ຄໍາປາໄສ

ຄໍາປາໄສ ຂອງ ສະຫາຍທອງລຸນສີສຸລິດເລຂາທິການໃຫຍ່ປະທານປະເທດແຫ່ງ ສປປລາວພົບປະອະດີດທະຫານອາສາສະໝັກ, ຊ່ຽວຊານຫວຽດນາມແລະ ນັກສຶກສາຫວຽດນາມແລະລາວທີ່ກະຊວງປ້ອງກັນປະເທດຫວຽດນາມ(ວັນທີ11 ກັນຍາ 2024 ທີ່ຮ່າໂນ້ຍ)

ຄໍາປາໄສ ຂອງ ສະຫາຍທອງລຸນສີສຸລິດເລຂາທິການໃຫຍ່ປະທານປະເທດແຫ່ງ ສປປລາວພົບປະອະດີດທະຫານອາສາສະໝັກ, ຊ່ຽວຊານຫວຽດນາມແລະ ນັກສຶກສາຫວຽດນາມແລະລາວທີ່ກະຊວງປ້ອງກັນປະເທດຫວຽດນາມ(ວັນທີ11 ກັນຍາ 2024 ທີ່ຮ່າໂນ້ຍ)
 ສະຫາຍ ໂຕເລິມເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະທານປະເທດ ສສ ຫວຽດນາມ ທີ່ນັບຖື;  ບັນດາສະຫາຍການນຳຂັ້ນສູງພັກ,ລັດຫວຽດນາມ ແລະ ລາວ ທີ່ຮັກແພງ,  ບັນດາສະຫາຍອະດີດ ທະຫານອາສາສະໝັກ, ອະດີດຊ່ຽວຊານຫວຽດນາມ ທີ່ເຄີຍເຮັດວຽກ ແລະ ສູ້ຮົບ ຢູ່ ລາວ ທີ່ນັບຖື ແລະ ຮັກແພງ;


