ຄະນະຜູ້ສະໝັກຮັບເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ​ ແລະ​ ຜູ້ສະໝັກຮັບເລືອກຕັ້ງ ສສຂ​ ສືບຕໍ່ພົບປະຜູ້ມີສິດເລືອກຕັ້ງຢູ່ບ້ານນາຫຼົ້ງ

ຄະນະຜູ້ສະໝັກຮັບເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ​ ແລະ​ ຜູ້ສະໝັກຮັບເລືອກຕັ້ງ ສສຂ​ ສືບຕໍ່ພົບປະຜູ້ມີສິດເລືອກຕັ້ງຢູ່ບ້ານນາຫຼົ້ງ

ຄະນະຜູ້ສະໝັກຮັບເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ​ ແລະ​ ຜູ້ສະໝັກຮັບເລືອກຕັ້ງ ສສຂ​ ສືບຕໍ່ພົບປະຜູ້ມີສິດເລືອກຕັ້ງຢູ່ບ້ານນາຫຼົ້ງ
ຄະນະຜູ້ສະໝັກຮັບເລືອກ​ ຕັ້ງສະມາຊິກສະພາແຫ່ງຊາດ (ສສຊ)​ ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ຄະນະທີ 2 ນໍາໂດຍທ່ານ ປອ.ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈຳປາສັກ​ ຮ່ວມກັບ​ ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາປະຊາຊົນແຂວງ ຊຸດທີ​ V​ ປະຈໍາເຂດເລືອກຕັ້ງ​ເມືອງຊະນະສົມບູນ​ ນໍາໂດຍທ່ານ ຄຳສີ ຫຼິນສະຫວາດ​ ກໍາມະການພັກແຂວງ​ ເລຂາຄະນະບໍລິຫານງານພັກເມືອງ ໄດ້ເຄື່ອນໄຫວໂຄສະນາຫາສຽງພົບປະຜູ້ມີສິດເລືອກຕັ້ງຢູ່ບ້ານນາຫຼົ້ງ ເມືອງຊະນະສົມບູນ​ ໃນຕອນບ່າຍວັນທີ 9 ກຸມພານີ້, ໂດຍມີ​ຄະນະພັກ​ -​ ອົງການປົກຄອງເມືອງ, ອົງການ​ປົກຄອງບ້ານ​ ແລະ​ ພໍ່ແມ່​ປະຊາຊົນ​ພາຍ​ໃນບ້ານ​ນາຫຼົ້ງ ເຂົ້າຮ່ວມຕ້ອນຮັບ.
ຄະນະຜສະໝກຮບເລອກຕງ ສສຊ ເຂດເລອກຕງທ 15 ແຂວງຈຳປາສກ​ ແລະ​ ຜສະໝກຮບເລອກຕງ ສສຂ​ ສບຕພບປະຜມສດເລອກຕງຢບານນາຫງ - image 1
 

ການພົບປະຜູ້ມີສິດເລືອກຕັ້ງຄັ້ງນີ້, ໄດ້ມີການຜ່ານປະຫວັດຫຍໍ້ຂອງຜູ້ສະໝັກແຕ່ລະທ່ານ. ຕໍ່ມາ,ຄະນະຜູ້ສະໝັກ ກໍໄດ້ສະເໜີຕົວຕໍ່ຜູ້ມີສິດປ່ອນບັດເລືອກຕັ້ງ ພ້ອມທັງສະແດງວິໄສທັດຂອງຕົນໃນການຮັບໃຊ້ປະຊາຊົນ, ຖ້າໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X. ຈາກນັ້ນ, ກໍໄດ້ຮັບຟັງຄຳເຫັນ ແລະ ບາງຄຳສະເໜີຂອງຜູ້ມີສິດເລືອກຕັ້ງ ຕື່ມອີກ.

ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈຳປາສັກ ປະທານຄະນະກຳມະການເລືອກຕັ້ງຂັນແຂວງ ໄດ້ມີຄໍາເຫັນ, ຊຶ່ງທ່ານໄດ້ຍົກໃຫ້ເຫັນພາລະບົດ ບາດ, ສິດ-ໜ້າທີ່ ແລະ ຄວາມໝາຍສໍາຄັນຂອງສະພາແຫ່ງຊາດ. ການເລືອກຕັ້ງ ສສຊ ແລະ ສສຊ ກໍເພື່ອປັບປຸງກົນໄກການບໍລິຫານລັດ ໃຫ້ກາຍເປັນອໍານາດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດສູງສຸດຂອງປະຊາຊົນຢ່າງແທ້ຈິງ, ເພື່ອກ້າວໄປສູ່ການປ່ຽນແປງ ແລະ ການພັດທະນາທີ່ດີຂຶ້ນ. ເພື່ອສ້າງຕັ້ງລະບົບອຳນາດລັດທີ່ເຂັ້ມແຂງ ແລະ ໂປ່ງໃສ ທີ່ຮັບໃຊ້ຊາດ ແລະ ຮັບໃຊ້ປະຊາຊົນຢ່າງສຸດກົກສຸດປາຍ. ທັງນີ້ ກໍເພື່ອໃຫ້ຄະນະພັກ - ອົງການປົກຄອງ ແລະ ພໍ່ແມ່ປະຊາຊົນ ຮັບຮູ້ເຂົ້າໃຈ ແລະ ກໍາແໜ້ນຢ່າງເລິກເຊິ່ງ ແລະ ພ້ອມກັນປະຕິບັດສິດ, ພັນທະ ແລະ ໄປໃຊ້ສິດເລືອກຕັ້ງໃນວັນທີ 22 ກຸມພາ 2026 ໃຫ້ຄົບຖ້ວນ ແລະ ຮັບປະກັນຜົນສຳເລັດໄດ້ຕາມຄາດໝາຍ 400%.

ຄະນະຜສະໝກຮບເລອກຕງ ສສຊ ເຂດເລອກຕງທ 15 ແຂວງຈຳປາສກ​ ແລະ​ ຜສະໝກຮບເລອກຕງ ສສຂ​ ສບຕພບປະຜມສດເລອກຕງຢບານນາຫງ - image 2
 

ຜູ້ສະໝັກຮັບເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ. ມີທັງໝົດ 20 ທ່ານ, ເລືອກເອົາ 15 ທ່ານ, ຂິດອອກ 5 ທ່ານ ແລະ ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງ ເມືອງຊະນະສົມບູນ ມີ 7 ທ່ານ, ເລືອກເອົາ 5 ທ່ານ, ຂີດອອກ 2 ທ່ານ.

ບ້ານນາຫຼົ້ງ ມີ 2 ຄຸ້ມ ຄື: ຄຸ້ມນາຫຼົ້ນ ແລະ ຄຸ້ມນາຫຼັກ, ມີພົນລະເມືອງທັງໝົດ 4,454 ຄົນ ຍິງ 2,384 ຄົນ. ໃນນັ້ນ, ຜູ້ມີສິດປ່ອນບັດເລືອກຕັ້ງ 1,700 ຄົນ ຍິງ 1,326 ຄົນ.

ການເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ຂອງຜູ້ສະໝັກ ສສຊຈະດຳເນີນໄປຮອດວັນທີ 20 ກຸມພາ ແລະ ການປ່ອນບັດເລືອກຕັ້ງເປັນທາງການຈະຈັດຂຶ້ນໃນວັນທີ 22 ກຸມພາ 2026 ນີ້.

(ຂ່າວ-ພາບ: ທູນທອງໃຈ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໄອຍະການປະຊາຊົນເຂດ I ຮ່ວມກັບ ກອງບັນຊາການ ປກສ ເມືອງອຸທຸມພອນ  ສ້າງກົນໄກການປະສານງານ

ໄອຍະການປະຊາຊົນເຂດ I ຮ່ວມກັບ ກອງບັນຊາການ ປກສ ເມືອງອຸທຸມພອນ ສ້າງກົນໄກການປະສານງານ

ອົງການໄອຍະການປະຊາຊົນເຂດ I ຮ່ວມກັບ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງອຸທຸມພອນ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ເຫັນດີກໍານົດກົນໄກການປະສານງານ ໃນວັນທີ 24 ກັນຍານີ້, ທີ່ກອງບັນຊາການ ປກສ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໂດຍມີທ່ານ ຈິນດາວັນ ໄນ່ນັນທິລາດ ຫົວໜ້າອົງການໄອຍະການປະຊາຊົນເຂດ I ແລະ ທ່ານ ພັນໂທ ສົມສັກ ຈັນທະລາສອນ ຫົວໜ້າກອງບັນຊາການ ປກສ ເມືອງ.
5 ວຽກຈຸດສຸມວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ  ແລະແກ້ໄຂຄວາມທຸກຍາກ

5 ວຽກຈຸດສຸມວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

5 ວຽກຈຸດສຸມວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໄລຍະ 2027-2030,ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ລາຍງານ ຕໍ່ກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດແລະ ແກ້ໄຂຄວາມທຸກຍາກວ່າ:
ພະຍາດອະຫິວາໝູ ລະບາດ 7 ແຂວງ ພ້ອມປະກາດມາດຕະການຜ່ອນຜັນແບບມີເງື່ອນໄຂ

ພະຍາດອະຫິວາໝູ ລະບາດ 7 ແຂວງ ພ້ອມປະກາດມາດຕະການຜ່ອນຜັນແບບມີເງື່ອນໄຂ

​ ທ່ານ ບົວຫົງ ຄຳຫາຫົວໜ້າກົມລ້ຽງສັດ ແລະ ການປະມົງກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ໃຫ້ສໍາພາດ ຕໍ່ສື່ມວນຊົນໃນວັນທີ 24 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ ກ່ຽວກັບສະພາບການລະບາດຂອງພະຍາດອະຫິວາໝູອາຟຣິກາ (ASF) ໃນ ສປປ ລາວ ພ້ອມທັງຊີ້ແຈງທິດທາງ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ.
ເລ​ຂາ​ພັກ​ແຂວງ​ຄຳ​ມ່ວນເນັ້ນໃຫ້​ຄະ​ນະ​ກວດ​ກາ​ແຕ່​ລະ​ຂັ້ນຍົກ​ສູງ​ປະ​ສິດ​ທິ​ພາບ​ວຽກ​ງານກວດ​ກາ

ເລ​ຂາ​ພັກ​ແຂວງ​ຄຳ​ມ່ວນເນັ້ນໃຫ້​ຄະ​ນະ​ກວດ​ກາ​ແຕ່​ລະ​ຂັ້ນຍົກ​ສູງ​ປະ​ສິດ​ທິ​ພາບ​ວຽກ​ງານກວດ​ກາ

ທ່ານ ໄຊຊະນະ ໂຄດພູທອນກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ເນັ້ນໃຫ້ຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາທຸກຂັ້ນ ເພີ່ມທະວີການນໍາພາ-ຊີ້ນໍາ ແລະ ຍົກສູງປະສິດທິພາບວຽກງານກວດກາ, ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ໃຫ້ມີຄວາມແຂງແຮງ, ເປັນປົກກະຕິ, ເລິກເຊິ່ງ ແລະ ແທດເຖິງຕົວຈິງ.
ເຊັນສັນຍາສຳປະທານທີ່ດິນ ພັດທະນາແຫຼ່ງທ່ອງທ່ຽວ ຕິດພັນກັບການອະນຸລັກທໍາມະຊາດ

ເຊັນສັນຍາສຳປະທານທີ່ດິນ ພັດທະນາແຫຼ່ງທ່ອງທ່ຽວ ຕິດພັນກັບການອະນຸລັກທໍາມະຊາດ

ພິທີເຊັນສັນຍາສຳປະທານເນື້ອທີ່ດິນ ເພື່ອພັດທະນາແຫຼ່ງທ່ອງທ່ຽວຄວບຄູ່ການອະນຸລັກທໍາມະຊາດ (ຂຸນນໍ້າພອນ) ຢູ່ເຂດບ້ານຜາແຫຼມເມືອງທ່າແຂກແຂວງຄຳມ່ວນ ລະຫວ່າງ ຄະນະກຳມະການປົກຄອງແຂວງຄໍາມ່ວນ ແລະ ບໍລິສັດ ເຄເຄ ພັດທະນາການທ່ອງທ່ຽວ ຈຳກັດຜູ້ດຽວໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ກັນ​ຍາ​ຜ່ານ​ມາທີ່ ພະ​ແນກ ອ​ຄ ແຂວງ​ຄຳ​ມ່ວນ.
ອັດຕະປືກວດພົບຄະດີສໍ້ລາດບັງຫຼວງສ້າງຄວາມເສຍຫາຍຫຼາຍຕື້ກີບ

