ຕະຫຼອດປີ 2024 ຜ່ານມາ, ຄະນະບໍລິຫານງານພັກກະຊວງໂຍທາທິການ ແລະ ຂົນສົ່ງ

ຄະນະພັກຍທຂນໍາພາອົງການຈັດຕັ້ງມະຫາຊົນເຄື່ອນໄຫວຕາມພາລະ ບົດບາດ

ຄະນະພັກຍທຂນໍາພາອົງການຈັດຕັ້ງມະຫາຊົນເຄື່ອນໄຫວຕາມພາລະ  ບົດບາດ
ໂດຍ:ວັນໄຊ ຕະວິນຍານ ຕະຫຼອດປີ 2024 ຜ່ານມາ, ຄະນະບໍລິຫານງານພັກກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ເອົາໃຈໃສ່ ຊີ້ນໍາ-ນໍາພາ ສົ່ງເສີມສາມອົງການຈັດຕັ້ງມະຫາຊົນ ໄດ້ເຄື່ອນໄຫວຕາມພາລະບົດບາດ ສິດໜ້າທີ່ຂອງຕົນເປັນປົກກະຕິ

 

ແລະ ຕໍ່ເນື່ອງ ເຮັດໃຫ້ສາມອົງການຈັດຕັ້ງມະຫາຊົນທີ່ຂຶ້ນກັບກະຊວງ ຍທຂ ໄດ້ມີສ່ວນຮ່ວມໃນການຄົ້ນຄວ້າປຶກສາຫາລືວຽກງານຕ່າງໆຂອງກະຊວງ ແລະຈັດກິດຈະກໍາ ສ້າງຂະບວນການໄດ້ຕາມແຜນການທີ່ວາງໄວ້.

ສະຫາຍ ງາມປະສົງ ເມືອງມະນີ ເລຂາຄະນະບໍລິຫານງານພັກລັດຖະມົນຕີກະຊວງ ຍທຂ ໄດ້ກ່າວໃນວາລະດໍາເນີນກອງປະຊຸມຄົບຄະນະບໍລິຫານພັກກະຊວງ ຍທຂ ຄັ້ງທີ 18 ສະໄໝທີ Vທີເປີດຂຶ້ນຢູ່ກະຊວງດັ່ງກ່າວ ໃນທ້າຍເດືອນທັນວາຜ່ານມານີ້ວ່າ: ການນໍາກະຊວງຍາມໃດກໍຖືອົງການຈັດຕັ້ງມະຫາຊົນເປັນກໍາລັງແຮງສໍາຄັນໃນການປະຕິບັດວິຊາສະເພາະໃນຂະແໜງການຕ່າງໆ ແລະ ຈັດຂະບວນການຕ່າງໆຂອງກະຊວງໃນວັນສໍາຄັນຂອງຊາດ.

ເວົ້າສະເພາະ ສະຫະພັນກຳມະບານກະຊວງ ໃນປີ 2024 ຜ່ານມາ, ນອກຈາກມີຄວາມຫ້າວຫັນປະຕິບັດວິຊາສະເພາະຂອງກົມກອງແລ້ວ ຍັງໄດ້ຈັດປາຖະກະຖາເລົ່າມູນເຊື່ອວັນສ້າງຕັ້ງກຳມະບານລາວ ຄົບຮອບ 67 ປີ ແລະ ວັນກໍາມະກອນສາກົນ ຄົບຮອບ 138 ປີ,ສຳເລັດກອງປະຊຸມໃຫຍ່ ຂອງກຳມະບານຮາກຖານ ຈໍານວນ 20 ຮາກຖານ ເທົ່າກັບ 100%, ສໍາເລັດການທາບທາມບຸກຄະລາກອນຮອບທີ1,ສໍາເລັດການປະເມີນຜົນຂະບວນການແຂ່ງຂັນ 5 ເປັນເຈົ້າຂອງບັນດາສະມາຊິກກຳມະບານ ແລະ ກຳມະບານຮາກຖານອ້ອມຂ້າງກະຊວງ. ໄດ້ສ້າງຂະບວນການຍ່າງເພື່ອສຸຂະພາບເນື່ອງໃນໂອກາດຕ້ອນຮັບວັນກໍາມະກອນສາກົນ ຄົບຮອບ 138 ປີມີສະມາຊິກກຳມະບານເຂົ້າຮ່ວມ ຈໍານວນ 300 ສະຫາຍ; ລະດົມສະມາຊິກກໍາມະບານ ແລະ ກໍາມະກອນ ບໍລິຈາກເລືອດເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກຳມະບານລາວ ຄົບຮອບ 67 ປີ, ມີຜູ້ເຂົ້າຮ່ວມ 15 ສະຫາຍຍິງ 4 ສະຫາຍ.