 ລູກຫຼານນັກສຶກສາ ຂອງສອງປະເທດ ລາວ ແລະ ຫວຽດນາມ ທີ່ຮັກແພງ;
 ຜູ້ເຂົ້າຮ່ວມພົບປະ ທີ່ຮັກແພງທັງຫຼາຍ;
ມື້ນີ້, ຂ້າພະເຈົ້າ ຮູ້ສຶກເປັນກຽດ ແລະ ມີຄວາມປິຕິຊົມຊື່ນ ເປັນຢ່າງຍິ່ງ ທີ່ມີໂອກາດພົບປະກັບບັນດາສະຫາຍ ອະດີດທະຫານອາສາສະໝັກ, ອະດີດຊ່ຽວຊານຫວຽດນາມ ທີ່ເຄີຍປະຕິບັດພາລະກິດຊ່ວຍເຫຼືອລາວ ໃນຜ່ານມາ ແລະ ບັນດາຕົວແທນ ທີ່ເປັນນັກສຶກສາ ຂອງ 2 ປະເທດ ລາວ-ຫວຽດນາມ ທີ່ໄດ້ຮ່ວມກັບບັນດາສະຫາຍ ການນຳ, ພະນັກງານ, ທະຫານ, ຕຳຫຼວດແລະ ເພື່ອນມິດ ຫວຽດນາມ ທີ່ໄດ້ເຂົ້າຮ່ວມພົບປະ ຢູ່ສະໂມສອນ ຂອງກະຊວງປ້ອງກັນປະເທດຫວຽດນາມ ໃນມື້ນີ້, (ຊຶ່ງໄດ້ຈັດເປັນລາຍການສໍາຄັນໜຶ່ງ)ໃນແຜນການເຄື່ອນໄຫວຂອງ ການຢ້ຽມຢາມລັດຖະກິດ ສສ ຫວຽດນາມ ຂອງ ຂ້າພະເຈົ້າ ແລະ ຄະນະ ຕາມການເຊື້ອເຊີນ ຂອງ ສະຫາຍ ໂຕເລິມເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ.
ກ່ອນອື່ນ, ຂ້າພະເຈົ້າ ຂໍນໍາເອົາຄວາມສາມັກຄີຮັກແພງ ອັນສະໜິດສະໜົມ, ອົບອຸ່ນ ຈາກພັກ, ລັດ ແລະ ປະຊາຊົນລາວທັງປະເທດ ມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ, ຂໍອວຍພອນອັນປະເສີດທີ່ສຸດເນື່ອງໃນໂອກາດວັນຊາດ ແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ 2 ກັນຍາ ຄົບຮອບ 79 ປີທີ່ຫາກໍຜ່ານໄປບໍ່ດົນນີ້.
ພ້ອມກັນນີ້, ຂໍສະແດງຄວາມເສຍໃຈ ແລະເຫັນອົກເຫັນໃຈມາຍັງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ທີ່ໄດ້ຮັບຜົນເສຍຫາຍໜັກໜ່ວງ ທັງດ້ານຊີວິດ ແລະ ຊັບສິນ ຈາກລົມພາຍຸ ຢາງິ (Yagi)ໃນອາທິດຜ່ານມາ ຢູ່ບັນດາແຂວງທາງພາກເໜືອ ລວມທັງ ນະຄອນຫຼວງຮ່າໂນ້ຍ. ເຊື່ອໝັ້ນວ່າ ດ້ວຍການຊີ້ນຳຢ່າງເອົາຈິງເອົາຈັງຂອງລັດຖະບານ, ການຮ່ວມມືຂອງທຸກພາກສ່ວນໃນສັງຄົມ, ດ້ວຍຄວາມສາມັກຄີເປັນປຶກແຜ່ນ ແລະ ດ້ວຍມູນເຊື້ອປຸ້ມລຸມຊ່ວຍເຫຼືອຊຶ່ງກັນ ແລະ ກັນໃນເວລາມີຄວາມຫຍຸ້ງຍາກ, ສະຫາຍ ຫວຽດນາມຈະສາມາດແກ້ໄຂຜົນກະທົບ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ຮຽນ ບັນດາສະຫາຍ, ເພື່ອນມິດ ຫວຽດນາມ ແລະ ລາວ ທີ່ຮັກແພງທັງຫຼາຍ,
