![]() |
ສະຫາຍ ພັນຕີ ຖາ ວອນ ແສງສຸລີວັນ ຫົວໜ້າການທະຫານ ສູນເສຍອົງຄະ 489 ໄດ້ລາຍງານໂດຍຫຍໍ້ກ່ຽວກັບປະຫວັດຄວາມເປັນມາຂອງສູນເສຍອົງຄະ 489 ໃຫ້ຮູ້ວ່າ: ໄລຍະຜ່ານມາ, ສູນເສຍອົງຄະ 489 ໄດ້ເອົາໃຈໃສ່ເຮັດໜ້າທີ່ການເມືອງຂອງຕົນຕາມພາລະບົດບາດ, ສິດ, ໜ້າທີ່ ທີ່ໄດ້ຮັບມອບໝາຍ ເຮັດໃຫ້ພະນັກງານ-ນັກຮົບມີແນວຄິດການເມືອງໜັກແໜ້ນ, ເຮັດສໍາເລັດໜ້າທີ່ການເມືອງຂອງຕົນ ຕາມຂັ້ນເທິງມອບໝາຍ. ເຖິງຢ່າງ ໃດກໍ່ຕາມ ອີງໃສ່ສະ ພາບການ ແລະ ເງື່ອນ ໄຂທີ່ຕັ້ງຂອງສູນ ຍັງມີຂໍ້ຫຍຸ້ງຍາກຫຼາຍດ້ານ, ເປັນຕົ້ນງົບປະມານໃນການສ້າງສາພັດທະນາສູນ, ວັດຖຸຮັບໃຊ້ຜູ້ເສຍອົງຄະ, ເຄື່ອງຮັບໃຊ້ຫ້ອງການ ແລະ ອື່ນໆ ທີ່ຈໍາເປັນ. ຈາກນັ້ນ, ພະນັກງານອາວຸ ໂສເສຍອົງຄະໄດ້ສະ ແດງຄໍາຄິດຄວາມເຫັນ ແລະ ສະເໜີບາງບັນຫາຕໍ່ການນໍາກະ ຊວງໃນຄັ້ງນີ້ອີກດ້ວຍ.
![]() |
ສະຫາຍ ປະທານໄດ້ຕາງໜ້າການນໍາກະ ຊວງປ້ອງກັນປະເທດ ແລະ ພະນັກງານ-ນັກ ຮົບສະແດງຄວາມດີ ໃຈ ແລະ ຮູ້ບຸນຄຸນມາຍັງພະນັກງານອາວຸໂສເສຍອົງຄະ, ບໍານານທີ່ໄດ້ຕໍ່ສູ້ຜ່ານຜ່າອຸປະ ສັກ, ສົງຄາມ ເພື່ອຕໍ່ສູ້ປົດປ່ອຍປະເທດຊາດ, ຮັກສາເອກະລາດໄວ້ໃຫ້ລູກຫຼານຄົນຮຸ້ນຫຼັງ ສືບທອດເອົາເປັນແບບຢ່າງ, ມີແບບ ແຜນ, ນໍ້າໃຈເສຍສະ ຫຼະອັນເດັດດ່ຽວກ້າ ຫານເຊື່ອໝັ້ນຕໍ່ການ ນໍາພັກ-ລັດ ເພື່ອເສີມຂະຫຍາຍມູນເຊື້ອອັນສະຫງ່າງາມດັ່ງກ່າວໃຫ້ນັບມື້ນັບເຕີບໃຫຍ່ຂະ ຫຍາຍຕົວ ນຳເອົາໄປຈັດຕັ້ງປະຕິບັດໃຫ້ປະ ກົດຜົນເປັນຈິງຕາມແນວທາງປ່ຽນແປງ ໃໝ່ ແລະ ຈະນໍາເອົາຄໍາຄິດເຫັນ, ຂໍ້ສະເໜີຂອງພະນັກງານຜູ້ອາ ວຸໂສ ສະເໜີຕໍ່ຂັ້ນເທິງເພື່ອແກ້ໄຂໃນຕໍ່ໜ້າ.
![]() |
ຕອນທ້າຍຄະນະນໍາໄດ້ຕາງໜ້າໃຫ້ຄອບ ຄົວທ່ານ ບຸນຍັງ ວໍລະຈິດ ມອບປິ່ນເຕີຈໍານວນ 1 ຊຸດ ແລະ ຕາງໜ້າໃຫ້ກະຊວງປ້ອງກັນປະເທດມອບຜ້າ ຫົ່ມຈໍານວນ 100 ຜືນ, ພ້ອມທັງສ້ອມແປງລົດຕູ້ຮັບໃຊ້ 1 ຄັນ, ຄອມພິວເຕີ 1 ເຄື່ອງ ເງິນອີກຈໍານວນໜຶ່ງ ໃຫ້ສູນເສຍອົງຄະ 489 ຕື່ມອີກ. ຂ່າວ: ໜັງສືພິມກອງທັບ



ຄໍາເຫັນ