ວັນທີ 4 ຕຸລານີ້ທີ່ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງຄໍາມ່ວນ ໄດ້ຈັດຕັ້ງເຜີຍແຜ່ ນິຕິກຳກ່ຽວກັບການຄຸ້ມຄອງໂຮງງານ ແລະການນຳໃຊ້ລະບົບຖານຂໍ້ມູນໂຮງງານອຸດສາຫະກໍາປຸງແຕ່ງ ໂດຍການເຂົ້າຮ່ວມຂອງ ທ່ານ ວັນທອນ ບຸດສົມພັນ ຮອງຫົວໜ້າພະແນກ ອຄ ແຂວງຄໍາມ່ວນ, ທ່ານ ສະຫວາດ ຂຸນດາວົງ ຮອງຫົວໜ້າກົມອຸດສາຫະກຳ ການຄ້າ,ມີບັນດາຂະແໜງການ, ຫ້ອງການ ອຄ ເມືອງ,ບັນດາຫົວໜ່ວຍທຸລະກິດພາກລັດແລະເອກະຊົນເຂົ້າຮ່ວມ.
ຈຸດປະສົງຂອງການເຜີຍແຜ່ນິຕິກໍາດັ່ງກ່າວກໍເພື່ອແນໃສ່ໃຫ້ບັນດາຜູ້ເຂົ້າຮ່ວມຮັບຮູ້-ເຂົ້າໃຈ ຕໍ່ລະບຽບ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງການສ້າງຕັ້ງ ແລະ ດຳເນີນກິດຈະການໂຮງງານ ເພື່ອໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກໂຮງງານ, ຮັບປະກັນໃຫ້ການຜະລິດໄດ້ມາດຕະຖານ, ຜະລິດຕະພັນມີຄຸນນະພາບ, ມີຄວາມປອດໄພ ແລະ ສຸຂະນາໄມຂອງຜູ້ອອກແຮງງານ ແລະ ປົກປັກຮັກສາສິ່ງແວດລ້ອມ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຕາມທິດຫັນເປັນອຸດສາຫະກຳທັນສະໄໝ, ສີຂຽວ ແລະ ຍືນຍົງ,ອີກດ້ານໜຶ່ງກໍເພື່ອເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີ່ກ່ຽວຂ້ອງ ໃນການປະຕິບັດໜ້າທີ່ຕໍ່ຜູ້ລະເມີດລະບຽບການດໍາເນີນກິດຈະການໂຮງງານໄດ້ຢ່າງຖືກຕ້ອງ, ເຂັ້ມງວດ ແລະ ໂປ່ງໃສ ແນໃສ່ເຮັດໃຫ້ການຄຸ້ມຄອງໂຮງງານມີປະສິດທິຜົນສູງ ແລະ ມີຄວາມເປັນເອກະພາບກັນໃນຂອບເຂດທົ່ວປະເທດ.
ໃນກອງປະຊຸມບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງໂຮງງານເລກທີ 0166/ອຄ, ຄໍາແນະນໍາຂໍ້ຕົກລົງວ່າດ້ວຍໂຮງງານເລກທີ 01381/ກອຫ.ຄຮ, ຂໍ້ຕົກລົງວ່າດ້ວຍການຮັບຮອງເອົາບັນຊີກິດຈະການໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາທີ່ຕ້ອງຂໍອະນຸຍາດສ້າງຕັ້ງໂຮງງານເລກທີ 0167/ອຄ, ຂໍ້ຕົກລົງວ່າດ້ວຍການແບ່ງຂັ້ນຄຸ້ມຄອງໂຮງງານເລກທີ 1232/ອຄ, ຂໍ້ຕົກລົງວ່າດ້ວຍມາດຕະການປັບໃໝຕໍ່ຜູ້ລະເມີດລະບຽບການດໍາເນີນກິດຈະການໂຮງງານ ເລກທີ 1233/ອຄ ແລະ ເອກະສານສໍາຄັນທີ່ກ່ຽວຂ້ອງອີກຈໍານວນໜຶ່ງ.
(ຂ່າວ-ພາບ: ມະນີວັນ)

ຄໍາເຫັນ