ມື້ນີ້, ເປັນອີກເທື່ອໜຶ່ງ ທີ່ ຂ້າພະເຈົ້າມີໂອກາດ ໄດ້ພົບປະທັກທາຍ ບັນດາສະຫາຍ ອ້າຍນ້ອງນັກຮົບອາສາສະໝັກ, ນັກຊ່ຽວຊານທີ່ເຄີຍຄຽງບ່າຄຽງໄຫຼ່ ກັບນັກຮົບລາວ, ພະນັກງານລາວ, ປະຊາຊົນລາວ ຕໍ່ສູ້ດ້ວຍຄວາມທໍລະຫົດອົດທົນ, ຜ່ານຜ່າຄວາມທ້າທາຍ ຢ່າງທຸລະກັນດານເປັນເວລາຍາວນານ ເພື່ອຕ້ານສັດຕູ, ກອບກູ້ເອົາເອກະລາດແຫ່ງຊາດ ຂອງລາວ ດ້ວຍຄວາມອົງອາດກ້າຫານ, ພວກເຮົາຮັບຮູ້ວ່າ ຫຼາຍພັນ, ຫຼາຍໝື່ນຄົນ ໄດ້ລົ້ມລົງ, ແຕ່ກໍຍັງມີຫຼາຍສະຫາຍ ເອົາຊີວິດລອດມາໄດ້ ແລະ ສະຫາຍ ຈໍານວນໜຶ່ງ ທີ່ເປັນຕົວແທນ ທີ່ຍັງມີຊີວິດ ກໍມາຮ່ວມກັບພວກເຮົາໃນມື້ນີ້ ຮ່ວມກັບ ການນຳ ແລະ ຜູ້ເຂົ້າຮ່ວມພົບປະໃນມື້ນີ້ ແລະ ໃນສະໂມສອນອັນສະຫງ່າອົງອາດແຫ່ງນີ້...ຂ້າພະເຈົ້າຮູ້ສຶກ ອົບອຸ່ນໃຈ ເມື່ອເຫັນບັນດາສະຫາຍ ຍັງຢູ່ກັບພວກເຮົາ. ແຕ່ເວລາດຽວກັນນັ້ນ, ພວກເຮົາ ກໍສຸດທີ່ອາໄລອາວອນ ເຖິງບັນດານັກຮົບ, ພະນັກງານ ທີ່ໄດ້ເສຍສະຫຼະຊີວິດໄປ ເພື່ອພາລະກິດທີ່ຍິ່ງໃຫຍ່ ຂອງເຂົາເຈົ້າ ແລະ ບັນດາສະຫາຍເຫຼົ່ານັ້ນ ໄດ້ລົ້ມລົງ ເອົາເລືອດທາແຜ່ນດິນລາວ ເພື່ອກູ້ເອກະລາດ ຂອງຊາດລາວ... ປະຊາຊົນລາວ ຍາມໃດກໍຈາລຶກບຸນຄຸນ ຂອງບັນດາ ສະຫາຍເຫຼົ່ານັ້ນ ຢ່າງບໍ່ມີວັນຈະຫຼົງລືມໄດ້.
ຮຽນ ບັນດາສະຫາຍ,
ໃນໄລຍະຕໍ່ສູ້ກູ້ຊາດ, ການທີ່ເພື່ອນສະຫາຍຫວຽດນາມຫຼາຍໆຄົນ ຈໍາຕ້ອງໄດ້ຈາກປະເທດຊາດ ຂອງຕົນ ທັງໆທີ່ກໍາລັງມີການຕໍ່ສູ້ ກັບຜູ້ຮຸກຮານຢູ່ນັ້ນ, ຫັນຫຼັງໃສ່ປະເທດຊາດ ແລະ ຄອບຄົວ, ພໍ່ແມ່ທີ່ຕົນຮັກ ໄດ້ມຸ່ງໜ້າໄປສູ່ສະໜາມຮົບໃນອີກປະເທດໜຶ່ງ, ໂດຍໄດ້ຫ່າງອອກຈາກອ້ອມອົກອ້ອມແຂນທີ່ຮັກ ແລະ ອົບອຸ່ນ ຂອງພໍ່ແມ່ຂອງຕົນ ເດີນໜ້າໄປສູ່ສະໜາມຮົບທີ່ບໍ່ສາມາດຄາດເດົາຊະຕາກຳໄດ້ ມັນທໍລະມານໃຈເທົ່າໃດ, ແຕ່ກໍເດີນໜ້າໄປດ້ວຍຄວາມມຸ່ງໝັ້ນຂອງອຸດົມການ ຮ່ວມກັບນັກຮົບລາວ, ປະຊາຊົນລາວ ຕໍ່ສູ້ເພື່ອກູ້ເອົາເອກະລາດ ມາໃຫ້ປະຊາຊົນທີ່ເປັນສະຫາຍ, ອ້າຍນ້ອງ, ເພື່ອນມິດຂອງຕົນຢ່າງບໍ່ຢ້ານກົວ ແລະ ທໍ້ຖອຍ ຕໍ່ຄວາມທຸກຍາກລໍາບາກ ແລະ ຄວາມອັນຕະລາຍໃດໆ ທີ່ຈະເກີດຂຶ້ນກັບຕົນ, ແຕ່ບັນດາສະຫາຍເຫຼົ່ານັ້ນໄດ້ມີສິ່ງບັນດານເຂົ້າໄວ້ໃນມັນສະໝອງ ແລະ ຮ່າງກາຍ ແລະ ຈິດໃຈອັນໜຸ່ມແໜ້ນຂອງຕົນ ຄືອຸດົມການອັນສູງສົ່ງ, ນໍ້າໃຈສາກົນປະຕິວັດທີ່ຜ່ອງໃສຢ່າງແທ້ຈິງ ຖືອັນນັ້ນເປັນອາວຸດ, ເປັນກໍາລັງແຮງ ແລະ ກຳລັງໃຈຂອງແຕ່ລະສະຫາຍນັກຮົບອາສາສະໝັກ ຂອງພວກເຮົາ.
