ສະຫາຍ ຄໍາພາ ໄຊຍະແສງ ກໍາມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ແມ່ນມີຄວາມໝາຍສໍາຄັນ ຊຶ່ງພວກເຮົາຈະໄດ້ພ້ອມກັນຕີລາຄາຄືນການນໍາພາ-ຊີ້ນໍາ, ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງໜ່ວຍພັກ ແລະ ບຸກຄົນໃນຄະນະໜ່ວຍພັກຕະຫຼອດໄລຍະ 5 ປີຜ່ານມາ ເພື່ອເປັນບ່ອນອີງ ແລະ ເປັນບົດຮຽນໃນການປັບປຸງ, ແກ້ໄຂ, ສືບຕໍ່ນໍາພາວຽກງານໃນຊຸມປີຕໍ່ໜ້າໃຫ້ດີຂຶ້ນ. ພ້ອມນີ້, ສະມາຊິກພັກກໍ່ຈະໄດ້ໃຊ້ສິດປ່ອນບັດທາບທາມ ເລືອກເອົາບຸກຄະລາກອນ ອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະໜ່ວຍພັກ ສະໄໝທີ VI ຮອບທີ II, ພ້ອມທັງ ຮັບຟັງການລາຍງານຜົນການຄົ້ນຄວ້າ ແລະ ປັບປຸງເນື້ອໃນຮ່າງບົດລາຍງານການເມືອງ, ແຜນພັດທະນາວຽກງານໂຄສະນາອົບຮົມແຂວງໃນ 5 ປີຕໍ່ໜ້າ ແລະ ບົດສໍາຫຼວດການນໍາພາລວມ ຂອງຄະນະໜ່ວຍພັກຊຸດເກົ່າ ຕາມການປະກອບຄໍາເຫັນ ຂອງຜູ້ແທນກອງປະຊຸມ ໃນກອງປະຊຸມທາບທາມ ຮອບທີ I ຜ່ານມາ.
ໃນໂອກາດນີ້, ສະຫາຍ ວົງເດືອນ ຈັນທະບຸດຊຽງ ກໍໄດ້ມີຄໍາເຫັນຊີ້ນໍາໃຫ້ສະມາຊິກພັກ ຈົ່ງເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ ເຂົ້າໃນການຄົ້ນຄວ້າ, ພິຈາລະນາ ແລະ ປະກອບຄໍາຄິດຄໍາເຫັນຕໍ່ຮ່າງເອກະສານ 3 ບົດ ແລະ ໃຊ້ສິດປະຊາທິປະໄຕທາບທາມ ເພື່ອເລືອກໄດ້ຜູ້ທີ່ມີມາດຖານ, ມີເງື່ອນໄຂຄົບຖ້ວນ ແລະ ມີຄວາມຮູ້ ຄວາມສາມາດຢ່າງແທ້ຈິງ ອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະໜ່ວຍພັກ ຄະນະໂຄສະນາອົບຮົມແຂວງ ສະໄໝທີ VI ເພື່ອເປັນໃຈກາງເຕົ້າໂຮມຄວາມສາມັກຄີ ແລະ ນໍາພາວຽກງານໃນຕໍ່ໜ້າໃຫ້ມີຜົນສໍາເລັດ.
(ຂ່າວ-ພາບ: ສັນຍາ)
ຄໍາເຫັນ