![]() |
ການເຄື່ອນໄຫວຄັ້ງນີ້, ເພື່ອລົງເກັບກໍາຂໍ້ມູນ ກ່ຽວກັບປະຫວັດມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງບັນດາກົມກອງໃນແຕ່ລະໄລຍະ ເພື່ອເສີມຂະຫຍາຍດ້ານດີ ແລະ ແກ້ໄຂດ້ານທີ່ຍັງຄົງຄ້າງ, ນັບແຕ່ອະດີດຈົນເຖິງປັດຈຸບັນ ແນໃສ່ເຮັດໃຫ້ພະນັກງານ-ນັກຮົບຮຸ່ນຫຼັງໄດ້ສຶກສາຄົ້ນຄວ້າຮ່ຳຮຽນເອົາປະຫວັດມູນເຊື້ອອັນດີງາມຂອງພະນັກງານປະຕິວັດຮຸ່ນກ່ອນທີ່ໄດ້ສ້າງໄວ້ ມາເປັນບົດຮຽນໃນການດຳລົງຊີວິດ ແລະ ເປັນບ່ອນອີງໃນການປະຕິບັດໜ້າທີ່ວຽກງານຂອງຕົນໃນໄລຍະໃໝ່.
ການເຄື່ອນໄຫວຄັ້ງນີ້, ຄະນະໄດ້ຄົ້ນຄວ້າປຶກສາຫາລື ແລກປ່ຽນຄໍາເຫັນຊຶ່ງກັນ ແລະ ກັນ ເພື່ອນໍາສະເໜີໃຫ້ກົມວິທະຍາສາດ-ປະຫວັດສາດການທະຫານ ກະຊວງປ້ອງກັນປະທດຄົ້ນຄວ້າພິຈາລະນາແກ້ໄຂບັນດາວຽກງານ ເພື່ອອໍານວຍຄວາມສະດວກໃນການປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າຕື່ມອີກ.
ຂ່າວ: ບຸນເພັງ ວົງແກ້ວມະນີ; ພາບ: ລີໂດ ດວງສະຫວັນ

ຄໍາເຫັນ