ຂ້າພະເຈົ້າ ຂໍຢໍ້າວ່າ: ການຕໍ່ສູ້ອັນຍືດເຍື້ອຍາວນານ ທີ່ປະຊາຊົນສອງຊາດຂອງພວກເຮົາ ໄດ້ດໍາເນີນມາເປັນເວລາຫຼາຍສິບປີ ແລະ ຖືເປັນສະໜາມຮົບດຽວ, ໄດ້ຕໍ່ສູ້ຕ້ານກັບສັດຕູຜູ້ຮຸກຮານໂຕດຽວກັນ ເພື່ອນຳເອົາໄຊຊະນະລວມ ຂອງສອງຊາດ ຫຼື ສາມຊາດ ອິນດູຈີນ ພ້ອມໆກັນ ໂດຍຖືເອົາຄໍາຂວັນ ທີ່ປະທານ ໂຮ່ຈິມິນ ເຄີຍເນັ້ນຢໍ້າ ໄວ້ວ່າ: “ບໍ່ມີອັນໃດປະເສີດກວ່າ ເອກະລາດ ແລະ ເສລີພາບ”ດັ່ງນັ້ນ, ການຕໍ່ສູ້ ຈຶ່ງໄດ້ຮັບໄຊຊະນະ, ໄຊຊະນະ ທີ່ໄດ້ມາ ແມ່ນໄຊຊະນະແຫ່ງການຕໍ່ສູ້ ທີ່ຢືນຢັນວ່າ: ຄວາມເປັນທໍາ ຍາມໃດ ກໍຊະນະຄວາມອະທໍາ ຢູ່ສະເໝີ...ປະຊາຊົນລາວ ກໍເຂົ້າໃຈຢ່າງເລິກເຊິ່ງວ່າ ການຕໍ່ສູ້ຂອງກຳລັງປະຕິວັດ ຂອງ 3 ຊາດ ນັ້ນ ກໍແມ່ນພາລະກິດ ແລະ ຄວາມຮັບຜິດຊອບຂອງຕົນເໝືອນກັນ, ດັ່ງນັ້ນ ກອງທັບ ແລະ ປະຊາຊົນລາວ ຈຶ່ງໄດ້ເຮັດທຸກສິ່ງທຸກຢ່າງຕາມຄວາມສາມາດຂອງຕົນ ເພື່ອຊ່ວຍເຫຼືອ ແລະ ປົກປ້ອງການປະຕິບັດພັນທະສາກົນຂອງ ບັນດາ ສະຫາຍ ທະຫານອາສາສະໝັກ.ພ້ອມກັນນີ້,ບັນດາທະຫານອາສາສະໝັກ ກໍໄດ້ສ້າງຄວາມຮັກຄວາມແພງ ເປັນລູກເປັນຫຼານ ຂອງປະຊາຊົນລາວ.
ບັນດາສະຫາຍ ທີ່ຮັກແພງ, ນັບຖື,
ນໍ້າໃຈຮ່ວມສໍາພັນສູ້ຮົບ, ຄວາມສາມັກຄີພິເສດ ແລະ ມິດຕະພາບ ທີ່ຍິ່ງໃຫຍ່ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ນັ້ນ, ມັນໄດ້ພິສູດໃຫ້ເຮົາຄົນຮຸ່ນນີ້ ແລະ ຮຸ່ນຕໍ່ໆໄປ ເຫັນໄດ້ຈະແຈ້ງ ເປັນທີ່ປະຈັກຊັດເຈນມາແລ້ວ ຈາກຄໍາກອນ ອະມະຕະ ທີ່ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່ໄດ້ວາດພາບເອົາໄວ້ວ່າ:
“ຮັກຫອມກັນໝາຍໝັ້ນ ຫຼາຍສັນພູກໍປີນໄຕ່
ຫຼາຍນໍ້າໃຫຍ່ ແລະ ໂຄກຄ້ອຍ ຂວາງຂັ້ນ ກໍດຸ່ງໄປ
ສອງຊາດລາວ-ຫວຽດໄດ້ ຝັງຄວາມຮັກຢູ່ໃນໃຈ
ຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້”
- ປະທານໄກສອນພົມວິຫານໄດ້ເນັ້ນວ່າ:
“ພູອາດຈະຖືກເຊາະເຈື່ອນ,
ແມ່ນໍ້າລໍາເຊອາດຈະເຫືອດແຫ້ງ,
ແຕ່ສາຍພົວພັນມິດຕະພາບ ລາວ-ຫວຽດນາມ
ຈະໝັ້ນຄົງຂະໜົງແກ່ນຊົ່ວກາລະນານ”
- ປະທານ ສຸພານຸວົງໄດ້ເວົ້າວ່າ :
“ການພົວພັນ ລາວ-ຫວຽດນາມ ແມ່ນຍິ່ງໃຫຍ່ມະຫາສານ, ບໍ່ມີບົດເພງ ແລະ ບົດກາບກອນໃດໆ
ທີີ່ສາມາດພັນລະນານັບໄດ້, ມິດຕະພາບດັ່ງກ່າວສູງຍິ່ງກວ່າພູເຂົາ, ຍາວກວ່າແມ່ນໍ້າ, ກວ້າງໃຫຍ່ກວ່າມະຫາສະໝຸດ, ງາມກວ່າເດືອນເພັງ, ຫອມຫວນກວ່າດອກໄມ້ນາໆຊະນິດທີ່ຫອມຫວນທີ່ສຸດ”
ຮຽນ ບັນດາສະຫາຍ,
ປະຫວັດສາດຂອງການພົວພັນຮ່ວມມື ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຂອງພວກເຮົານັ້ນ ມັນໄດ້ລວມຍອດຢູ່ໃນບົດກອນ ຂອງປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ນັ້ນຈຶ່ງສາມາດເວົ້າໄດ້ວ່າຄວາມສຳພັນລາວ-ຫວຽດນາມ, ຫວຽດນາມ-ລາວ ເປັນຄວາມສຳພັນ “ໜຶ່ງບໍ່ມີສອງ” “ບໍ່ຄືໃຜ ແລະ ບໍ່ມີໃຜຄື”, ເພາະວ່າ :
