![]() |
ສະຫາຍ ພັນເອກ ພອນໄຊ ບໍລະດົມ ເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫຍ່ 479 ໄດ້ຂຶ້ນລາຍງາຍໂດຍຫຍໍ້ ກ່ຽວກັບການເຄື່ອນໄຫວປັບປຸງກໍ່ສ້າງກົມກອງໃນຊຸມປີຜ່ານມາໂດຍສັງເຂບວ່າ: ການມາຢ້ຽມ ຢາມຂອງບັນດາທ່ານໃນຄັ້ງນີ້ ຊຶ່ງຢູ່ໃນທ່າມກາງບັນຍາກາດທີ່ທົ່ວພັກ-ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາ ເຜົ່າພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ເວົ້າລວມ, ເວົ້າສະເພາະ ກົມກອງຂອງພວກເຮົາ ກໍໄດ້ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກອງພັນໃຫຍ່ 497 ຢ່າງເປັນຂະບວນຟົດຟື້ນ ແລະ ກວ້າງຂວາງ.
![]() |
ຕະຫຼອດໄລຍະການຕໍ່ສູ້ກູ້ຊາດໃນເມື່ອກ່ອນ, ເຫຼົ່າຮົບເປັນພຽງແຕ່ກອງຮ້ອຍ, ໝວດ, ໝູ່ຢູ່ໃນຂອບເຂດທົ່ວປະເທດ ແລະ ໄດ້ຄຽງບ່າ-ຄຽງໄຫຼ່ກັບເຫຼົ່າຮົບອື່ນ ຕີເອົາຊະນະສັດຕູ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງ ການໜ້າທີ່ການເມືອງໃນໄລຍະໃໝ່ ກໍຄືການປັບປຸງກໍ່ສ້າງກໍາລັງປະກອບອາວຸດໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ໜັກແໜ້ນ, ກອງພັນໃຫຍ່ 497 ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 16/7/1997. ກອງພັນໃຫຍ່ 479 ຍັງໄດ້ປະກອບສ່ວນປ້ອງກັນບັນດາກອງປະຊຸມ ແລະ ວັນບຸນທີ່ສໍາຄັນຕ່າງໆ ຂອງພັກ-ຂອງຊາດຢ່າງເຂັ້ມງວດ, ນອກ ຈາກການເຄື່ອນໄຫວສູ້ຮົບ ຍັງໄດ້ປັບປຸງກໍ່ສ້າງກົມກອງໃຫ້ມີຄວາມໜັກແໜ້ນເຂັ້ມແຂງຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ. ເຮັດໃຫ້ສະພາບຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບ ແລະ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ກໍໄດ້ເອົາໃຈໃສ່ປຸກລະດົມພະນັກງານ-ນັກຮົບປູກຝັງ-ລ້ຽງສັດ ເພື່ອແກ້ໄຂຊີວິດການເປັນຢູ່ຂອງກົມກອງໃຫ້ດີຂຶ້ນ ໂດຍປະຕິບັດຕາມຄໍາຂວັນທີ່ວ່າ: ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ປັດຈຸບັນ ກົມກອງສາມາດກຸ້ມຕົນເອງດ້ານຊີ້ນ-ປາ 95%, ດ້ານພືດຜັກ 75%. ພ້ອມກັນນັ້ນ, ກົມກອງຍັງໄດ້ປັບປຸງສະຖານທີ່ຄ້າຍຄູໃຫ້ມີຄວາມສະອາດຈົບງາມ, ຖ້າທຽບໃສ່ຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ເຫັນວ່າກົມກອງຂອງພວກເຮົາຍັງຈະໄດ້ສູ້ຊົນປັບປຸງແກ້ໄຂຫຼາຍດ້ານ ເພື່ອໃຫ້ກາຍເປັນກົມກອງທີ່ເຂັ້ມແຂງ, ຫວັງຢ່າງຍິ່ງວ່າຈະໄດ້ຮັບທິດຊີ້ນໍາ ແລະ ການອຸ້ມຊູຊ່ວຍເຫຼືອຈາກບັນດາທ່ານຕື່ມອີກ.
![]() |
ໃນໂອກາດນີ້, ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານການເຄື່ອນໄຫວຂອງກົມກອງທີ່ສາມາດຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກ ໃຫ້ເອົາໃຈໃສ່ສຶກສາອົມຮົມການເມືອງແນວຄິດໃຫ້ຄະນະພັກ ແລະ ສະມາຊິກພັກ ພາຍໃນກົມກອງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ. ໂອກາດນີ້, ສະຫາຍ ຄໍາພັນ ເຜີຍຍະວົງ ຍັງໄດ້ມອບເງິນສົດໃຫ້ກອງໃຫຍ່ 479 ຈຳນວນ 50 ລ້ານກີບ ແລະ ເຄື່ອງບໍລິໂພກຈຳນວນ 20 ລ້ານກີບ ລວມທັງໝົດ 70 ລ້ານກີບ.
ຂ່າວ-ພາບ: ບຸນຕອມ



ຄໍາເຫັນ