ຄະນະພັກ ຫສນຍ ວາງພວງມາລາ ແລະ ກະຕ່າດອກໄມ້

ຄະນະພັກ ຫສນຍ ວາງພວງມາລາ ແລະ ກະຕ່າດອກໄມ້

ຄະນະພັກ ຫສນຍ ວາງພວງມາລາ ແລະ ກະຕ່າດອກໄມ້
ໃນຕອນເຊົ້າວັນທີ 29ກັນຍາ 2025, ບັນດາສະຫາຍຄະນະບໍລິຫານງານພັກ, ເລຂາ-ຮອງເລຂາບັນດາໜ່ວຍພັກຮາກຖານ, ຫົວໜ້າກົມ ແລະ ປະທານ-ເລຂາ ຄະນະບໍລິຫານງານ ສາມອົງການຈັດຕັ້ງມະຫາຊົນ ທີ່ຂຶ້ນກັບອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ນຳໂດຍ ສະຫາຍບົວຄົງ ນາມມະວົງ, ກຳມະການສູນກາງພັກ,ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບປັ້ນ ຂອງປະທານ ໄກສອນ ພົມວິຫານ, ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ, ເນື່ອງໃນໂອກາດ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ ຄັ້ງທີ VI ທີ່ຈະດໍາເນີນຢ່າງເປັນທາງການ ໃນວັນທີ 30ກັນຍາ 2025.
ຄະນະພກ ຫສນຍ ວາງພວງມາລາ ແລະ ກະຕາດອກໄມ - image 1
 

 

ການວາງພວງມາລາ ແລະ ວາງກະຕ່າດອກໄມ້ ດັ່ງກ່າວເພື່ອສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ຕໍ່ຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດຂອງລາວ ທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການນຳພາ-ຊີ້ນຳ ຂອງພັກປະຊາຊົນ ປະຕິວັດລາວ, ພ້ອມກັນນັ້ນກໍເພື່ອສະແດງຄວາມເຄົາລົບຮັກ, ລະນຶກເຖິງຄຸນງາມຄວາມດີ ອັນປະເສີດ ຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ທີ່ໄດ້ອຸທິດຊີວິດ, ສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນພາລະກິດປົດປ່ອຍຊາດ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ຄະນະພກ ຫສນຍ ວາງພວງມາລາ ແລະ ກະຕາດອກໄມ - image 2
 

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໂຮງງານກະເບື້ອງກາສິງ ມຸ້ງໜັ້ນພັດທະນາຜະລິດຕະພັນໃຫ້ມີຄຸນນະພາບດີຂຶ້ນເລື້ອຍໆ

ໂຮງງານກະເບື້ອງກາສິງ ມຸ້ງໜັ້ນພັດທະນາຜະລິດຕະພັນໃຫ້ມີຄຸນນະພາບດີຂຶ້ນເລື້ອຍໆ

ໂຮງງານ ກະເບື້ອງກາສິງ ຕັ້ງຢູ່ບ້ານຊາງ ເຂດນໍ້າຖ້ວມໃຕ້ ເມືອງນໍ້າບາກ ແຂວງຫຼວງພະບາງ ເປັນການລົງທຶນຂອງເອກະຊົນລາວ 100%, ມີກະເບື້ອງມຸງຫຼັງຄາ ສອງຊະນິດຄື: ກະເບື້ອງຊີມັງ ແລະກະເບື້ອງ ເຣຊິນ ເປັນຜະລິດຕະພັນໃໝ່ຂອງໂຮງງານ, ທີ່ມີຄວາມທັນທານສູງເຊັ່ນ: ທົນຄວາມຮ້ອນສູງ, ທົນເຢັນໄດ້ດີ, ກັນສຽງໄດ້, ສີບໍ່ມີລ່າ, ລົດຢຽບບໍ່ແຕກ, ນໍ້າໜັກເບົາ, ຕິດຕັ້ງງ່າຍ ແລະ ຫຼຸດຜ່ອນຕົ້ນທຶນໂຄງສ້າງຫຼັງຄາ ໂດຍຫັນມາຜະລິດກະເບື້ອງ ທີ່ບໍ່ມີສ່ວນປະສົມຂອງໄຍຫີນ ຄຽງຄູ່ກັນໄປເພື່ອໃຫ້ສອດຄ້ອງກັບນະໂຍບາຍຂອງພັກ-ລັດ.
ເປີດບໍລິສັດ ດີໂກລາວ ຈໍາກັດຜູ້ດຽວ ຈໍາໜ່າຍ ແລະ ບໍລິການຫຼັງການຂາຍລົດຈັກໄຟຟ້າ

