ວມມືກັບພັກການເມືອງໃນ ສາທາລະນະລັດ ເບລາຣຸດຊີ

ພັກປະຊາຊົນ ປະຕິວັດລາວ ຮັດແໜ້ນການພົວພັນຮ່ວມມືກັບພັກການເມືອງໃນ ສາທາລະນະລັດ ເບລາຣຸດຊີ

ໃນໂອກາດທີ່ ຄະນະຜູ້ແທນພັກ ປປ ລາວ ນຳໂດຍ ທ່ານ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ, ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ເດີນທາງໄປເຂົ້າຮ່ວມກອງປະຊຸມສາກົນ ຄັ້ງທີ 2 ໃນຫົວຂໍ້: “ອະທິປະໄຕແຫ່ງລັດ ແລະ ຫຼັກການພົວພັນສາກົນ ໃນສະພາບການຂອງໂລກຫຼາຍຂົ້ວອຳນາດ ແລະ ຄວາມຫຼາກຫຼາຍ ໃນສະຕະວັດທີ 21" (State Sovereignty and Principles of International Relations in the Context of Multipolarity and Diversity in the 21" Century) ທີ່ ເມືອງ ເບຣັດສທ໌ ສ ເບລາຣຸດຊີ ແຕ່ວັນທີ 27-30 ພຶດສະພາ 2026.
ເພີ່ມເຕີມ