![]() |
ທ່ານ ຄຳຜອງ ສົມວິຈິດ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ລາຍງານໂດຍຫຍໍ້ວ່າ: ໃນການສ້າງຂະບວນການສ້ອມແປງທາງໃນຄັ້ງນີ້, ຈຸດປະສົງແມ່ນເພື່ອໃຫ້ການສັນຈອນໄປມາຂອງພໍ່ແມ່ປະຊາຊົນໃນເທດສະບານນະຄອນໄກສອນພົມວິຫານ ໄປມາໄດ້ສະດວກ ຊຶ່ງການສ້າງຂະບວນການແມ່ນການຮ່ວມກັນລະຫວ່າງ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ, 3 ອົງການຈັດຕັ້ງມະຫາຊົນຄື: ຊາວໜຸ່ມ, ກຳມະບານ, ສະຫະພັນແມ່ຍິງແຂວງ ແລະ ອົງການປົກຄອງນະຄອນໄກສອນພົມວິຫານ ມີແຜນຈັດຕັ້ງປະຕິບັດຢູ່ 2 ເສັ້ນທາງຄື: ເສັ້ນທາງລາດສະວົງເສິກ ແລະ ເສັ້ນທາງສີສະຫວ່າງວົງ .
![]() |
ໃນການສ້າງຂະບວນການເທື່ອນີ້, ແມ່ນໄດ້ຮັບການສະໜັບສະໜູນວັດສະດຸຢາງຂົ້ວສຳເລັດຮູບຈາກການນຳແຂວງ ແລະ ພາກສວ່ນທຸລະກິດຄື: ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງ ສະຫວັນນະເຂດປະກອບສວ່ນ 100 ກະສອບ, ທ່ານ ໂພໄຊ ໄຂຄຳພິທູນ ຮອງເຈົ້າແຂວງ 100 ກະສອບ, ນະຄອນໄກສອນພົມວິຫານ 200 ກະສອບ ແລະ ຈາກພາກສວ່ນອື່ນໆ ແລະ ນັກທຸລະກິດ ລວມມູນຄ່າການສ້າງຂະບວນການໃນຄັ້ງນີ້ 150 ລ້ານກວ່າກີບ.
(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)


ຄໍາເຫັນ