ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ

ຄະນະນຳກະຊວງປ້ອງກັນປະເທດ ອວຍພອນ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ

ຄະນະນຳກະຊວງປ້ອງກັນປະເທດ ອວຍພອນ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ
ໃນວັນທີ 20 ມັງກອນ ນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ

ຮອງປະທານຜູ້ປະຈຳການ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ຮອງນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 76 ປີ.

ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກໍໄດ້ຕາງໜ້າໃຫ້ຄະນະນຳກະຊວງປ້ອງກັນປະເທດ ກໍຄືນາຍ ແລະ ພົນທະຫານໃນທົ່ວກອງທັບປະຊາຊົນລາວ ກ່າວຄຳອວຍພອນໄຊອັນປະເສີດມາຍັງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຈົ່ງມີພະລານະໄມສົມບູນ, ມີສຸຂະພາບແຂງແຮງ, ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວຂອງສະຫາຍ ແລະ ສືບຕໍ່ໃຫ້ການຊີ້ນຳ-ນຳພາກອງທັບປະຊາຊົນລາວໃຫ້ເຕີບໃຫຍ່ຂະຫຍາຍຕົວ ກາຍເປັນກອງທັບທີ່ມີແບບແຜນ ແລະ ທັນສະໄໝ.

ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ພ້ອມດ້ວຍຄະນະ ທີ່ໄດ້ມາອວຍພອນໃນຄັ້ງນີ້, ພ້ອມທັງອວຍພອນໃຫ້ ສະຫາຍລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບເຂັ້ມແຂງ, ເຮັດສຳເລັດໃນໜ້າທີ່ວຽກງານອັນມີກຽດ, ສືບຕໍ່ຊີ້ນຳ-ນຳພາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບໃຫ້ເຕີບໃຫຍ່ຂະຫຍາຍຕົວກ້າວຂຶ້ນເລື້ອຍໆ.

ຂ່າວ: ໜັງສືພິມ ກອງທັບ

ຄໍາເຫັນ

ຂ່າວເດັ່ນ

ສະຫາຍສອນໄຊສີພັນດອນພົບປະກັບສະຫາຍ ຟ້າມ ມິງ ຈິງ

ສະຫາຍສອນໄຊສີພັນດອນພົບປະກັບສະຫາຍ ຟ້າມ ມິງ ຈິງ

ເນື່ອງໃນໂອກາດ, ສະຫາຍ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ນຳພາຄະນະຜູ້ແທນຂັ້ນສູງຂອງລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການພັດທະນາສີຂຽວ ແລະ ເປົ້າໝາຍສາກົນ 2030 (P4G)ຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃນລະຫວ່າງວັນທີ 15 – 17 ເມສາ 2025,
ການນໍາຂັ້ນສູງພັກ-ລັດຮ່ວມ​ພິ​ທີໃສ່​ບາດອຸທິດບຸນກຸສົນໃຫ້ ສະຫາຍພົນເອກ ຄໍາໄຕ ສີພັນດອນ

ການນໍາຂັ້ນສູງພັກ-ລັດຮ່ວມ​ພິ​ທີໃສ່​ບາດອຸທິດບຸນກຸສົນໃຫ້ ສະຫາຍພົນເອກ ຄໍາໄຕ ສີພັນດອນ

ໃນ​ຕອນ​ເຊົ້າ​ຂອງວັນ​ທີ 10ເມ​ສານີ້ ທີ່​ເຮືອນ​ພັກ​ຂອງ​ ສະ​ຫາຍຄໍ​າໄຕສີ​ພັນ​ດອນ ທີ່ບ້ານສະພານທອງເໜືອເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ; ການນໍາຂັ້ນສູງພັກ-ລັດ, ນໍາໂດຍສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ,
ຄໍາສະດຸດີ  ເຖິງສະຫາຍ ພົນເອກ ຄໍາໄຕ ສີພັນດອນ   ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ  ປະທານປະເທດ ແຫ່ງ ສປປ ລາວ

ຄໍາສະດຸດີ ເຖິງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ

ປະທານຄະນະຮັບຜິດຊອບຊາປະນະກິດສົບລະດັບຊາດ ທີ່ຈັດຂຶ້ນຢູ່ເດີນພະທາດຫຼວງນະຄອນຫຼວງວຽງຈັນ ວັນ​ທີ 7 ເມສາ 2025.
ພິທີຊາປະນະກິດສົບລະດັບຊາດຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ຈັດຂຶ້ນຢ່າງສົມກຽດ

