![]() |
ເອກະສານທີ່ນຳມາເຜີຍແຜ່ຄັ້ງນີ້, ປະກອບມີ ເອກະສານການກະກຽມ ແລະ ດຳເນີນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X, ສະມາຊິກ ສະພາປະຊາຊົນແຂວງ (ສສຂ) ແລະ ເອກະສານຄຸນສົມບັດ ສິນທຳປະຕິວັດ ແລະ ແບບແຜນການນຳພາ ຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ເຄົາລົບຮັກຂອງປວງຊົນລາວທັງຊາດ.
ການເຜີຍແຜ່ຄັ້ງນີ້, ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ທາງດ້ານການເມືອງ ແລະ ແນວຄິດ ໂດຍສະເພາະ ວຽກງານການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ເປັນການກະກຽມຄວາມພ້ອມທາງດ້ານຈິດໃຈ ແລະ ນິຕິກຳ ໃຫ້ແກ່ພະນັກງານໂຄສະນາອົບຮົມ ຊຶ່ງເປັນກະບອກສຽງສຳຄັນ ທີ່ຈະຕ້ອງນຳໄປເຜີຍແຜ່ຕໍ່ໃຫ້ແກ່ສັງຄົມ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ ກ່ຽວກັບສິດ ແລະ ໜ້າທີ່ຂອງພົນລະເມືອງ ໃນການເລືອກເຟັ້ນເອົາຕົວແທນທີ່ດີເດັ່ນ ເຂົ້າໄປບໍລິຫານປະເທດຊາດ, ຮັບປະກັນໃຫ້ການເລືອກຕັ້ງທີ່ຈະມາເຖິງ ດຳເນີນໄປຢ່າງມີປະຊາທິປະໄຕ ແລະ ຖືກຕ້ອງຕາມລະບຽບກົດໝາຍ.
(ຂ່າວ: ແສງອາທິດ)

ຄໍາເຫັນ