- ຄວາມເປັນສະຫາຍພວກເຮົາ ແມ່ນລວມຍອດຢູ່ໃນການຮ່ວມອຸດົມການ (ອຸດົມການປະຕິວັດ, ອຸດົມການສັງຄົມນິຍົມ ແລະ ກອມມູນິດນິຍົມ);
- ຄວາມສາມັກຄີພິເສດແມ່ນລວມຍອດຢູ່ໃນການຮ່ວມສຳພັນສູ້ຮົບ, ຄວາມເສຍສະຫຼະໃຫ້ກັນ ແລະ ກັນ ໃນເວລາຈຳເປັນແມ່ນແຕ່ຊັບສົມບັດ, ຊີວິດເລືອດເນື້ອ ກໍເສຍສະຫຼະໃຫ້ກັນໄດ້ຢ່າງບໍ່ມີເງື່ອນໄຂໃດໆ; ນີ້ແມ່ນມີຄວາມພິເສດ ທີ່ເກີດຂຶ້ນ ໃນຄວາມສາມັກຄີ ຂອງສອງຊາດ ພວກເຮົາ.
- ຄວາມເປັນອ້າຍນ້ອງ ແມ່ນລວມຍອດຢູ່ໃນຄວາມຊ່ວຍຊຸກຍູ້ໜູນກັນ, ຄວາມແບ່ງປັນດ້ວຍຄວາມມີນໍ້າໃຈຕໍ່ກັນ “ເຂົ້າເມັດຫັກ ຜັກເສັ້ນໜຶ່ງ ກໍແບ່ງປັນກັນ” ດັ່ງ ສະຫາຍ ຫງວຽນຝູຈ້ອງເຄີຍຂະໜານນາມວ່າ ລາວ-ຫວຽດນາມ ແມ່ນ “ອ້າຍນ້ອງຮ່ວມອຸທອນດຽວກັນ”;
- ຄວາມເປັນເພື່ອນຂອງພວກເຮົານັ້ນ ແມ່ນລວມຍອດຢູ່ທີ່ຄິດຮ່ວມກັນ, ແບ່ງປັນຄວາມຮູ້ຢ່າງຈິງໃຈບໍລິສຸດ ເປັນຕາຍນຳກັນ, ຕິດພັນກັນ“ຄືກັບໝາກຫົວໃຈໜ່ວຍດຽວ” ທີ່ເປັນຫ່ວງເປັນໃຍ ຕໍ່ກັນຢ່າງແທ້ຈິງ, ມີສຸກ ມີທຸກ ກໍຢູ່ຄຽງຂ້າງກັນ.
ຂ້າພະເຈົ້າ ເຂົ້າໃຈວ່າຄຳກອນຂອງປະທານໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານສຸພານຸວົງ ໄດ້ຂຽນໄວ້ນັ້ນ ບໍ່ສະເພາະແຕ່ເປັນຄຳກອນ ທີ່ເປັນອະມະຕະ, ຟັງມ່ວນອອນຊອນເທົ່ານັ້ນ ຫາກຍັງເປັນຄຳເວົ້າທີ່ເປັນປັດຊະຍາ, ຄຳສຸພາສິດ ທີ່ແຫຼມຄົມ ທີ່ບົ່ງບອກຢ່າງເລິກເຊິ່ງເຖິງຄວາມມີຊີວິດຊີວາຂອງການໄດ້ມາຂອງຄວາມສຳພັນຂອງສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ອີກດ້ວຍ.
ໃນໂອກາດນີ້, ຂ້າພະເຈົ້າ ຢາກຂໍຝາກໄວ້ນຳທຸກໆຄົນ ທີ່ເປັນພົນລະເມືອງຂອງ 2 ປະເທດເຮົາ, ໂດຍສະເພາະຄົນຮຸ່ນໜຸ່ມ ທີ່ຈະກຳອະນາຄົດຂອງປະເທດພວກເຮົາ, ກຳອະນາຄົດຂອງມິດຕະພາບ, ຄວາມສາມັກຄີ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງຮູ້ຈັກຄຸນຄ່າທີ່ແທ້ຈິງ ທັງຮູ້ເພີ່ມພູນຄູນສ້າງໃຫ້ນັບມື້ນັບຍິ່ງໃຫຍ່, ນັບມື້ນັບມີຄວາມເປັນພິເສດ... ຈົ່ງປົກປັກຮັກສາ ແລະ ຫວງແຫນ ບໍ່ໃຫ້ມີສັດຕູໂຕໃດ ຫຼື ອິດທິກຳລັງໃດໆມາຜ່າມ້າງໄດ້...
 ສະຫາຍ ໂຕເລິມເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະທານປະເທດ ສສ ຫວຽດນາມ ທີ່ນັບຖືຢ່າງສູງ;
 ບັນດາສະຫາຍການນຳຂັ້ນສູງພັກ,ລັດຫວຽດນາມ ແລະ ລາວ ທີ່ຮັກແພງ;

