ຄະນະນຳ ຄອ ແຂວງຊຸກຍູ້ວຽກງານຢູ່ ນະຄອນ-ຫຼວງພະບາງ

ຄະນະນຳ ຄອ ແຂວງຊຸກຍູ້ວຽກງານຢູ່ ນະຄອນ-ຫຼວງພະບາງ
ທ່ານ ນາງ ວຽນວິໄລ ດີລະພັນ ຫົວໜ້າຄະນະໂຄສະນາອົບຮົມ (ອຄ) ແຂວງຫຼວງພະບາງ ພ້ອມຄະນະລົງຊຸກຍູ້ວຽກງານຢູ່ ຄອ ນະຄອນ-ຫຼວງພະບາງ ເມື່ອບໍ່ດົນມານີ້ ໂດຍທ່ານໄດ້ຊີ້ນຳໃຫ້ ຄະນະໂຄສະນາອົບຮົມນະຄອນ-ຫຼວງພະບາງ ສືບຕໍ່ຈັດຕັ້ງປະຕິບັດວຽກງານໂຄສະນາສຶກສາອົບຮົມ ໃຫ້ເຂົ້າສູ່ລວງເລິກ ດ້ວຍຄຸນນະພາບໃໝ່, ເອົາໃຈໃສ່ຫຼາຍບັນຫານຳເອົາວຽກງານການເມືອງ-ແນວຄິດ ສອດຫ້ອຍເຂົ້າໄປທຸກຂົງເຂດວຽກງານ ແນໃສ່ຮັບໃຊ້ວຽກງານກອງປະຊຸມ 3 ຂັ້ນຂອງພັກ ໃຫ້ສົມກັບເປັນວຽກງານໂຄສະນາຂອງພັກ ຢ່າງແທ້ຈິງ.
ໂອກາດນີ້, ທ່ານ ວີ ເຮີເຊຍໄມ ຫົວໜ້າຄະນະໂຄສະນາອົບຮົມນະຄອນ-ຫຼວງພະບາງ ກໍໄດ້ລາຍງານສະພາບວຽກງານລວມຂອງ ຄະນະໂຄສະນາອົບຮົມນະຄອນ-ຫຼວງພະບາງ ໄລຍະ 9 ເດືອນຜ່ານມາ ໂດຍຍົກໃຫ້ເຫັນດ້ານດີທີ່ພົ້ນເດັ່ນ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງທີ່ຈະຕ້ອງໄດ້ພ້ອມກັນສືບຕໍ່ແກ້ໄຂ. ຈາກນັ້ນ, ໄດ້ມີການແລກປ່ຽນຄຳເຫັນດ້ານວິຊາສະເພາະ ລະຫວ່າງ ຄະນະໂຄສະນາອົບຮົມແຂວງ ກັບຄະນະໂຄສະນາອົບຮົມນະຄອນ ໂດຍໄດ້ຍົກເອົາວຽກງານຕົວຈິງຂຶ້ນມາແລກປ່ຽນ ກ່ຽວກັບວຽກງານໂຄສະນາ ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ວັນສຳຄັນຂອງຊາດ, ຂອງພັກ, ຂອງທ່ານຜູ້ນຳ, ເຫດການທີ່ພົ້ນເດັ່ນພາຍໃນນະຄອນ-ຫຼວງພະບາງ, ວຽກງານສຶກສາອົບຮົມພະນັກງານ, ສະມາຊິກພັກ, ທະຫານ-ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ, ວຽກງານເກັບກຳສັງລວມຫາງສຽງສັງຄົມ ພາຍໃນການຈັດຕັ້ງກົມກອງ ແລະ ສັງຄົມ, ວຽກງານບໍລິຫານ, ຈັດຕັ້ງ, ກວດກາ ພ້ອມທັງເປັນເອກະພາບ ກັບບັນດາຄຳເຫັນ ເພື່ອນຳໄປຈັດຕັ້ງປະຕິບັດ ແລະ ສືບຕໍ່ແກ້ໄຂຂໍ້ຄົງຄ້າງໃນຕໍ່ໜ້າ.
ພ້ອມກັນນີ້, ຄະນະໂຄສະນາອົບຮົມແຂວງຫຼວງພະບາງ ກໍໄດ້ມອບຄອມພີວເຕີຕັ້ງໂຕະ 1 ເຄື່ອງ, ປິ່ນເຕີ ຫຼື ເຄື່ອງພິມເອກະສານ 1 ເຄື່ອງ ແລະ ກ້ອງຖ່າຍຮູບ 1 ເຄື່ອງ ໃຫ້ຄະນະໂຄສະນາອົບຮົມນະຄອນ-ຫຼວງພະບາງ ນຳໃຊ້ເຂົ້າໃນວຽກງານ ໃຫ້ໄດ້ຮັບຜົນດີຂຶ້ນໄປເລື້ອຍໆ.
(ຂ່າວ: ສີປະເສີດ ພົມມະຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທາບທາມຮ່າງດໍາລັດ ວ່າດ້ວຍການເຄື່ອນໄຫວວຽກງານສື່ ຢູ່ ລາວ, ສໍານັກງານຜູ້ຕາງໜ້າ ແລະ ອົງການຈັດຕັ້ງຕ່າງປະເທດ