ອັດຕະປືກວດພົບຄະດີສໍ້ລາດບັງຫຼວງສ້າງຄວາມເສຍຫາຍຫຼາຍຕື້ກີບ

ແຂວງອັດຕະປືສະຫຼຸບຜົນງານກວດກາໃນໄລຍະ5ປີ (2021-2025) ພົບວ່າໄດ້ດຳເນີນຄະດີຕໍ່ພະນັກງານ-ລັດຖະກອນທີ່ກ່ຽວພັນກັບການສໍ້ລາດບັງຫຼວງFການສໍ້ໂກງຊັບສິນFການປອມແປງເອກະສານແລະການລະເມີດລະບຽບການທາງການເງິນຫຼາຍກໍລະນີຊຶ່ງສ້າງຄວາມເສຍຫາຍແກ່ລັດເປັນຈຳນວນຫຼວງຫຼາຍ.
ເລຂາພັກເມືອງເງິນຊຸກຍູ້ວຽກງານຮອບດ້ານຢູ່ຕາແສງສາມັກຄີໄຊ

ເລຂາພັກເມືອງເງິນຊຸກຍູ້ວຽກງານຮອບດ້ານຢູ່ຕາແສງສາມັກຄີໄຊ

ທ່ານ ທອງພັນ ສຸກສະຫວັດ ກຳມະການພັກແຂວງ ເລຂາພັກເມືອງ ພ້ອມດ້ວຍຄະ​ນະໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ຕາແສງສາມັກຄີໄຊ ເມືອງເງິນ ແຂວງ ໄຊຍະບູລີ ເມື່ອ​ວັນ​ທີ 21 ກັນ​ຍາ​ຜ່ານ​ມາ, ໂດຍ​ມີ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ຕາ​ແສງ​ສາ​ມັກ​ຄີ​ໄຊພ້ອມ​ຄະ​ນະ​ໃຫ້​ການ​ຕ້ອນ​ຮັບ.
ກອງບັນຊາການທະຫານແຂວງອັດຕະປື ປາຖະກະຖາ 2 ວັນປະຫວັດສາດ

ກອງບັນຊາການທະຫານແຂວງອັດຕະປື ປາຖະກະຖາ 2 ວັນປະຫວັດສາດ

ວັນທີ 23 ກັນຍາຜ່ານມາ, ກອງບັນຊາການທະຫານແຂວງອັດຕະປື ໄດ້ຈັດພິທີປາຖະກະຖາວັນຍຶດອຳ ນາດ ຄົບຮອບ 51 ປີ (23 ສິງຫາ 1975-23 ສິງຫາ 2026) ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ (9 ກັນຍາ 2002-9 ກັນຍາ 2026) ໂດຍການເປັນປະທານຂອງສະຫາຍ ພັນເອກ ຈັນທະໜາ ກົມມະເມືອງ ຮອງປະທານສະຫະພັນນັກຮົບເກົ່າແຂວງ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກ ງານ-ນັກຮົບເຂົ້າຮ່ວມ.
ເນປານເຕືອນນັກທ່ອງທ່ຽວໃຫ້ລະມັດລະວັງໃນເສັ້ນທາງພູແລະ ພູສູງ

ເນປານເຕືອນນັກທ່ອງທ່ຽວໃຫ້ລະມັດລະວັງໃນເສັ້ນທາງພູແລະ ພູສູງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 23 ກັນຍາ ຜ່ານມາວ່າ: ຄະ​ນະ​ກຳມະການການທ່ອງ​ທ່ຽວ​ເນ​ປານ​ອອກ​ຄຳ​ເຕືອນ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທາງ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ພາຍຫຼັງທີ່ເຈົ້າໜ້າທີ່ຄາດຄະເນວ່າ ຈະມີຝົນຕົກໜັກເຖິງໜັກຫຼາຍໃນຫຼາຍພື້ນທີ່ຂອງປະເທດລະຫວ່າງວັນທີ 25-27 ກັນຍານີ້.
ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ

ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ

ໂຮງຮຽນການທະຫານທ້ອງຖິ່ນແຂວງຈໍາປາສັກ ໄດ້ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ລະບົບ 1 ປີ ຊຸດທີ XVII ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ ຊຸດທີ VIII ປະຈຳສົກຮຽນ 2026-2027 ຂຶ້ນໃນວັນທີ 23 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈຳປາສັກ, ມີຄະນະພັກ-ຄະນະບັນຊາ, ພະນັກງານ ຄູ-ອາຈານ ແລະ ນັກຮຽນທັງສອງລະບົບເຂົ້າຮ່ວມ.
ເພີ່ມເຕີມ