ຂ້າພະເຈົ້າ ມີຄວາມປະທັບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດຂອງການຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດ ສປປ ລາວ ຄັ້ງນີ້, ຜ່ານການພົບປະຫາລື ລະຫວ່າງ ສອງຄະນະຜູ້ແທນຂັ້ນສູງ ເປັນການຕອກຢ້ຳອີກເທື່ອໜຶ່ງເຖິງເຈຕະນາລົມ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດພວກເຮົາ ໃນການທີ່ຈະນຳເອົາມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂຶ້ນສູ່ຈຸດສູງໃໝ່ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ແລະ ເພື່ອປະກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ແລະ ໃນໂລກ. ສອງຝ່າຍພວກເຮົາ ໄດ້ຢືນຢັນຢ່າງໜັກແໜ້ນວ່າ ຈະເພີ່ມທະວີການເຊື່ອມໂຍງ ລະຫວ່າງສອງພື້ນຖານເສດຖະກິດ ລາວ-ຫວຽດນາມ, ຊ່ວຍກັນສ້າງໃຫ້ມີກາລະໂອກາດອຳນວຍໃຫ້ແຕ່ລະປະເທດ ມີການພັດທະນາກ້າວຂຶ້ນ, ເອົາປະຊາຊົນເປັນກົກ, ເອົາການພັດທະນາເສດຖະກິດເປັນໃຈກາງ, ເອົາການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນເປັນເປົ້າໝາຍ...
ພວກເຮົາໄດ້ຢືນຢັນຮ່ວມກັນວ່າ ການຮ່ວມມື ລາວ-ຫວຽດນາມ ແມ່ນການຮ່ວມມືຮອບດ້ານ ນັບທັງດ້ານການເມືອງ, ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ, ວັດທະນະທຳ-ສັງຄົມ, ດ້ານການພັດທະນາຊັບພະຍາກອນມະນຸດ ແລະ ສົ່ງເສີມການທ່ອງທ່ຽວ, ການສ້າງສະພາບແວດລ້ອມໃຫ້ກັນ ແລະ ກັນ ເພື່ອສົ່ງເສີມການຄ້າ, ການລົງທຶນ, ໄປມາຫາສູ່ລະຫວ່າງ ປະຊາຊົນ ກັບປະຊາຊົນ, ລະຫວ່າງ ຊາວໜຸ່ມ ແລະ ຄົນຮຸ່ນໃໝ່ ແລະ ອື່ນໆ... ສອງຝ່າຍຈະສືບຕໍ່ຊອກຄົ້ນຫາອັດຖິຂອງບັນດາສະຫາຍນັກຮົບອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ໃຫ້ກັບມາສູ່ຄອບຄົວ ແລະ ປິຕຸພູມຂອງຕົນ ດ້ວຍຄວາມເອົາໃຈໃສ່ໃນລະດັບສູງສຸດ ໃຫ້ສຳເລັດໄວເທົ່າທີ່ຈະໄວໄດ້.
ທັງໝົດ ບັນດາແຜນການ, ແຜນງານ ຂອງການຮ່ວມມືລະຫວ່າງສອງປະເທດທີ່ໄດ້ນຳມາປຶກສາ ແລະ ຕົກລົງກັນໃນການຢ້ຽມຢາມຄັ້ງນີ້ແມ່ນນຳເອົາຜົນປະໂຫຍດສູງສຸດມາໃຫ້ປະຊາຊົນ ສອງຊາດພວກເຮົາ, ທັງສ້າງເງື່ອນໄຂອຳນວຍ ໃຫ້ແຕ່ລະປະເທດ ມີໂອກາດ ກ້າວຂຶ້ນຮ່ວມກັນ ຕາມຄວາມມຸ່ງຫວັງ ຂອງບັນພະບູລຸດ ຂອງສອງຊາດ ທີ່ໄດ້ກໍ່ສ້າງ, ຖະນຸຖະໜອມ ແລະ ປົກປັກຮັກສາ ຄວາມສຳພັນອັນຫາຍາກ ຂອງສອງຊາດພວກເຮົາ ໃຫ້ຈົນເທົ່າໃດໆ...
ໃນໂອກາດນີ້ ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ທີ່ເພື່ອນຫວຽດນາມ ໄດ້ອຳນວຍໃຫ້ມີການຕົກລົງ ເຊັນສັນຍາຮ່ວມກັນ ລະຫວ່າງ ລາວ ແລະ ຫວຽດນາມ ໃນການໃຫ້ລາວນໍາໃຊ້ທ່າເຮືອຫວຸງອາງ ເພື່ອເປັນທາງອອກສູ່ທະເລຂອງລາວ ໄດ້ສະດວກຍິ່ງຂຶ້ນ.
ຮຽນ ບັນດາສະຫາຍ,
ໃນເດືອນຕຸລາ ຈະມາເຖິງນີ້ ແມ່ນຄົບຮອບ 75 ປີ ຂອງວັນທະຫານ ອາສາສະໝັກ ຫວຽດນາມ ໃນລາວ ແລະ ເດືອນທັນວາ ຈະມາເຖິງນີ້ ຈະເປັນວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ວິລະຊົນ ຄົບຮອບ 80 ປີ, ຂໍອວຍພອນລ່ວງໜ້າມານະໂອກາດນີ້ ຢ່າງສຸດອົກສຸດໃຈ.
ໃນໂອກາດອັນສະຫງ່າລາສີນີ້, ອີກເທື່ອໜຶ່ງ ຂ້າພະເຈົ້າ ຂໍຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວທຸກທົ່ວໜ້າ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນອັນລົ້ນເຫຼືອ ຕໍ່ການສະໜັບສະໜູນ, ຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ມີຕໍ່ພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ແລະ ຕໍ່ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງລາວ ໃນປັດຈຸບັນ ຢ່າງສຸດອົກສຸດໃຈ.
ຂໍອວຍພອນໃຫ້ປະຊາຊົນຫວຽດນາມອ້າຍນ້ອງ ພາຍໃຕ້ການນຳພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ອັນມີສະຫາຍ ໂຕເລິມ ເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ ເປັນຜູ້ນຳພາຈົ່ງປະສົບຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ສືບຕໍ່ນໍາເອົາປະເທດຊາດຫວຽດນາມກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ຕາມທິດທາງ ແລະ ຈຸດໝາຍທີ່ໄດ້ວາງເອົາໄວ້ຄື ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ,ປະຊາທິປະໄຕ,ຍຸຕິທໍາ ແລະ ສິວິໄລ.
ອວຍພອນໃຫ້ ສະຫາຍໂຕເລິມເລຂາທິການໃຫຍ່ ປະທານປະເທດ ແລະ ບັນດາສະຫາຍການນຳຂອງຫວຽດນາມ ຈົ່ງມີສຸຂະພາບເຂັ້ມແຂງ, ມີຜົນສຳເລັດອັນໃຫຍ່ຫຼວງ ໃນພາລະກິດອັນສູງສົ່ງຂອງຕົນ.
ຂໍອວຍພອນໃຫ້ ບັນດາສະຫາຍ ທັງຫວຽດນາມ ແລະ ລາວ ທີ່ເຂົ້າຮ່ວມການພົບປະໃນມື້ນີ້ ຈົ່ງມີແຕ່ຄວາມສຸກ ຄວາມຈະເລີນ ທຸກປະການ; ມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີພິເສດການຮ່ວມມືຮອບດ້ານ ລາວ-ຫວຽດນາມ; ຫວຽນາມ-ລາວ ຈົ່ງໝັ້ນຍືນ !.
(ຂໍຂອບໃຈ)