ທາບທາມຮ່າງດໍາລັດ ວ່າດ້ວຍການເຄື່ອນໄຫວວຽກງານສື່ ຢູ່ ລາວ, ສໍານັກງານຜູ້ຕາງໜ້າ ແລະ ອົງການຈັດຕັ້ງຕ່າງປະເທດ

ໃນວັນທີ 2-3 ເມສານີ້ ທີ່ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມທາບທາມຄໍາເຫັນຕໍ່ ຮ່າງດໍາລັດ ວ່າດ້ວຍການເຄື່ອນໄຫວວຽກງານສື່ມວນຊົນ ຢູ່ ສປປ ລາວ ຂອງສື່ມວນຊົນ, ສໍານັກງານຜູ້ຕາງໜ້າ ແລະ ອົງການຈັດຕັ້ງຕ່າງປະເທດ ສໍາລັບ 8 ແຂວງພາກເໜືອ ຂຶ້ນໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ສຳນານ ສົນທະນີ ຄະນະປະຈໍາພັກແຂວງ, ໂດຍມີບັນດາຜູ້ຕາງໜ້າຈາກກະຊວງ, ອົງການອ້ອມຂ້າງສູນກາງ ແລະ 8 ແຂວງພາກເໜືອ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ພົຕ ສົມຫວັງ ທໍາມະສິດ ສະແດງທັດສະນະຕໍ່ວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 65 ປີ

ທ່ານ ພົຕ ສົມຫວັງ ທໍາມະສິດ ສະແດງທັດສະນະຕໍ່ວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 65 ປີ

ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ (ປກສ)ປະຊາຊົນລາວ ຄົບຮອບ 65 ປີ (5 ເມສາ 1961-5 ເມສາ 2026) ທ່ານ ພົຕ ສົມຫວັງ ທໍາມະສິດ ພະນັກງານປະຕິວັດອາວຸໂສບໍານານ ອະດີດຄະນະປະຈໍາພັກກະຊວງ ອະດີດຮອງລັດຖະມົນຕີກະຊວງ ປກສ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອ ແລະ ຂອບໃຈຢ່າງສູງມາຍັງພັກ-ລັດ ແລະ ການນໍາກະຊວງ ປກສ ທີ່ໄດ້ເອົາໃຈ ໃສ່ປະຕິບັດນະໂຍບາຍເປັນຢ່າງດີ ຕໍ່ພະນັກງານປະຕິວັດອາວຸໂສບໍານານ ໃນຕະຫຼອດໄລຍະຜ່ານມາ, ພ້ອມທັງໃຫ້ທັດສະນະ ແລະ ເລົ່າຄືນຄວາມໝາຍສຳຄັນການກຳເນີດ ແລະ ເຕີບໃຫຍ່ຂອງກຳລັງ ປກສ ຜ່ານສື່ມວນຊົນປ້ອງກັນຄວາມສະຫງົບໃນວັນທີ 24 ມີນາຜ່ານມາ.
ກົມປ່າໄມ້ ຊີ້ແຈງຄວາມຮ້ອນທົ່ວປະເທດ ພ້ອມເຕືອນຝຸ່ນ PM 2.5 ຂ້າມແດນ

ກົມປ່າໄມ້ ຊີ້ແຈງຄວາມຮ້ອນທົ່ວປະເທດ ພ້ອມເຕືອນຝຸ່ນ PM 2.5 ຂ້າມແດນ

ກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ອອກມາຖະແຫຼງຂ່າວຊີ້ແຈງກ່ຽວກັບສະພາບໄຟໄໝ້ລາມປ່າ ແລະ ຜົນການຈັດຕັ້ງປະຕິບັດຄຳສັ່ງເລກທີ 11/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງປ່າໄມ້ ແລະ ຕ້ານໄຟໄໝ້ລາມປ່າ ໃນໄລຍະ 3 ເດືອນຜ່ານມາ (ມັງກອນ-ມີນາ 2026).
ໂຮມຊຸມນຸມ ສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ

ໂຮມຊຸມນຸມ ສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 65 ປີ (5 ເມສາ 1961-5 ເມສາ 2026) ຂຶ້ນໃນວັນທີ 3 ເມສານີ້ ທີ່ສະໂມສອນກະຊວງ ປກສ ໂດຍການເປັນປະທານຂອງທ່ານ ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີການນໍາກະຊວງ ປກສ, ພະນັກງານປະຕິວັດອາວຸໂສ-ບໍານານ, ບັນດາກົມກອງອ້ອມຂ້າງກະຊວງ, ແຂກຖືກເຊີນ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ບໍລິສັດລາວໂກເດີນອວຍພອນການນຳແຂວງຊຽງຂວາງ

ບໍລິສັດລາວໂກເດີນອວຍພອນການນຳແຂວງຊຽງຂວາງ

ໃນວັນທີ3ເມສາ2026 ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ທ່ານ ປ້າວ ຈິວ ລີ່ ຮອງຜູ້ອຳນວຍການ, ຫົວໜ້າຝ່າຍຜະລິດ ບໍລິສັດ ລາວໂກເດີນຣີຊອດພັດທະນາ ແຮ່ທາດ ຈຳກັດຜູດຽວ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນການນຳແຂວງ
ກອງປະຊຸມສະໄໝວິສາມັນ ເທື່ອທີ 2ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 2ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸຸດທີ IV ໄດ້ໄຂຂຶ້ນໃນວັນທີ 3 ເມສາ 2026, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ IV ພ້ອມດ້ວຍຄະນະ, ເປັນກຽດເຂົ້າຮ່ວມມີທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາທ່ານຄະນະກຳມະການປົກຄອງແຂວງ, ບັນດາການນຳຂອງແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12, ສະມາຊິກສະພາປະຊາຊົນແຂວງ ຊຸດທີ IV ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງເຊກອງ ສະຫຼຸບການຈັດຕັ້ງປະຕິບັດວຽກງານ

ສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງເຊກອງ ສະຫຼຸບການຈັດຕັ້ງປະຕິບັດວຽກງານ

ກອງປະຊຸມຮ່ວມ ລະຫວ່າງ ສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງເຊກອງ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 2 ມີນານີ້, ທີ່ສະໂມສອນສະພາປະຊາຊົນແຂວງ ໂດຍການເປັນປະທານຮ່ວມ ຂອງທ່ານ ບຸນທະວີ ນະຄອນສິດ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ແພງສີ ສີລາວີ ຮອງປະທານສະພາປະຊາຊົນແຂວງ, ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ ແລະ ພະແນກການ ເຂົ້າຮ່ວມ.
ສະຫຼຸບວຽກງານການເງິນ 2025 ແລະ ວາງທິດທາງແຜນການ 2026

ສະຫຼຸບວຽກງານການເງິນ 2025 ແລະ ວາງທິດທາງແຜນການ 2026

‎ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານການເງິນປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນໃນວັນທີ 2 ເມສານີ້ ທີ່ສະໂມສອນເມືອງ, ໂດຍການເປັນປະທານຮ່ວມຂອງທ່ານ ຄຳຂອດ ໝື່ນຫຼວງ ປະທານຄະນະກຳມະການປົກຄອງເມືອງປາກຊ່ອງ, ທ່ານ ສະນັ່ນ ສີດາວົງ ຫົວໜ້າພະແນກການເງິນ ແຂວງຈຳປາສັກ, ມີບັນດາທ່ານຫົວໜ້າຄະນະຫ້ອງການອ້ອມຂ້າງເມືອງ, ເຂົ້າຮ່ວມ.
ສຊປລ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ

ສຊປລ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນວັນທີ 30 ມີນາຜ່ານມາ ທີ່ ສຊປລ ໂດຍພາຍໃຕ້ການເປັນປະທານ ແລະ ປາຖະກະຖາຂອງສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ, ເລຂາຄະນະບໍລິ ຫານງານພັກ ສຊປລ, ມີຮອງເລຂາຄະນະບໍລິຫານງານພັກ, ຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ສະມາ ຊິກພັກ-ພະນັກງານທົ່ວ ສຊປລ ເຂົ້າຮ່ວມ 149 ສະຫາຍ ຍິງ 68 ສະຫາຍ.
ເນື່ອງໃນໂອກາດຄົບຮອບ 71 ປີ ວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ

ເນື່ອງໃນໂອກາດຄົບຮອບ 71 ປີ ວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ

ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຈະຈັດກິດຈະກໍາ “ຍ່າງເພື່ອສຸຂະພາບ” ສະເຫຼີມສະຫຼອງວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ ໃນວັນທີ 3 ເມສາ 2026 ທີ່ເຂດເສດຖະກິດພິເສດບຶງທາດຫຼວງ ແລະ ຈະມີການຄວບຄຸມ ການຈະລາຈອນຊົ່ວຄາວໃນບາງເສັ້ນທາງ ເລີ່ມແຕ່ເວລາ 16:00 ຫາ 20:00 ໂມງ.
ເພີ່ມເຕີມ