ສ່ວນສະຫະພັນແມ່ຍິງກະຊວງ ກໍໄດ້ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 119 ປີແລະ ປາຖະກະຖາ ສະເຫຼີມສະຫຼອງວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 69 ປີ ມີຜູ້ເຂົ້າຮ່ວມຈໍານວນ 148 ສະຫາຍ, ໄດ້ດໍາເນີນປະຊຸມໃຫຍ່ຂອງບັນດາໜ່ວຍແມ່ຍິງຮາກຖານ ສໍາເລັດຈຳນວນ 18 ຮາກຖານ ເທົ່າກັບ 100%, ສຳເລັດກອງປະຊຸມທາບທາມບຸກຄະລາກອນ ຮອບທີ 1 ແລະ ຮອບທີ 2.

ສະເພາະ ຄະນະບໍລິຫານງານຊາວໜຸ່ມກະຊວງ ໄດ້ຈັດພິທິມອບທຸງໄຊ ນໍາພາຂະບວນການແຂ່ງຂັນ 4 ບຸກ ແລະ ມອບຫຼຽນຊາວໜຸ່ມຕະລຸມບອນ; ດໍາເນີນກອງປະຊຸມໃຫຍ່ຂອງບັນດາໜ່ວຍຊາວໜຸ່ມຮາກຖານໄດ້ສໍາເລັດ 100%ແລະ ທາບທາມບຸກຄະລາກອນ ຮອບທີ 1 ແລະ ຮອບທີ 2, ສໍາເລັດກອງປະຊຸມການກະກຽມດໍາເນີນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງໂຍທາທິການ ແລະ ຂົນສົ່ງ ຄັ້ງທີ XII; ນໍາພາສະມາຊິກຊາວໜຸ່ມຕະລຸມບອນເຂົ້າຮ່ວມຕ້ານໄພນໍ້າຖ້ວມ ຈໍານວນ 137 ສະຫາຍຍິງ 32 ສະຫາຍ; ລະດົມສະມາຊິກຊາວໜຸ່ມເຂົ້າຮ່ວມບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ ຈຳນວນ 9 ສະຫາຍຍິງ 4 ສະຫາຍ; ເຂົ້າຮ່ວມຂະບວນການອອກແຮງງານລວມ ອະນາໄມອະນຸສອນສະຖານ ປະທານ ສຸພານຸວົງ ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງ ຄຊປປລ ຄົບຮອບ 70 ປີ, ວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 115 ປີ, ປະກາດຮັບຮອງເອົາໜ່ວຍຊາວໜຸ່ມຕົວແບບ ຈໍານວນ 2 ຮາກຖານ ແລະ ສະມາຊິກຊາວໜຸ່ມຕົວແບບ 4 ສະຫາຍ; ຮັບຮອງໜ່ວຍຊາວໜຸ່ມ 4 ບຸກ ປະຈໍາປີ 2023 ຈໍານວນ 19 ຮາກຖານ ແລະ ສະມາຊິກຊາວໜຸ່ມ 4 ບຸກ ຈໍານວນ 1231 ສະຫາຍຍິງ 479 ສະຫາຍ; ອອກຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບປະສານງານວຽກງານໄພພິບັດ ແລະ ກອງອາສາສະໝັກຊາວໜຸ່ມຕະລຸມບອນຂອງຊາວໜຸ່ມກະຊວງໂຍທາທິການ ແລະ ຂົນສົ່ງ ມີຈຳນວນທັງໝົດ 89 ສະຫາຍ;

ສະຫາຍ ງາມປະສົງ ເມືອງມະນີ ກ່າວຕື່ມອີກວ່າ:ໃນປີ 2025 ນີ້,ການນໍາກະຊວງ ຈະສືບຕໍ່ນໍາພາອົງການຈັດຕັ້ງມະຫາຊົນເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງແຕ່ລະອົງການໃຫ້ດີຂຶ້ນກວ່າເກົ່າ,ເນັ້ນໃສ່ຊຸກຍູ້, ສົ່ງເສີມຫົວຄິດປະດິດສ້າງຂອງອົງການຈັດຕັ້ງມະຫາຊົນເຂົ້າໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ ຂອງພັກ-ລັດ ກໍຄືການຈັດຕັ້ງປະຕິບັດມະຕິກອງປະຊຸມຂອງອົງຄະນະພັກກະຊວງວາງອອກ ໃຫ້ເປັນຮູບປະທໍາ, ເປັນໃຈກາງ, ໃນການສ້າງຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ “ ຮັກຊາດ ແລະ ພັດທະນາ” ຂອງກະຊວງ,ຊຸກຍູ້ບັນດາອົງການຈັດຕັ້ງມະຫາຊົນກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຂອງຕົນໃຫ້ສຳເລັດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