ຄໍາເຫັນ

ຂ່າວເດັ່ນ

ມາດຕະການ ກົນໄກຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X

ມາດຕະການ ກົນໄກຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X

ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ໄດ້ສະເໜີຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ເມື່ອບໍ່ດົນມານີ້ວ່າ: ມາດຕະ ການ, ນະໂຍບາຍ ແລະ ກົນໄກຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X.
ຍົກສູງບົດບາດການນໍາພາຂອງພັກ ໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ

ຍົກສູງບົດບາດການນໍາພາຂອງພັກ ໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດໄດ້ຂຶ້ນຜ່ານຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ເມື່ອບໍ່ດົນມານີ້ວ່າ: ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກເຮົາຕ້ອງເພີ່ມທະວີບົດບາດ, ຍົກສູງຄວາມສາມາດນໍາພາຂອງພັກ, ກໍ່ສ້າງ, ປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເປັນຕົ້ນ ເພີ່ມ​ທະ​ວີວຽກງານຄົ້ນຄວ້າທິດສະດີ, ​ສະ​ຫຼຸບ​ພຶດ​ຕິ​ກຳຂອງພັກ, ຄົ້ນຄວ້າທິດສະດີການເມືອງ, ແນວຄິດ-ທິດສະດີຂອງພັກໃຫ້ເລິກເຊິ່ງ, ສະໜອງຂໍ້ມູນໃຫ້ການປັບປຸງ ແລະ ບູລະນະແນວທາງຂອງພັກ.
ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທິ II ປະຈຳປີ 2025 ໄດ້ປິດລົງໃນຕອນບ່າຍວັນທີ 13 ມັງກອນ ນີ້ ພາຍຫຼັງດຳເນີນມາ 2 ວັນ ທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ທ່ານ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານ ປະທານ-ຮອງປະທານ ຄະນະກຳມະການປົກຄອງບັນດາແຂວງ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດທຽບເທົ່າກະຊວງ, ສູນກາງແນວລາວສ້າງຊາດ, ສະພາແຫ່ງຊາດ, ອົງການຕຸລາການ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາ ຮັບຮອງເອົາບັນດາຫົວຂໍ້ສໍາຄັນ ຄື:
ສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ມະ​ຕິ​ XI ຂອງ​ພັກ ເຂົ້າໃນການນໍາພາ ພາລະກິດປະຕິວັດ

ສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ມະ​ຕິ​ XI ຂອງ​ພັກ ເຂົ້າໃນການນໍາພາ ພາລະກິດປະຕິວັດ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດໄດ້ຂຶ້ນຜ່ານຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ເມື່ອບໍ່ດົນມານີ້ວ່າ: ຜ່ານການຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງທີ XI ຂອງ​ພັກໃນໄລຍະ 5 ປີມານີ້ ກໍຄືການປະຕິບັດແນວທາງປ່ຽນແປງ ໃໝ່ ຕະຫຼອດໄລຍະ 40 ປີທີ່ຜ່ານມາ, ພວກເຮົາສາມາດຖອດຖອນບົດຮຽນແຫ່ງການປ່ຽນໃໝ່ ຊຶ່ງຕ້ອງສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ເຂົ້າໃນການນໍາພາ ພາລະກິດປະຕິວັດໃນຂັ້ນຕໍ່ໄປ.
ການຮ່ວມມືລາວ-ຫວຽດນາມ ບັນລຸໄດ້ຜົນສໍາເລັດອັນສໍາຄັນຫຼາຍດ້ານ