ເປີດບໍລິສັດ ດີໂກລາວ ຈໍາກັດຜູ້ດຽວ ຈໍາໜ່າຍ ແລະ ບໍລິການຫຼັງການຂາຍລົດຈັກໄຟຟ້າ

ພິທີເປີດບໍລິສັດ ດີໂກລາວ ຈໍາກັດຜູ້ດຽວ, ຈໍາໜ່າຍ ແລະ ບໍລິການຫຼັງການຂາຍລົດຈັກໄຟຟ້າຂອງໄທ, ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມານີ້. ບໍລິສັດດັ່ງກ່າວ, ຕັ້ງຢູ່ແຄມທາງເລກທີ່ 13 ໄຕ້, ບ້ານມີໄຊ, ເມືອງປາກຊັນ, ແຂວງບໍລິຄໍາໄຊ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນທະນູ ທໍາມະວົງ ເຈົ້າແຂວງບໍລິຄໍາໄຊ, ທ່ານ ກິດຕະເມກ ຕັ້ງພິດໄຊຍະໂພທິວັດ ປະທານໃຫ່ຍ ບໍລິສັດ ດີໂກ ຈໍາກັດຜູ້ດຽວ, ມີຕາງໜ້າການນໍາເມືອງປາກຊັນ, ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງ, ຕະຫຼອດຮອດພາກສ່ວນທຸລະກິດ ແລະ ບຸກຄົນເຂົ້າຮ່ວມ
ສຳເລັດກອງປະຊຸມໃຫຍ່ຜູ້ແທນພະສົງ ແຂວງຄໍາມ່ວນ ສະໄໝທີ IX

ສຳເລັດກອງປະຊຸມໃຫຍ່ຜູ້ແທນພະສົງ ແຂວງຄໍາມ່ວນ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງ ທົ່ວແຂວງຄໍາມ່ວນ ສະໄໝທີ IX ໄດ້ໄຂຂຶ້ນ ແລະ ອັດລົງໃນວັນທີ 25 ກັນຍານີ້ ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງ ພະອາຈານໃຫຍ່ ບຸນທາຍ ຈັນທະໄພຈິດ ປະທານອົງການພຸດທະສາດສະໜາສຳພັນລາວ (ອພສ) ແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ພະອາຈານໃຫຍ່ ມະຫາຄໍາມາ ປັນຍາວິຈິດ ຮອງປະທານ ສູນກາງ ອພສ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີພະເຖຣານຸເຖຣະ, ແຂກຖືກເຊີນຂົ້າຮ່ວມ.
ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຈະໄຂຂຶ້ນໃນວັນທີ 26 ກັນຍາ 2025

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຈະໄຂຂຶ້ນໃນວັນທີ 26 ກັນຍາ 2025

ຕອນເຊົ້າຂອງວັນທີ 25 ກັນຍາ 2025 ນີ້, ທີ່ສະພາປະຊາຊົນແຂວງສາລະວັນ, ທ່ານ ສົມພອນ ແສງສຸລິຈັນ ເລຂາທິການ ສະພາປະຊາຊົນແຂວງ ຕາງໜ້າຄະນະປະຈຳສະພາປະຊາຊົນແຂວງສາລະວັນ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນຂອງແຂວງ ກ່ຽວກັບແຜນການກະກຽມ ແລະ ດໍາເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງ ຊຸດທີ IV; ໂດຍທ່ານໄດ້ຖະແຫຼງວ່າ: ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງ ສາລະວັນ ຊຸດທີ IV ຈະໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນສຸກ ວັນທີ 26 ກັນຍາ 2025 ທີ່ສະໂມສອນໃຫຍ່ແຂວງ (ໃຊ້ເວລາ 1 ວັນ) ຄາດວ່າຈະມີຜູ້ເຂົ້າຮ່ວມທັງໝົດ 130 ກວ່າທ່ານ ແລະ ໂດຍການເປັນປະທານກອງປະຊຸມຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງ;
ຊາວກະສິກອນ ບ້ານສົມບຸນ ຂຸ້ນຂ້ຽວເກັບກ່ຽວເຂົ້ານາປີ

ຊາວກະສິກອນ ບ້ານສົມບຸນ ຂຸ້ນຂ້ຽວເກັບກ່ຽວເຂົ້ານາປີ

ຊາວກະສິກອນ ບ້ານສົມບຸນ ເມືອງບຸນເໜືອ ແຂວງຜົ້ງສາລີ ຂຸ້ນຂ້ຽວເກັບກ່ຽວເຂົ້ານາປີຂອງຕົນເພື່ອໃຫ້ທ່ວງທັນຕາມລະດູການຜະລິດ, ຊຶ່ງມາຮອດປັດຈຸບັນແມ່ນສາມາດເກັບກ່ຽວໄດ້ແລ້ວ 80%.
ເມືອງພຽງ ເປິດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ

ເມືອງພຽງ ເປິດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ

ເມືອງພຽງ ແຂວງໄຊຍະບູລີ ເປິດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 10 ວັນ ສຳລັບຄະນະພັກບ້ານ-ນາຍບ້ານ ຊຸດທີ IV ໃນວັນທີ 25 ກັນຍານີ້ ທີ່ຫ້ອງປະຊຸມຂອງເມືອງໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ອາເມຊົງເຢຍ ເລັງ ຄະນະປະຈໍາພັກແຂວງ ຫົວຫນ້າຄະນະໂຄສະນາອົບຮົມແຂວງໄຊຍະບູລີ.
ແຂວງວຽງຈັນ ທົບທວນ ແຜນຍຸດທະສາດການຫຼຸດຜ່ອນຄວາມສ່ຽງໄພພິບັດ

ແຂວງວຽງຈັນ ທົບທວນ ແຜນຍຸດທະສາດການຫຼຸດຜ່ອນຄວາມສ່ຽງໄພພິບັດ

ກອງປະຊຸມທົບທວນ ແຜນຍຸດທະສາດການຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ແຜນປະຕິບັດງານ 5 ປີ ຂອງແຂວງວຽງຈັນ (2026-2030) ໄດ້ຈັດຂຶ້ນ ໃນວັນທີ 25 ກັນຍານີ້ ທີ່ເມືອງວັງວຽງ ໂດຍການເປັນປະທານຂອງ ທ່ານ ສີສະໄຫວ ແກ້ວດາລາວິນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຮອງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງວຽງຈັນ, ມີບັນດາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ຂັ້ນເມືອງ 11 ເມືອງທົ່ວແຂວງເຂົ້າຮ່ວມ.
ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ່ 9 ຂອງສະພາແຫ່ງຊາດ ຊຸຸຸດທີ IX ແລະ ສະພາປະຊາຊົນ ແຂວງຫຼວງນໍ້າທາ ຊຸດທີ II ຢູ່ເມືອງຫຼວງນ້ຳທາ.

ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ່ 9 ຂອງສະພາແຫ່ງຊາດ ຊຸຸຸດທີ IX ແລະ ສະພາປະຊາຊົນ ແຂວງຫຼວງນໍ້າທາ ຊຸດທີ II ຢູ່ເມືອງຫຼວງນ້ຳທາ.

ໃນວັນທີ 24 ກັນຍາຜ່ານມານີ້, ຄະນະສະມາຊິກສະພາປະຊາຊົນແຂວງຫຼວງນໍ້າທາ ປະຈໍາເຂດເລືອກຕັ້ງເມືອງຫຼວງນໍ້າທາ ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໜສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ່ IX ແລະ ສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ II ຢູ່ທີ ສະໂມສອນເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຄົງ ພິມມະສອນ ກໍາມະການພັກແຂວງ ເລຂາພັກເມືອງ ສະມາຊິກສະພາປະຊາຊົນແຂວງ, ມີບັນດາສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫຼວງນໍ້າທາ, ມີຫົວໜ້າຫ້ອງານ, ຮອງຫົວໜ້າຫ້ອງການ, ສອງກອງບັນຊາການ, ພະນັກງານ-ລັດຖະກອນເຂົ້າຮ່ວມ.
ຜົ້ງສາລີ ໄດ້ຮັບເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ XII ຂອງອົງຄະນະພັກແຂວງ

ຜົ້ງສາລີ ໄດ້ຮັບເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ XII ຂອງອົງຄະນະພັກແຂວງ

ເມື່ອບໍ່ດົນມານີ້, ທີ່ຫ້ອງຮັບແຂກຂອງແຂວງຜົ້ງສາລີ, ອໍານວຍການ ພືດອຸດສາຫະກໍາ ບໍລິສັດຈິງຈຽງ ສົ່ງເສີມປູກຢາງພາລາ ເມືອງບຸນໃຕ້ ຈໍາກັດ ໄດ້ນຳເອົາເງິນຈຳນວນ 300 ລ້ານກີບ ມາມອບໃຫ້ແຂວງ
ເຊກອງເປີດຝຶກອົບຮົມວິຊາຕັດຫຍິບ ຂັ້ນພື້ນຖານ ຊຸດທີ XIX

ເຊກອງເປີດຝຶກອົບຮົມວິຊາຕັດຫຍິບ ຂັ້ນພື້ນຖານ ຊຸດທີ XIX

ໃນຕອນເຊົ້າວັນທີ 24 ກັນຍານີ້, ສະຫະພັນແມ່ຍິງແຂວງເຊກອງ ເປີດຊຸດຝຶກອົບຮົມວິຊາຕັດຫຍິບ ຂັ້ນພື້ນຖານ ພາກປົກກະຕິ ຊຸດທີ XIX ທີ່ສູນພັດທະນາແມ່ຍິງບັນດາເຜົ່າ ສະຫະພັນແມ່ຍິງແຂວງເຊກອງ ໂດຍເຂົ້າຮ່ວມຂອງ ທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງ.
ເພີ່ມເຕີມ