ພິທີຊາປະນະກິດສົບລະດັບຊາດຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ຈັດຂຶ້ນຢ່າງສົມກຽດ

ພິທີຊາປະນະກິດສົບລະດັບຊາດຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ອະດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນຢ່າງສົມກຽດໃນວັນທີ 7 ເມສານີ້ ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ
ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ

ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ

ໃນຕອນເຊົ້າຂອງວັນທີ 7 ເມສານີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຟ້າມ ມິງ ຈິງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ ໃນໂອກາດເດີນທາງມາວາງພວງມາລາໄວ້ອາໄລສະແດງຄວາມເສົ້າສະຫຼົດໃຈ ແລະ ຮ່ວມພິທີຊາປະນະກິດສົບລະດັບຊາດ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ, ນັກປະຕິວັດອາວຸໂສ ຂອງ ພັກປະຊາຊົນ ປະຕິວັດລາວ ທີ່ໄດ້ມໍລະນະກໍາໃນວັນທີ 2 ເມສາ 2025.
ນາຍົກລັດຖະມົນຕີ ລາວ-ຫວຽດນາມ ພົບປະ ທີ່ ນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ລາວ-ຫວຽດນາມ ພົບປະ ທີ່ ນະຄອນຫຼວງວຽງຈັນ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນວັນທີ 7 ເມສານີ້ ທີ່ ຫໍປະຊຸມແຫ່ງຊາດ, ໃນໂອກາດທີ່ ສະຫາຍ ຟ້າມ ມິງ ຈິງ ພ້ອມຄະນະ ເດີນທາງມາເຂົ້າຮ່ວມງານຊາປະນະກິດສົບລະດັບຊາດ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 2 ເມສາ 2025.
ສະຫາຍ ທອງລຸນ ສີສຸລິດ ພົບປະກັບ ສະຫາຍ ໂຕ ເລີມ

ສະຫາຍ ທອງລຸນ ສີສຸລິດ ພົບປະກັບ ສະຫາຍ ໂຕ ເລີມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ໂຕ ເລີມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ
ລະບຽບ​ການ​ໄວ້​ທຸກ​ລະດັບ​ຊາດ

ລະບຽບ​ການ​ໄວ້​ທຸກ​ລະດັບ​ຊາດ

ເພື່ອ​ສະແດງ​ຄວາມ​ຮູ້​ບຸນຄຸນ​ອັນ​ເລິກເຊິ່ງ ແລະ ຄວາມ​ອາໄລ​ຮັກ​ອັນ​ສຸດ​ຊຶ້ງ ເຖິງ​ສະຫາຍ ພົນ​ເອກ ຄໍາ​ໄຕ ສີ​ພັນ​ດອນ ອະດີດ​ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ອະດີດ​ປະທານ​ປະເທດ ແຫ່ງ ສປປ ລາວ
ແຈ້ງ​ຂ່າວ​ພິເສດ ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ

ແຈ້ງ​ຂ່າວ​ພິເສດ ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ

ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ສະພາ​ແຫ່ງ​ຊາດ, ລັດຖະບານ ແຫ່ງ ສປປ ລາວ, ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ແລະ ຄອບຄົວ ສີ​ພັນ​ດອນ ຂໍ​ແຈ້ງ​ຂ່າວ​ເສົ້າ​ສະຫຼົດ​ໃຈ​ອັນ​ສຸດ​ຊຶ້ງ ມາ​ຍັງ​ພີ່ນ້ອງ​ຮ່ວມ​ຊາດ,
ປະຫວັດຫຍໍ້  ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

ປະຫວັດຫຍໍ້ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈໍາປາສັກ ໃນປັດຈຸບັນ); ເປັນບຸດ ຂອງພໍ່ນີ ນີລະໄຊ ແລະ ແມ່ ສາຍບົວ ນີລະໄຊ ໃນຄອບຄົວຊົນຊັ້ນຊາວນາກາງ, ມີອ້າຍເອື້ອຍນ້ອງຮ່ວມກັນ 6 ຄົນ.
ເພີ່ມເຕີມ