ການຮ່ວມມືລາວ-ຫວຽດນາມ ບັນລຸໄດ້ຜົນສໍາເລັດອັນສໍາຄັນຫຼາຍດ້ານ

ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບການຮ່ວມມືລະຫວ່າງສອງປະເທດຫວຽດນາມ - ລາວ ໃນສະໄໝກອງປະຊຸມໃຫຍ່ ຄັ້ງທີ XI ຂອງລາວ ແລະ ສະໄໝກອງປະຊຸມໃຫຍ່ ຄັ້ງທີ XIII ຂອງຫວຽດນາມ ວ່າ:
ໂຮມຊຸມນຸມຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ໂຮມຊຸມນຸມຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ພິທີໂຮມຊຸມນຸມໃຫຍ່ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຈັດຂຶ້ນໃນວັນທີ 9 ມັງກອນນີ້ ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ມີບັນດາສະ ຫາຍກໍາມະການກົມການເມືອງ, ຄະນະເລຂາທິການສູນກາງພັກ, ບັນດາສະຫາຍກໍາມະການສົມບູນ ແລະ ສໍາຮອງ ສູນກາງພັກ, ການນໍາກະຊວງ, ອົງການທຽບເທົ່າຂັ້ນສູນກາງ, ການນໍາ ນວ, ການນໍາບັນດາແຂວງ, ປະຊາຊົນລາວບັນດາເຜົ່າຊາວ ນວ ແລະ ພີ່ນ້ອງຮ່ວມຊາດໃນຂອບເຂດທົ່ວປະເທດເຂົ້າຮ່ວມ ແລະ ຮັບຊົມຜ່ານການຖ່າຍທອດສົດທາງອອນລາຍ.
ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານ

ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານ

ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານໃນຕອນເຊົ້າວັນທີ 9 ມັງກອນ 2026 ນຳໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານ ເນື່ອງໃນໂອກາດຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ.
ຢູນີເທວມອບເງິນ 1,2 ຕື້ກີບ ຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ຢູນີເທວມອບເງິນ 1,2 ຕື້ກີບ ຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ໃນຕອນບ່າຍວັນທີ 8 ມັງກອນຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ບໍລິສັດສະຕາໂທລະຄົມຈຳກັດ ຫຼື (ຢູນີເທວ Unitel) ໄດ້ມອບເງິນຈຳນວນ 1,2 ຕື້ກີບ ປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ,
ໂຮງໝໍມິດຕະພາບເອົາໃຈໃສ່ຍົກສູງຄຸນນະພາບການບໍລິການໃຫ້ສັງຄົມ

ໂຮງໝໍມິດຕະພາບເອົາໃຈໃສ່ຍົກສູງຄຸນນະພາບການບໍລິການໃຫ້ສັງຄົມ

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ສະຫາຍ ສອນໄຊ ລາດຊະວົງ ກຳມະການຄະນະພັກກະຊວງ ເລຂາຄະນະພັກຮາກຖານ ຜູ້ອໍານວຍການໂຮງໝໍມິດຕະພາບ (150 ຕຽງ) ໄດ້ສະແດງຄວາມຮູ້ສຶກຜ່ານສື່ມວນຊົນໃນວັນທີ 6 ມັງກອນຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ.
ຜົນສໍາເລັດກອງປະຊຸມໃຫຍ່່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ຜົນສໍາເລັດກອງປະຊຸມໃຫຍ່່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ ຫົວໜ້າກອງເລຂາກອງປະຊຸມໃຫຍ່່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 8 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວໄດ້ດຳເນີນມາແຕ່ວັນທີ 6 ຮອດວັນທີ 8 ມັງກອນ 2026 ທີ່ນະຄອນຫຼວງວຽງຈັນ ເປັນເວລາ 3 ວັນເຕັມ ໂດຍມີຜູ້ແທນທັງໝົດ 835 ສະຫາຍ ຍິງ 123 ສະຫາຍ ຊຶ່ງເປັນຕົວແທນໃຫ້ສະມາຊິກພັກທັງໝົດ 421,865 ສະຫາຍ ຈາກທົ່ວປະເທດເຂົ້າຮ່ວມ. ພ້ອມນັ້ນ, ຍັງມີແຂກຖືກເຊີນຈໍານວນ 391 ສະຫາຍ ລວມຜູ້ເຂົ້າຮ່ວມກອງປະຊຸມໃຫຍ່ ທັງໝົດ 1,226 ສະຫາຍ.
ເພີ່ມເຕີມ